Home 3

ຄຳສັ່ງສອນໂບຮານທີ່ວ່າ: ໄມ້ລຳດຽວລ້ອມຮົ້ວບໍ່ໄຂວ່, ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ. ເປັນການບອກໃຫ້ ຄົນຮ່ວມເຮັດຮ່ວມສ້າງສາ. ແນວໃດກໍ່ຕາມ, ເຖິງວ່າຈະມີຄົນຫຼາຍຄົນຊຳໃດໃນກຸ່ມກ້ອນ ແຕ່ຫາກບໍ່ຄິດພັດທະນາ, ບໍ່ມີຄວາມສາມາດ ແລະ ຂາດສິນທຳແລ້ວ, ຄົນເຫຼົ່ານັ້ນກໍ່ຈະບໍ່ສ້າງຜົນປະໂຫຍດຫຍັງໃຫ້ແກ່ສັງຄົມ. …

ຫາກທ່ານຕົກເປັນໜຶ່ງໃນຄົນທຸກ, ຄົງຈະໄດ້ຮັບການຊ່ວຍເຫຼືອຈາກໂຄງການພັດທະນາສາກົນ. ສຳລັບ ສ ປ ປ ລາວ, ຄາດວ່າມີປະມານ 23% ຂອງປະຊາກອນຖືກຈັດເປັນກຸ່ມຄົນທຸກ.

ຫາກ​ຊີວິດ​ຄົນ​ເຮົາໝູນວຽນ​ໄປ​ເລື້ອຍໆ, ພວກ​ເຮົາ​ຕ້ອງ​ເມື່ອຍ​ລ້າ. ບໍ່ມີຈຸດຈົບແລະເລີ່ມຕົ້ນ. ຊ່ວງ​ປີ​ໃໝ່ ​ເປັນ​ໂອກາດ​ໄດ້​ທົບ​ທວນ ​ແລະ ປ່ອຍ​ວາງ​ອະດີດ ທີ່​ບໍ່ດີ​ໄວ້​ຂ້າງ​ຫຼັງ. ປິ່ນຫຼັງໃຫ້ຄວາມສຳເລັດເກົ່າໆເພື່ອ​ເລີ່ມຕົ້ນ​ໃສ່​ສິ່ງໃໝ່ແລະ​ດີໆ​ໃນ​ອີກ 365 ວັນ​ຂ້າງໜ້າ.

ທຸກໆເລື່ອງລາວຂອງຄວາມຮັ່ງມີ, ຈະເຕັມໄປດ້ວຍບັນຫາ ແລະການເອົາຊະນະແຕ່ລະບັນຫາ ເພື່ອສ້າງສາປະເທດໃຫ້ກ້າວໜ້າ. ພວກເຮົາບໍ່ຕ້ອງເບິ່ງໄປໄກ. ປະເທດສິງກະໂປ, ບໍ່ໄກຈາກລາວ ແລະ ເປັນປະເທດທີ່ຮັ່ງມີທາງດ້ານແນວຄິດ, ມີຄວາມໝັ້ນຄົງທາງດ້ານການເມືອງ ແລະ ເສດຖະກິດທີ່ເຂັ້ມແຂງ.

Sci-Tech

ອິດສະຫຼະທີ່ແທ້ຈິງ ຈະເກີດຂຶ້ນໃນເວລາທີ່ບຸກຄົນໆນັ້ນຮັບຮູ້ວ່າ ຕົນເອງເປັນຜູ້ນຳພາຊີວິດຂອງຕົນເອງ. ທ່ານອາດຈະ ບໍ່ຮູ້ດອກວ່າ ທ່ານເກີດມາເປັນຜູ້ນຳ. ລອງພິຈາລະນາເບິ່ງແມ ທ່ານເປັນພຽງຄົນໆດຽວທີ່ສາມາດຕັດສິນ ໃຈວ່າຊີວິດ ຈະເດີນໄປທາງໃດ. ລອງພິຈາລະນາຊີວິດຂອງທ່ານເອງເບິ່ງວ່າ, ໃຜຮັບຜິດຊອບ? ມັນແມ່ນຕົວທ່ານເອງນັ້ນແຫຼະ. ຫຼືວ່າ ທ່ານຕ້ອງການ ຄົນໃດໜຶ່ງຊີ້ທາງໃຫ້ທ່ານວ່າຄວນໄປທາງໃດຊັ້ນບໍ່? ທ່ານອາດມີຄວາມຄິດວ່າເຮັດສິ່ງນັ້ນ ສິ່ງນີ້ບໍ່ໄດ້. ຄວາມຄິດແບບ ນັ້ນ ເປັນການສ້າງຕົນເອງຢູ່ທີ່ບ່ອນບໍ່ມີທາງອອກ. ຫຼື ທ່ານອາດຈະສ້າງຄວາມຮັບຜິດຊອບແກ່ຊີວິດຂອງຕົນເອງ ແລະ …

Lifestyle

ໃນຂະນະທີ່ຫຼາຍໆຄົນໄດ້ເວົ້າວ່າ ຄຸນລັກສະນະຂອງການເປັນຜູ້ນຳເປັນ ລັກສະນະພິເສດສະເພາະຕົວມີມາແຕ່ເກີດ. ແຕ່ໃນຄວາມເປັນຈິງແລ້ວ ຜູ້ນຳຫຼາຍໆຄົນ ໄດ້ພັດທະນາຕົນເອງເປັນ ເວລາ ຫຼາຍສິບປີ ແລະ ຜ່ານປະສົບການ ຫຼາຍໆຢ່າງ ບໍ່ແມ່ນແຕ່ວ່າຖືກສ້າງມາຕັ້ງແຕ່ເກີດ. ແນ່ນອນ ສະພາບຂອງຄອບຄົວ ອາດມີອິດທິພົນໃນການ ພັດທະນາການນຳ ເຊັ່ນ ຄອບຄົວທີ່ມີພໍ່ແມ່ ແລະ ສັງຄົມ ອ້ອມຮອບໄປດ້ວຍ ສະພາບແວດລ້ອມການນຳ, ພຶດຕິກຳຂອງຄົນ ແລະ …