ໃນຊີວິດມະນຸດຄົນເຮົາ, ຄວາມຮັກເປັນສິ່ງສຳຄັນຫຼາຍ. ຄ້າຍໆກັບວ່າເປັນຈິດວິນຍານອັນໜຶ່ງທີ່ຄົນເຮົາຕ່າງຊອກຫາ. ຫາກເມື່ອເວົ້າເຖິງຮັກລະຫວ່າງບ່າວ-ສາວ, ສາຍພົວພັນທາງກາຍເປັນສິ່ງທີ່ຫຼີກລ່ຽງໄດ້ຍາກ. ສະເພາະຄູບາ, ຈົວ ແລະ ແມ່ຊີ ທີ່ນອນໃນກຸ່ມຮັກສາການປະຕິບັດທາງສາດສະໜາ, ການມີຮັກແບບຄົນທົ່ວໆໄປຖືເປັນການສ້າງບາບຮ້າຍແຮງທີ່ສຸດ. ບໍ່ມີວັດໃດຢາກໃຫ້ເກີດບັນຫາດັ່ງກ່າວຂຶ້ນກັບສະຖານທີ່ທຳຂອງຕົນເອງ. ເພາະຈະເຮັດໃຫ້ສັງຄົມເຊື່ອມສັດທາ. ເຈົ້າອາວາດ ແລະ …
ກາຍໃຈ
-
-
ການເຮັດທຸລະກິດມັນແມ່ນການເດີນທາງເຂົ້າໄປສູ່ແຫ່ງມະຫັດສະຈັນ ຫຼື ມັນອາດຈະເປັນການຜະຈົນໄພ ໃນດິນແດນທີ່ບໍ່ເຄີຍໄປມາກ່ອນ ທີ່ມີຫຼາຍສີສັນໃຫ້ເບິ່ງໃຫ້ຊົມ. ການເຮັດທຸລະກິດ ບໍ່ວ່າຈະຂະໜາດໃດ ເຈົ້າຂອງ ກິດຈະການ ມັກຈະຕ້ອງໄດ້ຄົ້ນຄິດຕຶກຕອງສະເໝີ. ມີຫຼາຍໆຄັ້ງ ຂ້າພະເຈົ້າກໍ່ມີຄວາມບໍ່ແນ່ໃຈວ່າ ສິ່ງທີ່ກຳລັງເຮັດນີ້ ເປັນສິ່ງທີ່ ຖືກແທ້ບໍ່ …
-
ການສ້າງທຸລະກິດຂອງເກີດຂຶ້ນຍ້ອນຄວາມຕັ້ງໃຈອັນແຮງກ້າຂອງທານເອງ ຫຼື ກຸ່ມຄົນໃດໜຶ່ງທີ່ ຫວັງສ້າງ ຜົນປະໂຫຍດໃຫ້ແກ່ສັງຄົມ. ຫຼາຍບໍລິສັດມີບັນຫາທາງດ້ານການຕະຫຼາດ ໂດຍສະເພາະ ໃນຕອນຕົ້ນຂອງ ການສ້າງທຸລະກິດ.
-
ສິ່ງສຳຄັນອັນໜຶ່ງຂອງການກຳນົດທີ່ຕັ້ງຂອງຍີ່ຫໍ້ສິນຄ້າ ໃນຕະຫຼາດແມ່ນຕ້ອງມີຄວາມເຂົ້າໃຈ ໜ້າທີ່ ແລະ ຜົນປະໂຫຍດຂອງການໃຊ້ງານຂອງສິນຄ້າຂອງທ່ານ ທີ່ກຳລັງສະໜອງໃຫ້ແກ່ລູກຄ້າ. ທ່ານເຮັດສິ່ງໃດເພື່ອກຸ່ມລູກຄ້າເປົ້າໝາຍ? ສິ່ງທີ່ທ່ານເວົ້າ ກ່ຽວກັບຜະລິດຕະພັນຂອງທ່ານ ເປັນການສະແດງຈຸດຢືນ ກ່ຽວກັບການໃຫ້ບໍລິການລູກຄ້າ.
-
ແມ່ຍິງທີ່ກາຍເປັນຜູ້ປະກອບການ ແລະ ການນຳຂອງອົງການທຸລະກິດ ຫຼື ການເມືອງຕ່າງໆ ສິ່ງໜຶ່ງທີ່ ສະແດງ ອອກໃນສາຍຕາຂອງສັງຄົມ ແມ່ນການຊະນະຄວາມແຕກໂຕນທາງເພດ.
-
ເຈົ້າມາແຕ່ໃສ? ເປັນຄຳຖາມທີ່ຂ້າພະເຈົ້າມັກຖືກຖາມເວລາ ທີ່ເດີນທາງໄປຕ່າງປະເທດ. ແລະ ມີຫຼາຍຄັ້ງ ທີ່ຄົນລາວເອງມັກຖາມຂ້າພະເຈົ້າ ໃນຂະນະທີ່ເຮັດວຽກໃນລາວ. ຄຳຖາມດັ່ງກ່າວເຮັດໃຫ້ຕົນເອງ ເກີດມີຂໍ້ສົງໃສວ່າ: ການທີ່ເຮົາຫົວດຳ ແລະ ເຮັດວຽກໃນລາວ ກໍ່ບໍ່ໄດ້ໝາຍວ່າຫຼາຍຄົນຈະເບິ່ງເປັນຄົນລາວໝົດ.
-
ແນ່ນອນ ການລົ້ມລະລາຍ ເປັນສິ່ງທີ່ນັກທຸລະກິດ ບໍ່ຢາກພົບພໍ້. ໃຜໆກໍ່ຕ່າງທີ່ຢາກຈະໄດ້ກຳໄລ ກັບ ສິ່ງທີ່ຕົນເອງສ້າງຂຶ້ນມາ. ການສ້າງທຸລະກິດໃຫ້ມີກຳໄລທາງດ້ານການເງິນ ຫຼື ສ້າງຜົນກຳໄລໃຫ້ແກ່ສັງຄົມໄດ້ຢ່າງມີປະສິດທິພາບ. ຫຼາຍໆຄົນພະຍາຍາມຫຼີກລ່ຽງການລົ້ມລະລາຍ ແຕ່ມີຫຼາຍໆຄົນໄດ້ພົບ ກັບການລົ້ມລະລາຍ ເປັນ ຊ່ວງໄລຍະເວລາໃດໜຶ່ງ …
-
ການສຶກສາມີຄວາມສຳຄັນ ແຕ່ການສຶກສາລະດັບໃດຈະເຮັດໃຫ້ຄົນປະສົບຜົນສຳເລັດນັ້ນ ເປັນສິ່ງທີ່ ຍັງບໍ່ທັນມີຄຳຕອບ. ແຕ່ມີນັກວິທະຍາສາດ, ນັກຄອມພິວເຕີ, ນັກຂຽນ ທີ່ບໍ່ໄດ້ ຮຽນ ຈົບການສຶກສາລະດັບສູງຂັ້ນປະລິນຍາ ແຕ່ມີຄວາມສາມາດໃນການ ດຳເນີນທຸລະກິດ ຫຼື ປະກອບອາຊີບ ຈົນເປັນທີ່ຮັບຮູ້ຂອງສັງຄົມໃນວົງກວ້າງ.
-
ບັນຫາສັງຄົມທີ່ເກີດຂຶ້ນ ກໍ່ແມ່ນຄົນເປັນຄົນສ້າງ. ເຊັ່ນ: ບັນຫາຢາເສບຕິດ, ການໜີໂຮງຮຽນ, ການປຸ້ນຈີ້ ແລະ ອື່ນໆ. ຕໍ່ກັບການປະພຶດທີ່ບໍ່ດີ ເປັນໝາກຜົນຂອງການຂາດສ້າງຈິດສຳນຶກທີ່ດີ ໃຫ້ແກ່ເດັກ. ຈະເວົ້າໄດ້ວ່າທຸກໆຄົນນັ້ນເກີດມາ ບໍ່ໄດ້ເປັນຄົນຊົ່ວຫຼືດີ. ການບົ່ມສອນ ແລະ …