ໝູ່ … ຜູ້ພາສູ່ຄວາມສຳເລັດ

ການເຮັດທຸລະກິດ ຫຼື ກິດຈະກຳໃດໜຶ່ງໃຫ້ສຳເລັດຜົນ, ໝູ່ຜູ້ໃກ້ຊິດມີອິດທິພົນຫຼາຍຕໍ່ກັບຄວາມສຳເລັດ. ການຄັດສັນພະນັກງານເຂົ້າ ບໍລິສັດ ເປັນຫົນທາງໃນການຄັດເລືອກ ແລະ ສ້າງບຸກຄະລາກອນ ທີ່ມີຄວາມ ສາມາດ ເພື່ອສ້າງຄວາມສຳເລັດໃຫ້ແກ່ບໍລິສັດ.

ມີຫຼາຍໆທິດສະດີໄດ້ພິສູດໃຫ້ເຫັນວ່າ: ຜົນສຳເລັດຂອງ ການດຳເນີນທຸລະກິດຂອງທ່ານ ເກີດມາຈາກ ຄົນທີ່ໃກ້ຊິດທີ່ສຸດ ຫົກຄົນ ທີ່ທ່ານ ມີການພົວພັນເປັນປະຈຳ. ສະນັ້ນ, ທ່ານຄວນຄັດສັນ ແລະ ສ້າງສາຍສຳພັນກັບບຸກຄົນທີ່ຄິດວ່າຈະສ້າງຜົນກຳໄລໃຫ້ແກ່ທຸລະກິດ ຫຼື ການດຳ ເນີນຊີວິດ.

ໃຫ້ທ່ານພິຈາລະນາບໍລິສັດຂອງທ່ານວ່າຄົນທີ່ເຂົ້າມາໃນບໍລິສັດມີຄວາມສາມາດດ້ານວິຊາການຊຳໃດ, ເພື່ອນຮ່ວມງານຄົນອື່ນເດ, ການ ພົວພັນລະຫວ່າງທຸລະກິດຂອງທ່ານ ກັບທຸລະກິດອື່ນໆ ທີ່ທ່ານເຮັດການພົວພັນ ແລະ ຮ່ວມງານ; ພວກເພິ່ນເປັນໃຜ ແລະ ເຮັດໜ້າທີ່ ເປັນແບບໃດ, ມີຈຸດຢືນໃດແດ່ໃນສັງຄົມ. ການຊອກຮູ້ວ່າພວກເພິ່ນມີຄວາມຮູ້ຫຍັງແດ່ ຈະເປັນການວັດແທກ ແລະ ຍົກລະດັບ ມາດຕະຖານ ທີ່ທ່ານສາມາດຄາດຫວັງຈາກເຂົາເຈົ້າໄດ້.

“ຖ້າຫາກທ່ານ ເປັນຄົນທີ່ສະຫຼາດທີ່ສຸດໃນກຸ່ມທີ່ທ່ານພົວພັນແລ້ວ ນັ້ນໝາຍວ່າ ທ່ານຢູ່ໃນກຸ່ມທີ່ ບໍ່ເໝາະສົມອີກຕໍ່ໄປແລ້ວ.”

ເພື່ອນຮ່ວມງານ ຫຼື ຄົນອ້ອມຂ້າງ ຈະຊ່ວຍທ່ານພັດທະນາຕົນເອງ ຖ້າຫາກທ່ານເຄີຍຫຼິ້ນກິລາໃດໜຶ່ງ ແລະ ອາດເຄີຍຫຼິ້ນກັບຄົນທີ່ເກັ່ງກວ່າ ເຊັ່ນ: ກິລາເທັນນິດ. ເມື່ອທ່ານໄດ້ຫຼິ້ນ ກັບຄົນເກັ່ງ ຈະຊ່ວຍໃຫ້ ທ່ານໄດ້ຍົກລະດັບການຫຼິ້ນໃຫ້ສູງຂຶ້ນ. ການຄົບຄົນກໍ່ເຊັ່ນດຽວກັນ, ຖ້າທ່ານສາມາດດຶງຄົນມີຄວາມສາມາດ ເຂົ້າມາໃນ ທີມງານແລ້ວ ຈະເຮັດໃຫ້ທ່ານໄດ້ຜົນປະໂຫຍດຫຼາຍໆອັນ ທັງຍັງໄດ້ຮຽນນຳພວກເພິ່ນອີກ.

ຂ້າພະເຈົ້າພົບວ່າໃນອະດີດການເຮັດວຽກ ມີຄວາມກົດດັນຫຼາຍໃນເວລາທີ່ເຮັດວຽກກັບຄົນທີ່ມີປະສົບການ ບາງຄົນນັບປີຫຼາຍກວ່າອາຍຸ ຂອງຕົນເອງ ທັງຍັງມາຈາກສະຖາບັນການສຶກສາທີ່ດີ ແລະ ມີຊື່ສຽງ ໂດ່ງດັງ. ແຕ່ໃນເວລາດຽວກັນ, ຂ້າພະເຈົ້າກໍ່ມັກຈະໄດ້ບົດຮຽນໃໝ່ໆ, ວິທີຄົ້ນຄິດ ແລະ ການຕັດສິນໃຈທີ່ແຕກຕ່າງອອກໄປຈາກທີ່ເຄີຍເຮັດ.

ເພື່ອນອ້ອມຂ້າງມັກຈະຍົກລະດັບສູ່ຄວາມສາມາດໃໝ່ ເພື່ອນອ້ອມຂ້າງທ່ານສະໜອງການຊ່ວຍເຫຼືອ ແລະ ໂອກາດການພັດທະນາຕົນເອງ ເພື່ອໃຫ້ທ່ານສາມາດພັດທະນາຕົນເອງ ສູ່ລະດັບສູງ ຂຶ້ນບໍ່? ຖ້າຫາກທ່ານມີແຕ່ພົວພັນກັບຄົນໃນເຄືອຂ່າຍທີ່ມີຄວາມສາມາດໃກ້ຄຽງກັນ ຫຼື ດ້ອຍກວ່າ, ກໍ່ຈະເຮັດໃຫ້ທ່ານ ບໍ່ໄດ້ຮຽນຮູ້ຫຍັງໃໝ່ໆ. ສິ່ງທີ່ທ່ານຕ້ອງການແມ່ນ ກຸ່ມຄົນທີ່ຈະມາຊ່ວຍທ່ານແກ້ໄຂບັນຫາທີ່ທ່ານບໍ່ສາມາດເຮັດໄດ້ ຫຼື ເປັນກຸ່ມຄົນ ທີ່ເຕັມໄປດ້ວຍ ຄວາມຮູ້ຫຼາຍຢ່າງ. ຄົນທີ່ທ່ານຕ້ອງການຄວນເປັນຜູ້ທີ່ມີທັກສະ, ປະສົບການ ແລະ ເປັນກຸ່ມຄົນທີ່ໄດ້ຜ່ານຜ່າ ແລະ ເຫັນຄວາມສຳເລັດມາກ່ອນ. ຖ້າຫາກທ່ານ ເປັນຄົນທີ່ສະຫຼາດທີ່ສຸດໃນກຸ່ມທີ່ທ່ານພົວພັນແລ້ວ ນັ້ນໝາຍວ່າ ທ່ານຢູ່ໃນກຸ່ມທີ່ ບໍ່ເໝາະສົມອີກຕໍ່ໄປແລ້ວ.

ກຸ່ມເພື່ອນມິດສ້າງແຮງບັນດານໃຈ ໃນທ່າມກາງທີ່ທ່ານກຳລັງເດີນທາງສູ່ຄວາມສຳເລັດ ທ່ານຈະພົບພໍ້ກັບອຸປະສັກຫຼາຍຢ່າງ, ສິ່ງລໍ້ໃຈ ແລະ ບັນຫາ ທີ່ຈະເຮັດໃຫ້ທ່ານ ສູນເສຍຄວາມຕັ້ງໃຈ. ໃນຍາມດັ່ງກ່າວທ່ານຕ້ອງການກຸ່ມຄົນອ້ອມຂ້າງທີ່ ຈະຊ່ວຍພັກດັນ ແລະ ໃຫ້ກຳລັງໃຈ. ກຸ່ມຄົນດັ່ງກ່າວ ອາດແມ່ນຜູ້ອຳນວຍການບໍລິສັດໃດໜຶ່ງ, ຄົນໃນຄອບຄົວ, ຄູ-ອາຈານ, ແລະ ເພື່ອນມິດ. ເປັນກຸ່ມຄົນທີ່ອາດ ເຄີຍຜ່ານຜ່າ ຄວາມຫຍຸ້ງຍາກ ມາກ່ອນ ເຊິ່ງພ້ອມແລ້ວທີ່ຈະນຳສະເໜີທິດທາງ ແລະ ຍົກລະດັບຄວາມສາມາດຂອງທ່ານ.

ເຖິງເວລາແລ້ວທີ່ຕ້ອງສ້າງຕາໜ່າງເຄືອຂ່າຍໃຫ້ແຂງແກ່ນ ໃຫ້ທ່ານລອງສັງເກດເບິ່ງກຸ່ມຄົນໃກ້ຊິດໃນ ຫົກຄົນ ທີ່ທ່ານສະໜິດສະໜົມ ແລະ ເຮັດວຽກນຳປະຈຳ. ພວກເຂົາມີຄວາມສຳຄັນແນວໃດ ໃນການສ້າງສັນຜົນງານຂອງທ່ານ? ເປັນກຸ່ມຄົນທີ່ກຳລັງດຶງທ່ານລົງ ຫຼື ພັກດັນໃຫ້ທ່ານກ້າວໜ້າ? ພວກເຂົາໃຫ້ການສະໜັບສະໜູນ ແລະ ຍົກລະດັບການເຮັດວຽກງານຂອງທ່ານບໍ່? ຖ້າບໍ່ ກໍ່ເຖິງເວລາທີ່ທ່ານຈະຕ້ອງຊອກຫາ ແລະ ສ້າງສາຍພົວພັນກັບ ກຸ່ມຄົນໃໝ່ ເພື່ອທຸລະກິດ ແລະ ການພັດທະນາຊີວິດ. ຖ້າບໍ່ດັ່ງນັ້ນ ທ່ານກໍ່ຈະບໍ່ກ້າວໄປໜ້າ.

ລອງນຶກເຖິງໝູ່ 5 ຄົນທີ່ທ່ານສະໜິດທີ່ສຸດໃນຕອນນີ້, ເຂົາເຈົ້າກຳລັງພາທ່ານກ້າວໄປສູ່ເປົ້າໝາຍໃນທາງໃດ? ມາແບ່ງປັນແນວຄິດນຳກັນ! 👇

Related posts

ຈົບເກມ

ວິທີຫາຄະນະບໍລິຫານບໍລິສັດ

ເລືອກຄົນ ເຂົ້າໃນຄະນະນຳບໍລິສັດ