ສອນລູກໃຫ້ເປັນຄົນເກັ່ງ

ຢາກໃຫ້ລູກຂອງທ່ານປະສົບຜົນສຳເລັດບໍ່? ນີ້ເປັນຄຳແນະນຳ ທີ່ທ່ານຄວນພິຈາລະນາ ໃນການນຳໃຊ້ກັບລູກ ຂອງ ທ່ານ. ສຳລັບພໍ່ແມ່ທີ່ຮັ່ງມີ ມັນກໍ່ບໍ່ສະເໝີໄປວ່າລຸ້ນລູກ-ຫຼານ ຈະສາມາດດຳເນີນທຸລະກິດ ຫຼື ປະສົບຜົນ ສຳເລັດດ້ານການງານ ໃດໜຶ່ງທີ່ລູກຕ້ອງການຈະເປັນ.

ຖ້າຫາກທ່ານ ຢາກໃຫ້ລູກນ້ອຍ ໃຫຍ່ຂຶ້ນມາກາຍເປັນ ຜູ້ປະກອບການທີ່ຮັ່ງມີ ຫຼື ກາຍເປັນສິ່ງທີ່ຕ້ອງການເປັນ, ສິ່ງທີ່ເຮັດໄດ້ດີທີ່ສຸດແມ່ນ “ ຕ້ອງບໍ່ກົດດັນ ” .

ທ່ານຕ້ອງບໍ່ໄປຍົກຍ້ອງ ໃນສິ່ງທີ່ລູກເຮັດໄດ້ດີຢູ່ແລ້ວ, ເພາະການຍ້ອງຍໍມັນຈະເປັນການເຮັດ ໃຫ້ລູກຫຼຸດຜ່ອນ ຄວາມຕັ້ງໃຈໃນການສຶກສາຄວາມຮູ້ໃນຂະແໜງຕ່າງໆນັ້ນລົງ. ທ່ານ ຄວນຮັບຮູ້ໃນຈຸດເດັ່ນຂອງລູກໆ ແລະ ຜັກດັນໃຫ້ເຮັດ ດີຍິ່ງໆຂຶ້ນ. ເມື່ອເປັນແນວນັ້ນ ມັນຈະເຮັດໃຫ້ສືບຕໍ່ພັດທະນາຄວາມຮູ້ຄວາມສາມາດຕະຫຼອດ ເວລາ.

ແລະແນ່ນອນ ພໍ່ແມ່ຢາກໃຫ້ ລູກຕົນເອງກາຍເປັນນັກຮຽນ ເກັ່ງ ແລະ ໄດ້ຄະແນນດີໆ ຢູ່ໃນຫ້ອງ. ແຕ່ການສຶກສາ ແລະ ວິໄຈພົບວ່າ ກຸ່ມນັກຮຽນທີ່ຮຽນເກັ່ງ ແລະ ໄດ້ຄະແນນດີ ໃນມະຫາວິທະຍາໄລ ຫຼື ໂຮງຮຽນນັ້ນ ບໍ່ແມ່ນກຸ່ມ ທີ່ປະສົບ ຜົນສຳເລັດ ໃນການປະກອບອາຊີບ ຫຼື ກາຍເປັນນັກທຸລະກິດ ຫຼື ຜູ້ປະກອບການທີ່ຮັ່ງມີ ສະເໝີໄປ. ສ່ວນໃຫຍ່ແລ້ວ ພວກເຂົາເຈົ້າອາດກາຍເປັນອາຈານສອນ ຫຼື ນັກວິທະຍາສາດທີ່ເກັ່ງ ແຕ່ບໍ່ແມ່ນ ຜູ້ປະກອບການທີ່ດີ. ສາເຫດກໍ່ເນື່ອງຈາກວ່າ ພວກເພິ່ນໃຊ້ເວລາທັງໝົດ ເຂົ້າກັບການຈົດຈຳ ຕຳລາຮຽນເພື່ອໃຫ້ ໄດ້ຄະແນນດີ ແຕ່ຂາດເວລາໃນການ ຊອກຮູ້ຮຽນຮູ້ສິ່ງໃໝ່ໆ ຈາກນອກຫ້ອງຮຽນ ຫຼື ຂາດຄວາມສົນໃຈສິ່ງ ອື່ນໆ ນອກເໜືອຈາກການຮຽນ.

“ທ່ານ ຕ້ອງກະກຽມ ຄວາມພ້ອມ ໃຫ້ລູກຂອງທ່ານໄດ້ມີໂອກາດ ໃນການຫາປະສົບການການເປັນຜູ້ປະກອບການ ເພື່ອໃຫ້ລູກໄດ້ ຮຽນຮູ້. ເພາະບົດຮຽນປະສົບການຕົວຈິງ ແລະ ການແກ້ໄຂບັນຫາ ບໍ່ໄດ້ມີສອນໃນໂຮງຮຽນ.”

ສຳລັບຄຳແນະນຳທີ່ດີທີ່ສຸດ ໃນການສ້າງໃຫ້ເດັກ ມີຄວາມກ້າວໜ້າ ແລະ ກາຍເປັນຜູ້ປະກອບການທີ່ດີກໍ່ຄື ໃຫ້ທ່ານເຝິກ ເດັກນ້ອຍ ກ່ຽວກັບການໃຊ້ເວລາໃຫ້ເປັນປະໂຫຍດ ແລະ ຮຽກຮ້ອງໃຫ້ເຂົາເຈົ້າ ຮູ້ຈັກວິທີຮຽນຮູ້ ຈາກຄວາມຜິດພາດ. ທ່ານ ບໍ່ຄວນກົດດັນລູກໆ ໃຫ້ຮຽນໜັກເກີນໄປ ເພື່ອໃຫ້ໄດ້ຄະແນນດີທີ່ສຸດໃນຫ້ອງ ແຕ່ຄວນ ສອນໃຫ້ລູກຮູ້ຈັກ ໃຊ້ເວລາໃຫ້ເປັນປະໂຫຍດແລ້ວກໍ່ຄວນແນະນຳ ໃຫ້ສົນໃຈໃນ ສິ່ງໃໝ່ໆ.

ເພື່ອເຮັດໃຫ້ລູກຂອງທ່ານມີຄວາມສາມາດໃນການສຶກສາຮໍ່າຮຽນ ເພື່ອໃຫ້ກາຍເປັນຜູ້ໃຫຍ່ ທີ່ມີຄວາມເຊື່ອໝັ້ນ ໃນສິ່ງທີ່ຕົນເອງເປັນ, ທ່ານຕ້ອງໄດ້ໃຫ້ລູກ ມີປະສົບການ, ລອງຜິດລອງຖືກ ແລະ ຮູ້ຈັກແກ້ບັນຫາ. ທ່ານ ບໍ່ຄວນປ່ອຍ ໃຫ້ລູກນອນ ໃນຫຼັກສູດການສຶກສາຢ່າງດຽວ ນັ້ນໝາຍວ່າທ່ານຄວນເປີດໂອກາດໃຫ້ມີການສຶກ ສາພາຍໃນສັງຄົມອ້ອມຂ້າງຕື່ມອີກ.

ເດັກເສີບທີ່ຮ້ານອາຫານແຫ່ງໜຶ່ງ ກາຍເປັນຜູ້ປະກອບການທີ່ປະສົບຜົນສຳເລັດ ແລະ ລາວໄດ້ເວົ້າວ່າ “ ຂ້ອຍ ບໍ່ໄດ້ ເປັນນັກຮຽນ ທີ່ໄດ້ຄະແນນສູງທີ່ສຸດ ໃນໂຮງຮຽນ, ມີຫຼາຍເທື່ອໄດ້ຄະແນນຜ່ານ ” ທ່ານ ຕ້ອງກະກຽມ ຄວາມພ້ອມ ໃຫ້ລູກຂອງທ່ານໄດ້ມີໂອກາດ ໃນການຫາປະສົບການການເປັນຜູ້ປະກອບການ ເພື່ອໃຫ້ລູກໄດ້ ຮຽນຮູ້. ເພາະບົດ ຮຽນປະສົບການຕົວຈິງ ແລະ ການແກ້ໄຂບັນຫາ ບໍ່ໄດ້ມີສອນໃນໂຮງຮຽນ. ມັນເປັນການ ສອນໃຫ້ລູກໄດ້ຮູ້ຈັກ ເວລາທີ່ເໝາະສົມ ເພື່ອກ້າວໄປຂ້າງໜ້າ.

ພໍ່ແມ່ຍຸກໃໝ່! ທ່ານມີວິທີສອນລູກໃຫ້ເປັນຄົນເກັ່ງ ແລະ ກ້າສະແດງອອກແນວໃດແດ່? ແຊຣ໌ກັນເດີ້! 👇

Related posts

ເຈີກັນເທິງສະຫວັນ