ຍຸກດິຈິຕອນ ງົດສ້າງບາບ NorKhameMarch 26, 2022013 views ຜ່ານຊີວິດມາພໍສົມຄວນ. ເຖິງຈະຍັງບໍ່ທັນໄດ້ພົບພໍ້ທຸກໆປະສົບການ ແຕ່ໝັ້ນໃຈຢ່າງແນ່ນອນ ແລະ ລະດົມໃຫ້ຄົນລຸ້ນໃໝ່ ກໍ່ຄືທຸກໆໄວໄດ້ຮັບຮູ້ວ່າ “ ເຮັດດີຈັກວັນໜຶ່ງຕ້ອງໄດ້ດີ ” . ມີຄົນບາງກຸ່ມມັກເວົ້າຄ້ານກັບຄຳເວົ້ານີ້ດ້ວຍຄຳເວົ້າວ່າ “ ເຮັດດີໄດ້ດີມີຢູ່ໃສ, ເຮັດຊົ່ວໄດ້ດີມີຫຼາຍ ” ຕໍ່ຄຳເວົ້າດັ່ງກ່າວເຮັດໃຫ້ຄົນຫຼາຍໆລຸ້ນບໍ່ວ່າຈະປະກອບອາຊີບໃດ ອາດມີຄວາມລັງເລສ້າງກຳດີ ແລະ ກັບສ້າງກຳຊົ່ວຫຼາຍຂຶ້ນ. ຖ້າຫາກເຮົານິຍາມຄວາມດີຄືການໄດ້ຍົດຖາບັນດາສັກ, ຊັບສິນ, ແລະ ຊື່ສຽງ ຈາກສັງຄົມແລ້ວ ເຮົາອາດບໍ່ເຫັນຄວາມດີທີ່ແທ້ຈິງ ແລະ ຈະເປັນຕົວຊັກນຳໃຫ້ເຮົາຫຼົງ ເຮັດໃນສິ່ງທີ່ບໍ່ເປັນສາລະໃນສັງຄົມຫຼາຍຂຶ້ນ, ຂາດການອົດກັ້ນ, ມັກງ່າຍ, ແລະ ຂີ້ຄ້ານຄົ້ນຄິດຫາທາງອອກ. ຖ້າຫາກຄົນເຫັນວັດຖຸ ແລ້ວບໍ່ຊອກຫາວິທີໃນການທຳມາຫາກິນແບບຖືກຕ້ອງ ແຕ່ກັບໄປງັດແງ່ເອົາປຽບຄົນອື່ນເພື່ອຜົນປະໂຫຍດສ່ວນຕົວ, ມັນກໍ່ຈະເປັນການທຳລາຍຄຸນຄ່າຂອງຄວາມເປັນມະນຸດ. ນັກທຸລະກິດທີ່ດີ ຕ້ອງມີຈັນຍາບັນ, ບໍ່ແມ່ນຈະຫາແຕ່ກຳໄລໂດຍບໍ່ສົນໃຈຜົນກະທົບຕໍ່ສັງຄົມ. ການສ້າງຄວາມເຊື່ອໝັ້ນ ແລະ ຮູ້ຈັກຕອບແທນພຣະຄຸນ ໄວ້ໃນສື່ໂຄສະນາຕ່າງໆ. ແນ່ນອນຄວາມຊື່ສັດບໍ່ພໍ, ເຂົາເຈົ້າຕ້ອງມີໄຫວພິບດ້ານຄວາມສາມາດຫຼາຍດ້ານ ແລະ ມີເຄືອຂ່າຍທຸລະກິດກວ້າງຂວາງ ເພື່ອຜັກດັນການເຮັດທຸລະກິດໃຫ້ສຳເລັດ. “ຖ້າຫາກເຮົານິຍາມຄວາມດີຄືການໄດ້ຍົດຖາບັນດາສັກ, ຊັບສິນ, ແລະ ຊື່ສຽງ ຈາກສັງຄົມແລ້ວ ເຮົາອາດບໍ່ເຫັນຄວາມດີທີ່ແທ້ຈິງ ແລະ ຈະເປັນຕົວຊັກນຳໃຫ້ເຮົາຫຼົງ ເຮັດໃນສິ່ງທີ່ບໍ່ເປັນສາລະໃນສັງຄົມຫຼາຍຂຶ້ນ.” ແນວຄວາມຄິດຂອງນັກທຸລະກິດຍຸກໃໝ່ ຄວນເອົາໃຈໃສ່ໃນການສ້າງສັນສິນຄ້າ ແລະ ການບໍລິການ ທີ່ເຮັດໃຫ້ສັງຄົມ ແລະ ຊີວິດມວນມະນຸດມີການພັດທະນາດີຂຶ້ນ ແລະ ສະດວກຂຶ້ນ. ສອງສິ່ງນີ້ຈະສ້າງຄວາມຫຼົງໄຫຼໃນຕົວສິນຄ້າຫຼາຍຂຶ້ນແບບບໍ່ຕ້ອງອອກແຮງຕົ້ມໃຜໃຫ້ເສຍຊື່ສຽງ. ການຕົວະຍົວະລູກຄ້າໂດຍການໂຄສະນາແອບອ້າງເກີນຄວາມເປັນຈິງ, ແລະ ຫຼອກລວງ ຈະເປັນພາບພົດດ້ານລົບໃນໄລຍະຍາວ. ຕອນທຳອິດອາດຕົວະຂາຍໄດ້ ແຕ່ທ່ານເຊື່ອບໍ່ວ່າຈະມີຈັກຄົນຍອມໃຫ້ຖືກຕົ້ມຫຼາຍໆເທື່ອ? ເຊັ່ນ: ໃນຊຸມຫຼາຍປີຜ່ານມານີ້, ໂຮງງານນົມຜົງສຳລັບເດັກນ້ອຍຂອງຈີນແຫ່ງໜຶ່ງ ກວດພົບສານຕ້ອງຫ້າມ ທີ່ເຮັດໃຫ້ເດັກນ້ອຍຕ້ອງເສຍຊີວິດ ຈາກ ການດື່ມນົມດັ່ງກ່າວ ມາຫຼາຍໆປີ. ໃນທີ່ສຸດຄວາມຈິງກໍ່ປາກົດ. ທ່ານເຊື່ອໃນຄຳວ່າ “ເຮັດດີຈັກວັນໜຶ່ງຕ້ອງໄດ້ດີ” ບໍ່? ມາແບ່ງປັນທັດສະນະຂອງທ່ານນຳກັນແດ່! 👇