ຮັບໃຊ້ສັງຄົມ ເຮັດວຽກຢ່າງກະຕືລືລົ້ນ ຫຼັງຈາກພັກຍາວ NorKhameMarch 26, 2022014 views “ການບໍ່ຈົດຈໍ່ກັບເປົ້າໝາຍ ຈະເຮັດໃຫ້ຄົນຂາດແຮງບັນດານໃຈ ໃນການສ້າງສັນວຽກງານດີໆປະຈຳວັນ. ການພັກໄລຍະຍາວ ເປັນໂອກາດເຮັດໃຫ້ຄົນລືມເປົ້າໝາຍການເຮັດວຽກ,ເປົ້າໝາຍທຸລະກິດ ຫຼື ແຮງບັນດານໃຈ. ຈະເຮັດແນວໃດໃຫ້ ມີຄວາມກະຕືລືລົ້ນເຮັດວຽກ ພາຍຫຼັງການພັກຍາວ” ສົງການປີໃໝ່ຫາກໍ່ຜ່ານໄປ ປີໃໝ່ປີນີ້ມີການພັກຍາວເປັນພິເສດ. ການພັກດົນໆ ເຮັດໃຫ້ຄົນລືມສະພາບການເຄັ່ງຕຶງຈາກການເຮັດວຽກໄປຊ່ວງໃດໜຶ່ງ ແລະ ໃນບາງຄັ້ງເຮັດໃຫ້ຮູ້ສຶກກາຍເປັນຄົນແປກໜ້າ ເວລາກັບເຂົ້າມາໃນຫ້ອງການ. ຫຼາຍຄັ້ງ ມັນເຮັດໃຫ້ຫຼາຍໆຄົນຍັງຮູ້ສຶກວ່າ ບໍ່ຢາກເຮັດວຽກແບບກະຕືລືລົ້ນຄືເກົ່າ ເພາະຄວາມມ່ວນຊື່ນ ແລະ ສະຖານທີ່ທີ່ໄດ້ເຂົ້າໄປຊົມເຮັດໃຫ້ທ່ານຍັງມີມະໂນພາບອັນດີ ແລະ ກໍ່ຍັງມີຄວາມຊົງຈຳ ແລະ ການດຳລົງຊີວິດທີ່ບໍ່ຕ້ອງກັງວົນກັບເວລາເຂົ້າການ ຫຼື ວຽກທີ່ຈະຕ້ອງໄດ້ສົ່ງໃຫ້ທັນກັບເວລາ. ບັນຫາໜຶ່ງທີ່ຄົນຍັງມີຄວາມຄິດຕິດພັນໃນຊ່ວງເວລາຂອງການພັກແລ້ງກໍ່ຄື ຫຼາຍຄົນອາດຈະເລີ່ມມີຄວາມລຶ້ງເຄີຍກັບເວລາທ້ອງຖິ່ນ ໃນກໍລະນີທີ່ເດີນທາງໄປປະເທດທີ່ມີຄວາມແຕກຕ່າງທາງດ້ານເວລາຈົນເຮັດໃຫ້ເວລາກັບມາປະເທດຂອງຕົນເອງແລ້ວ ອາດຈະນອນບໍ່ຫຼັບ ແລະ ເຮັດໃຫ້ມີຄວາມເມື່ອຍລ້າ ໃນເວລາໄປເຮັດວຽກ. ບາງຄົນເດີນທາງໄປຕ່າງແຂວງ ພໍ່ແມ່ໃນຍາມສົງການ ຫຼື ເພື່ອນຝູງຈົນເຮັດໃຫ້ຍັງມີຄວາມຄິດຮອດຄິດເຖິງເວລາທີ່ຈາກ. ການທີ່ຈະກັບມາມີຄວາມກະຕືລືລົ້ນຄືເກົ່າ ພາຍຫຼັງການພັກສົງການເປັນເວລາອັນດົນອາດຈະບໍ່່ງ່າຍເທົ່າທີ່ຄິດ. ນີ້ເປັນສິ່ງທີ່ຂ້າພະເຈົ້າເຄີຍປະຕິບັດໃນການພັກຍາວທີ່ມີມາກ່ອນ ເຊັ່ນ: ພັກປະຈຳປີ. ພັກຜ່ອນໃຫ້ພຽງພໍ ບາງເທື່ອ ສາເຫດສຳຄັນທີ່ເຮັດໃຫ້ບໍ່ມີແຮງບັນດານໃຈໃນການເຮັດວຽກພາຍຫຼັງການພັກແລ້ງ ແມ່ນເນື່ອງຈາກວ່າຍັງມີຄວາມເມື່ອຍລ້າຢູ່. ມັນກໍ່ແລ້ວແຕ່ຮູບແບບການໄປພັກຜ່ອນ ຫຼື ສະຖານທີ່, ແຕ່ມີຫຼາຍໆຄັ້ງທີ່ບໍ່ຢູ່ລ້າໆ, ຫຼາຍຄົນຕ່າງກໍເດີນທາງ ຫຼື ຫຼິ້ນກິລາ ທຸກໆມື້ ຫຼື ປີນພູ, ເດີນຊົມເມືອງ, ຍ່າງເລາະຫາດຊາຍ, ໂດຍລວມແລ້ວ ຈະມີກິດຈະກຳເຮັດຫຼາຍກວ່າມື້ເຮັດວຽກທຳມະດາ. ດັ່ງນັ້ນ ຈຶ່ງເປັນສາເຫດໃຫ້ຄົນມີຄວາມເມື່ອຍ ແລະ ແນ່ນອນເວລາກັບມາບ້ານອາດເຮັດໃຫ້ຮ່າງກາຍຍັງບໍ່ພ້ອມທີ່ຈະເຮັດວຽກໄດ້ເຕັມທີ່. ດັ່ງນັ້ນ ຄຳແນະນຳກໍ່ຄື: ພັກຜ່ອນໃຫ້ຫຼາຍເທົ່າທີ່ຈະເປັນໄປໄດ້ ຈັກສອງສາມມື້ເປັນຢ່າງໜ້ອຍ ຫຼື ອາດເປັນອາທິດ. ໃຫ້ນອນພັກທ່ຽງ, ນອນໃຫ້ພຽງພໍ, ແລະ ພະຍາຍາມປັບຕົວເທື່ອລະໜ້ອຍ. ນັ້ນບໍ່ໄດ້ໝາຍວ່າບໍ່ໄດ້ເຮັດຫຍັງ, ແຕ່ການພັກຜ່ອນຄວນເປັນສິ່ງຕົ້ນຕໍພາຍຫຼັງການກັບມາຈາກພັກແລ້ງເປັນໄລຍະເວລາດົນໆ. “ການບໍ່ຈົດຈໍ່ກັບເປົ້າໝາຍ ຈະເຮັດໃຫ້ຄົນຂາດແຮງບັນດານໃຈ ໃນການສ້າງສັນວຽກງານດີໆປະຈຳວັນ.” ຊອກເປົ້າໝາຍ ຖ້າຫາກວ່າທ່ານບໍ່ມີແຮງບັນດານໃຈ ສ່ວນໃຫຍ່ແລ້ວມັນມາຈາກວ່າ ທ່ານອາດລືມເປົ້າໝາຍ ທີ່ຕ້ອງໄດ້ເຮັດອັນໃດໜຶ່ງຂຶ້ນມາໃນຫ້ອງການ. ມັນເປັນເຫດຜົນບໍ່ມີການຜັກດັນ ໃຫ້ມີສິ່ງໃດໜຶ່ງ. ສຳລັບທາງແກ້ທີ່ຈະແນະນຳ: ໃຫ້ທ່ານຊອກຫາສິ່ງໃດສິ່ງໜຶ່ງເຮັດ, ສິ່ງໃດກໍ່ໄດ້ທີ່ຊ່ວຍຄົນອື່ນ. ທີ່ຈະເຮັດໃຫ້ມີການປ່ຽນແປງຊີວິດຂອງພວກຄົນ ໃນທາງທີ່ມີຄວາມໝາຍຫຼາຍຂຶ້ນ. ໃຫ້ທ່ານຄົ້ນຄິດກັບສິ່ງທີ່ຈະກໍ່ໃຫ້ມີການປ່ຽນແປງ, ກ່ຽວກັບຄົນໆນັ້ນ. ໃຜໆກໍ່ເປັນແນວດຽວກັນເກືອບໝົດ. ຫຼາຍຄົນຕ້ອງການຊ່ວຍຄົນອື່ນ, ເຖິງແມ່ນວ່າທ່ານຈະເປັນຄົນຂ້ອນຂ້າງເຫັນແກ່ຕົວຫຼາຍປານໃດກໍ່ຕາມ. ໃຫ້ທ່ານ ເຂົ້າໄປຢູ່ໃນສະຖານະການນັ້ນໆ ເພື່ອຊອກຫາເຫດຜົນການເຮັດວຽກ ເພື່ອໃຫ້ມັນມີຄວາມກ້າວໜ້າເລື້ອຍໆ. ສ້າງກິດຈະກຳ ເວລາເຮັດວຽກມັກມີຫຼາຍບັນຫາເຂົ້າມາ ບາງອັນມີຄວາມສັບສົນຈົນເຮັດໃຫ້ບໍ່ຢາກເຮັດຕໍ່ໄປ ຫຼື ບໍ່ຢາກເລີ່ມຕົ້ນເລີຍ. ດັ່ງນັ້ນຄຳແນະນຳຄື: ເຮັດໃນສິ່ງນ້ອຍໆກ່ອນ. ໃນທີ່ສຸດແລ້ວ ມັນຈະກໍ່ຕົວເປັນສິ່ງທີ່ທ່ານຕ້ອງການໃນທີ່ສຸດ. ທ່ານຕ້ອງໄດ້ເຮັດສິ່ງໃດໜຶ່ງ. ສ້າງແຜນການເຮັດວຽກປະຈຳວັນ-ເຮັດແຕ່ນ້ອຍຫາໃຫຍ່-ເຮັດແຕ່ແນວງ່າຍຫາຍາກ. ເມື່ອເຮັດໃນສິ່ງນ້ອຍໆກ່ອນ ທ່ານຈະເຫັນວ່າມັນມີຄວາມງ່າຍດາຍ ແລະ ຈົນເຮັດໃຫ້ບໍ່ເຫັນເຫດຜົນວ່າເປັນຫຍັງ ທ່ານຈະບໍ່ເຮັດມັນຂຶ້ນມາອີກ. ຈະເຫັນໄດ້ວ່າຈາກບັນຫາໃຫຍ່ມັນກັບກາຍມາເປັນບັນຫານ້ອຍ. ແລະ ໃນເວລາທີ່ທ່ານເລີ່ມເຮັດມັນຂຶ້ນມາແລ້ວ, ທ່ານຈະຮູ້ສຶກມີແຮງບັນດານໃຈ. ຈົ່ງເຮັດແນວນັ້ນ ຕໍ່ໄປກັບວຽກອື່ນໆ. ທ່ານຈະເຫັນວ່າການເຮັດສິ່ງນ້ອຍໆ ມັນສາມາດເກີດຂຶ້ນເປັນອັນໃຫຍ່ໄດ້. ເພີ່ມຄວາມຮັບຜິດຊອບ ສຳລັບຂ້າພະເຈົ້າແລ້ວ, ບໍ່ມີຄວາມສັບສົນຫຍັງ ເພາະວ່າຈະບໍ່ມີໃຜມາບັງຄັບໃຫ້ເຮັດ. ການຄວບຄຸມການເຮັດວຽກຂອງຕົນເອງໃນເວລາທີ່ຕົນຕ້ອງການ ສຳລັບຂ້າພະເຈົ້າສາມາດໃຊ້ເວລາຂຽນ ໃນຍາມທີ່ຕ້ອງການ ຫຼື ອາດຈະຂຽນໝົດມື້ກໍ່ໄດ້. ແຕ່ໃນເມື່ອບໍ່ມີໃຜບັງຄັບ ນັ້ນແຫຼະເປັນສິ່ງທີ່ຍາກຫຼາຍ ໃນການເຮັດວຽກ ເພາະຖ້າຫາກ ທ່ານບໍ່ມີຄວາມຮັບຜິດຊອບແລ້ວ ກໍ່ຈະບໍ່ມີຫຍັງເກີດຂຶ້ນມາເລີຍ ຖ້າຫາກຂາດແຮງບັນດານໃຈ. ດັ່ງນັ້ນ ຄຳແນະນຳຂອງຂ້າພະເຈົ້າຄື: ຮຽກຮ້ອງໃຫ້ໃຜຜູ້ໃດໜຶ່ງ ສ້າງໃຫ້ທ່ານເກີດມີຄວາມຮັບຜິດຊອບໃນໜ້າທີ່ວຽກງານ. ເຊັ່ນ ຮຽກຮ້ອງໃຫ້ຄົນໃກ້ຊິດ ຕິດຕາມການເຮັດວຽກປະຈຳວັນຂອງທ່ານ ເປັນປະຈຳ ຫຼື ສ້າງຕາຕະລາງ ສົ່ງວຽກປະຈຳອາທິດ ເຊິ່ງທ່ານອາດຈະເລືອກວັນສຸກເປັນວັນລາຍງານປະຈຳອາທິດ. ແລະ ໃຫ້ເຮັດແນວນັ້ນ ເປັນປະຈຳ. ການເຮັດແນວນັ້ນມັນໄດ້ຜົນສຳລັບຂ້າພະເຈົ້າ. ສາເຫດໜຶ່ງ ທີ່ສິ່ງນີ້ມັນໄດ້ຜົນກໍ່ເນື່ອງຈາກວ່າ ຂ້າພະເຈົ້າບໍ່ຢາກເຮັດໃຫ້ໃຜຜິດຫວັງໃນການເຮັດວຽກຂອງຂ້າພະເຈົ້າ. ສະຫຼຸບ ມີຫຼາຍໆຄັ້ງທີ່ຄົນບໍ່ມີຄວາມກະຕືລືລົ້ນ ໃນຊ່ວງຊີວິດການເປັນມະນຸດ ບໍ່ແມ່ນແຕ່ສະເພາະ ໃນຍາມພັກແລ້ງ ເປັນໄລຍະເວລາອັນດົນໆ. ການນຳໃຊ້ເຕັກນິກເຫຼົ່ານັ້ນ ກໍ່ສາມາດເຮັດໄດ້ດີຄືກັນໃນຫຼາຍໆສະຖານະການ ຂອງການຂາດແຮງບັນດານໃຈ. ຖ້າຫາກທ່ານຕົກໃນສະຖານະການທີ່ຂາດແຮງບັນດານໃຈ ໃນຊ່ວງເວລາໃດໜຶ່ງ, ຈົ່ງລອງພະຍາຍາມ ໃຊ້ເຕັກນິກທີ່ຂ້າພະເຈົ້າໄດ້ຍົກມານີ້ເບິ່ງ ຫຼື ພະຍາຍາມປະສົມປະສານກັບ ເຕັກນິກອື່ນໆ ແລະ ລອງສັງເກດ ເບິ່ງວ່າມັນຈະໄດ້ຜົນຫຼືບໍ່: ພັກຜ່ອນໃຫ້ພຽງພໍ ຄົ້ນຫາເປົ້າໝາຍ, ໂດຍການພະຍາຍາມຊ່ວຍເຫຼືອຜູ້ອື່ນ ເຮັດໃນສິ່ງເລັກໆນ້ອຍໆ ຮຽກຮ້ອງໃຫ້ໃຜຜູ້ໃດໜຶ່ງກວດສອບຄວາມຮັບຜິດຊອບການເຮັດວຽກຂອງທ່ານ ຖ້າຫາກທ່ານກັບເຂົ້າຄືນໄປຢູ່ໃນສະຖານະການ ທີ່ເຄີຍມີຄວາມກະຕືລືລົ້ນຄືເກົ່າແລ້ວ ທ່ານຈະມີຄວາມຮູ້ສຶກດີໆຕາມມາ. ມັນຈະເຮັດໃຫ້ມີຄວາມຄືບໜ້າໄປເລື້ອຍໆ ແລະ ແນ່ນອນຈະເຮັດໃຫ້ທ່ານມີຄວາມສຸກຍິ່ງໆຂຶ້ນ. ທ່ານມີວິທີຮຽກກຳລັງໃຈໃນການເຮັດວຽກກັບຄືນມາແນວໃດຫຼັງຈາກພັກຍາວ? ມາແຊຣ໌ກັນເດີ້! 👇