ພິຊິດງານ ເຮັດໃຫ້ລູກຄ້າ ຮູ້ສຶກຢາກລອງ NorKhameMarch 26, 202209 views ໃນຖານະຜູ້ປະກອບການ, ທ່ານອາດຈະໃຊ້ເວລາ ຄົ້ນຄິດຫຼາຍໆບັນຫາ ຕິດພັນກັບຕົວເລກຂໍ້ມູນ. ສິ່ງດັ່ງກ່າວມີຄວາມສຳຄັນຫຼາຍສຳລັບການສ້າງຍີ່ຫໍ້ໃຫ້ມີຄວາມໝັ້ນຄົງ ແລະ ສາມາດແຂ່ງຂັນໄດ້ດີ. ແຕ່ຖ້າຫາກ ທ່ານຕ້ອງການສ້າງຍີ່ຫໍ້ທີ່ເປັນທີ່ຊື່ນຊົມ ແລະ ມີຄວາມປະທັບໃຈແກ່ຜູ້ຊົມໃຊ້ ຫຼື ຖ້າຫາກ ທ່ານຢາກໃຫ້ສັງຄົມມີຄວາມຫຼົງໄຫຼແລ້ວ ທ່ານຕ້ອງໄດ້ຕັດສິນໃຈສ້າງມັນຂຶ້ນມາດ້ວຍ ຫົວໃຈ ຂອງທ່ານເອງ. ກິດຈະກຳຫຼັກຂອງການເປັນຜູ້ປະກອບການ ກໍ່ຄືການເຂົ້າໄປຢູ່ໃນວົງການທຸລະກິດທີ່ຕ້ອງໄດ້ມີການ ປະຕິບັດງານຢ່າງຕໍ່ເນື່ອງ. ສິ່ງທີ່ທ່ານຕ້ອງໄດ້ເຮັດເປັນປະຈຳກໍ່ຄື ພະຍາຍາມຂາຍສິ່ງໃດໜຶ່ງ ໃຫ້ແກ່ ຄົນ, ຜັກດັນຄົນໃຫ້ຊື້ສິນຄ້າ, ຈ່າຍຫຼາຍຂຶ້ນ, ແລະ ມີການຕັດສິນ ກ່ຽວກັບການຊົມໃຊ້ສິນຄ້າຂອງ ທ່ານ. ໃນຫຼາຍໆຄັ້ງ ມີຜູ້ຊົມໃຊ້ ຫຼາຍຄົນບໍ່ໄດ້ໃຊ້ເຫດແລະ ຜົນໃນການຕັດສິນໃຈໃນການຊື້ເຄື່ອງ. ດັ່ງນັ້ນ ຖ້າຫາກທ່ານສ້າງສິນຄ້າ ໃຫ້ກາຍເປັນສິ່ງທີ່ລູກຄ້າມີຄວາມປະທັບໃຈ ແລະ ເຮັດມັນຂຶ້ນມາ ດ້ວຍໃຈແລ້ວ ມັນຈະກາຍເປັນ ສິນຄ້າຍີ່ຫໍ້ ທີ່ຢູ່ໃນໃຈຄົນຫຼາຍໆຄົນ. ການສ້າງແຜນໂຄສະນາສິນຄ້າຈຳເປັນຕ້ອງໄດ້ຄຳນຶງສາມຢ່າງດັ່ງຕໍ່ໄປນີ້: ເຮັດໃຫ້ມີຄວາມມ່ວນຊື່ນ, ເຮັດໃຫ້ຄົນມີອາລົມໂສກ ຫຼື ເຮັດໃຫ້ຄົນເກີດມີຄວາມຄິດ. ເວົ້າແນວໜຶ່ງແມ່ນວ່າ ການໂຄສະນາຕ້ອງ ເປັນການກະຕຸ້ນ ຈິດອາລົມຂອງຄົນໃນລະດັບສູງ ເພື່ອໃຫ້ຄົນມີຄວາມປະທັບໃຈ ແລະ ເກີດຄວາມສັດທາໃນການສ້າງສັນສິນຄ້າ ແລະ ບໍລິການໃດໜຶ່ງ ຈາກບໍລິສັດ. ເຖິງຢ່າງໃດກໍ່ຕາມ ປະຈຸບັນນີ້, ນັກການຕະຫຼາດ ມັກຈະໃຊ້ຕົວເລກ ແລະ ຂໍ້ມູນເປັນສິ່ງອ້າງອີງ ເຂົ້າໃນການເຮັດການຕະຫຼາດຫຼາຍກວ່າ ການໃຊ້ຫົວໃຈ. ດັ່ງນັ້ນ, ຖ້າຫາກທ່ານຢາກຈະສ້າງຍີ່ຫໍ້ສິນຄ້າທີ່ດີ ໃຫ້ທ່ານເລີ່ມໃຊ້ຫົວໃຈ ຫຼາຍກວ່າສະໝອງ ຄວບຄູ່ກັນໄປກັບສິ່ງດັ່ງຕໍ່ໄປນີ້: ຊື່ສັດກັບຕົນເອງ ຍີ່ຫໍ້ທີ່ດີທີ່ສຸດ ໃນໂລກມີຄວາມແຕກຕ່າງໃນຫຼາຍໆດ້ານ. ບາງຍີ່ຫໍ້ຕິດພັນກັບເທັກໂນໂລຍີ, ບາງອັນ ຕິດພັນກັບອາລົມຈິດ, ຫຼື ບາງອັນກໍ່ເປັນສິນຄ້າລະດັບສູງ ແລະ ບາງອັນກໍ່ມີລາຄາຖືກຫຼາຍ. ແຕ່ສິ່ງໜຶ່ງ ທີ່ສິນຄ້າຍີ່ຫໍ້ເຫຼົ່ານັ້ນມີຄືກັນກໍ່ຄື ຄວາມຊັດເຈນໃນສິ່ງທີ່ສິນຄ້າເປັນ. ເຂົາເຈົ້າບໍ່ໄດ້ພະຍາຍາມເປັນທຸກໆ ສິ່ງແກ່ທຸກໆຄົນ. ຍີ່ຫໍ້ທີ່ດີຕ້ອງມີຄວາມໝາຍ ແລະ ມີຈຸດຢືນສະເພາະ. “ຖ້າຫາກທ່ານສ້າງສິນຄ້າ ໃຫ້ກາຍເປັນສິ່ງທີ່ລູກຄ້າມີຄວາມປະທັບໃຈ ແລະ ເຮັດມັນຂຶ້ນມາ ດ້ວຍໃຈແລ້ວ ມັນຈະກາຍເປັນ ສິນຄ້າຍີ່ຫໍ້ ທີ່ຢູ່ໃນໃຈຄົນຫຼາຍໆຄົນ.” ສະແດງອອກທາງຮູບພາບ ທ່ານເຄີຍໄດ້ຍິນຄຳເວົ້າທີ່ວ່າ: ຮູບພາບສື່ຄວາມໝາຍໄດ້ຫຼາຍກວ່າພັນຄຳເວົ້າ. ສິ່ງດັ່ງກ່າວມີຄວາມຈິງ ແລະ ສຳຄັນຫຼາຍ. ໂດຍສະເພາະການສ້າງຮູບພາບໃຫ້ແກ່ຍີ່ຫໍ້ສິນຄ້າ. ການທີ່ລູກຄ້າ ເຂົ້າໄປໃນເວັບໄຊ, ຫຼື ເບິ່ງໂຄສະນາແຜ່ນພັບອື່ນໆ ເຂົາເຈົ້າບໍ່ຢາກອ່ານຕົວໜັງສືຫຼາຍໆຄຳ. ລູກຄ້າສ່ວນໃຫຍ່ຢາກເຫັນ ຮູບພາບທີ່ສື່ຄວາມໝາຍ, ເປັນຕົ້ນການສະແດງຮູບພາບທີ່ສະແດງໃຫ້ເຫັນລັກສະນະຂອງສິນຄ້າ ຫຼື ປະສົບການທີ່ຈະໄດ້ຮັບຈາກການຊົມໃຊ້. ບອກເລົ່າເລື່ອງລາວ ການໂຄສະນາຍີ່ຫໍ້ທີ່ດີທີ່ສຸດແມ່ນການສະໜອງຂໍ້ມູນ ຫຼື ເລື່ອງເລົ່າໃຫ້ແກ່ຜູ້ຊົມໃຊ້. ການບອກເລົ່າ ຈະເຮັດໃຫ້ຄົນມີຄວາມສົນໃຈ. ທ່ານຕ້ອງໄດ້ບອກໃຫ້ລູກຄ້າຮັບຮູ້ກ່ຽວກັບ ປະຫວັດຄວາມເປັນມາຂອງ ສິນຄ້າຂອງທ່ານ, ອັນໃດເປັນແຮງບັນດານໃຈໃນການສ້າງສິນຄ້າດັ່ງກ່າວຂຶ້ນມາ, ແລະ ທ່ານກຳລັງດຳເນີນ ການໃດແດ່ເພື່ອອະນາຄົດ. ການສື່ສານດັ່ງກ່າວເປັນການສ້າງປະສົບການທີ່ດີ ແລະ ບອກໃຫ້ລູກຄ້າຮູ້ວ່າ ເຂົາເຈົ້າເປັນສ່ວນໜຶ່ງຂອງອະນາຄົດໃນການດຳເນີນທຸລະກິດ ແລະ ການພັດທະນາສິນຄ້າໃນອະນາຄົດ ຂອງທ່ານ. ທ່ານເຄີຍຕັດສິນໃຈຊື້ສິນຄ້າອັນໃດອັນໜຶ່ງ ຍ້ອນຄວາມປະທັບໃຈໃນເລື່ອງລາວ ຫຼື ຮູບພາບໂຄສະນາຂອງແບຣນນັ້ນບໍ່? ມາແບ່ງປັນກັນ! 👇