ໃຊ້ສື່ສັງຄົມ ອອນລາຍ ໃນທຸລະກິດຂອງທ່ານ

ໃນປັດຈຸບັນໃຜໆກໍ່ສາມາດ ສ້າງເວັບໄຊ ແລະ ເລີ່ມການເຮັດທຸລະກິດ ທາງອອນລາຍໄດ້ຢ່າງງ່າຍດາຍ. ມີຫຼາຍໆຄົນສາມາດສ້າງສິ່ງດັ່ງກ່າວ ໄດ້ພາຍໃນໄລຍະເວລາພຽງຊົ່ວໂມງ ຫຼື ໜ້ອຍ ກວ່ານັ້ນ.

ກ່ອນຜູ້ບໍລິໂພກຈະຊື້ ສິນຄ້າ ຫຼື ການບໍລິການຈາກຫົວໜ່ວຍທຸລະກິດ ໃດໜຶ່ງ ສິ່ງທີ່ກະຕຸ້ນການ ຕັດສິນໃຈແມ່ນການ ເບິ່ງຕົວຢ່າງ ຫຼື ຮູບແບບການໃຊ້ງານ ຈາກຜະລິດຕະພັນ ແລະ ການບໍລິການ. ມີຫຼາຍທຸລະກິດ ໄດ້ນຳໃຊ້ເຕັກນິກ ວິທີຂາຍທີ່ເປັນລັກສະນະສະເພາະຕົວຜ່ານທາງ ອອນລາຍ ເພື່ອເປັນການສະແດງໃຫ້ເຫັນຢ່າງຊັດເຈນວ່າ ບໍລິສັດມີສິນຄ້າຫຍັງ, ມີການບໍລິການ ແບບ ໃດ ແລະ ມີຄວາມແຕກຕ່າງຈາກຫົວໜ່ວຍ ທຸລະກິດອື່ນ ແນວໃດ. ທາງອອນລາຍ ທ່ານສາມາດ ເປີດໂອກາດ ໃຫ້ຜູ້ຊົມໃຊ້ໄດ້ລອງມີປະສົບການ ຫຼື ຈິດສຳນຶກ ໃນການຊົມໃຊ້ສິນຄ້າຂອງທ່ານ ກ່ອນມີການຊື້ ແລະ ສ້າງການກັບມາຊື້ອີກ.

“ກ່ອນຜູ້ບໍລິໂພກຈະຊື້ ສິນຄ້າ ຫຼື ການບໍລິການຈາກຫົວໜ່ວຍທຸລະກິດ ໃດໜຶ່ງ ສິ່ງທີ່ກະຕຸ້ນການ ຕັດສິນໃຈແມ່ນການ ເບິ່ງຕົວຢ່າງ ຫຼື ຮູບແບບການໃຊ້ງານ ຈາກຜະລິດຕະພັນ ແລະ ການບໍລິການ.”

ໂຊກດີທີ່ວ່າ ທາງສື່ອອນລາຍ ທ່ານສາມາດມີໂອກາດ ໃນການສະແດງໜ້າທີ່ ແລະ ຜົນປະໂຫຍດ ຂອງສິນຄ້າຜ່ານຮູບພາບ ແລະ ວິດີໂອ. ໃນການສ້າງເນື້ອໃນອອນລາຍ ຈະຕ້ອງໃຫ້ຄຳນຶງເຖິງຄວາມ ເໝາະສົມຂອງສິນຄ້າ ກັບສື່ທີ່ທ່ານຈະນຳໃຊ້.

  1. ສື່ Pinterest ແລະ Twitter ສຳລັບທຸລະກິດ ທີ່ຕ້ອງການສ້າງແນວຄວາມຄິດໃໝ່ໆໃຫ້ແກ່ສັງຄົມ ອາດຕ້ອງໄດ້ນຳໃຊ້ສື່ດັ່ງ ກ່າວ. ການນຳໃຊ້ Twitter ຊ່ວຍເຮັດໃຫ້ສັງຄົມຮັບຮູ້ສິນຄ້າທີ່ກຳລັງເປີດຕົວ ຫຼື ສິນຄ້າທີ່ກຳລັງ ໄດ້ຮັບຄວາມນິຍົມໃນທ້ອງຕະຫຼາດ. ແຕ່ສຳລັບ Pinterest ນັ້ນກໍ່ເປັນເຄື່ອງມືການຕະຫຼາດ ທີ່ ດີເລີດທີ່ສຸດ ໃນການແນະນຳສິນຄ້າໃໝ່ ຫຼື ຜະລິດຕະພັນການອອກແບບ ເຊິ່ງຜູ້ຊົມໃຊ້ສາ ມາດບັນທຶກ ແລະ ແບ່ງປັນຮູບພາບ ທີ່ສ້າງແຮງບັນດານໃຈດັ່ງກ່າວ ໃຫ້ແກ່ເພື່ອນມິດໃນ ເຄືອຂ່າຍໄດ້.
  2. ເຟສບຸກ (Facebook) ໃນການສະໜອງຂໍ້ມູນກ່ຽວກັບຜະລິດຕະພັນ, ເຟສບຸກເປັນເຄື່ອງມືທາງອອນລາຍ ທີ່ຊ່ວຍ ໃຫ້ບໍລິສັດ ໄດ້ເຂົ້າເຖິງ ຜູ້ຊົມໃຊ້ຫຼາຍກຸ່ມທີ່ສຸດ. ທັງຍັງເປັນເຄື່ອງມືໃນການ ສ້າງແຮງຈູງໃຈ ເພື່ອເຊື່ອມຕໍ່ສິນຄ້າຂອງທ່ານ ເຂົ້າກັບສັງຄົມ. ມັນຊ່ວຍສ້າງໃຫ້ມີການແລກປ່ຽນຄຳເຫັນ ແລະ ສ້າງສາຍພົວພັນກັບຜູ້ຊົມໃຊ້. ຍິ່ງໄປກວ່ານັ້ນ ທ່ານຍັງສາມາດນຳໃຊ້ ເຟສບຸກ ເພື່ອສ້າງການ ໂຄສະນາເພື່ອໃຫ້ມີການແລກປ່ຽນຂໍ້ມູນຂ່າວສານ, ສ້າງແຜນການໂຄສະນາ ໂດຍການ ແຈກຢາຍ ສິນຄ້າລອງໃຊ້ ເຊິ່ງສາມາດດຶງດູດຄວາມສົນໃຈ ໃນວົງກວ້າງ.
  3. ອິນສະຕາແກຣມ (Instagram) ເປັນສື່ອອນລາຍທີ່ໄດ້ຮັບຄວາມນິຍົມອີກອັນໜຶ່ງ ທີ່ໃຊ້ເຂົ້າໃນການສື່ສານຜ່ານຮູບພາບ. ທ່ານ ສາມາດສ້າງ ພາບພົດຂອງຍີ່ຫໍ້ ແລະ ເຮັດໃຫ້ຜູ້ຊົມໃຊ້ຈື່ຈຳຍີ່ຫໍ້ຂອງທ່ານໄດ້ຢ່າງຊັດເຈນຂຶ້ນ. ແຕ່ໜ້າເສຍດາຍ Instagram ບໍ່ມີເຄື່ອງມືໃນການຄົ້ນຫາ ຜ່ານທາງສື່ຕ່າງໆ ທີ່ສາມາດ ກ່າວເຖິງທຸລະກິດຂອງທ່ານ. ເພື່ອເຮັດໃຫ້ Instagram ສາມາດຄົ້ນຫາໄດ້, ທ່ານຄວນເຊື່ອມຕໍ່ກັບເຄື່ອງ ຄົ້ນຫາ Twitter ເພື່ອໃຫ້ສາມາດຄົ້ນຫາຫົວຂໍ້ທີ່ ນຳມາລົງໂຄສະນາໄດ້ຜ່ານທາງ Instagram ໄດ້ງ່າຍຂຶ້ນ.

ໃນເວລາລົງໂຄສະນາທາງ Instagram ໃຫ້ທ່ານຂໍໃຫ້ບັນດາລູກຄ້າ ແຈ້ງຕໍ່ໃຫ້ກັບບັນດາສະມາຊິກອື່ນໆ ທີ່ຢູ່ໃນເຄືອຂ່າຍຂອງຕົນເອງ. ຍິ່ງມີຫຼາຍຄົນນຳອອກສູ່ສື່ໃນເຄືອຂ່າຍຂອງຕົນເອງ ຫຼາຍປານໃດ ກໍ່ຈະເຮັດ ໃຫ້ມີການຄົ້ນຫາໄດ້ງ່າຍຂຶ້ນ.

  1. ການໂຄສະນາຜ່ານທາງ ມີເດຍ Vine ຫຼື Youtube.com ເປັນສື່ໂຄສະນາທີ່ດີອັນດັບຕົ້ນໆ ໃນການລົງໂຄສະນາທຸລະກິດ ແບບສັ້ນໆ ແລະ ມີເນື້ອໃນກະທັດຮັດ. ການສ້າງເຄື່ອງມື ເພື່ອໃຫ້ສາມາດຄົ້ນຫາ ວິດີໂອຜ່ານທາງ ອອນລາຍ ຈະເປັນການສ້າງການອ້າງອີງທີ່ມີຄວາມໜ້າເຊື່ອຖືໃຫ້ແກ່ລູກຄ້າ. ແລ້ວເຊື່ອມຕໍ່ວິດີໂອເຂົ້າຫາເວັບໄຊ.

ຂໍ້ຄວາມສຳຄັນໃນວິດີໂອ ທ່ານຄວນກ່າວເຖິງ ຜົນປະໂຫຍດທີ່ຈະໄດ້ຮັບຈາກການຊົມໃຊ້ ສິນຄ້າ.

ປັດຈຸບັນນີ້, ທ່ານຄິດວ່າສື່ໂຊຊຽວມີເດຍຊ່ອງທາງໃດ ທີ່ຊ່ວຍສ້າງຍອດຂາຍໃຫ້ທຸລະກິດຂອງທ່ານໄດ້ດີທີ່ສຸດ? ມາແລກປ່ຽນກັນເບິ່ງ! 👇

Related posts

ຊີວິດບໍ່ຄາດຫວັງ

ກະບອງ​ຍອດ​ເພັດ

ຕັ້ງຊື່ຍີ່ຫໍ້ສິນຄ້າ ໃຫ້ຄົນຈື່ງ່າຍ