ອິດສະຫຼະທີ່ແທ້ຈິງ ຈະເກີດຂຶ້ນໃນເວລາທີ່ບຸກຄົນໆນັ້ນຮັບຮູ້ວ່າ ຕົນເອງເປັນຜູ້ນຳພາຊີວິດຂອງຕົນເອງ. ທ່ານອາດຈະ ບໍ່ຮູ້ດອກວ່າ ທ່ານເກີດມາເປັນຜູ້ນຳ. ລອງພິຈາລະນາເບິ່ງແມ ທ່ານເປັນພຽງຄົນໆດຽວທີ່ສາມາດຕັດສິນ ໃຈວ່າຊີວິດ ຈະເດີນໄປທາງໃດ. ລອງພິຈາລະນາຊີວິດຂອງທ່ານເອງເບິ່ງວ່າ, ໃຜຮັບຜິດຊອບ? ມັນແມ່ນຕົວທ່ານເອງນັ້ນແຫຼະ. ຫຼືວ່າ ທ່ານຕ້ອງການ …
ສ້າງຮຸ່ນໃໝ່
-
-
ທ່ານເຄີຍມີຄວາມຄິດບໍ່ວ່າ ຄວາມໝາຍຂອງການມີຊີວິດ ແມ່ນຫຍັງ? ໃນປະສົບການຂອງຂ້າພະເຈົ້າ, ຄວາມໝາຍ ຂອງການມີຊີວິດ ຄືການໄດ້ຢູ່ເພື່ອຮັບໃຊ້ ຫຼື ໃຫ້ບໍລິການແກ່ຕົນເອງ, ຄົນໃກ້ຕົວ ແລະ ສັງຄົມ. ຄົນຈະໄດ້ຮັບຄ່າຕອບແທນ ຈາກການໃຫ້ບໍລິການເພື່ອໃຊ້ຈ່າຍໃນການດຳລົງຊີວິດ ແຕ່ຄວາມໝາຍຂອງການມີຊີວິດຄື …
-
ຄຳສັ່ງສອນໂບຮານທີ່ວ່າ: ໄມ້ລຳດຽວລ້ອມຮົ້ວບໍ່ໄຂວ່, ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ. ເປັນການບອກໃຫ້ ຄົນຮ່ວມເຮັດຮ່ວມສ້າງສາ. ແນວໃດກໍ່ຕາມ, ເຖິງວ່າຈະມີຄົນຫຼາຍຄົນຊຳໃດໃນກຸ່ມກ້ອນ ແຕ່ຫາກບໍ່ຄິດພັດທະນາ, ບໍ່ມີຄວາມສາມາດ ແລະ ຂາດສິນທຳແລ້ວ, ຄົນເຫຼົ່ານັ້ນກໍ່ຈະບໍ່ສ້າງຜົນປະໂຫຍດຫຍັງໃຫ້ແກ່ສັງຄົມ. ກົງກັນຂ້າມແຮງຈະນຳຜົນເສຍອັນມະຫາສານມາສູ່ສັງຄົມຢ່າງບໍ່ຕ້ອງສົງໃສ. ໃນປະຫວັດສາດກູ້ຊາດຫຼາຍສະໄໝ, ເຮົາມັກຈະໄດ້ຍິນວິລະຊົນ, …
-
ຮອດຍາມວັນພັກປະຈຳອາທິດ, ໜ້າຈະເປັນເວລາຊື້ເຄື່ອງເຂົ້າເຮືອນຊານ, ຫຼື ໃຊ້ເວລາໄປກິນເຂົ້ານອກບ້ານ, ປິ່ນປົວ, ເຮັດທຸລະກິດ ແລະ ຊື້ອຸປະກອນຕ່າງໆ ທີ່ສາມາດນຳເຂົ້າມາໄດ້ ໂດຍບໍ່ຕ້ອງເສຍພາສີນຳເຂົ້າ. ໜອງຄາຍ, ອຸດອນ, ຂອນແກ່ນ ຫຼື ກຸງເທບ …
-
“ສິ້ນ” ກາຍເປັນປັດໃຈຈຳເປັນ ແລະ ການສະແດງອອກຂອງແມ່ຍິງລາວ. ຖ້າຈະເວົ້າໃນວົງກວ້າງ, ສິ້ນເປັນສິ່ງສຳຄັນ ສຳລັບເອກອ້າງວັດທະນະທຳລາວ. ດັ່ງນັ້ນ, ແມ່ຍິງຈຶ່ງກາຍເປັນກຸ່ມຄົນທີ່ສຳຄັນໃນການສະແດງ ແລະ ປົກປັກຮັກສາວັດທະນະທຳ. ທີ່ສຳນັກງານ ແລະ ການເຮັດວຽກຫຼາຍໆຫ້ອງການບໍ່ວ່າຈະເປັນພາກລັດ ແລະ …
-
ທ່ານຈັກບໍ່ຄວາມຄິດຮອດບ້ານເກີດນັ້ນ ຈັ່ງແມ່ນຫົດຫູ່. ຂ້າພະເຈົ້າມີຄວາມຮູ້ສຶກດັ່ງກ່າວ ຄັ້ງທຳອິດ ຕອນເດີນທາງໄປສຶກສາທີ່ປະເທດ ໂປແລນ. ຈັ່ງແມ່ນວ້າເຫ່ວ. ເຖິງຈະໄປກັບເພື່ອນທີ່ດີໆ ອີກ ສິບກວ່າຊີວິດ ແຕ່ຄວາມຮູ້ສຶກໂດດດ່ຽວປ່ຽວພອຍ ເຮັດໃຫ້ກັ້ນນ້ຳຕາໄວ້ບໍ່ໄດ້ ວັນທີ່ສອງ ໃນເມື່ອ ຕ້ອງຮູ້ວ່າຈະໄດ້ …
-
ເຮົາອາດບໍ່ມີຍົນ ຫຼື ເຄື່ອງທັນສະໄໝເປັນສິນຄ້າສົ່ງອອກຄືປະເທດອື່ນ. ສິ່ງທີ່ຄົນລາວຄວນພາກພູມໃຈແມ່ນສິ່ງທີ່ໄດ້ມາຈາກປະຊາຊົນ ເຮັດການປູກກາເຟ. ເຂົາເຈົ້າກຳລັງແຂ່ງຂັນການຜະລິດກາເຟຄຸນນະພາບໃນລະດັບໂລກ. ນີ້ເປັນສິ່ງສ້າງຄວາມເອກອ້າງທະນົງໃຈໃຫ້ຄົນລາວ. ເມັດກາເຟມີລາຄາແພງຫຼາຍ. ບາງປະເທດຂາຍກາເຟຄຸນນະພາບຊຳກັບຂາຍຄຳ. ກາເຟຈາກປະເທດອິນໂດເນເຊຍ ເປັນໜຶ່ງກາເຟ ທີ່ ແພງ ທີ່ສຸດໃນໂລກ. ເຄິ່ງກິໂລ …
-
ນິທານໂບຮານມັກຈະມີ ເລື່ອງເລົ່າກ່ຽວກັບນາງຟ້າ ຫຼື ເທວະດາມາຊ່ວຍໃນຍາມຍາກ. ໃນຕົວຈິງທີ່ເກີດຂຶ້ນກັບທ້າວນ້ອຍ ໃນປະເທດໄນຈີເລຍ ກໍ່ອາດເປັນຄືໃນນະວະນິຍາຍທີ່ຫຼາຍທ່ານອາດໄດ້ຟັງມາ.
-
ຄົນກະລຸນາເປັນລັກສະນະຂອງຄົນກ້າວໜ້າ ແລະ ພັດທະນາ. ການໃຫ້ເປັນລັກສະນະການມີລົ້ນເຫຼືອ, ຖ້າໃຫ້ເປັນ ແມ່ນວ່າ ທ່ານສາມາດສ້າງສະພາບການເຮັດວຽກທີ່ເປັນຜົນດີ ໃນການພັດທະນາບໍລິສັດໄລຍະຍາວ.