ເຮັດໃດຈິ່ງຮູ້ວ່າ ຄວາມຕ້ອງການຂອງທ່ານ ຈັດໃນໝວດຄວາມຕ້ອງການທີ່ດີ ຫຼື ຄວາມຕ້ອງການທີ່ບໍ່ດີ. ຫົວຂໍ້ນີ້ສຳຄັນ ສຳລັບທຸກໆຄົນ. ບາງທີ່ເຮົາມີແຮງພັກດັນໃນການເຮັດສິ່ງໃດໜຶ່ງ ໂດຍບໍ່ໍຮູ້ວ່າມັນກາຍເປັນສິ່ງທຳຮ້າຍຄົນອື່ນໃນສັງຄົມ ຫຼື ຄົນໃນຊີວິດເຮົາ. ນອກຈາກນີ້ ຄວາມຕ້ອງການຍັງສາມາດແບ່ງອອກເປັນ “ຄວາມຕ້ອງການທີ່ດີ” ກັບ”ຄວາມຕ້ອງການທີ່ບໍ່ດີ” ອີກດ້ວຍ ແຕ່ວ່າການຕັດສິນວ່າສິ່ງໃດ “ດີ” ຫຼື “ບໍ່ດີ” ຂຶ້ນຢູ່ກັບມຸມມອງແລະວິທີການປະເມີນຂອງແຕ່ລະຄົນ. ດັ່ງນັ້ນຈຶ່ງຂໍລະເວັ້ນບໍ່ຂີດເສັ້ນແບ່ງແຍກກ່ຽວກັບປະເດັນດັ່ງກ່າວ. ສິ່ງທີ່ບອກໄດ້ມີພຽງວ່າ ໃນຄວາມຕ້ອງການມີທັງຄວາມຕ້ອງການໃຫ້ຊີວິດສົມບູນພູນສຸກຫຼາຍຂຶ້ນ ຈາກການປະສົບຄວາມສໍາເລັດກັບສິ່ງທີ່ຕັ້ງເປົ້າໝາຍໄວ້ ຊຶ່ງເປັນປະໂຫຍດຕໍ່ສັງຄົມ ແລະ ຜູ້ອື່ນ ເຊັ່ນວ່າ “ຢາກປະສົບຄວາສໍາເລັດໃນໜ້າທີ່ວຽກງານ” “ຢາກເຮັດໃຫ້ຕົວເອງເປັນປະໂຫຍດຕໍ່ຜູ້ອື່ນ” ແລະ ຄວາມຕ້ອງການທີ່ອາດຈະກາຍເປັນການທໍາລາຍຊີວິດຕົນເອງ ແລະ ຊີວິດຜູ້ອື່ນ ຫຼື ຫາກຜິດພາດພຽງໜ້ອຍດຽວກໍ່ອາດຈະກາຍເປັນການກະທໍາຜິດທາງກົດໝາຍ.
ຕາມທີທຸກໆຄົນມີຄວາມຕ້ອງການ ທີ່ບໍ່ມີຂີດເສັ້ນແບ່ງສີໃນຕົວຂອງມັນເອງ ແຕ່ສິ່ງທີ່ເຮັດໜ້າທີ່ຕັດສິນຄວາມດີ ຄວາມຊົ່ວໃນຄວາມຕ້ອງການແມ່ນ ຂື້ນກັບມັນສະໝອງ ກີແລະ ແນວຄິດທີ່ຖືກກະທົບໃນຊ່ວງການມີຊີວິດ ເຊິ່ງເປັນສ່ວນທີ່ຄວບຄຸມດູແລກົນໄກການເຮັດວຽກທີ່ມີຄວາມຊັບຊ້ອນສູງໃນສະໝອງຂອງເຮົາ. ຢ່າງເຊັ່ນ ການນຶກຄິດ ແລະການສ້າງສັນ ເປັນຕົ້ນ. ອີກທັງຍັງຖືເປັນສ່ວນທີ່ມີຄວາມສໍາຄັນຈົນໄດ້ຮັບການຂະໜານາມວ່າ “ຫໍບັນຊາການຂອງສະໝອງ” ເລີຍກໍ່ວ່າໄດ້.
ໃນອະດີດຂ້າພະເຈົ້າ ພົບກໍລະນີສຶກສາຕົວຢ່າງໜຶ່ງ ເປັນເລື່ອງຂອງເດັກຊຶ່ງປະສົບອຸບັດຕິເຫດ ເຮັດໃຫ້ສະໝອງໄດ້ຮັບການກະທົບກະເທືອນ ຊໍ້າບໍ່ໜໍາສະໝອງສ່ວນທີ່ໄດ້ຮັບຄວາມກະທົບກະເທືອນຍັງເປັນສະໝອງໜ້າດ້ານຂວາມື. ເຊິ່ງຫຼັງເຂົ້າຮັບການຮັກສາຕົວເປັນເວລາດົນນານ ເດັກຄົນດັ່ງກ່າວກໍ່ເລີ່ມຟື້ນຕົວຂຶ້ນຕາມລໍາດັບ. ແຕ່ວ່າກັບເກີດ “ການປ່ຽນແປງບາງຢ່າງຂຶ້ນກັບພຶດຕິກໍາຂອງເຂົາ” ນັ້ນຄືການເຂົ້າຊື້ສິນຄ້າຈາກຮ້ານຄ້າໂດຍທີ່ບໍ່ຊໍາລະເງິນ ທັງທີ່ກ່ອນປະສົບອຸບັດຕິເຫດເດັກຄົນນີ້ບໍ່ເຄີຍກໍ່ເຫດລັກຂະໂມຍຈັກເທື່ອມາກ່ອນ.
ນອກຈາກນີ້ ຍັງມີລາຍງານກ່ຽວກັບກໍລະນີສຶກສາທີ່ຄ້າຍຄືກັບເດັກຄົນດັ່ງກ່າວຢູ່ອີກບໍ່ໜ້ອຍ ແລະ ນັ້ນກໍ່ເຮັດໃຫ້ເຂົ້າໃຈໄດ້ວ່າ ສະໝອງດ້ານໜ້າເປັນສ່ວນທີ່ຕັດສິນຄວາມຖືກຜິດຕາມຫຼັກສິນທໍາ ພັກດັນເຮັດໃຫ້ຄົນໆນັ້ນລົງມືປະຕິບັດສິ່ງໃດກໍ່ຕາມ ທັ້ງທີ່ຄວາມຈິງ “ຄວາມຕ້ອງການເຮັດໃນສິ່ງທີ່ບໍ່ສົມຄວນເຮັດ” ເປັນປັດໄຈກໍ່ໃຫ້ເກີດຄວາມຄຽດໃນສະໝອງບໍ່ໜ້ອຍ.
ແຕ່ວ່າຂະນະດຽວກັນຄວາມຕ້ອງການ “ຢາກເຮັດເລື່ອງບໍ່ດີ” ກໍ່ມີສະເໜ່ເຢົ້າຢວນທີ່ຍາກຈະຕໍ່ຕ້ານ ຢູ່ໃນຕົວຂອງມັນ. ແຕ່ສາເຫດທີ່ເຈົ້າລົງມືເຮັດຕາມຄວາມປາຖະໜາອັນບໍ່ສົມຄວນ ມີໃຫ້ເຫັນຢູ່ພຽງສ່ວນໜ້ອຍ ເປັນເພາະໃນສະໝອງເຮົາທຸກຄົນມີສິ່ງກີດຂວາງອັນໃຫຍ່ (ຄວາມມີເຫດຜົນ) ທີ່ວ່າ “ບໍ່ຄວນເຮັດ” ທີ່ຄອຍຫ້າມ.
ຫາກຕັດສິນໃຈວ່າ “ຈະເຮັດ!” ເຖິງຈະຮູ້ວ່າບໍ່ສົມຄວນ ຄວາມເຄັ່ງຄຽດຂະໜາດໃຫຍ່ ກໍ່ຈະກໍ່ຕົວຂຶ້ນໃນກົນໄກການເຮັດວຽກຕາມທໍາມະຊາດຂອງສະໝອງທັນທີ ຈົນກາຍເປັນພາລະແສນສາຫັດຕໍ່ສະໝອງ. ຈະເຮັດບໍ່ມີມາແລ້ວໂທດໃສ່ວ່າເປັນຄົນບໍ່ປົກກະຕິ ທາງກົດໝາຍອາດບໍ່ລົງໂທດ. ຫາກການລັກເຄື່ອງເກີດຈາກນິດໃສເອົາປຽບຄົນອື່ນ ທາງກົດໝາຍຄົງບໍ່ເວັ້ນການໃສ່ໂທດ.