ການສຶກສາມີຄວາມສຳຄັນ ແຕ່ການສຶກສາລະດັບໃດຈະເຮັດໃຫ້ຄົນປະສົບຜົນສຳເລັດນັ້ນ ເປັນສິ່ງທີ່ ຍັງບໍ່ທັນມີຄຳຕອບ. ແຕ່ມີນັກວິທະຍາສາດ, ນັກຄອມພິວເຕີ, ນັກຂຽນ ທີ່ບໍ່ໄດ້ ຮຽນ ຈົບການສຶກສາລະດັບສູງຂັ້ນປະລິນຍາ ແຕ່ມີຄວາມສາມາດໃນການ ດຳເນີນທຸລະກິດ ຫຼື ປະກອບອາຊີບ ຈົນເປັນທີ່ຮັບຮູ້ຂອງສັງຄົມໃນວົງກ້ວາງ. ເຊັ່ນ: ສະຕີບ ຈອບ, ບີວ ເກດ, ມາກ ຊຸກເກີເບີກ. ບັນດາທ່ານດັ່ງກ່າວ ບໍ່ໄດ້ຮຽນຈົບ ຫຼັກສູດ ບໍລິຫານ ເຊັ່ນ: MBA ໃດໆ ແລະ ເບິ່ງຄືວ່າພວກເພີ່ນບໍ່ຕ້ອງການໃບປະກາດ ຈາກສະຖາບັນການສຶກສາມະຫາວິທະຍາໄລ ມາຮັບຮອງ ຄວາມສຳເລັດທີ່ຂົນຂວາຍມາ. ຄົນປະເພດດັ່ງກ່າວນັ້ນ ມີສ່ວນນ້ອຍກໍ່ຕາມ ແຕ່ສິ່ງໃດທີ່ເຂົາເຈົ້າຮຽນຈາກພາຍນອກເປັນສິ່ງທີ່ໜ້າສົນໃຈ.
ຄວາມເປັນຈິງອັນໜຶ່ງກໍ່ມີຢູ່ວ່າ, ກ້ານສ້າງຕັ້ງທຸລະກິດ ແມ່ນເວທີທີ່ສຳລັບຄົນທີ່ຕ້ອງການ ເຮັດວຽກ ແລະ ຢາກປະສົບຜົນສຳເລັດ. ດັ່ງນັ້ນ ໃນສະພາບດັ່ງກ່າວ ບໍ່ມີໃຜສົນໃຈວ່າ ຜູ້ກໍ່ຕັ້ງ ນັ້ນມີໃບປະກາດຫຼືບໍ່ ຫຼື ໄດ້ ຄະແນນຫຼາຍຊຳໃດ. ມັນເປັນຊ່ວງເວລາ ໃນການເຮັດວຽກຕົວຈິງ ແລະ ການຫາປະສົບການຈາກຄວາມ ເປັນຈິງບໍ່ມີໃຜສອນ ຫຼື ຂຽນໃນຕຳລາ. ມັນເປັນຊ່ວງ ເວລາທີ່ ທ່ານຕ້ອງໄດ້ປັ້ນຊາຍໃຫ້ເປັນປະສາດ ຂື້ນມາ. ຄຳວ່າປັ້ນຊາຍໃຫ້ເປັນປະສາດມີ ຄວາມໝາຍວ່າ ມັນມີຄວາມສ່ຽງຫຼາຍ ເພື່ອແລກກັບຄວາມ ສວຍງາມເທິງຫາດຊາຍ, ມັນ ສາມາດຫາຍໄປໃນພິບຕາ ຈາກການສ້າງມາເປັນມື້ໆ. ໃນໄລຍະເວລາດັ່ງກ່າວ ມີວຽກປະຈຳ ວັນທີ່ຕ້ອງໄດ້ເຮັດຫຼາຍອັນ, ມັນບໍ່ແມ່ນເວລາ ທີ່ທ່ານຕ້ອງ ເຮັດໃຫ້ໄດ້ຄະແນນດີທີ່ສຸດ ແຕ່ມັນ ແມ່ນຮູບແບບການດຳລົງຊີວິດ ທີ່ກາຍເປັນກິດຈະກຳປະຈຳວັນ.
ແນວໃດກໍ່ຕາມ, ການສຶກສາເປັນສິ່ງສຳຄັນ. ເພາະຄົນຕ້ອງການການຮຽນຮູ້ພື້ນຖານ ເຊັ່ນ: ການຂຽນ, ການອ່ານ, ການນັບເລກ. ໃນສະພາບການປະຈຸບັນ ໂຮງຮຽນບໍ່ສາມາດຮັບ ນັກ ຮຽນທຸກຄົນ ທີ່ສະໜັກເຂົ້າໄປສຶກສາ. ຄາດຄະເນວ່າ ຈຳນວນຄົນທີ່ບໍ່ຖືກຮັບເຂົ້າໂຮງຮຽນ ໃນແຕ່ປີ ຈະເພີ່ມທະວີຂື້ນ. ເຖິ່ງວ່າທ່ານ ອາດຈະບໍ່ໄດ້ເຂົ້າໂຮງຮຽນດັງ ຫຼື ສາຂາອາ ຊີບທີ່ ຕ້ອງການແລ້ວ, ທ່ານກໍ່ສາມາດປະສົບຜົນສຳເລັດໄດ້. ຄົນປະສົບຜົນສຳເລັດບໍ່ວ່າຈະມີ ຫຼື ບໍ່ມີໃບປະກາດ ຈະເປີດໂອກາດຕົນເອງຊອກຮູ້ຈາກຫຼາຍໆຮູບແບບ. ເຊັ່ນ ຈາກການອ່ານ, ການສັງເກດ, ຄົນຮ່ວມງານ ແລະ ອື່ນໆ. ຢ່າປ່ອຍໃຫ້ວັນຮັບໃນ ປະກາດການສຶກສາ ເປັນວັນ ຈົບການສຶກສາ ແຕ່ມັນເປັນວັນເລີ່ມຕົ້ນຂອງ ການສຶກສາການສ້າງຄວາມສຳເລັດໃນຕໍ່ໜ້າ.
ຈະມີ ຫຼື ບໍ່ມີໃບປະກາດການສຶກສາ ບໍ່ໄດ້ໝາຍວ່າ ຈະບໍ່ສາມາດເລີ່ມຕົ້ນເຮັດທຸລະກິດ ຖ້າ ຫາກມີຄວາມ ຕັ້ງໃຈຫຼາຍພໍ. ຖ້າຫາກທ່ານ ຖືກຮັບເຂົ້າເປັນນັກສຶກສາ ຂອງມະຫາວິທຍາໄລ ດັງແຫ່ງໃດກໍ່ຕາມ ມັນຈະບໍ່ເປັນຜົນກະທົບ ດ້ານລົບກັບການສ້າງ ທຸລະກິດຂອງຕົນເອງ. ທ່ານ ສາມາດຮຳຮຽນຫຼາຍບົດຮຽນຈາກ ຫຼັກສູດ ແລະ ກໍ່ໃຊ້ເວລາໃນການ ຮຽນຮູ້ຫຼາຍສິ່ງ ຈາກ ຊີວິດການເປັນນັກຮຽນ. ພຶດຕິກຳທີ່ຖືກຕ້ອງ ແລະ ຫຼັກສູດທີ່ເໜາະສົມ ຈະເປັນສູດ ຄວາມສຳເລັດໃນໄລຍະຍາວ. ຖ້າຫາກທ່ານ ມີໂອກາດຮຽນໃນໂຮງຮຽນ ຈົ່ງໃຊ້ໂອກາດ ໃນ ການຮຽນຮູ້ການເປັນຜູ້ປະກອບການ ຫຼື ສາຂາອາຊີບນັ້ນ ໃຫ້ຫຼາຍເທົ່າ ທີ່ຈະເປັນໄດ້.
ໃນຂະນະທີ່ ໂຮງຮຽນທຸລະກິດ ຈະປະກອບດ້ວຍຫຼາຍທັກສະໃນການເຮັດທຸລະກິດ ໄວ້ຫຼາຍ ແບບ, ແຕ່ໃນໂລກ ຄວາມເປັນຈິງ ແມ່ນຫຼາຍຄົນຈະເບີ່ງທີ່ຜົນຂອງງານ. ໃນຂະນະທີ່ການສຳ ພາດງານສີ້ນສຸດລົງ, ບໍ່ມີໃຜສົນ ໃຈວ່າ ທ່ານໄດ້ຮັບໃບປະກາດ ມາຈາກ ມະຫາວິທະຍາໄລດັງ ລະດັບໂລກ ເຊັ່ນ: ຈາກ Harvard, Stanford ຫຼື ປະເທດດັງໆ. ສິ່ງທີ່ນາຍຈ້າງ ຫຼື ການ ສ້າງສັນວຽກງານ ມີຄວາມຕ້ອງການ ທ່ານເຂົ້າໄປມີ ສ່ວນຮ່ວມກໍ່ຄືວ່າ: ທ່ານເຮັດວຽກແລ້ວ ຫຼື ບໍ່ ແລະ ການເຮັດວຽກດີຊຳໃດ. ບາງບົດຮຽນຕໍ່ໄປນີ້ ເປັນການ ຮຽນຮູ້ຈາກໂລກການເຮັດ ວຽກຕົວຈິງ:
1.ເພື່ອຮັກສາຕຳແໜງ ທ່ານຕ້ອງເຂົ້າໃຈວ່າ ຄວາມສຳເລັດເປັນລັກສະນະແນວໃດ
ໃຫ້ທຸ້ມເທຢ່າງຫ້າວຫັນ ແລະ ຕັ້ງເປົ້າໃສ່ສິ່ງທີ່ສາມາດບັນລຸໄດ້ ແລະ ສິ່ງທີ່ອົງການຈັດຕັ້ງ ຄາດຫວັງ. ແລ້ວຈົ່ງຕັ້ງໃຈເຮັດ ແລະ ທຸ້ມເທຫຼາຍຈົນກວ່າທ່ານຈະໄດ້ດັ່ງເປົ້າ ຫຼື ໃກ້ກັບເປົ້າ ໝາຍ.
2. ແຕ່ລະວັນສ້າງຕົນເອງໃຫ້ເປັນທີ່ຕ້ອງການຂອງບຸກຄົນໃນທີມ
ໃນກິລາແຕະບານ ແລະ ໂລກຄວາມເປັນຈິງ, ບໍ່ມີໃຜຈະຍົກຍ້ອງໃນສິ່ງທີ່ທ່ານ ປະສົບຜົນສຳ ເລັດຜ່ານມາ. ຄົນສົນໃຈກັບສິ່ງທີ່ທ່ານເຮັດໄດ້ດີໃນປະຈຸບັນ. ໃນເວລາທີ່ທ່ານຕ້ອງ ແກ້ໄຂບັນ ຫາໃນແຕ່ລະວັນ ມັນເປັນການສະແດງຄວາມສາມາດ ໃຫ້ຄົນໃນທີມງານເຫັນວ່າ ທ່ານມີຄຸນ ຄ່າ. ດັ່ງນັ້ນ ຢ່າຢຸດການສ້າງຜົນງານ ໄໝ່ໆອອກມາ ແລະ ຢ່າຢຸດເຮັດ ຫຼື ອ້າງວ່າ ທ່ານເຄີຍ ເຮັດຫຼາຍອັນສຳເລັດມາແລ້ວ. ຈົ່ງສ້າງມັນຂື້ນມາໄໝ່ເລີຍໆ.
3. ຖືຄວາມສາມາດເປັນຫຼັກ ໃນການພິສູດຕົນເອງ
ໃຜກໍ່ບໍ່ມັກການອວດອ້າງ ໂດຍສະເພາະວ່າການຈົບຈາກມະຫາວິທະຍາໄລທີ່ອັນດັບໂລກສູງ ເທົ່າໃດ, ຫຼື ການໃຊ້ຄຳເວົ້າໄປບີບບັງຄັບຄົນອື່ນ ຫຼື ສ້າງພຶດຕິກຳສະແດງ ການມີອຳນາດອັນ ເນື່ອງຈາກວ່າ ຜ່ານສະຖາບັນການສຶກສາທີ່ມີຊື່ສຽງ–ບໍ່ວ່າທ່ານຈະມີຄວາມພູມ ໃຈຫຼາຍໃນ ການສຶກສາຂອງຕົນເອງຫຼາຍປານໃດ ສິ່ງນັ້ນມັນບໍ່ໄດ້ຕັດສິນ. ການຖືກລໍ່ລ້ຽງ ຈາກສະຖາ ບັນການສຶກສາທີ່ມີຊື່ສຽງ ທ່ານກໍ່ບໍ່ຄວນເບິ່ງຄົນອື່ນຕໍ່າກວ່າ. ມີຫຼາຍຄົນໃນບໍລິສັດບໍ່ສົນໃຈ ກັບບັນຫາ ດັ່ງກ່າວ ແລະ ກໍ່ບໍ່ມັກພຶດຕິກຳນັ້ນໆ. ໂຮງຮຽນທີ່ມີຊື່ສຽງ ອາດ ເປັນໂອກາດ ໃຫ້ ທ່ານໄດ້ມີໂອກາດການເຮັກວຽກທີ່ດີ, ແຕ່ການເສີມສ້າງໂອກາດໃຫ້ມີ ຫຼາຍຍິງຂື້ນ ມັນແມ່ນວິ ທີການເຮັດວຽກໃຫ້ໄດ້ດີທີ່ສຸດ.
4. ກຽມພ້ອມສະແດງຄວາມສາມາດວ່າທ່ານແກ້ໄຂບັນຫາໄດ້ດີປານໃດ
ນາຍຈ້າງຫຼາຍຄົນ ຈະເບິ່ງປະຫວັດການສຶກສາ ເປັນພື້ນຖານໃນການປະເມີນຄວາມ ສາມາດ ດ້ານວິຊາການ. ແຕ່ມີຫຼາຍຄົນມັກຊອກຫາລູກຈ້າງທີ່ພົບກັບບັນຫາໃນການເຮັດວຽກ ແລະ ນາຍຈ້າງມັກຈະຖາມຫາປະສົບການໃນການແກ້ໄຂສະຖ່ານນະການນັ້ນໆ ວ່າທ່ານສາມາດ ແກ້ໄຂບັນຫາແນວ ໃດ ເພື່ອໃຫ້ສາມາດຜ່ານຜ່າ ແລະ ໃຫ້ໄດ້ໃນສິ່ງທີ່ຕັ້ງເປົ້າໄວ້.
5. ໃຫ້ເປີດໂອກາດຊອກຫາສິ່ງດີເລີດໃນທຸກໆແຫ່ງ
ທ່ານຈະເຫັນໂອກາດມີໃນທຸກໆສະຖານທີ່ ທີ່ທ່ານອາດຄາດບໍ່ເຖິງ. ສະຖາບັນການສຶກສາບໍ່ ແມ່ນພຽງແຕ່ ບ່ອນດຽວທີ່ສ້າງໃຫ້ທ່ານກາຍເປັນຄົນເກັ່ງໄດ້. ຕາມປະສົບການ ຂອງຂ້າພະ ເຈົ້າແລ້ວເຫັນວ່າ ການເຮັດວຽກໃນມື້ປະຈຳວັນມັນເປັນການ ຮຽນຮູ້ໄໝ່ໆທັງໝົດ ນອກນັ້ນ ເວລາປ່ຽນວຽກ ຫຼື ໜ້າທີ່ກໍ່ຈະມີ ສິ່ງໄໝ່ໆທີ່ຕ້ອງໄດ້ຮຽນຮູ້ເພີ່ມເຕີມຈາກຄົນທີ່ມີປະສົບການ ແລະ ເອກະສານຕ່າງໆ.
6. ຂະຫຍາຍເຄື່ອຄ່າຍ
ນີ້ເປັນສິ່ງທີ່ມີຄຸນຄ່າສູງທີ່ສຸດທີ່ບໍ່ສາມາດປະເມີນຄ່າໄດ້ທຽບໃສ່ກັບໃບປະກາດ. ຕ້ອງໄດ້ເສີມ ຂະຫຍາຍເຄື່ອຄ່າຍການເຮັດວຽກ. ເວລາທີ່ທ່ານສ້າງເຄື່ອຄ່າຍທີ່ປະກອບດ້ວຍຄົນທີ່ມີຄວາມ ສາດແລ້ວ ມັນຈະເປັນການເຮັດໃຫ້ທ່ານສາມາດຮ່ວມເຮັດວຽກ, ຂໍຄຳປຶກສາ ຈາກສິ່ງທີ່ ພວກ ເພີ່ນໄດ້ສະສົບມາຫຼາຍປີ. ໃນນັ້ນ ຄົນທີ່ຮູ້ຈັກ ກໍ່ມັກຈະມີໜູ່ ເຊິ່ງມັນເປັນໂອກາດອັນ ດີທີ່ ຈະໄດ້ສ້າງສາຍສຳພັນ ແລະ ໂອກາດທາງທຸລະກິດ.
7. ໃບປະກາດບໍ່ໄດ້ເປັນທຸກສິ່ງທີ່ທ່ານເປັນ ຫຼື ມີ
ການເຂົ້າໄປສູ່ໂຮງຮຽນຫຼັກສູດການບໍລິຫາານທຸລະກິດ ຈະມີການແຂ່ງຂັນສູງຫຼາຍລະ ຫວ່າງນັກຮຽນ ເພື່ອໃຫ້ກາຍເປັນທີ່ໜຶ່ງຂອງຫ້ອງ ຫຼື ໃຫ້ໄດ້ຄະແນນດີໆ. ແຕ່ການພັດທະນາ ຕົນເອງພຽງແຕ່ຢ່າງດຽວ ມັກຈະເປັນສິ່ງທີ່ບໍ່ເໜາະສົມສຳລັບຫ້ອງການເຮັດວຽກຮ່ວມໝູ່. ການເຮັດວຽກໃນບໍລິສັດ ສິ່ງສຳຄັນຫຼາຍກວ່າບຸກຄົນແມ່ນຄວາມກ້າວໜ້າຂອງກຸ່ມ. ການພັດ ທະນາຄວາມສາມາດຂອງຄົນໃດໜຶ່ງ ຈະມີຜົນລວມຕໍ່ກັບການພັດທະນາອົງການໂດຍລວມ. ການພັດທະນາທີ່ເສີມ ສ້າງໃຫ້ມີການຮ່ວມ ມືໃນຂະບວນການລວມ ຈິ່ງເປັນສິ່ງທີ່ແຕກຕ່າງ ຫຼາຍຈາກການຮຽນໃນຫ້ອງ.
8. ການຮຽນຮູ້ວັດຖະນະທຳໄໝ່
ຢ່າພະຍາຍາມຍຶດໜັ້ນແຕ່ໃນສິ່ງທີ່ທ່ານຮຽນໃນໂຮງຮຽນ. ທ່ານຕ້ອງໄດ້ເຮັດວຽກ ຫຼາຍໂຄງ ການເພື່ອ ສ້າງຄວາມໜ້າເຊື່ອຖື ໃຫ້ແກ່ຄະນະບໍລິຫານງານລະດັບສູງໄວ້ວາງໃຈ ແລະ ລວມ ທັງໝົດທຸກ ຄົນໃນທີມການນຳ. ທ່ານຕ້ອງໄດ້ເບິ່ງວ່າ ຈະເຮັດວຽກກັບແຕ່ລະຄົນແນວໃດ ໃນ ຊ່ວງເວລາການພົບປະ ແລະຈະດັດປັບພຶດຕິກຳແນວໃດໃຫ້ມີຄວາມແທດເໜາະ.
9. ທົດແທນບຸນຄຸນ ແລະ ສືບຕໍ່ເສີມຂະຫຍາຍ–ຊ່ວຍເຫຼືອຄົນອື່ນ
ໃນຕະຫຼອດໄລຍະການເຮັດວຽກ ທ່ານຈະໄດ້ພົບຄົນທີ່ໃຫ້ການຊ່ວຍເຫຼືອ ຫຼື ເຮັດວຽກນຳກັນ. ຖ້າຫາກ ທ່ານ ມີ MBA ກໍ່ຈົ່ງນຳໃຊ້ມັນໃນທາງດີ ແຕ່ໃບປະກາດຢ່າງດຽວຫາກບໍ່ມີການເຮັດ ວຽກຮ່ວມກັບຄົນ ຫຼື ກຸ່ມທີ່ມີຄວາມສາມາດແລ້ວ ມັນກໍ່ຈະບໍ່ສາມາດ ສ້າງຜົນງານອັນຍິງ ໃຫຍ່ໄດ້. ແນ່ນອນຫຼາຍຄົນທີ່ປະສົບຜົນສຳເລັດອັນໃດໜຶ່ງ ຈະມີແຕ່ຊື່ຂອງບຸກຄົນຈາລຶກໄວ້ ແຕ່ໃນເບື້ອງຫຼັງແລ້ວຄົນເຫຼົ່ານັ້ນ ກໍ່ມີຄົນສະໜັບສະໜູນຈາກເບື້ອງຫຼັງ. ບາງຄັ້ງທ່ານອາດບໍ່ ມີໂອກາດຕອບແທ່ນແກ່ບຸກຄົນທີ່ຊ່ວຍທ່ານ ແຕ່ການໃຫ້ການຊ່ວຍເຫຼືອ ແກ່ບຸກຄົນທີ່ຢູ່ໃນອົງ ການ ແລະ ນອກອົງການມັນຈະເຮັດໃຫ້ທ່ານມີບົດບາດໃນສັງຄົມຫຼາຍຂື້ນ.
ສຳລັບຂ້າພະເຈົ້າ ແລ້ວຖືວ່າການຮຽນບໍ່ມີວັນສີ້ນສຸດແທ້ໆ. ສາມາດປຽບການຮຽນ ໃສ່ກັບການເດີນທາງທີ່ພົບຈຸດຈົບ ແລະ ຈຸດເລີ່ມຕົ້ນສະເໜີ.