


ຫາກເດົາບໍ່ຜິດ, ພໍ່ແມ່ຕ່າງຢາກມອບສິ່ງທີ່ດີທີ່ສຸດໃຫ້ລູກຕະຫຼອດການມີຊີວິດ. ກົງກັນຂ້າມ, ພໍ່ແມ່ຜູ້ໃຫ້ກຳເນີນ ແນ່ໃຈແລ້ວບໍ່ວ່າ: ລູກທີ່ຕົນເອງເກີດອອກມານັ້ນ ຈະສ້າງຜົນປະໂຫຍດ ແກ່ຕົນເອງ ໂດຍບໍ່ບຽດບຽນສັງຄົມໄດ້ຫຼາຍເທົ່າໃດ. ການຖະນຸຖະໜອມຂອງພໍ່ແມ່, ຄວາມໃສ່ໃຈໃນຍາມເຈັບປ່ວຍ, ສົ່ງເສີມໃຫ້ເຂົ້າໂຮງຮຽນດີໆ ແລະ ມີສັງຄົມທີ່ເຕັມໄປດ້ວຍສິ່ງອຳນວຍຄວາມສະດວກທາງກາຍ ແລະ ໃຈ, ໜ້າຈະເປັນສິ່ງທີ່ພໍ່ແມ່ທຸໆຄົນປາດຖະໜາ. ລູກຫຼາຍຄົນນັບວ່າໂຊກດີເກີດໃນຕະກູນທີ່ມີຊັບສິນ ແລະ ໜ້າຕາທາງສັງຄົມ. ບາງຄົນເອີ້ນເດັກເຫຼົ່ານັ້ນວ່າ: ເດັກເທບເທວະດາມາເກີດ ຫຼື ເປັນເດັກທີ່ມີບຸນ. ເກີດມາຊາດນີ້ຈິ່ງສະບາຍກາຍ.
ບາງຄັ້ງຄວາມສະບາຍ ແລະ ຂາດການໃສ່ໃຈທາງດ້ານຈິດໃຈຂອງພໍ່ແມ່ເຮັດໃຫ້ເດັກຂາດ ຄວາມໃກ້ຊິດ ແລະ ໃຊ້ເວລາກັບໝູ່ເປັນສ່ວນໃຫຍ່. ເວລາເຂົາພາເຮັດຫຍັງກໍ່ເຮັດນຳ. ຈົນບາງຄັ້ງມີການເສບສິ່ງເສດຕິດ, ຕິດການພະນັນ, ແລະ ໄພສັງຄົມ. ເຮັດໃຫ້ເສຍການຮຽນ ແລະ ອາດສ້າງອາດສະຍາກຳຮຸນແຮງແກ່ສັງຄົມ. ພໍ່ແມ່ຫຼາຍຄົນຮັບບໍ່ໄດ້ກັບສະພາບດັ່ງກ່າວ, ມັກຈະເຮັດທຸກວິທີເພື່ອໃຫ້ລູກໆກັບຕົວ. ຫາກແມ່ນຜູ້ຊາຍ ແມ່ນເຂົ້າບວດ ແລະ ຫາກເປັນຜູ້ຍິງ ກໍ່ໃຫ້ແຕ່ງງານ ຫຼື ໄປທີ່ຕ່າງປະເທດ. ເພາະຈະບໍ່ໄດ້ໃຫ້ສັງຄົມຮັບຊາບບັນຫາລູກຂອງຕົນເອງ. ບາງຄົນກະປ່ຽນໄດ້ ແຕ່ບາງຄົນກັບກາຍເປັນການສ້າງໄພສັງຄົມຮູບແບບໃໝ່.
ດັ່ງທີ່ເຫັນໃນສັງຄົມທີ່ມີຖານະ, ຫາກລ້ຽງບໍ່ດີກໍ່ສາມາດກາຍເປັນມານສັງຄົມໄດ້. ສະເພາະເດັກທີ່ເກີດໃນສະພາບຄອບຄົວທຸກຍາກ, ແຕກແຍກ ແລະ ສັບສົນທາງການເງິນ, ໂອກາດທີ່ຈະເປັນຄົນສ້າງໄພແກ່ສັງຄົມນັ້ນຍິ່ງມີຫຼາຍ. ນັກຄ້າຢາເສບຕິດ ລະດັບໂລກ ຊື່: ປາໂບຼ ເອດສກໍ່ບາ, ຄົນປະເທດ ໂຄລົມເບຍ ເປັນໜຶ່ງຕົວຢ່າງຂອງໄພສັງຄົມ. ນັບແຕ່ໄວໜຸ່ມ, ລາວໄດ້ເລີ່ມສ້າງອາດສະຍາກຳກໍ່ກວນສັງຄົມ. ຈົນມາຮອດປີ 1970, ລາວໄດ້ເຂົ້າມາຄ້າໂຄເຄນ ຈົນກາຍເປັນມະຫາເສດຖີ ຕິດອັນດັບ ໜຶ່ງໃນ 10ຂອງໂລກ. ທຸລະກິດຂອງລາວກວມເອົາ 80% ຂອງປະລິມານໂຄເຄນທີ່ມີໃນປະເທດສະຫະລັດອາເມລິກາ ໃນຂະນະນັ້ນ.
ມາເບິ່ງຄວາມຮັ່ງມີຂອງລາວນັ້ນຫຼາຍເທົ່າໃດ? ເວົ້າເຖິງຄວາມຮັ່ງມີ, ບາງສື່ໄດ້ກ່າວວ່າ: ໃນຍາມຫຼົບໄພທີ່ປ່າດົງດິບຍາມໜາວ, ລາວຍອມໃຊ້ເງິນດອນລາເຜົາເປັນເຊື້ອງເພີງເພື່ອໃຫ້ອາຍອຸ່ນ. ຍົນສ່ວນຕົວໃຊ້ປະມານ 142 ຄັນ, ຍົນເຮລີຄອບເຕີ້ 10 ຄັນ, ເຮືອຍ໋ອດ 32 ຄັນ, ບ້ານ 141 ຫຼັງ, ທັງລົດ ແລະ ຫ້ອງການສັ່ງການນັບບໍ່ຖ້ວນ. ສິ່ງດັ່ງກ່າວແມ່ນອຳນວຍຄວາມສະດວກໃນການສົ່ງໂຄເຄນເຂົ້າໄປຂາຍທີ່ອາເມລິກາ ສ້າງລາຍຮັບ ມື້ລະບໍ່ຫຼຸດ 500,000 ດອນລາ. ມູນຄ່າສັບສິນສູງສຸດຂອງລາວຕົກເປັນຄ່າ 30ພັນລ້ານດອນລາ ສະຫະລັດ.
ຈາກເງິນທີ່ໄດ້ມາ, ລາວໄດ້ນຳໄປຊ່ວຍສັງຄົມເພື່ອເຮັດໃຫ້ເປັນທີ່ພັກລີ້ຈາກການຈັບກຸມ. ຍັງໄດ້ໃຫ້ເງິນສະໜັບ ສະໜູນທາງສັງຄົມອີກຫຼາຍໆ ໂຄງການ ລວມທັງທີມເຕາະບານ, ໂຮງໝໍ ແລະ ພະຍາຍາມສະເໜີປົດໜີ້ໃຫ້ລັດຖະບານ ໂຄລົມເບຍເປັນເງິນ 10 ພັນລ້ານດອນລ້າ ເປັນການແລກປ່ຽນກັບການສ້າງກົດໝາຍທີ່ອຳນວຍຄວາມສະດວກແກ່ການຄ້າຂາຍຂອງລາວ. ແນວໃດກໍ່ຕາມ, ລັດຖະບານປະຕິເສດເງິນດັ່ງກ່າວ. ເບິ່ງຄ້າຍໆຄືວ່າ: ເຮັດດີບັງຄວາມຊົ່ວ. ແນວໃດກໍ່ຕາມ, ຈາກການຫຼົບໜີມາເປັນເວລາເກືອບ 20 ປີ, ໃນປີ 1993, ລາວກໍ່ຖືກຕຳຫຼວດຈັບຕາຍຄ່າທີ່. ເຊິ່ງເປັນການຮ່ວມມືຂອງຕໍາຫຼວດເພື່ອຕໍ່ສູ້ກັບພໍ່ຄ້າຢາເສບຕິດຢ່າງຈິງຈັງ.
ບໍ່ວ່າເງິນທີ່ໄດ້ມາຈະຖືກນຳໃຊ້ໄປຊ່ວຍຄົນທຸກຍາກຫຼາຍປານໃດ, ຈົນກາຍເປັນທີ່ຮັກຂອງຄົນທຸກເຂດບ້ານນອກ. ຈົນໄດ້ສາຍານາມວ່າ: ວິລະບູລຸດຂອງຄົນຈົນ. ແຕ່ລາວກໍ່ໄດ້ທຳຮ້າຍສັງຄົມບໍ່ແມ່ນນ້ອຍ. ມີຄົນນັບລ້ານໆຄົນຕິດຢາ, ເສຍຄົນ, ເສຍຈິດ, ເສຍອານາຄົດ. ຕະຫຼອດການມີຊີວິດຂອງລາວ, ມີຄົນປະມານ 4,000 ຄົນເສຍຊີວິດຕິດພັນກັບການໄລ່ລ້າຈັບຕົວ ແລະ ຕະຫຼອດທຸລະກິດຄ້າຂາຍຢາເສບຕິດຂອງລາວ ມີຄົນປະມານ 25,000 ຄົນເສຍຊີວິດ. ໃນນີ້ບໍ່ລວມເອົາຄົນເສບຢາເກີນຂະໜາດຈົນເຖິງຂັ້ນເສຍຊີວິດກ່ອນໄວອັນຄວນ.
ເມື່ອມາເບິ່ງເລື່ອງຂອງພໍ່ຄ້າຢາຄົນນີ້ແລ້ວ, ເປັນໂສກອານາດຕະກຳແກ່ສັງຄົມທີ່ສຸດ. ພໍ່ແມ່ຫຼາຍຄົນຄົງຈະບໍ່ຢາກໃຫ້ລູກໆມີຊື່ສຽງໃນທາງບໍ່ດີແນວນີ້. ຫາກແມ່ນການສ້າງສັນສັງຄົມຫຼາຍກວ່າ. ຄວາມເດັດຂາດໃນການສິດສອນລູກໃຫ້ໄປຕາມກົດລະບຽບ ແລະ ຫາກິນແບບສິນທຳ ເປັນສິ່ງທີ່ພໍ່ແມ່ຕ້ອງໄດ້ເອົາໃຈໃສ່ສິດສອນ. ເພື່ອຮັບປະກັນວ່າ ທ່ານສ້າງລູກຂື້ນມາເພື່ອສ້າງສັງຄົມລາວ.