ຮັບໃຊ້ສັງຄົມ ຢ່າປ່ອຍໃຫ້ເຫດຮ້າຍ ຢຸດຄວາມຝັນ NorKhameMarch 26, 2022011 views ສະຖານະການທີ່ຫຍຸ້ງຍາກ ເປັນເຫດຜົນຫຼັກທີ່ເຮັດໃຫ້ ຄົນຢຸດສ້າງຄວາມຝັນໃຫ້ເປັນຈິງ. ມັນ ເປັນຂໍ້ອ້າງຂອງຄົນຫຼາຍໆຄົນ ທີ່ມັກຕຳນິສະຖານະການທີ່ບໍ່ດີວ່າ ເປັນສາເຫດ ທີ່ເຮັດໃຫ້ຕົນ ເອງ ບໍ່ສາມາດດຳເນີນງານ ຫຼື ສ້າງສິ່ງໃດໜຶ່ງຂຶ້ນມາໄດ້ ຫຼື ສານຝັນໃຫ້ເປັນຈິງ. ຄົນແຕ່ລະຄົນຕ່າງກໍ່ເຈິກັບຄວາມຫຍຸ້ງຍາກເປັນຫຼາຍໆຄັ້ງ, ບາງຄົນມີບັນຊີເລົ່າເຫດ ການຮ້າຍ ໆທີ່ເກີດ ຂຶ້ນກັບຕົນເອງມານັບບໍ່ຖ້ວນ. ຂ້າພະເຈົ້າ ບໍ່ເອີ້ນເຫດການຮ້າຍໆນັ້ນວ່າ ເປັນການສິ່ງ ກີດຂວາງຄວາມກ້າວໜ້າ ແຕ່ມັນເປັນຫົນທາງໃນການຊອກໂອກາດໃນການຜ່ານຜ່າ. ໃນເວລາ ທີ່ສຶກສາ ແລະ ຮຽນຮູ້ການອອກຈາກເຫດການນັ້ນ ມັນເປັນການເຂົ້າສູ່ການຮຽນຮູ້ແບບໃໝ່ໆ. “ສະຖານະການທີ່ບໍ່ດີໃນປະຈຸບັນຈະບໍ່ມີອິດທິພົນຫຍັງກັບຊີວິດຂອງທ່ານໃນອະນາຄົດ ຖ້າຫາກ ໃນຈິດໃຕ້ສຳນຶກຍັງລະລຶກແນວດີໆທີ່ຈະມີ ເຂົ້າມາໃນຊີວິດ.” ບາງຄັ້ງຄວາມຈຳກັດຂອງຄົນໃນດ້ານໃດໜຶ່ງອາດບໍ່ໝາຍວ່າ ມັນຈະເປັນສິ່ງກີດ ຂວາງຫຼື ເຮັດໃຫ້ ຄົນບໍ່ປະສົບຜົນສຳທາງດ້ານ ທຸລະກິດ ຫຼື ການເງິນ ຫຼື ອາຊີບໃດໜຶ່ງ. ນັກທຸລະກິດທີ່ປະສົບຜົນ ສຳເລັດຫຼາຍຄົນ ກໍ່ເລີ່ມມາຈາກການເປັນຄົນລົ້ມລະລາຍມາແລ້ວ. ອັນສຳຄັນແມ່ນທັດສະນະ ຕໍ່ກັບບັນຫາ ທີ່ຕົນເອງກຳລັງປະເຊີນຢູ່ ວ່າມັນເປັນອຸປະສັກທີ່ຂ້າມບໍ່ໄດ້ ຫຼື ເປັນສິ່ງທ້າທາຍ. ຖ້າຫາກທ່ານເປັນຄົນໜຶ່ງທີ່ກຳລັງພົບພໍ້ກັບບັນຫາດັ່ງກ່າວ ແລະ ຢາກສ້າງຝັນໃຫ້ເປັນຈິງ ທ່ານ ຕ້ອງໄດ້ພິຈາລະນາດັ່ງນີ້: ເບິ່ງໃນສິ່ງທີ່ທ່ານມີ ໃນເວລາທີ່ສູນເສຍ ຫຼື ພົບພໍ້ກັບສະຖານະການທີ່ບໍ່ດີ ມັນຈະເຮັດໃຫ້ຄົນໆໜຶ່ງເບິ່ງແຕ່ສິ່ງທີ່ຕົນ ເອງຂາດເຂີນ. ສິ່ງນັ້ນມັນຈະເຮັດໃຫ້ທ່ານ ມີຄວາມຄິດກົດດັນຕົນເອງຫຼາຍຂຶ້ນ ແລະ ຮູ້ສຶກອ່ອນ ແອລົງໄປ. ແທນທີ່ຈະຄິດໃນແງ່ນັ້ນ ທ່ານຕ້ອງກັບມາເບິ່ງໃນສິ່ງທີ່ທ່ານຍັງມີຢູ່ ເຊັ່ນ: ເພື່ອນ ມິດທີ່ເຂົ້າໃຈ, ພໍ່ແມ່ທີ່ຍັງໃຫ້ກຳລັງໃຈ, ບ້ານພັກອາໄສທີ່ອົບອຸ່ນ, ສຸຂະພາບທີ່ຍັງແຂງແຮງ ຫຼື ອື່ນໆ. ທຸກໆຄົນຍັງມີສິ່ງດີໆເຫຼືອຢູ່ໃນຊີວິດ ຕ່າງແຕ່ບໍ່ຍອມຮັບມັນ ໃນຍາມທີ່ຈິດໃຈ ອ່ອນແອ ເທົ່ານັ້ນເອງ. ຕົນເອງຍັງມີແນວ ດີໆທີ່ຄົນອື່ນອາດບໍ່ມີ ແລະ ການເບິ່ງຈາກຈຸດທີ່ຕົນເອງມີນັ້ນ ມັນເປັນຫົນທາງໃນການເລີ່ມສ້າງສິ່ງໃໝ່ໄດ້ອີກ ແລະ ກ້າວສູ່ເວທີຂອງຄວາມສຳເລັດ. ສ້າງການສົນທະນາໃນທາງບວກ ແທນທີ່ທ່ານຈະລະລຶກວ່າ ສະຖານະການທີ່ທ່ານພົບພໍ້ນັ້ນມັນຮ້າຍແຮງຊຳໃດ, ທ່ານກໍ່ບໍ່ຄວນ ຄິດວ່າມັນ ເປັນຈຸດ ທີ່ທ່ານຈະເປັນແນວນັ້ນໃນຕໍ່ໜ້າ. ການສືບຕໍ່ເວົ້າສະຖານະການ ທີ່ທ່ານ ຫວັງຢາກ ໃຫ້ເກີດຂຶ້ນ ໃນຕໍ່ໜ້າ ຫຼື ລະລຶກວ່າທ່ານມີສິ່ງດີໆໃນຊີວິດ ຫຼື ມີຄວາມສາມາດພິເສດ ມັນຈະເຮັດໃຫ້ທ່ານໄດ້ ແລະ ພົບພໍ້ກັບສິ່ງທີ່ທ່ານຕ້ອງການໃນອະນາຄົດ. ແນ່ນອນການເວົ້າຊື່ໆ ແລະ ຄວາມເຊື່ອມັນຈະບໍ່ຊ່ວຍຫຍັງ ແຕ່ທ່ານຕ້ອງປະກອບດ້ວຍແຜນໄລຍະສັ້ນ, ກາງ ແລະ ຍາວເພື່ອເຮັດວຽກໃຫ້ມີປະສິດທິຜົນ. ສະຖານະການທີ່ບໍ່ດີໃນປະຈຸບັນຈະບໍ່ມີອິດທິພົນຫຍັງກັບຊີວິດຂອງທ່ານໃນອະນາຄົດ ຖ້າຫາກ ໃນຈິດໃຕ້ສຳນຶກຍັງລະ ລຶກແນວດີໆທີ່ຈະມີ ເຂົ້າມາໃນຊີວິດ. ໃກ້ຊິດກັບຄົນມີຄວາມຄິດບວກ ການຢູ່ໃກ້ກັບຄົນທີ່ມີຄວາມຫວັງໃນຊີວິດ, ມັນຈະຊ່ວຍໃຫ້ທ່ານສ້າງກຳລັງໃຈຕົນເອງໄດ້ໄວຂຶ້ນ. ເມື່ອທ່ານໄດ້ສົນທະນາແລກປ່ຽນແນວຄວາມຄິດ ແລະ ແຜນການໃນຕໍ່ໜ້າ, ມັນຈະເປັນກຳລັງ ແຮງໃຈຜັກດັນ ໃຫ້ທ່ານເລີ່ມບຸກບືນ ໄປຂ້າງໜ້າ. ໃນທາງກົງກັນຂ້າມ ຖ້າຫາກທ່ານໃຊ້ເວລາ ກັບຄົນທີ່ມັກຕຳນິ, ຈົ່ມວ່າ ແລະ ເຫັນບັນຫາເປັນສິ່ງທຳລາຍຊີວິດແລ້ວ ມັນກໍ່ຈະຍິ່ງເຮັດໃຫ້ ທ່ານ ເປັນຄືກັບຄົນໆນັ້ນ ແລະ ກໍ່ຈະບໍ່ສາມາດຜ່ານພົ້ນ ອຸປະສັກນັ້ນໄປໄດ້. ການຮັກສາຕົນ ເອງໃຫ້ຢູ່ໃນກຸ່ມຄົນທີ່ມີຄວາມກະຕືລືລົ້ນ, ຈະເຮັດໃຫ້ພົບກັບບັນຍາກາດແຫ່ງຄວາມຫວັງ. ດັ່ງ ນັ້ນ, ຕ້ອງໄດ້ເລືອກຄົບຄົນ ໃນຍາມທີ່ທ່ານ ກຳລັງອ່ອນແອທີ່ສຸດ. ເວລາພົບອຸປະສັກ, ທ່ານມີວິທີດຶງກຳລັງໃຈຕົນເອງກັບຄືນມາແນວໃດແດ່? ແບ່ງປັນກັນເດີ້ 👇