Home ສື່ວີດີໂອຫຼົງໃຊ້ຂອງປອມ

ຫຼົງໃຊ້ຂອງປອມ

ຢ່າຫຼົງໃຊ້ຂອງປອມ: ຮູ້ທັນສິນຄ້າລອກຮຽນແບບ ເພື່ອປົກປ້ອງສຸຂະພາບ ແລະ ເງິນໃນກະເປົາ! 🛍️🚫

by NorKhame
0 comments

ທົ່ວໂລກມີສິນຄ້າປອມອອກສູ່ຕະຫຼາດເປັນປະຈຳ, ປະມານ 5-7% ຂອງສິນຄ້າທັງໝົດ. ປະເທດຈະເລີນເຊິ່ງມີການພັດທະນາດ້ານກົດໝາຍຍັງຮັບມືກັບບັນຫານີ້ບໍ່ແມ່ນງ່າຍ. ແນ່ນອນຜູ້ຊົມໃຊ້ກາຍເປັນເຫຍື່ອບໍລິສຸດ ແລະ ທ່ານເອງຄວນພັດທະນາທັກສະພິຈາລະນາຂອງແທ້ ຫຼື ປອມ.

ສິນຄ້າປອມເປັນມາຈາກຫຼາຍສາເຫດ. ອັນໜຶ່ງໜ້າຈະແມ່ນຍ້ອນການຜະລິດທີ່ມີການແຂ່ງຂັນກັນຫຼາຍ ຈົນເຮັດໃຫ້ຜູ້ຜະລິດຂະໜາດນ້ອຍບໍ່ສາມາດແຂ່ງຂັນໄດ້ ຈຶ່ງຕ້ອງສ້າງສິນຄ້າຮຽນແບບທີ່ມີຄຸນນະພາບຕໍ່າ ແລະ ຂາຍໃນລາຄາຄືກັນກັບເຄື່ອງຂອງແທ້. ໃນ ສ ປ ປ ລາວ ປະກົດມີສິນຄ້າປອມຫຼາກຫຼາຍ ນັບແຕ່ເຄື່ອງໃຊ້ ຈົນຮອດອາຫານການກິນ.

ເມື່ອເວົ້າເຖິງອາຫານແລ້ວ ເປັນສິ່ງທີ່ໜ້າເອົາໃຈໃສ່ ເພາະສຸຂະພາບ ແລະ ການມີຊີວິດຍືນຍາວເປັນສິ່ງທີ່ຄົນທຸກໆຄົນຕ້ອງການ. ການໃຊ້ຂອງປອມເປັນປະຈຳ ອາດເປັນອັນຕະລາຍຕໍ່ສຸຂະພາບ ເພາະອາຫານປອມ ມັກຈະບໍ່ໄດ້ຜ່ານການກວດສອບ ແລະ ອະນຸມັດຈາກອົງການອາຫານ ແລະ ຢາ. ດັ່ງນັ້ນ, ຄວນສັງເກດສິນຄ້າໃຫ້ດີກ່ອນຊື້. ຄວນກວດເບິ່ງສາຍພົວພັນກັບສະມາຊິກອື່ນໆທີ່ນອນໃນອຸດສາຫະກຳດຽວກັນຫຼືບໍ່. ຫຼື ສັງເກດເບິ່ງຄຳເຫັນຂອງລູກຄ້າອື່ນໆຜ່ານທາງສື່ອອນລາຍ. ຫຼື ທາງຮ້ານມີການບໍລິການຫຼັງຂາຍຄືກັນກັບທີ່ທາງຍີ່ຫໍ້ອາດຈະສະໜອງການບໍລິການຫຼືບໍ່?

“ການໃຊ້ຂອງປອມເປັນປະຈຳ ອາດເປັນອັນຕະລາຍຕໍ່ສຸຂະພາບ ເພາະອາຫານປອມ ມັກຈະບໍ່ໄດ້ຜ່ານການກວດສອບ ແລະ ອະນຸມັດຈາກອົງການອາຫານ ແລະ ຢາ.”

ໃຊ້ສາຍຕາ ແລະ ຄວາມຊົງຈຳ ຖ້າຫາກທ່ານໃຊ້ສິນຄ້າໃດໜຶ່ງເປັນປະຈຳ ທ່ານອາດຈະຕ້ອງໄດ້ຈື່ຄຸນລັກສະນະຂອງສິນຄ້າ. ເຊັ່ນ ລັກສະນະການຫຸ້ມຫໍ່, ລົດຊາດ ແລະ ລາຍລະອຽດເຈ້ຍຫຸ້ມຫໍ່. ສິນຄ້າປອມ ຈະມີການຫຸ້ມຫໍ່ທີ່ແຕກຕ່າງອອກ ຈາກຂອງແທ້ ແລະ ການຈົດສະຫຼາກ ມັກຈະບໍ່ຄົບຖ້ວນຄືກັນກັບຂອງແທ້ ຫຼື ມີການຂຽນທີ່ບໍ່ເປັນລະບົບແນ່ນອນ. ຖ້າທ່ານຊື້ເຄື່ອງໄຟຟ້າຂອງແທ້, ມັກຈະມີເຄື່ອງອື່ນໆຄັດຕິດມານຳ ເຊັ່ນ: ສາຍສາກ, ແລະ ອຸປະກອນຕິດຕັ້ງ. ແຕ່ຂອງປອມແລ້ວມີແຕ່ເຄື່ອງ ສ່ວນອັນອື່ນໆຕ້ອງໄດ້ຊື້ເອົາ.

ລາຄາຖືກຫຼາຍ ຖ້າຫາກທ່ານສາມາດຕໍ່ໄດ້ລາຄາເກີນກວ່າທີ່ເປັນແລ້ວ, ເຄື່ອງນັ້ນມີໂອກາດເປັນຂອງປອມສູງຫຼາຍ.

ເຄີຍມີປະສົບການຊື້ເຄື່ອງຜິດ ໄດ້ຂອງປອມມາໃຊ້ບໍ່? ທ່ານມີວິທີສັງເກດສິນຄ້າແນວໃດກ່ອນຊື້? ມາແຊຣ໌ກັນເດີ້ 👇

You may also like

Leave a Comment

Are you sure want to unlock this post?
Unlock left : 0
Are you sure want to cancel subscription?