ຄ່າຂອງຊາຍ

ທ່ານ​ຄຸ້ນກັບ​ເພງ​ນີ້ບໍ່? “… ທັງ​ໃຫຍ່ ທັງ​ຍາວ ທັງ​ຂາວ​ ທັງ​ເທ້ ​ໂອ້​ຍຈັ່ງ​ແມ່ນ​ເດ ຈັ່ງ​ແມ່ນ​ເດ່​ຖືກ​ໃຈ …” ປີ​​​​ໃໝ່ ລາວ 2015 ​ເປັນ​ຊ່ວ​ງ​ເວລາ​ທີ່​ຂ້າພະ​ເຈົ້າ ຂຸ້ນຂ້ຽວກັບ​ການ​ຂຽນ ​ແລະ ສະ​ສາງວຽກຄ້າງ​ຫຼາຍອັນ. ​​ແຕ່ເສຍສະມາທິ ແລະ ໃຈຮ້າຍຍ້ອນເພງນີ້ຫຼາຍ.

ທຳ​ມະ​ດາ​ແຖວ​ບ້ານ​ຈະ​ສະຫງົບ​ຫຼາຍ ​ແຕ່​ຍົກ​ເວັ້ນປີ​​ໃໝ່ ​ແຕ່​ປີນີ້ບໍ່ຄື​ຜ່ານ​ມາ. ຈະ​ມີ​ສຽງ​ເພງດັງ ​ເປັນ​ທຳ​ມະ​ດາ. ​ປະມານ​ເວລາ 10:00-11:00 ​ໂມງ​ເຊົ້າ ນີ້​ແຫຼະ ເລີ່​ມມີ​ເພງ​ແຕ່ປະກົດ​ວ່າ ​ເມື່ອ​ເພງ:​ “… ..ທັງ​ໃຫຍ່ ທັງ​ຍາວ ທັງ​ຂາວ​ ທັງ​ເທ້ ​ໂອ້​ຍຈັ່ງ​ແມ່ນ​ເດ ຈັ່ງ​ແມ່ນ​ເດ່​ຖືກ​ໃຈ … .. ” ເພິ່ນ​ພາກັນ​ຟັງ​ເພງ​ນີ້ດົນ​ຜິດ​ປົກກະຕິ. ຂ້າພະເຈົ້າຈຶ່ງໄດ້ລຸກຂຶ້ນມາທົບທວນເບິ່ງວ່າ ຄ່າຂອງຊາຍ ມັນວັດກັນທີ່ຮູບຮ່າງພາຍນອກແທ້ຫຼື?

ຄວາມຈິງແລ້ວ ແມ່ຍິງຫຼາຍຄົນອາດຈະມີຄວາມສົນໃຈໃນຮູບຮ່າງພາຍນອກໃນຕອນຕົ້ນ, ແຕ່ສິ່ງທີ່ດຶງດູດ ແລະ ມັດໃຈແມ່ຍິງໄດ້ແທ້ໆຄື ຄຸນສົມບັດພາຍໃນ. ຜູ້ຊາຍທີ່ມີຄວາມເປັນຜູ້ນຳ, ມີຄວາມຮັບຜິດຊອບ, ແລະ ສາມາດເບິ່ງແຍງປົກປ້ອງຄອບຄົວໄດ້ ຈຶ່ງຈະເປັນຜູ້ຊາຍທີ່ມີຄຸນຄ່າແທ້ຈິງ. ການໃຫ້ກຽດ ແລະ ການຮູ້ຈັກຟັງ ກໍ່ເປັນສະເໜ່ອີກຢ່າງໜຶ່ງທີ່ເຮັດໃຫ້ຜູ້ຊາຍເບິ່ງດີໃນສາຍຕາແມ່ຍິງ. ທ່ານສາມາດພັດທະນາຊົ່ວໄລຍະເວລາສັ້ນໆ ແລະ ກັບມາສົບຕາ ຫຼື ​ເບິ່ງ​ພາສາ​ກາຍ​ຂອງ​​ແມ່ຍິງ ແລະ ສົນທະນາຕໍ່ໄປ.

“ຄວາມຈິງແລ້ວ ແມ່ຍິງຫຼາຍຄົນອາດຈະມີຄວາມສົນໃຈໃນຮູບຮ່າງພາຍນອກໃນຕອນຕົ້ນ, ແຕ່ສິ່ງທີ່ດຶງດູດ ແລະ ມັດໃຈແມ່ຍິງໄດ້ແທ້ໆຄື ຄຸນສົມບັດພາຍໃນ. ຜູ້ຊາຍທີ່ມີຄວາມເປັນຜູ້ນຳ, ມີຄວາມຮັບຜິດຊອບ, ແລະ ສາມາດເບິ່ງແຍງປົກປ້ອງຄອບຄົວໄດ້ ຈຶ່ງຈະເປັນຜູ້ຊາຍທີ່ມີຄຸນຄ່າແທ້ຈິງ.”

ບໍ່ຫວັງຜົນຕອບແທນ ຄວາມເພື່ອແຜ່ແບບບໍ່ຫວັງຜົນຕອບແທນ ເປັນລັກສະນະທີ່ແມ່ຍິງຕ້ອງການຫຼາຍ. ເພາະສັງຄົມລາວ ນອກຈາກຈະໃຫ້ການຊ່ວຍເຫຼືອໃນຄອບຄົວແລ້ວ ອາດຍັງຕ້ອງໄດ້ຊ່ວຍພໍ່ເຖົ້າແມ່ເຖົ້າ ແລະ ພີ່ນ້ອງຕ່າງໆ. ການເຮັດສິ່ງໃດໜຶ່ງທີ່ບໍ່ຫວັງຜົນຕອບແທນໃຫ້ແມ່ຍິງເຫັນແລ້ວນອກຈາກຈະສ້າງຄວາມນັບຖືແລ້ວ ຍັງເປັນການສະແດງທັດສະນະທີ່ດີໃນສັງຄົມແລະ ເປັນການສ້າງໃຫ້ຕົວຜູ້ຊາຍຄົນໆນັ້ນ ຮູ້ສຶກດີໆ ກັບຕົນເອງ. ມີການວິໄຈພົບວ່າ ຄວາມກະລຸນານັ້ນ ເປັນການຫຼຸດຜ່ອນສານພິດໃນຮ່າງກາຍທີ່ເປັນອັນຕະລາຍ ແລະ ເຮັດໃຫ້ຄົນໆນັ້ນຮູ້ສຶກມີຄວາມສຳຄັນໃນສັງຄົມຫຼາຍຂຶ້ນ.

ຕະຫຼົກ ຂໍ້ນີ້ແມ່ຍິງຈະມັກຫຼາຍ ເພາະຄວາມຄິດຂົບ​ຂັນ ຈະເຮັດໃຫ້ແມ່ຍິງນັ້ນ ມ່ວນຊື່ນກັບການສົນທະນາ. ແຕ່ລະວັງຢ່າສ້າງຄວາມຕະຫຼົກ ດ້ວຍການດູຖູກ ຫຼື ເຮັດໃຫ້ຄົນອື່ນເສຍໜ້າ ເຊິ່ງອາດຈະເປັນຜົນລົບຫຼາຍກວ່າ.

ສຳລັບທ່ານແລ້ວ, ສະເໜ່ທີ່ດຶງດູດໃຈທີ່ສຸດຂອງຜູ້ຊາຍ ແມ່ນຢູ່ທີ່ຈຸດໃດ? ມາຄອມເມັ້ນບອກເຮົາແດ່! 👇

Related posts

ຫຼົງໃຊ້ຂອງປອມ