ສາຍສຳພັນ ວິໄສທັດ ຮ່ວມຝັນ NorKhameMarch 26, 2022012 views ຫາກຊີວິດຄົນເຮົາໝູນວຽນໄປເລື້ອຍໆ, ພວກເຮົາຕ້ອງເມື່ອຍລ້າ. ບໍ່ມີຈຸດຈົບແລະເລີ່ມຕົ້ນ. ຊ່ວງປີໃໝ່ ເປັນໂອກາດໄດ້ທົບທວນ ແລະ ປ່ອຍວາງອະດີດ ທີ່ບໍ່ດີໄວ້ຂ້າງຫຼັງ. ປິ່ນຫຼັງໃຫ້ຄວາມສຳເລັດເກົ່າໆເພື່ອເລີ່ມຕົ້ນໃສ່ສິ່ງໃໝ່ແລະດີໆໃນອີກ 365 ວັນຂ້າງໜ້າ. ຈະມີຈັກຄົນທີ່ໄດ້ທຸກໆຢ່າງທີ່ຕົນເອງຕ້ອງການບໍ່ວ່າຈະເປັນວັດຖຸ, ເງິນທອງ, ຄົນຮັກ, ແລະ ຖານະຕຳແໜ່ງ ໃນປີທີ່ຜ່ານມາ. ຫາກທ່ານບໍ່ເປັນໜຶ່ງໃນນັ້ນ, ກໍ່ໝາຍວ່າປີໃໝ່ທີ່ຈະມານີ້ກໍ່ຍິ່ງຕ້ອງໄດ້ບຸກບືນແລະສານຕໍ່ຄວາມຝັນເພື່ອຍາດແຍ່ງ. ຂ້າພະເຈົ້າວາດພາບບໍ່ອອກວ່າ ຊີວິດທີ່ບໍ່ມີເປົ້າໝາຍ ແລະ ຄວາມຝັນ ຈະເປັນຊີວິດທີ່ມີຄວາມໝາຍແນວໃດ? ຊ່ວງປີໃໝ່ນີ້ ອາດມີຫຼາຍໆທ່ານໄດ້ສ້າງຄວາມຝັນ ແລະ ປາດຖະໜາສິ່ງໃໝ່ໆ. ໃນນີ້ກໍ່ຢາກຂໍມີສ່ວນຮ່ວມໃນການແນະນຳການສ້າງຝັນຂອງທ່ານວ່າ ຄວນຈະສ້າງໄປໃນທິດທາງໃດ. ເພື່ອເຮັດໃຫ້ການດຳລົງຊີວິດມີຄວາມໝາຍຫຼາຍຂຶ້ນ, ຄວາມຝັນທີ່ຍິ່ງໃຫຍ່ໜ້າຈະເປັນການຝັນເພື່ອສ້າງສິ່ງດີໆໃຫ້ກັບສັງຄົມ. ຜົນປະໂຫຍດສັງຄົມຕ້ອງໄດ້ຮັບການຍົກຂຶ້ນມາເປັນບັນຫາໃຈກາງ ແລະ ກາຍເປັນຄວາມຝັນທີ່ບຸກຄົນຕ້ອງໄດ້ຮ່ວມກັນສ້າງຂຶ້ນ. ເນື່ອງຈາກການພັດທະນາປະເທດຊາດ ຫຼື ຄວາມເປັນຢູ່ຂອງສັງຄົມໜຶ່ງໆໃຫ້ມີຄວາມຈະເລີນຮັ່ງມີ ແມ່ນຄວາມພະຍາຍາມຂອງຄົນໃນຊາດ. ຫາກການດຳລົງຊີວິດ ພຽງເພື່ອຕອບສະໜອງຄວາມຕ້ອງການທາງວັດຖຸສ່ວນຕົວແລ້ວ ຊີວິດການເປັນຢູ່ຂອງຄົນເຮົາ ກໍ່ອາດຈະບໍ່ຕ່າງຫຍັງກັບສັດອື່ນໆໃນໂລກ. “ຈະມີການພັດທະນາໄດ້ກໍ່ຕ້ອງແມ່ນການເກີດຄວາມຕັ້ງໃຈຂອງບຸກຄົນ. ເມື່ອແຕ່ລະບຸກຄົນຕັ້ງໜ້າຮັບຜິດຊອບໜ້າທີ່ຕົນເອງສຳເລັດທີ່ວາງໄວ້, ສັງຄົມກໍ່ຈະເລີນຂຶ້ນ.” ແຕ່ຄົນເຮົາມີຄວາມແຕກຕ່າງ, ເຮົາມີຈິດສຳນຶກຮ່ວມ, ມີຄວາມເອື້ອເຟື້ອເພື່ອແຜ່ ແລະ ຄວາມເມດຕາ. ທັງໝົດນັ້ນ ມັນຈະເກີດຂຶ້ນໄດ້ກໍ່ຕໍ່ເມື່ອ ເຮົາຮູ້ຈັກສ້າງຄວາມຝັນໃຫ້ຕົນເອງເປັນຜູ້ໃຫ້. ການໃຫ້ບໍ່ຈຳເປັນວ່າ ທ່ານຈະຕ້ອງບໍລິຈາກຊັບສົມບັດ ຫຼື ເງິນທອງ. ການສ້າງທຸລະກິດຂອງທ່ານໃຫ້ມີຄວາມດີລ້ຳເລີດ ແລະ ໃຫ້ບໍລິການແກ່ສັງຄົມດີຂຶ້ນ ກໍ່ໝາຍວ່າທ່ານໄດ້ສ້າງຄວາມສຳເລັດໃຫ້ແກ່ສັງຄົມເຊັ່ນດຽວກັນ. ຫາກທ່ານບໍ່ຄິດເຫັນວ່າທ່ານມີຄວາມສຳຄັນຕໍ່ປະເທດຊາດ, ກໍ່ຈົ່ງເລັ່ງໃສ່ຜົນປະໂຫຍດສ່ວນຕົວ ໂດຍບໍ່ບຽດບຽນສັງຄົມ. ດ້ວຍການສ້າງສັນຜະລິດຕະພັນ ແລະ ການບໍລິການທີ່ດີເລີດຮັບໃຊ້ສັງຄົມ. ຫາກທ່ານສາມາດຫັນຕົນເອງເປັນຄົນທີ່ສ້າງຄຸນຄ່າໃຫ້ແກ່ສັງຄົມ ດ້ວຍການປະດິດສິນຄ້າ, ໃຫ້ບໍລິການຊ່ວຍພັດທະນາຊຸມຊົນ ກໍ່ຈົ່ງຄຳນຶງວ່າ: ຄຸນຄ່າໃດທີ່ທ່ານຈະມອບໃຫ້ແກ່ສັງຄົມຈາກການດຳເນີນທຸລະກຳນັ້ນ. ຂ້າພະເຈົ້າເຊື່ອວ່າ: ຈະມີການພັດທະນາໄດ້ກໍ່ຕ້ອງແມ່ນການເກີດຄວາມຕັ້ງໃຈຂອງບຸກຄົນ. ເມື່ອແຕ່ລະບຸກຄົນຕັ້ງໜ້າຮັບຜິດຊອບໜ້າທີ່ຕົນເອງສຳເລັດທີ່ວາງໄວ້, ສັງຄົມກໍ່ຈະເລີນຂຶ້ນ. ເປົ້າໝາຍສຳຄັນທີ່ສຸດຂອງທ່ານໃນປີນີ້ແມ່ນຫຍັງ? ມາຮ່ວມແບ່ງປັນຄວາມຝັນກັນເດີ້ 👇