ແມ່ຍິງຕ້ອງເຊົານ້ອຍໜ້າແລະຜູ້ຊາຍຕ້ອງຢ້ານຫາກຮູ້ວ່າແມ່ຍິງຂື້ນນຳໂລກແລ້ວຈະເປັນແນວໃດ? ແນ່ນອນຝ່າຍຊາຍເປັນນາຍຫຼາຍກວ່າຍິງ. ຕົວຈິງມີແມ່ຍິງເປັນການນຳລະດັບປະເທດ, ພູມິພາກ, ແລະ ໂລກມາຫຼາຍຄົນແລ້ວ. ຫຼາຍຄົນໂລກຈົດຈຳ.
ສັງຄົມຕ່າງຄາດຫວັງ ແລະ ສົ່ງເສີມໃຫ້ແມ່ຍິງເຂົ້າໄປຢູ່ໃນການນຳຫຼາຍໆລະດັບຂອງວຽກງານພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ການທະຫານ ແລະ ການເມືອງ. ຈະຍົກເອົາປະຫວັດສາດຂອງມວນມະນຸດທີ່ມີການນຳເປັນແມ່ຍິງຂື້ນມາໃຫ້ບັນດາທ່ານໄດ້ຮັບຊາບນັບແຕ່ສະໄໝໂລກບູຮານຈົນເຖິງປະຈຸບັນ. ລັກສະນະພິເສດຂອງບັນດາແມ່ຍິງທີ່ຈະກ່າວແມ່ນພວກ ເຂົານອກຈາກຈະຖືພາແລະໃຫ້ກຳເນິດຊີວິດລູກຕົນເອງແລ້ວ, ເຂົາຍັງຖືພາສິ່ງກ້າວໜ້າແລະໃຫ້ກຳເນີດຄວາມຈະເລີນແກ່ສັງຄົມ. ບັນດາລາຍຊື່ລຸ່ມນີ້ ບໍ່ໄດ້ລຽງລຳດັບຄວາມສຳຄັນຂອງບຸກຄົນ:
1. “ຄຼີໂອພາຕຼາ-Cleopatra” ຜູ້ປົກຄອງຄົນສຸດທ້າຍຂອງ ອານາຈັກມາເຊໂດເນຍ ອີຍິບ ສະໄໝບູຮານ. ປະຈຸບັນແມ່ນສ່ວນໜຶ່ງຂອງປະເທດ ກີດສ, ອີຍິບ, ອິຕາລີ, ບາງປະເທດຂອງທະວີບຢູໂຫຼບໃຕ້, ຕູລະກີ ແລະ ອາລັບ. ລືຊື່ກັນວ່າເປັນຄົນທີ່ງົດງາມຫຼາຍ, ສະຫຼາດ, ມີການສຶກສາດ້ານປັດສະຍາ ແລະ ພົວພັນຕ່າງປະເທດ. ດ້ວຍຄວາມສວຍງາມ, ນາງຈິ່ງໃຊ້ຫຼາຍວິທີໃນການ ດຶງດູດເອົາການຊ່ວຍເຫຼືອດ້ານທະຫານຂອງຝ່າຍຊາຍ ເຂົ້າມາຮ່ວມປົກປ້ອງ ບັນລັງ ແລະ ປະເທດ ໃຫ້ລອດພົ້ນຈາກການຮຸກຮານພາຍນອກ.
2. “ແຄເທີລີນ ເດ ແມດີຊີ-Catherine de Medici” ເປັນເມຍຂອງ ເຮັນລີ ດູກ, ພະລາຊາ ປະເທດ ຝຣັງ ທີ່ຂື້ນຄອງລາດໃນ ປີ 1547. ໃນຖານະລາຊີນີ, ນາງ ມີບົດບາດໃນການນຳເອົາ ວັດທະນະທຳຂອງປະເທດ ອິຕາລີເຂົ້າມາຝຣັງ, ເຊັ່ນ: ໂຮງໜັງ ແລະ ອາຫານ. ເມື່ອຜົວເສຍຊີວິດ, ລາວຈິ່ງກາຍເປັນແມ່ຂອງຜູ້ສືບທອດບັນລັງຄົນຕໍ່ໄປ ກ່ອນລູກຊາຍຈະຂື້ນຄອງ. ລາວມີລູກຊາຍທັງໝົດ 10 ຄົນ. ໃນຖານະແມ່ຂອງພະລາຊາອົງຕໍ່ໄປ, ຈິ່ງເຮັດໃຫ້ລາວມີອຳນາດທາງການເມືອງສູງສຸດ, ມີບົດບາດໃນສານສູງ ແລະ ພະຍາຍາມສ້າງອິດທິພົນໃຫ້ແກ່ລາດຊະວົງ.
3. “ລາຊີນີ ອາລີຊາເບັດ I-Elizabeth I” ໄດ້ບໍລິຫານປະເທດໂດຍການສົ່ງເສີມໃຫ້ມີການປະຕິດຮູບໃນລັດຖະບານ, ຫຼຸດຜ່ອນຄວາມຂັດແຍ່ງພາຍໃນ, ສ້າງມູນຄ່າໃຫ້ແກ່ສະກຸນເງີນ ແລະ ຊຸກຍູ້ໃຫ້ເສດຖະກິດທຶນນິຍົມມີການຂະຫຍາຍຕົວ. ເປັນຄົນທີ່ມີການສຶກສາສູງ. ໃນໄລຍະຄອງລາດ, ວຽກງານພົວພັນຕ່າງປະເທດບໍ່ແມ່ນເລື່ອງງ່າຍສຳລັບປະເທດໃນເວລານັ້ນ. ດັ່ງນັ້ນ, ຈິ່ງມັກຖືກພັກດັນໃຫ້ແຕ່ງງານກັບພັນທະມິດ ເພື່ອຜົນປະໂຫຍດທາງການເມືອງ. ແຕ່ກໍ່ປະຕິເສດເລີ້ອຍມາ. ມີຄວາມສຳເລັດຫຼາຍກວ່າຄວາມລົ້ມເຫຼວ. ໃນປະຫວັດສາດຖືກຈາລຶກວ່າ ໃນເວລາທີ່ ລາວຂື້ນຄອງລາດ, ອັງກິດເປັນປະເທດທີ່ເຂັ້ມແຂງໃນທະວີບຢູໂລບ ແລະ ເປັນຍຸກຮຸ່ງເຮືອງທີ່ສຸດຂອງປະເທດອັງກິດ. ຜົນສຳເລັດອັນຍິ່ງໃຫຍ່ແມ່ນການໄດ້ໄຊຊະນະສົງຄາມເໜືອການຮຸກຮານຂອງສະເປນ, ການຄ້າຂາຍຂະຫຍາຍຕົວ ແລະ ມີນັກປາດ, ປັດສະຍາ, ນັກກະວີເກີດຂື້ນຫຼາຍ. ເປັນຕົ້ນແມ່ນ ວິນລຽມ ແຊກສເປຍ (Williams Shakespeare).
4. “ລາຊິນີ ຈິນກ໊າ-Mbande Nzinga” ຈາກປະເທດ ເອັງໂກລາ, ທະວິບອຼາບຝິກາ, ເປັນຄົນທຳອິດທີ່ເລີ່ມຕໍ່ສູ້ກັບເຈົ້າອານານິຄົມປົກຄອງໂດຍ ປະເທດ ປໍຕູການ ເຊິ່ງເພີມອິດທິພົນໃນການມີອຳນາດທຸກໆວຽກງານຂອງປະເທດ. ນາງວ່າຈະບໍ່ຍອມກົ້ມຫົວໃຫ້ແກ່ຣາດຊະວົງ ປໍຕູການ. ໄດ້ຈັດຕັ້ງກອງກຳລັງທະຫານທີ່ມີອິດທິພົນສູງ ແລະ ຍຶດຄອງເມື່ອງສຳຄັນໃນປະເທດ ແລະ ເສີມສາຍພົວພັນກັບພັນທະມິດທີ່ປິດຊ່ອງທາງຂາຍທາດໃຫ້ຕ່າງປະເທດ. ເປັນຕົ້ນແມ່ນໄດ້ຮ່ວມມືກັບ ລາດຊະວົງປະເທດເນເທີແລນ ເພື່ອບໍ່ໃຫ້ ປໍຕູການອອກມີອິດທິພົນຫຼາຍຂື້ນໃນປະເທດ.
5. “ແຄເທລີນ-Catherine I ”, ເປັນພັນລະຍາຂອງ ພະລາຊາ ປີເຕີ ທີ່ໜຶ່ງ ຈາກລັດເຊຍ. ພາຍຫຼັງຜົວເສຍຊີວິດ, ກໍ່ເຮັດໃຫ້ນາງຂື້ນຄອງລາດທັນທີ ຈົນກາຍເປັນບຸກຄົນທີ່ມີອຳນາດເຕັມທີ່ພຽງຄົນດຽວ. ເປັນຄົນທີ່ມີຄວາມໃຝຝັນ ແລະ ສະຫຼາດ. ສິ່ງນີ້ເຮັດໃຫ້ການຄອງບັນລັງຂອງນາງເຕັມໄປດ້ວຍການນຳໃຊ້ແນວຄວາມຄິດທີ່ສະຫຼາດສ່ອງໃສ່ເຂົ້າໃນການປົກຄອງ. ເປັນຕົ້ນມີການປະຕິຮູບກົດໝາຍ, ພັກດັນແນວຄວາມຄິດໃໝ່ໆ, ແລະ ປັບປຸງອົງການຈັດຕັ້ງຂັ້ນແຂວງແລະ ເທດສະບານ.
6. “ອິນທິຣາ ຄານທີ-Indira Gandhi”, ເປັນລູກສາວ ຂອງ ເນຮູ ຄານທີ່ ນາຍົກປະເທດອິນເດຍ. ພາຍຫຼັງພໍ່ຖືກລອບສັງຫານ. ລາວກໍ່ຖືກເລືອກເຂົ້າເປັນສະມາຊິກສະພາ ແລະ ນາຍົກລັດຖະມົນຕີ. ນາງ ໄດ້ສືບຕໍ່ນະໂຍບາຍການປະຕິຮູບທີ່ດິນ ແລະ ທະນາຄານກາງ. ໄດ້ຜ່ານຜ່າວິກິດການເມືອງຫຼາຍບັ້ນ, ເຄີຍຕິດຄຸກ, ຖືກປະທ້ວງຈາກປະຊາຊົນ, ປົດອອກຈາກສະພາຂໍ້ຫາສໍ້ໂກງ ແຕ່ກໍ່ກັບມາຊະນະເລືອກຕັ້ງຄືນ ຈົນກະທັ້ງຖືກລອບຄາດຕະກຳຈົນເສຍຊີວິດ.
7. “ມາກາເຣັດ ເທັກເຊີ-Margaret Thatcher”, ເປັນນາຍົກ ສະຫະລາດອານາຈັກອັງກິດ ຄົນທຳອິດ ແລະ ຄອງຕຳແໜ່ງສາມສະໄໝຊ້ອນ ເຊິ່ງບໍ່ເຄີຍມີໃຜເຮັດໄດ້ໃນສັດຕະວັດທີ່ 21. ເປັນນັກກົດໝາຍ, ຜູ້ແທນປະຊາຊົນ, ລັດຖະມົນຕີຫຼາຍກະຊວງ ແລະ ນາຍົກລັດຖະມົນຕີ. ໄດ້ປະຕິຮູບວິສາຫະກິດໃນລະບົບເສລິນິຍົມ, ຕັດການໃຊ້ຈ່າຍພາກລັດ, ປັບປຸງລະບົບການເງິນ. ຫາງສຽງນິຍົມເລີ່ມເສື່ອມຖອຍເມື່ອແຜນປະຕິຮູບເສດຖະກິດ ກໍ່ໃຫ້ເກີດມີໄພຫວ່າງງານ ຈົນຕ້ອງຍອມລາອອກ. ແນວໃດກໍ່ມີຫຼາຍຜົນງານຝາກໄວ້ຫຼາຍ. ເຊິ່ງກ່ອນຈະໄດ້ຫຼາຍໆໜ້າວຽກ ລາວໄດ້ສະແດງທັດສະນະສູ້ຊົນ, ເຂັ້ມແຂງ ແລະ ບໍ່ລົດລະຄວາມຄິດຕົນເອງງ່າຍໆ. ຈົນຫຼາຍຄົນເອີ້ນວ່າ “ສັດຕຼີເຫຼັກ-The Iron Lady”
ເມື່ອມາເບິ່ງໂອກາດການຂື້ນເປັນການນຳ, ແມ່ຍິງທີ່ກ່າວມາ, ສ່ວນຫຼາຍ ຈະມີເຊື້ອສາຍການນຳມາກ່ອນ. ເຊັ່ນ: ມີພໍ່ເປັນພະລາຊາ, ແຕ່ງງານກັບບຸກຄົນທີ່ມີອຳນາດ. ເຊັນ: ມີຜົວເປັນພະລາຊາ, ຫຼັງຈາກຜົວຕາຍ ລູກຊາຍສືບທອດຍັງນ້ອຍ ດັ່ງນັ້ນແມ່ຈິ່ງກໍາອໍານາດແທນ. ເຖິງລູກຊາຍຈະໃຫຍ່, ແມ່ກໍ່ຍັງມີບົດບາດສູງໃນອຳນາດ. ໃນຍຸກປະຈຸບັນ, ອຳນາດຂອງເມຍ ແລະ ລູກສາວມີບົດບາດສຳຄັນຫຼາຍກັບຜູ້ນຳທີ່ເປັນຜູ້ຊາຍ. ບໍ່ວ່າແມ່ຍິງຈະໄດ້ອຳນາດບໍລິຫານລັດແນວໃດກໍ່ຕາມ, ແມ່ຍິງທີ່ຍົກຂື້ນມານັ້ນ ກໍ່ໄດ້ສະແດງໃຫ້ເຫັນວ່າ: ເຂົາເຈົ້າມີຄວາມສາມາດ ແລະ ເຮັດໄດ້ດີ ຫຼື ດີກວ່າຜູ້ຊາຍ. ຖ້າຫາກເຮົາຂະຫຍາຍໂອກາດໃຫ້ແມ່ຍິງຫຼາຍຂື້ນ, ບໍ່ໝາຍວ່າຜູ້ຊາຍຈະເສຍໂອກາດ “ພຽງແຕ່ເປັນການເປີດໂອກາດໃຫ້ສັງຄົມໄດ້ມີໂອກາດໄດ້ຜູ້ນຳທີ່ເກັ່ງທີ່ສຸດຂອງສັງຄົມ, ບໍ່ແມ່ນເກັ່ງທີ່ສຸດຂອງຝ່າຍຊາຍ”
ບໍ່ໄດ້ໝາຍວ່າແມ່ຍິງທີ່ເປັນການນຳຈະນຳຜົນປະໂຫຍດອັນດີເລີດມາສູ່ສັງຄົມສະເໜີໄປ. ບາງຄົນກໍ່ບໍ່ສາມາດຕຸ້ມຕອມການນຳຝ່າຍຊາຍໃນຫຼາຍລະດັບຈົນເຮັດໃຫ້ເກີດຄວາມແຕກແຍກ ແລະ ແບ່ງອຳນາດ. ແມ່ຍິງມັກມີພາບພົດດີຂອງການເປັນແມ່ທີ່ປົກປ້ອງລູກ. ພາບພົດດັ່ງກ່າວຈະເຮັດໃຫ້ແມ່ຍິງປົກປ້ອງສັງຄົມໃຫ້ເປັນສຸກຄືຄອບຄົວຕົນເອງບໍ່ ຍັງເປັນສິ່ງໂຕ້ຖຽງ. ທິດສະດີຂອງແມ່ແມ່ນເພື່ອແຜ່ລູກໆ. ຫາກແມ່ປະເພດທີ່ເຫັນແຕ່ຄວາມສຳຄັນຂອງລູກຕົນເອງເປັນໃຫຍ່ກໍ່ອາດເປີດໂອກາດໃຫ້ການນຳແມ່ຍິງຄົນນັ້ນ ສວຍໂອກາດສ້າງຮັ່ງຄູນມີໃຫ້ແກ່ຕົນເອງ. ຫາກແມ່ຍິງທີ່ເປັນການນຳ ຄົນທີ່ເຂົ້າໃຈຄວາມຮູ້ສຶກຂອງຄວາມເປັນແມ່ຍິງອີກຫຼາຍລ້ານຄົນທີ່ໃຫ້ການເບິ່ງແຍ່ງລູກໆ, ກໍ່ຈະເປັນໂອກາດໃຫ້ການນຳພາຂອງຍິງຄົນນັ້ນ ສ້າງຜົນປະໂຫຍດໃຫ້ແກ່ສັງຄົມຫຼາຍຂື້ນ. ໃນບົດນີ້ບໍ່ໄດ້ລວມເອົາແມ່ຍິງການນຳລະດັບສູງອີກຫຼາຍຄົນ. ບໍ່ໄດ້ໝາຍວ່າບໍ່ສຳຄັນຈິ່ງບໍ່ເອົາເຂົ້າ ແຕ່ເຫັນວ່າມີຫຼາຍອີ່ຫຼີ່. ຈາກຄົເວົ້າວ່າ “ຫຼາຍອີ່ຫຼີ” ສະແດງໃຫ້ເຫັນວ່າ “ຫາກຍິງໃດມີຄວາມພະຍາຍາມ, ແມ່ນທຸກໆຢ່າງເປັນໄປໄດ້ສະເໜີ”