ຢຸດຮຽນຢຸດສະຫຼາດ

ຄວາມ​ສາມາດ​ລູກຫຼານຂຶ້ນກັບ​ຄູ​ສອນ​ເປັນ​ສ່ວນ​ໜຶ່ງ, ອີກ​ສ່ວນໜຶ່ງ​ແມ່ນ​ຄວາມ​ສາມາດ​ໃນ​ການ​ຮໍ່າຮຽນຂອງ​ຕົວ​ນັກຮຽນ​ເອງ. ການ​ພັດທະນາ​ຄວາມ​ສາມາດ​ໃນ​ການ​ສຶກສາ​ເອງ​ເປັນ​ສິ່ງ​ທີ່​ພໍ່​ແມ່​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ຜັກ​ດັນ.

ຄວາມຢາກຮຽນແລະຊອກຮູ້ເຮັດໃຫ້ຄົນສະຫຼາດໃນວັນນີ້, ສະຫຼາດຂຶ້ນ. ຄົນຈົບການສຶກສາສູງໆ, ຫາກຢຸດການຮຽນແລ້ວກໍ່ຍາກໃນການທີ່ຈະເຂົ້າໃຈບັນຫາສັງຄົມ ແລະ ເຕັກນິກການນຳໃຊ້ເຂົ້າໃນການເຮັດວຽກແບບໃໝ່. ຄວາມສາມາດໃນການຮຽນຕໍ່ຫຼັງຈົບການສຶກສາ, ຈະເປັນປະຕູເບິກທາງໃຫ້ແກ່ການເຂົ້າໃຈບັນຫາ, ການຄົ້ນຄ້ວາສິ່ງທີ່ເໝາະສຳລັບຕົນເອງ ແລະ ທັງຍັງຈະໄດ້ມີການປັບຕົວກັບຕົວຈິງ.

ກ້າວ​ເຂົ້າມາ​ສັດຕະ​ວັດ​ທີ່ 21, ​ໂຄງ​ສ້າງ​ເສດຖະກິດ​ໄດ້​ມີ​ການ​ປ່ຽນ​ແປງ. ຮູບ​ແບບ​ການ​ນຳ​ໃຊ້​ເຕັກນິກ​ການ​ຊື້ຂາຍ, ການ​ຜະ​ລິດ, ການ​ຕະຫຼາດ, ການ​ຂົນ​ສົ່ງ, ການ​ບໍລິຫານ ​ແລະ ວິຖີ​ຊີວິດ​ການ​ເປັນ​ຢູ່​ໄດ້​ຕິດ​ພັນ​ກັບ​ເຄື່ອງມື​ທັນ​ສະ​ໄໝ. ເພື່ອຮັບມືກັບການປ່ຽນແປງດັ່ງກ່າວ ແລະ ໃຫ້ປະສົບຜົນສຳເລັດ, ນັກຮຽນ ຫຼື ຄົນເຮັດວຽກ ຈຳເປັນຕ້ອງໄດ້ພັດທະນາ ແລະ ຍົກລະດັບຄວາມຮູ້ ຄວາມສາມາດຂຶ້ນເລື້ອຍໆ. ທັກສະທີ່ຕະຫຼາດແຮງງານຕ້ອງການມີດັ່ງນີ້:

ຄວາມສາມາດໃນການຄົ້ນຄິດ: ຄວາມຮູ້ ແລະ ຄວາມສາມາດໃນການປະສົມປະສານຫຼາກຫຼາຍສິ່ງທ້າທາຍ ແລະ ສາມາດນຳໃຊ້ຂໍ້ມູນແກ້ໄຂບັນຫາ. ເປັນຕົ້ນແມ່ນຄວາມສາມາດ ໃນການຄົ້ນຄິດແບບຕຶກຕອງເຫດຜົນ, ຮູ້ຈັກວິໄຈ ແລະ ປະເມີນສະຖານະການ, ມີຄວາມຄິດ ແລະ ຮູ້ຈັກວິທີໜູນໃຊ້ຂໍ້ມູນເພື່ອສ້າງການຕອບໂຕ້ທີ່ຊານສະຫຼາດ ແກ່ບັນຫາທີ່ເກີດຂຶ້ນ. ການຄິດສ້າງສັນ ແມ່ນຄວາມສາມາດໃນການມະໂນພາບ ແລະ ນຳໃຊ້ວິວັດທະນາການທີ່ຫຼາກຫຼາຍ ເຂົ້າໃນຮູບແບບໃໝ່ ຂອງການແກ້ໄຂບັນຫາ, ການຕອບຄຳຖາມ ຫຼື ການສະແດງອາລົມ ເປັນທາງຄວາມໝາຍ ດ້ວຍຫຼາກຫຼາຍວິທີສື່ສານ, ການເຊື່ອມຕໍ່ຫຼາກຫຼາຍເຫດການ ແລ້ວນຳກັບມາສ້າງເປັນຄວາມຮູ້ອັນໃໝ່. ການສື່ສານ ແລະ ການປະສານງານລວມເອົາທັງລະດັບອົງການ ແລະ ບຸກຄົນເພື່ອຊອກຫົນທາງແກ້ໄຂ.

“ຄວາມຢາກຮຽນແລະຊອກຮູ້ເຮັດໃຫ້ຄົນສະຫຼາດໃນວັນນີ້, ສະຫຼາດຂຶ້ນ. ຄົນຈົບການສຶກສາສູງໆ, ຫາກຢຸດການຮຽນແລ້ວກໍ່ຍາກໃນການທີ່ຈະເຂົ້າໃຈບັນຫາສັງຄົມ ແລະ ເຕັກນິກການນຳໃຊ້ເຂົ້າໃນການເຮັດວຽກແບບໃໝ່.”

ບຸກຄະລິກກະພາບທີ່ດີເລີດ: ແມ່ນລວມເອົາວິທີຂອງນັກຮຽນວ່າ ຈະສາມາດປ່ຽນແປງໄປຕາມສະພາບແວດລ້ອມທີ່ອາດເກີດມີການປ່ຽນແປງຢ່າງບໍ່ທັນຕັ້ງຕົວ. ເປັນຕົ້ນການປ່ຽນແປງສະຖານະການຕ່າງໆທີ່ມັກເກີດຂຶ້ນ ໃນຂົງເຂດການເງິນ, ສັງຄົມ ແລະ ສະພາບແວດລ້ອມທາງທຳມະຊາດ ແລະ ເຕັກໂນໂລຊີ. ການເປັນຄົນມີຫຼັກການ ໃນການປະຕິບັດ ແລະ ການກ້າຕັດສິນໃຈ. ການເປັນຜູ້ນຳກໍ່ສຳຄັນ, ແມ່ນການສ້າງ ແລະ ສົ່ງຕໍ່ອິດທິພົນແນວຄວາມຄິດ ໃຫ້ແກ່ໝູ່ຄະນະ ແລະ ນຳພາໃຫ້ເກີດມີການປ່ຽນແປງ ດ້ວຍຄວາມຮັບຜິດຊອບສູງ.

ປັດຈຸບັນນີ້ທ່ານກຳລັງຮຽນຮູ້ທັກສະໃໝ່ໆອັນໃດຢູ່ແດ່? ມາແບ່ງປັນຄວາມຮູ້ກັນເດີ້! 👇

Related posts

ສັງຄົມຊັ້ນສູງ

ຂໍລອງເຮັດອີກຄັ້ງ

ຊີວິດບໍ່ມີຂອບເຂດ