ສາຍສຳພັນ ພິຊິດງານ ສ້າງຄວາມກ້າ ໃນການເຮັດທຸລະກິດ NorKhameMarch 26, 2022013 views ຂາດເງິນທຶນ, ຂາດທັກສະພິເສດ ຫຼື ຂາດຄົນຮູ້ຈັກ? ມັນເປັນພຽງຄວາມຢ້ານໃນການ ລົງມື ເຮັດທຸລະກິດ. ໃນເວລາສ້າງຕັ້ງທຸລະກິດໃໝ່ ຫຼາຍໆຄົນຈະຮັບຮູ້ວ່າ ມັນມີຄວາມສ່ຽງຫຼາຍທີ່ ຈະລົ້ມລະລາຍ ແລະ ມີຫຼາຍອັນຍັງຂາດເຂີນໂດຍສະເພາະເງິນທຶນ. ຈະສຳເລັດຫຼື ບໍ່ແນ່ນອນ ການເງິນກໍ່ເປັນປັດໃຈ ແຕ່ສິ່ງທີ່ຕັດສິນ ແມ່ນຄວາມຕັ້ງໃຈຫຼາຍເທົ່າໃດທີ່ຈະຜ່ານຜ່າ. ບໍ່ວ່າ ຈະເປັນການລົງທຶນນ້ອຍໆ ຫຼື ຫຼາຍພັນລ້ານໂດລາ, ຜູ້ປະກອບການຢາກ ໃຫ້ທຸລະກິດ ມີກຳໄລ. ແຕ່ຄວາມຢ້ານທີ່ແອບແຝງໃນຈິດໃຕ້ສຳນຶກມັນເປັນສິ່ງທີ່ບໍ່ ອາດສາມາດ ລົບລ້າງ ອອກໄດ້. “ຈະສຳເລັດຫຼື ບໍ່ແນ່ນອນ ການເງິນກໍ່ເປັນປັດໃຈ ແຕ່ສິ່ງທີ່ຕັດສິນ ແມ່ນຄວາມຕັ້ງໃຈຫຼາຍເທົ່າໃດທີ່ຈະຜ່ານຜ່າ.” ເພື່ອອອກຈາກຄວາມກັງວົນ ມີຫຼາຍບັນຫາ ທີ່ຜູ້ປະກອບການ ຕ້ອງໄດ້ໃສ່ໃຈ ແລະ ຫຼາຍໆ ບັນຫາ ມັກຈະມາກະທົບ ຈົນຄິດຫຼາຍນອນບໍ່ຫຼັບກໍ່ວ່າໄດ້. ບັນຫາທີ່ມັກຄິດກໍ່ຄື: ຄຸນນະພາບຂອງສິນຄ້າ ແລະ ການບໍລິການ, ບັນຫາການແຂ່ງຂັນ, ການພັດທະນາສິນຄ້າ, ງົບປະມານການໂຄສະນາ, ແລະ ການບໍລິຫານຄົນ ເປັນຕົ້ນ. ແນ່ນອນຄວາມຢ້ານ ແລະ ຄວາມກັງວົນຈະເປັນເງົາຕິດຕາມທ່ານໄປທຸກໆບາດກ້າວ. ຖ້າຫາກທ່ານຈະຕ້ອງໄດ້ລົງມືເຮັດທຸລະກິດຈິງ, ນີ້ເປັນຄຳແນະນຳທີ່ທ່ານໜ້າຈະນຳໄປພິຈາລະນາ: ຢ່າປ່ອຍໃຫ້ຄວາມກັງວົນເປັນອຸປະສັກ ມີຄົນຈຳນວນຫຼວງຫຼາຍ ທີ່ມີແນວຄວາມຄິດທາງທຸລະກິດທີ່ດີເລີດ, ແຕ່ພວກເພິ່ນພັດປ່ອຍ ໃຫ້ຄວາມກັງວົນ ມາຢຸດຕິຄວາມຄິດດັ່ງກ່າວນັ້ນ. ທ່ານຕ້ອງຍອມຮັບວ່າ ເຖິງທ່ານຈະກັງວົນ, ແຕ່ກໍ່ຕ້ອງບັງຄັບຕົນເອງ ໃຫ້ລົງມືເຮັດສິ່ງທີ່ຕັ້ງໄວ້ ໄປພ້ອມໆກັບຄວາມກັງວົນນັ້ນລະ. ໃນເວລາ ທີ່ທ່ານໄດ້ລົງມືເຮັດ ທ່ານຈະພົບວ່າ ຄວາມກັງວົນດັ່ງກ່າວ ຈະຄ່ອຍໆຫາຍໄປ. ຕັ້ງເປົ້າໝາຍໃຫ້ຊັດເຈນ ເມື່ອທ່ານມີເປົ້າໝາຍໃນອະນາຄົດ, ມັນຈະເປັນການຊ່ວຍໃຫ້ທ່ານເຫັນພາບໃນສິ່ງທີ່ທ່ານຈະ ປະຕິບັດ ແລະ ເຮັດໃຫ້ມີແຮງຜັກດັນ. ເປົ້າໝາຍຈະເປັນການສ້າງບົດທົດສອບຄວາມສາມາດ ແລະ ການປະຕິບັດວຽກງານທີ່ຫ້າວຫັນ ເພື່ອໃຫ້ໄດ້ໃນສິ່ງທີ່ຕ້ອງການ. ທ່ານຄວນຕັ້ງເປົ້າໝາຍໃນຫຼາຍໆຂົງເຂດໃຫ້ມີ ຄວາມຊັດເຈນ ພ້ອມທັງໄລຍະເວລາທີ່ທ່ານຕ້ອງການໃຫ້ປະສົບຜົນສຳເລັດ. ທ່ານຈະບໍ່ຈຳເປັນຕ້ອງໄດ້ໝົດທຸກຢ່າງ ທ່ານອາດມີຫຼາຍໆສິ່ງ ຕ້ອງໄດ້ເຮັດ ໃນຕອນຕົ້ນ ແລະ ມີຫຼາຍຢ່າງທາງທຸລະກິດຕ້ອງໄດ້ເຮັດ ເຊັ່ນ: ກິດຈະກຳສົ່ງເສີມການຂາຍ ອາດມີຫຼາຍຮູບແບບທີ່ຈະເຮັດໃຫ້ ຄົນຮູ້ຈັກສິນຄ້າ ແລະ ການບໍລິການຂອງບໍລິສັດ. ການຄັດເລືອກໜ່ວຍງານ ຫຼື ພະນັກງານຊ່ຽວຊານດ້ານ ວຽກງານ ການຕະຫຼາດ ທີ່ມີປະສິດທິຜົນທີ່ສຸດ ແລະ ເໝາະສົມກັບສະພາບການເງິນຂອງບໍລິສັດ ຂອງ ຕົນເອງຈະເຮັດໃຫ້ ເຈົ້າຂອງບໍລິສັດບໍ່ຕ້ອງ ເຮັດໃນສິ່ງທີ່ໃຊ້ເວລາໃນການປະຕິບັດຕົວຈິງເປັນ ໄລຍະເວລາອັນຍາວນານ ເຊັ່ນ: ສົ່ງບັດເຊີນເປີດງານບໍລິສັດ. ລົງມືເຮັດ ພຽງແຕ່ລົງມືເຮັດຕົວຈິງ ຈະເຮັດໃຫ້ສາມາດ ກ້າວເຂົ້າສູ່ເປົ້າໝາຍທີ່ຕັ້ງໄວ້. ທ່ານ ຕ້ອງໄດ້ແບ່ງ ຄວາມຄິດນ້ອຍ ແລະ ໃຫຍ່ ແລ້ວແຍກອອກມາເປັນກິດຈະກຳທີ່ສາມາດຈັດຕັ້ງປະຕິບັດໄດ້. ເຖິງວ່າມັນຈະເປັນສິ່ງທີ່ນ້ອຍໆ ແຕ່ມັນຈະສາມາດສ້າງຄວາມແຕກຕ່າງໃນທາງບວກໃຫ້ແກ່ ທຸລະກິດຂອງທ່ານໄດ້. ຄວາມຢ້ານກົວອັນໃດທີ່ເຄີຍເຮັດໃຫ້ທ່ານລັງເລໃນການເລີ່ມຕົ້ນເຮັດທຸລະກິດ? ມາແບ່ງປັນປະສົບການກັນ! 👇