ຕັ້ງຊື່ຍີ່ຫໍ້ສິນຄ້າ ໃຫ້ຄົນຈື່ງ່າຍ

ນັກຈິດຕະວິທະຍາໄດ້ຄົ້ນພົບວ່າ ໃນຂະບວນການສ້າງຄວາມຊົງຈຳຂອງມະນຸດ ໄດ້ແບ່ງອອກເປັນ ສາມພາກສ່ວນຄື: (1) ການແກະລະຫັດ,​ (2) ເກັບກຳ, ແລະ (3) ຮຽກກັບຄືນ. ເວົ້າສະເພາະແລ້ວ ຄົນມີການແກະລະຫັດຄວາມໝາຍ ໃນສີ່-ຫ້າຮູບແບບ. ສອງຮູບແບບທຳອິດແມ່ນ ດ້ວຍເຄື່ອງໝາຍ ແລະ ການໄດ້ຍິນ ເປັນສິ່ງທີ່ມີຄວາມສຳຄັນຫຼາຍ ແລະ ນັກການຕະຫຼາດມັກເນັ້ນໃສ່ສອງຈຸດນີ້ເຂົ້າໃນການສ້າງ ຊື່ບໍລິສັດ ແລະ ຍີ່ຫໍ້ສິນຄ້າ. ແນວໃດ ກໍ່ຕາມ ກິ່ນ, ການສຳຜັດ, ແລະ ລົດຊາດ ກໍ່ມີຄວາມສຳຄັນ ເຊິ່ງຈະເນັ້ນ ຫາເຄື່ອງບໍລິໂພກ ເພື່ອນຳໄປເປັນປະສົບການຂອງຜູ້ບໍລິໂພກ. ຫຼາຍຄົນຫວັງປະສົບການລອງຊີມ ທີ່ອາດຈະກໍ່ໃຫ້ເກີດມີຄວາມນຶກຄິດ ແລະ ສ້າງສາຍພົວພັນລະຫວ່າງຜູ້ບໍລິໂພກກັບຊື່ຍີ່ຫໍ້ສິນຄ້າ.

ໃຫ້ທ່ານຄຳນຶງໄວ້ວ່າ ຂະບວນການແກະຄວາມໝາຍ ແລະ ການເກັບກຳຂໍ້ມູນຂອງມະນຸດ ເປັນສ່ວນທີ່ ສຳຄັນ ໃນການສ້າງໃຫ້ຄົນມີຄວາມຈົດຈຳຕໍ່ຍີ່ຫໍ້ສິນຄ້າໃນໄລຍະຍາວ. ບາງຄົນອາດຈະມີຄວາມສາມາດໃນ ການເກັບກຳຂໍ້ມູນຄວາມຊົງຈຳໄວ້ແລ້ວຮຽກກັບຄືນມາໄດ້ຍາກຫຼາຍ ເມື່ອທຽບໃສ່ກັບຄົນອື່ນໆ. ເພື່ອ ເຮັດໃຫ້ທຸລະກິດ ແລະ ການເລືອກຊື່ຍີ່ຫໍ້ສິນຄ້າ ຫຼື ບໍລິສັດໃຫ້ຈົດຈຳງ່າຍ ທ່ານຄວນພິຈາລະນາເຖິງ ສອງອົງປະກອບດັ່ງຕໍ່ໄປນີ້:

ເຮັດໃຫ້ມັນງ່າຍ ນີ້ອາດຈະເປັນສິ່ງທີ່ງ່າຍແຕ່ຫຼາຍໆບໍລິສັດກັບລືມກົດເກນຂໍ້ນີ້. ຊື່ສິນຄ້າມີຄວາມສຳຄັນຫຼາຍ ເພື່ອ ຊ່ວຍໃຫ້ຄົນສາມາດຈື່ໄດ້ໃນໄລຍະຍາວ. ຊື່ສິນຄ້າ ບໍ່ຄວນຍາວເກີນໄປ ບໍ່ດັ່ງນັ້ນ ລູກຄ້າຈະມີຄວາມຫຍຸ້ງຍາກ ໃນການຈົດຈຳ. ການນຳໃຊ້ຕົວອັກສອນຍໍ້ ອາດເປັນທາງອອກທີ່ດີ, ແຕ່ມັນຍັງມີຄວາມຫຍຸ້ງຍາກໃນການນຳໃຊ້ ສຳລັບສິນຄ້າບາງປະເພດ. ການຕັ້ງຊື່ທີ່ດີບໍ່ຄວນມີຫຼາຍພະຍາງ. ຖ້າຫາກທ່ານຕັ້ງຊື່ບໍລິສັດ ໂດຍນຳໃຊ້ ຊື່ຫຼາຍໆຄົນມາລວມກັນ ມັນຈະເປັນການຍາກຫຼາຍສຳລັບລູກຄ້າໃນການຈົດຈຳ. ອັນໜຶ່ງທີ່ຍາກຄື ຊື່ ທີ່ອ່ານອອກສຽງຍາກ ຍິ່ງເຮັດໃຫ້ຜູ້ຊົມໃຊ້ບໍຢາກເອີ້ນ ເຊິ່ງນີ້ອາດໝາຍເຖິງ ໂອກາດທີ່ຄົນຈະເອີ້ນໃຊ້ ຫຼື ແນະນຳໃຫ້ໝູ່ເພື່ອນຍິ່ງຍາກຂຶ້ນ.

“ຊື່ສິນຄ້າມີຄວາມສຳຄັນຫຼາຍ ເພື່ອ ຊ່ວຍໃຫ້ຄົນສາມາດຈື່ໄດ້ໃນໄລຍະຍາວ. ຊື່ສິນຄ້າ ບໍ່ຄວນຍາວເກີນໄປ ບໍ່ດັ່ງນັ້ນ ລູກຄ້າຈະມີຄວາມຫຍຸ້ງຍາກ ໃນການຈົດຈຳ.”

ຄວາມໝາຍຕິດພັນກັບອາລົມຈິດຂອງຜູ້ຊົມໃຊ້ ສິ່ງນີ້ອາດເປັນສິ່ງທີ່ຍາກຫຼາຍ. ບໍລິສັດສ່ວນໃຫຍ່ມັກຈະມີການສ້າງສາຍພົວພັນກັບລູກຄ້າ ດ້ວຍການບໍລິການ, ສິນຄ້າ, ແລະ ປະສົບການດີໆ. ສິ່ງດັ່ງກ່າວ ຈະຖືກນຳມາຜູກມັດກັບຍີ່ຫໍ້ສິນຄ້າ ເຊິ່ງມັນຊ່ວຍສ້າງ ຄວາມໝາຍຕິດພັນກັບອາລົມຈິດຂອງຜູ້ຊົມໃຊ້ ເຖິງວ່າຊື່ ຍີ່ຫໍ້ ອາດບໍ່ໄດ້ໝາຍເຖິງສິ່ງດັ່ງກ່າວມາກ່ອນເລີຍ. ຍີ່ຫໍ້ດັ່ງກ່າວນັ້ນ ແມ່ນມີຄວາມສະເພາະ ເຊິ່ງສາມາດສ້າງ ໃຫ້ຜູ້ຊົມໃຊ້ມີຄວາມຮູ້ສຶກອັນໃດໜຶ່ງຂຶ້ນມາໃນທັນທີ ພາຍຫຼັງໄດ້ຍິນ. ເຊັ່ນວ່າ ໃນເວລາທີ່ໄດ້ຍິນຍີ່ຫໍ້ ຂອງການບໍລິການທ່ອງທ່ຽວແຫ່ງໜຶ່ງ ທ່ານຈະລະລຶກເຖິງ ການທ່ອງທ່ຽວໃນສະຖານທີ່ທີ່ສວຍງາມ ແລະ ມີການບໍລິການທີ່ປະທັບໃຈ. ຖ້າຫາກຊື່ສິນຄ້າດັ່ງກ່າວ ເປັນຊື່ສະເພາະ ເຊິ່ງບໍ່ສາມາດອະທິບາຍຄວາມໝາຍໄດ້ງ່າຍໆນັ້ນ, ທ່ານກໍ່ຕ້ອງໄດ້ໃຊ້ເວລາອັນຍາວນານ ແລະ ໃຊ້ງົບປະມານຢ່າງຫຼວງຫຼາຍໃນການໂຄສະນາ ເພື່ອສ້າງໃຫ້ມີການພົວພັນກັບອາລົມຈິດຂອງຄົນ. ທ່ານອາດຈະທົດລອງສັງເກດເບິ່ງ ການໂຄສະນາຫຼາຍຮູບແບບທີ່ເຫັນໃນໂທລະທັດວ່າການບັນຈຸຊື່ສິນຄ້ານັ້ນ ເປັນຄືແນວໃດ? ມີຊື່ໃດແດ່ທີ່ສາມາດຈື່ໄດ້ງ່າຍໆ ແລະ ແລ້ວຄົ້ນຫາຊື່ແທດເໝາະທີ່ຈະສ້າງໃຫ້ຄົນມີຄວາມຊົງຈຳ.

ການສ້າງຊື່ຍີ່ຫໍ້ສິນຄ້າດັງໆໃຫ້ຄົນມີຄວາມຊົງຈຳ ໄດ້ມີການວາງແຜນໄວ້ໃນຂະບວນການການສ້າງ ຍີ່ຫໍ້ສິນຄ້າ ກ່ອນຈະມີການໂຄສະນາຍີ່ຫໍ້ເພື່ອສ້າງລັກສະນະສະເພາະຕົວຂອງສິນຄ້າ. ນັກການຕະຫຼາດຈະເນັ້ນໃສ່ທຸກໆລະອຽດປີກຍ່ອຍ ນັບແຕ່ການສ້າງຊື່ໃຫ້ຄົນຈົດຈຳໄດ້ງ່າຍ. ເຊິ່ງມັນຈະເປັນການ ເຮັດໃຫ້ຄົນເອີ້ນຊ້ຳໆໄດ້ງ່າຍ ແລະ ສ້າງພາບພົດ ໃຫ້ກັບຕົວສິນຄ້າຍີ່ຫໍ້ພາຍຫຼັງການໂຄສະນາ ໃນຕະຫຼາດໃນໄລຍະຍາວ.

ໃນເວລາສ້າງຊື່ສິນຄ້າ ໃຫ້ທ່ານລອງພິຈາລະນາຫຼັກການທີ່ໄດ້ແນະນຳມາກ່ອນໜ້ານີ້ເບິ່ງ. ແລ້ວໃຫ້ ທ່ານ ເລືອກຊື່ທີ່ທ່ານເຫັນວ່າມີຄວາມເໝາະສົມທີ່ສຸດ ແລະ ທົດລອງສອບຖາມຄົນເບິ່ງ ຈຳນວນໜຶ່ງ ຈັກຫ້າຄົນ. ແລ້ວໃຫ້ພວກເພິ່ນ ລອງເລືອກ ແລະ ພິຈາລະນາອອກສຽງເບິ່ງ ພ້ອມທັງໃຫ້ເພິ່ນສະແດງທັດສະນະວ່າ ພວກເພິ່ນມີຄວາມຮູ້ສຶກແນວໃດກັບຊື່ດັ່ງກ່າວ ແລະ ມັນມີຄວາມໝາຍແນວໃດສຳລັບເຂົາເຈົ້າ.

ທ່ານຄິດວ່າ “ຊື່ແບຣນ” ຫຼື “ຍີ່ຫໍ້” ໃດທີ່ທ່ານໄດ້ຍິນແລ້ວຈື່ໄດ້ທັນທີ ແລະ ຮູ້ສຶກປະທັບໃຈທີ່ສຸດ? ມາແບ່ງປັນກັນເບິ່ງ! 👇

Related posts

ຊີວິດບໍ່ຄາດຫວັງ

ກະບອງ​ຍອດ​ເພັດ

ເຮັດໃຫ້ລູກຄ້າ ຮູ້ສຶກຢາກລອງ