NorKhame1.0

ເປັນສຸກ ແລ້ວເຮັດວຽກດີຂຶ້ນ

ຄວາມສຸກ ແລະ ສະມັດຖະພາບການຜະລິດ (ຄວາມສາມາດໃນການເຮັດວຽກ) ມີການພົວພັນກັນໄດ້ແນວໃດ? ຖ້າ ຫາກທ່ານຕ້ອງການຍົກລະດັບຄວາມສາມາດໃນການເຮັດວຽກ, ໃນແຕ່ລະວັນ ຄວນຮັກສາແນວຄວາມຄິດຂອງທ່ານ ໃຫ້ເປັນສຸກ. ນັກຈິດຕະສາດຫຼາຍໆທ່ານ ໄດ້ຄົ້ນຄ້ວາຄວາມກ່ຽວຂ້ອງຂອງສະພາບຈິດໃຈ ແລະ ສະມັດຖະພາບການເຮັດວຽກ. ຜົນການວິໄຈຫຼາຍໆທ່ານຕ່າງກໍ່ເຫັນພ້ອມກັນວ່າ:…

Read more

ຢ່າປ່ອຍໃຫ້ເຫດຮ້າຍ ຢຸດຄວາມຝັນ

ສະຖານະການທີ່ຫຍຸ້ງຍາກ ເປັນເຫດຜົນຫຼັກທີ່ເຮັດໃຫ້ ຄົນຢຸດສ້າງຄວາມຝັນໃຫ້ເປັນຈິງ. ມັນ ເປັນຂໍ້ອ້າງຂອງຄົນຫຼາຍໆຄົນ ທີ່ມັກຕຳນິສະຖານະການທີ່ບໍ່ດີວ່າ ເປັນສາເຫດ ທີ່ເຮັດໃຫ້ຕົນ ເອງ ບໍ່ສາມາດດຳເນີນງານ ຫຼື ສ້າງສິ່ງໃດໜຶ່ງຂຶ້ນມາໄດ້ ຫຼື ສານຝັນໃຫ້ເປັນຈິງ. ຄົນແຕ່ລະຄົນຕ່າງກໍ່ເຈິກັບຄວາມຫຍຸ້ງຍາກເປັນຫຼາຍໆຄັ້ງ,…

Read more

ຄືນສິດສູ່ມານດາ

ທຸກໆປີ​ຈະ​ມີ​ການ​ສະຫຼອງ ວັນ​ແມ່ຍິງ​ໃນວັນ​ທີ 8 ​ເດືອນ ມີນາ. ຈະ​ເວົ້າ​ໄປ​ແລ້ວ​ບໍ່​ແມ່ນ​ເປັນ​ການ​ປະກາດ​ໄຊຊະນະຕໍ່ກັບ​ສິ່ງ​ທີ່​ເລີ່ມມີ​ການ​ຕໍ່ສູ້​ເລື່ອງ​ບົດ​ບາດຍິງ-ຊາຍ. ​​ເປັນ​ວັນໜຶ່ງຂອງ​ແມ່ຍິງ​ທີ່​ສະ​ແດງ​ໃຫ້​ສັງຄົມ​ເຫັນ​ຫຼາຍໆສິດ​ທີ່​ທາງ​ແມ່ຍິງ​ພະຍາຍາມ​ໃຫ້​ໄດ້​ມາ.

Read more

ໂດຍຂ້ານ້ອຍ

“ເສນາໝາກຂີ້ກາ” ເປັນໜຶ່ງຄຳສຸພາສິດສອນຄົນລາວມາຫຼາຍຍຸກສະໄໝ. ຄວາມໝາຍຂອງເສນາໝາກຂີ້ກາຄືການຈັດກຸ່ມ ລູກນ້ອງ, ຜູ້ຢູ່ໃຕ້ບັງຄັບບັນຊາ, ຜູ້ເພິ່ງບາລະມີ ຕ່າງພາກັນເຮັດທຸກໆຢ່າງໃຫ້ນາຍພໍໃຈ.

Read more

ເພື່ອນແທ້ແກ້ບັນຫາ

ນັບເປັນເວລາໜຶ່ງທີ່ໄດ້ອຸທິດຕົນເອງໃນການສ້າງເນື້ອໃນ ຂໍ້ຄວາມຜ່ານຫຼາຍໆຮູບແບບ. ສິ່ງສຳຄັນບໍ່ໄດ້ສອນ ຫຼື ບອກສິ່ງທີ່ດີທີ່ສຸດ ແຕ່ເປັນການສະແດງຄວາມຄິດໃນການເບິ່ງຊ່ອງທາງ ແລະ ເລືອກເດີນໄປໃຫ້ດີທີ່ສຸດ.

Read more

ສ້າງຄວາມກ້າ ໃນການເຮັດທຸລະກິດ

ຂາດເງິນທຶນ, ຂາດທັກສະພິເສດ ຫຼື ຂາດຄົນຮູ້ຈັກ? ມັນເປັນພຽງຄວາມຢ້ານໃນການ ລົງມື ເຮັດທຸລະກິດ. ໃນເວລາສ້າງຕັ້ງທຸລະກິດໃໝ່ ຫຼາຍໆຄົນຈະຮັບຮູ້ວ່າ ມັນມີຄວາມສ່ຽງຫຼາຍທີ່ ຈະລົ້ມລະລາຍ ແລະ ມີຫຼາຍອັນຍັງຂາດເຂີນໂດຍສະເພາະເງິນທຶນ.

Read more

ຢ່າປະປ່ອຍເວລາ

ແຕ່ລະຄົນຕ່າງມີຄວາມຈຳກັດດ້ານເວລາ. ທຸກຄົນມີເວລາ 24 ຊົ່ວໂມງຕໍ່ມື້. ຍ້ອນເວລາມີຈຳກັດ ມັນຈຶ່ງເປັນສິ່ງທີ່ ຕ້ອງໄດ້ ຄິດວ່າຈະໃຊ້ເວລາແນວໃດໃຫ້ເປັນປະໂຫຍດທີ່ສຸດ. ສຳນຶກພາບເບິ່ງວ່າ, ຖ້າຫາກທ່ານຈະມີເວລາ ພຽງແຕ່ ເດືອນດຽວ ໃນການດຳລົງຊີວິດ ທ່ານຈະໃຊ້ເວລາແນວໃດ?

Read more

500 ເປັນ 55000

ທຸກໆເລື່ອງລາວຂອງຄວາມຮັ່ງມີ, ຈະເຕັມໄປດ້ວຍບັນຫາ ແລະການເອົາຊະນະແຕ່ລະບັນຫາ ເພື່ອສ້າງສາປະເທດໃຫ້ກ້າວໜ້າ. ພວກເຮົາບໍ່ຕ້ອງເບິ່ງໄປໄກ. ປະເທດສິງກະໂປ, ບໍ່ໄກຈາກລາວ ແລະ ເປັນປະເທດທີ່ຮັ່ງມີທາງດ້ານແນວຄິດ, ມີຄວາມໝັ້ນຄົງທາງດ້ານການເມືອງ ແລະ ເສດຖະກິດທີ່ເຂັ້ມແຂງ.

Read more

ຮ່ວມຝັນ

ຫາກ​ຊີວິດ​ຄົນ​ເຮົາໝູນວຽນ​ໄປ​ເລື້ອຍໆ, ພວກ​ເຮົາ​ຕ້ອງ​ເມື່ອຍ​ລ້າ. ບໍ່ມີຈຸດຈົບແລະເລີ່ມຕົ້ນ. ຊ່ວງ​ປີ​ໃໝ່ ​ເປັນ​ໂອກາດ​ໄດ້​ທົບ​ທວນ ​ແລະ ປ່ອຍ​ວາງ​ອະດີດ ທີ່​ບໍ່ດີ​ໄວ້​ຂ້າງ​ຫຼັງ. ປິ່ນຫຼັງໃຫ້ຄວາມສຳເລັດເກົ່າໆເພື່ອ​ເລີ່ມຕົ້ນ​ໃສ່​ສິ່ງໃໝ່ແລະ​ດີໆ​ໃນ​ອີກ 365 ວັນ​ຂ້າງໜ້າ.

Read more

23% ຄົນທຸກ

ຫາກທ່ານຕົກເປັນໜຶ່ງໃນຄົນທຸກ, ຄົງຈະໄດ້ຮັບການຊ່ວຍເຫຼືອຈາກໂຄງການພັດທະນາສາກົນ. ສຳລັບ ສ ປ ປ ລາວ, ຄາດວ່າມີປະມານ 23% ຂອງປະຊາກອນຖືກຈັດເປັນກຸ່ມຄົນທຸກ.

Read more