“ເສນາໝາກຂີ້ກາ” ເປັນໜຶ່ງຄຳສຸພາສິດສອນຄົນລາວມາຫຼາຍຍຸກສະໃໝ. ຄວາມໝາຍຂອງເສນາໝາກຂີ້ກາຄືການຈັດກຸ່ມ ລູກນ້ອງ, ຜູ້ຢູ່ໃຕ້ບັງຄັບບັນຊາ, ຜູ້ເພີ່ງບາລະມີ ຕ່າງພາກັນເຮັດທຸກໆຢ່າງໃຫ້ນາຍພໍໃຈ. ບັນດາພະນັກງານລູກນ້ອງເຫຼົ່ານັ້ນເປັນຫຍັງຈິ່ງຍອມເຮັດທຸກໆຢ່າງເພື່ອບູຊານາຍຕົນເອງ? ເຮົາຈະມາຄົ້ນຫານຳກັນ. ຄວາມພໍ່ໃຈເປັນສິ່ງທີ່ຄົນຕ້ອງການ. ພວກເຮົາບໍ່ມັກຄວາມຜິດຫວັງບໍ່ວ່າຈະໃນສະຖານະການແນວໃດກໍ່ຕາມ. ໂດຍສະເພາະການເຮັດວຽກກັບພະນັກງານທີ່ຢູ່ໃຕ້ບັງຄັບບັນຊາ. ນາຍແຕ່ລະຄົນຈະຕັ້ງຄວາມຄາດຫວັງໃນຜົນງານ ແລະ ຕ້ອງການໃຫ້ລູກນ້ອງເຮັດໜ້າທີ່ເຕັມທີ່. ນາຍບາງຄົນອາດມີຄວາມສັບສົນລະຫວ່າງເປົ້າໝາຍຂອງອົງການ ແລະ ຄວາມຕ້ອງການສ່ວນຕົວ ໃນຕໍ່າແໜ່ງທີ່ເຂົາເຈົ້າດຳລົງ. ຫາກໃຈ້ແຍກບໍ່ອອກ ຈະເກີດມີຄວາມສັບສົນ ແລະ ອາດນຳເອົາຄວາມຄາດຫວັງສ່ວນຕົວອອກມາເປັນຈຸດຢືນ. ຫາກພະນັກງານຜູ້ໃດ ສາມາດເຂົ້າໃຈຄວາມຕ້ອງການຂອງນາຍຄົນໆນັ້ນໄດ້ດີແລ້ວ, ກໍ່ຈະສະໜອງຕາມຄວາມຕ້ອງການສ່ວນບຸກຄົນຂອງນາຍ.
ເຮົາຕ້ອງບໍ່ລື່ມວ່າ ການເກີດຂື້ນຂອງແຕ່ລະອົງການມີຈຸດປະສົງ ແລະ ເປົ້າໝາຍ. ການປະຕິບັດວຽກງານກໍ່ແມ່ນເພື່ອໃຫ້ບັນລຸເປົາໝາຍຂອງອົງການເປັນຫຼັກ. ບຸກຄົນທີ່ນອນໃນແຕ່ລະຕໍ່າແໜ່ງ, ເປັນສ່ວນສ້າງໃຫ້ອົງການບັນລຸຈຸດປະສົງສ່ວນລວມ. ເມື່ອໃດອົງການບໍ່ເຂັ້ມງວດໃນການກວດສອບການປະຕິບັດງານຂອງທຸກໆຕໍ່າແໜ່ງ, ບໍລິສັດ ແລະ ອົງການກໍ່ອາດມີຄວາມສ່ຽງທີ່ຈະບໍ່ໄດ້ຕາມເປົ້າໝາຍທີ່ອົງການຕັ້ງເປົ້າໄວ້. ລະບົບການລະເລີ່ງ ແລະ ປ່ອຍໃຫ້ບຸກຄົນເຮັດຕາມຄວາມຕ້ອງການຂອງຕົນເອງ, ພະນັກງານທີ່ຢູ່ໃນອົງກອນ ແທ່ນທີ່ຈະຮັບໃຊ້ອົງກອນ, ກັບກາຍຕ້ອງມາຮັບໃຊ້ນາຍເປັນຫຼັງ, ເຮັດຕາມຄວາມຕ້ອງການຂອງນາຍແຕ່ລະຕໍ່າແໜ່ງ. ບົນພື້ນຖານວ່າ “ການເອົາໃຈຂອງພະນັກງານເສນາໝາຂີ້ກາ ບໍ່ເປັນຜົນແກ່ສ່ວນລວມ”. ອັນນີ້ ຈິ່ງກໍ່ກາຍເປັນພັກພວກ ແລະ ມີການແບ່ງແຍກໃນອົງກອນ ແລະ ສັງຄົມ. ສິ່ງນີ້ເອງທີ່ກໍ່ໃຫ້ເກີດມີຄວາມແຕກແຍກ, ຂາດຄວາມສາມັກຄີ, ຊິງດີຊິງເດັ່ນ, ຖືວັດຖຸເປັນໃຫຍ່, ເຮັດໃຫ້ພະນັກງານບໍ່ມີຄວາມກະຕືລື່ລົ້ນ, ສ້າງຄວາມຂີ້ຄ້ານມັກງ່າຍ, ບໍ່ໃສ່ໃຈວຽກແຕ່ໃສ່ໃຈນາຍແທນ ແລະ ເຮັດໃຫ້ສັງຄົມບໍ່ເປັນສຸກ.
ພັກປະຊາຊົນປະຕິວັດລາວ ເປັນຕົວຢ່າງອັນດີອັນໜຶ່ງ ເຊິ່ງເກີດຂື້ນໃນຊ່ວງປົດປ່ອຍປະເທດຊາດ. ຫາກມີການບໍລິຫານວຽກງານແບບບໍ່ເປັນທຳ, ບໍ່ໃຫ້ຄວາມຊອບແກ່ຄົນຄວນໄດ້, ບໍ່ໃສ່ໂທດ ຫຼື ລົງລະບຽບແກ່ຄົນທີ່ເຮັດຜິດ ເພື່ອບໍ່ໃຫ້ຄົນອື່ນເອົາເປັນແບບຢ່າງ ກໍ່ຄົງເຮັດໃຫ້ການປະຕິວັດບໍ່ສຳເລັດ. ພັກຍາມໃດ ກໍ່ພັກດັນການຄົ້ນຄິດ ແລະ ການມີສ່ວນຮ່ວມຂອງທີມງານ…ການເຮັດແນວນັ້ນ, ໝາກຜົນຂອງການປະຕິວັດປົດປ່ອຍຊາດຈິ່ງສຳເລັດຜົນ. ໄດ້ຟັງພະນັກງານປະຕິຫວັດຫຼາຍຄົນທີ່ໃກ້ຊິດກັບຜູ້ນໍາລາວ. ໂດຍບໍ່ມີການປຸງແຕ່ງ, ແຕ່ລະຄົນຕ່າງອອກສຽງດຽວກັນວ່າ: ເພີ່ນໜັກແໜ້ນໃນການນຳພາຫຼາຍ. ທັງກໍ່ສ້າງ, ທັງຕຳນິ ແລະ ພ້ອມກັນກ້າວໜ້າ. ບໍ່ມີຄັ້ງໃດທີ່ພະນັກງານເຮັດຜິດແລ້ວຈະບໍ່ທັກທ້ວງເພື່ອກໍ່ສ້າງ ແລະ ບໍ່ມີຄັ້ງໃດຈະປ່ອຍໃຫ້ພະນັກງານເຮັດເພື່ອຜົນປະໂຫຍດຂອງກຸ່ມ, ຫາກແມ່ນຂອງສ່ວນລວມ.
ເສນາໝາກຂີ້ກາ, ໂດຍລວມແລ້ວຈະບໍ່ມີທ່າວ່ານຳຜົນປະໂຫຍດມາໃຫ້ແກ່ອົງກອນ. ເພາະຄົນເຫຼົ່ານີ້ຖືຄວາມຕ້ອງການຂອງຕົນເອງ, ຄົບຄົນມີຜົນປະໂຫຍດນຳເປັນໃຫຍ່. ຫາກອົງການ ຫຼື ບໍລິສັດຂອງທ່ານຕົກໃນກຳມືຂອງຄົນເຫຼົ່ານີ້ ກໍ່ຊຳກັບເອົາລູກສາວຫົວແກ້ວຫົວແຫວນມອບໃຫ້ຊາຍໂຈນທີ່ບໍ່ມີວັນຈະທຸ້ມເທເຮືອແຮງໃນການປົກປັກຮັກສາ. ພະນັກງານທີ່ມີການເຮັດວຽກເພື່ອຜົນປະໂຫຍດສ່ວນຕົວບໍ່ແມ່ນແນວຄວາມຄິດບໍ່ຖືກຕ້ອງ. ທຸກໆຄົນຕ່າງຕ້ອງການຄວາມກ້າວໜ້າ, ຫາກຄວາມກ້າວໜ້າທາງຕໍ່າແໜ່ງອັນເກີດມາຈາກການເອົາໃຈນາຍໃນທາງບໍ່ຖືກຕ້ອງ ກໍ່ຈະບໍ່ສ້າງຜົນປະໂຫຍດຫຍັງໃຫ້ແກ່ອົງກອນ. ກັບກາຍເປັນການສ້າງໂອກາດໃຫ້ຄົນເຫັນຜົນປະໂຫຍດສ່ວນຕົວໄດ້ມີອຳນາດ ທີ່ຈະບໍ່ສ້າງຜົນປະໂຫຍດໃຫ້ແກ່ອົງກອນ, ແຕ່ແມ່ນຕົນເອງ.
ເພື່ອເຮັດໃຫ້ອົງກອນມີຜົນປະໂຫຍດຈາກທຸກໆຕໍ່າແໜ່ງທີ່ທ່ານແຕ່ງຂື້ນ, ລະບົບການກວດສອບປະສິດທິຜົນການເຮັດວຽກສຳຄັນຫຼາຍ. ຄວນມີໜ່ວຍງານສະເພາະກິດມາກວດສອບ ສະພາບການເຮັດວຽກ, ປະເມີນປະສິດທິຜົນ, ໝາກຜົນຂອງວຽກ ແລະ ສ້າງລະບົບຮັດກຸມເພື່ອໃຫ້ແນ່ໃຈວ່າທຸກໆການຕັດສິນໃຈແມ່ນເພື່ອອົງກອນ. ການບໍລິຫານແນວນັ້ນ, ຈະເຮັດໃຫ້ທຸກໆຄົນໃນແຕ່ລະຕໍ່າແໜ່ງ, ນອນໃນກົດລະບຽບ, ຮູ້ໜ້າທີ່ ແລະ ສິ່ງທີ່ຕົນເອງຕ້ອງໄດ້ສ້າງຂື້ນມາເພື່ອເປັນຜົນງານແກ່ອົງການ, ແລະ ພັກດັນການເຮັດວຽກຮັບໃຊ້ອົງການ ຫຼາຍກວ່າບຸກຄົນ.
ສຳລັບການເຮັດວຽກໃນບໍລິສັດເອກະຊົນ, ຍິ່ງຕ້ອງໄດ້ລະວັງ. ການບໍ່ໃສ່ໃຈຄຳສັ່ງຂອງນາຍໝາຍວ່າທ່ານອາດຖືກໄລອອກທັນທີ. ແນວນັ້ນກໍ່ເປັນການດີ ເພາະອາດໝາຍວ່າທ່ານບໍ່ຍອມເຮັດໃນສິ່ງທີ່ຕົນເອງບໍ່ສາມາດປະຕິບັດໄດ້, ອາດນອກເໜືອກົດລະບຽບທີ່ຕົນເອງຍອມຈະປະຕິບັດ. ພົບວ່າ ມີຍິງຫຼາຍຄົນຍອມ ເປັນທີ່ເພີ່ງທາງກາຍແກ່ນາຍ ເພື່ອໄດ້ເຮັດວຽກ. ຍອມເອົາກາຍເພື່ອສ້າງຄວາມນິຍົມຊົມຊອບເພື່ອໃຫ້ໄດ້ເປັນເງິນເດືອນ ເຊິ່ງອາດມີຄ່າເທົ່າກັບເສດເງີນເຫຼົ້າພຽງໜຶ່ງຄືນ. ເມື່ອໃດທ່ານຕົກໃນກໍລະນີແນວນັ້ນ, ຍິງຫຼາຍຄົນອາດຮັບບໍ່ໄດ້. ສຳລັບຜູ້ຊາຍ, ອາດມັກຕິດພັນກັບການເຮັດນອກເໜືອກົດໝາຍ ຫາກເປັນຫຍັງມາແມ່ນຕ້ອງຮັບຄົນດຽວ. ໃນສະຖານະການທີ່ຫຍຸ້ງຍາກດັ່ງກ່າວ, ການປ່ຽນວຽກອາດເປັນຫົນທາງສຸດທ້າຍ ເພື່ອຊອກຄົນທີ່ມີອຸດົມການ ແລະ ສົ່ງເສີມການໃຊ້ຄວາມຄິດສ້າງຜົນງານ ແທນການເຮັດຜິດເອົາໃຈນາຍ.
ລະບົບເສນາໝາກຂີ້ກາເກີດຂື້ນ ບໍ່ແມ່ນຍ້ອນວ່າຄົນບໍ່ມີຈິດສຳນຶກດີ. ຫາກມັນໝາຍເຖິງຄວາມລະເລີ່ງຂອງລະບົບການບໍລິຫານງານ, ການກວດສອບທີ່ອ່ອນແອ່ ແລະ ການປະເມີນການໃຊ້ອຳນາດທີ່ທາງອົງການມອບໃຫ້ແກ່ບຸກຄົນບໍ່ທັນຮັດກຸມ. ເພື່ອເຮັດໃຫ້ລະບົບຖືເຈົ້ານາຍເປັນໃຫຍ່ໝົດໄປ ແລະ ຫັນໃຫ້ທຸກໆຄົນເຮັດເພື່ອອົງກອນ, ຄວນມີລະບົບການສ້າງແຮງຈູງໃຈໃຫ້ຄົນຢູ່ໃນລະບຽບ ແລະ ບູຊາອົງກອນແທນບຸກຄົນ. ເຮັດໄດ້ແນວນັ້ນ, ກໍ່ຈະຍິ່ງສ້າງຄວາມໜັ້ນຄົງແກ່ອົງກອນຫຼາຍຂື້ນ. ທັງເປັນການສ້າງໃຫ້ອົງກອນມີອຳນາດເຂັ້ມແຂງເໜືອບຸກຄົນ.