ທ່ານອາດຕະລືງ, ຫາກໄດ້ຍິນຄົນເລົ່າປະສົບການເຮັດວຽກໃນອາດີດ. ອາດມີຄຳຖາມວ່າ: ເຂົາເກັ່ງແບບນີ້ສະເຫມີເລີຍຫວາ? ເຮັດໄດ້ແນວໃດ? ເຂົາເຮັດໄດ້ຍ້ອນມີພອນສະຫວັນ?
ທ່ານເຄີຍເຂົ້າຮ່ວມສຳມະນາ ແລະ ພົບປະກັບບັນຍາຍ ຜູ້ເລົ່າປະສົບການ ຫຼື ສອນທັກສະໃດໜຶ່ງບໍ່? ໃນຊີວິດຈິງ, ບໍ່ແມ່ນຈະໄດ້ຮັບຟັງ ຫາກຍັງເປັນຊີວິດການເປັນຢູ່ຂອງ ຜູ້ບໍລິຫານຈໍານວນຫນຶ່ງ ທີ່ປະສົບຜົນສຳເລັດ ແລະ ມີຊື່ສຽງໜ້າເຫຼື້ອມໃສຈົນບໍ່ຫນ້າເຊື່ອ ວ່າສິ່ງທີ່ເຂົາເຈົ້າຜ່ານຜ່າເຂົ້າມານັ້ນ ສາມາດແກ້ໄຂໄດ້ແນວໃດ?
ເຄີຍເຂົ້າໄປຮ່ວມການສຳມະນາຂອງນັກຮົົບເກົ່າ ໃຫ້ກຽດມາບັນຍາຍ ການຕໍ່ສູ້, ໄດ້ຟັງແລ້ວ ເປັນຕາໜ້າປະທັບໃຈ. ຫລັງຈາກການບັນຍາຍ ຂ້າພະເຈົ້າມີຄໍາຖາມໃຫມ່ແທນວ່າ “ເຂົາເກັ່ງແບບນີ້ສະເຫມີເລີຍຫວາ?” ພາຍໃຕ້ເວລາສັ້ນໆພຽງຫນຶ່ງຊົ່ວໂມງ, ອາດີດ ນາພົນ ສະແດງໃຫ້ເຫັນວ່າເຂົາມີພອນສະຫວັນພິເສດໃນການເປັນຜູ້ເວົ້າໃນທີ່ສາທາລະນະ, ລາວດຶງເຮົາເຂົ້າໄປເບິ່ງການເມືອງໃນຫ້ອງ ທີມີນັກສຳມະນາກອນມາຮັບຟັງ. ລາວພາເຮົາໄປສູ່ເຫດການການຕໍ່ສູ້ອັນດຸເດືອດ. ປະກາດນະໂຍບາຍ ເປເຣສຕອຍກ້າ ດ້ວຍການແຈ້ງ “ວ່າທ່ານນາຍພົນຕ້ອງໄປຫາສັດຕູລາຍໃຫມ່ແລ້ວລະ” ລາວວາດພາບໃຫ້ເຮົາເຫັນສະພາບການ ໂຈມຕີທາງອາກາດຮອບທໍາອິດໃນຍຸກ ຕໍ່ສູ້ປົດປ່ອຍຊາດ, ສະພາບການເຄັ່ງຕືງຂອງການນຳ ໃນການຊີ້ນຳ ໃນເວລາອັນຂ້ຽວຂາດ. ລາວເວົ້າແບບເປັນກັນເອງ, ບໍ່ແມ່ນສູດສໍາເລັດທີ່ທ່ອງຈໍາແບບນັກການເມືອງ ບໍ່ແມ່ນເວົ້າຍາກໆ, ແບບນັກເທດ, ບໍ່ອາໃສບົດ ແລະ ເພິ່ງເຈ້ຍ, ລາວພຽງເລົ່າເລື່ອງຕ່າງໆ ແລະ ໃນຂະນະລາວເລົ່າເລື່ອງພວກນີ້ ລາວກໍ່ໄດ້ປະສົມປະສານກັບພາວະຜູ້ນໍາ ແລະ ນິດໃສ ທີ່ລຽບງ່າຍເຊິ່ງຖ່າຍທອດໄດ້ສົມບູນແບບ.
ຈຸດແຂງເຊັ່ນນີ້ໜ້າເກງຂາມ, ສໍາລັບຜູ້ຟັງແລ້ວ ຜົນງານຂອງທ່ານນາຍພົນໂດດເດັ່ນລໍ້າ ເກີນກວ່າຈະວິເຄາະແບບທໍາມະດາໄດ້. ຂ້າພະເຈົ້າ ບໍ່ຢາກຖາມວ່າ “ລາວຮຽນເລື່ອງນີ້ມາຈາກໃສ” ເພາະຂ້ອນຂ້າງຈະເຫັນໄດ້ຊັດວ່າສະຖາບັນສອນການເວົ້າແຫ່ງໃດໆ ກໍ່ບໍ່ໜ້າຈະສອນຄົນໄດ້ປານນີ້ “ການເວົ້າເກັ່ງເຊັ່ນນີ້ມາຈາກໃສ” ດັ່ງວ່ານາຍພົນ ຄົນນີ້ ບໍ່ແມ່ນມີແຕ່ປະສົບການ ການຕໍ່ສູ້ ຫາກຍັງເປັນຜູ້ເລົ່າເລື່ອງທີ່ດີອີກ. ເປັນການປາຖະຂະຖາ ທີ່ຖ່າຍທອດຢ່າງໄຮ້ທີ່ຕິແລະລໍ້າເລີດຫຼາຍ. ຜູ້ຄົນໃຫ້ຄວາມສົນໃຈ ແລະ ບໍ່ມີໃຜງ່ວງເຫງົາກັບການຟັງປະຫວັດສາດ.
ຈຸດແຂງທີ່ຫນ້າເກງຂາມນັ້ນບໍ່ຈໍາເປັນຕ້ອງເປັນທາງສິນລະປະສະເຫມີໄປ ການປະຕິບັດໄດ້ເກືອບຈະສົບສົມບູນແບບ ບໍ່ວ່າຈະໃນດ້ານໃດກໍ່ຕາມ ຈະກະຕຸນຄວາມຮູ້ສຶກຕົກຕະລຶງທີ່ຄ້າຍກັນນີ້. ໝູ່ທ່ານເລົ່າເລື່ອງຕາຫຼົກດ້ວຍຈັງຫວະ ແລະໄຫວພິບ ທ່ານກໍ່ຈະສົງໃສວ່າ “ລາວເຮັດໄດ້ແນວໃດ” ໝູ່ຮ່ວມງານຂຽນຈົດໝາຍເຖິງລູກຄ້າໄດ້ຕົງປະເດັນ ແລະ ຫນ້າອ່ານ ທ່ານກໍ່ຈະຖາມໂຕເອງເຊັ່ນດຽວກັນ.
ຄົນເຮົາບໍ່ໄດ້ປະທັບໃຈພຽງແຕ່ “ຄວາມເກືອບຈະສົມບູນແບບ” ຂອງຈຸດແຂງເທົ່ານັ້ນ “ຄວາມສະຫມໍາສະເຫມີ” ກໍ່ຫນ້າຕົກໃຈພໍໆກັນ. ນັກຫຼິ້ນກິລາ ຕິດຕໍ່ກັນຫຼາຍໆພັນຄັ້ງ ເພື່ອເຮັດໃຫ້ ຕົວນັກິລາຄົນໆນັ້ນ ເຮັດແນວທີ່ຄົນອື່ນເຮັດບໍ່ໄດ້. ການມີທັກສະເດັ່ນ, ບໍ່ໝາຍວ່າຈະຕ້ອງເປັນຄົນມີອາຊື່ດັງ. ມັນລວມເອົາການມີທັກສະເດັ່ນໆ ໃນອາຊີບໃດໜຶ່ງ. ເປັນຕົ້ນອາຊີບແມ່ບ້ານ. ແມ່ບ້ານທີ່ດີທີ່ສຸດຄົນຫນຶ່ງ ຂອງບໍລິສັດ ທີ່ສາມາດເຮັດຄວາມສະອາດຫ້ອງກຸ່ມເດີມໆເກົ່າໆ ໃນໂຮງແຮມເກົ່າຫລາຍກວ່າປີ, ລາວສາມາດອານາໄມຫ້ອງໆໜຶ່ງໄດ້ເປັນຢ່າງດີ ພຽງເວລາບໍ່ເກີນ 20 ນາທີ. ລາວທົນເຮັດແບບນັ້ນໄດ້ແນວໃດ? ໄວແທ້.
ບໍ່ວ່າຄໍາຖາມຈະເປັນວ່າ “ຄົນເຮົາສາມາດເຮັດໄດ້ດີຈົນຫຼາຍຄົນປະຫຼາດໃຈ ແມ່ຍຍ້ອນເຂົາເຈົ້າເຝິກອົບຮົມ”
ຫຼື “ຄົນເຮັດໄດ້ດົນຂະຫນາດນີ້ໄດ້ເເນວໃດ?” ການປະຕິບັດໄດ້ເກືອບຈະສົມບູນແບບ ແລະ ສະຫມໍາສະເຫມີທຸກປະເພດນັ້ນ, ເບິ່ງເກືອບຫນ້າຈະຕົກໃຈຫຼາຍກວ່າຈະວິເຄາະຫາສາເຫດ. ແຕ່ແນ່ນອນວ່າຈຸດແຂງເຊັ່ນນີ້ບໍ່ໄດ້ປະກົດຂຶ້ນຢ່າງສົມບູນ ພ້ອມພອນສະຫວັນທີ່ເກີດມາແຕ່ຢ່າງດຽວ. ຈຸດແຂງຂອງແຕ່ລະຄົນນັ້ນຖືກສ້າງຂຶ້ນມາໂດຍພັດທະນາຈາກທັກສະບາງປະເພດທີ່ພິເສດ ໂດຍສະເພາະທ່ານອາດມີທະນະພື້ນຖານໃດໜຶ່ງ ເຫຼົ້ານັ້ນມາໄດ້ດ້ວຍການຝຶກຝົນ ແລະ ຮຽນຮູ້ ເຊັ່ນ: ຄວາມຮູ້ ແລະ ທັກສະວັດຖຸດິບບາງປະເພດ. ຖ້າບວກກັບພອນສະຫວັນ ທ່ານຍິ່ງຈະມີທ່າໄດ້ປຽບຫຼາຍຂື້ນ.