ນິທານໂບຮານມັກຈະມີ ເລື່ອງເລົ່າກ່ຽວກັບນາງຟ້າ ຫຼື ເທວະດາມາຊ່ວຍໃນຍາມຍາກ. ໃນຕົວຈິງທີ່ເກີດຂຶ້ນກັບທ້າວນ້ອຍ ໃນປະເທດໄນຈີເລຍ ກໍ່ອາດເປັນຄືໃນນະວະນິຍາຍທີ່ຫຼາຍທ່ານອາດໄດ້ຟັງມາ.
ທ່ານ ນາງ ອານຍາ ຮິງເກຼັນ ໂລເວັນ (Anja Ringgren Loven) ຄົນປະເທດເດັນມາກ ທີ່ເຮັດວຽກໃນມູນນິທິຊ່ວຍເຫຼືອເດັກນ້ອຍ. ຍອມຂາຍ ສັບສິນຂອງຕົນເອງ ເພື່ອຊ່ວຍເຫຼືອເດັກທີ່ຖືກປະ ເນື່ອງຈາກວ່າ ທາງພໍ່ແມ່ໃຫ້ກຳເນີດມີຄວາມ ເຊື່ອທາງສາດສະໜາວ່າ ເດັກຊາຍນັ້ນເປັນ “ ພໍ່ມົດ ”
ເພື່ອປິ່ນປົວ ແລະ ໃຫ້ອາຫານເດັກທີ່ກຳລັງຢູ່ໃນພາວະໃກ້ຕາຍ, ທ່ານ ນາງ ອານຍາ ຕ້ອງໄດ້ຂາຍສັບສິນສ່ວນຕົວ ເພື່ອໃຊ້ຈ່າຍ ໃນການຮັກສາ ແລະ ລ້ຽງດູໃນຊ່ວງກະທັນຫັນ. ສິ່ງໜຶ່ງທີ່ລາວສະແດງ ອອກມາກໍ່ຄື ວ່າ: ການໃຫ້ບໍ່ຈຳເປັນຕ້ອງວ່າ ເປັນຄົນຮັ່ງມີສັບສິນສະເໝີໄປ ແລະ ການເຜື່ອແຜ່ແກ່ມະນຸດນັ້ນ ກໍ່ບໍ່ຕ້ອງມີຫຍັງມາເປັນເງື່ອນໄຂ ເຊັ່ນ ເຊື້ອຊາດ, ສາດສະໜາ ແລະ ສີຜິວ.
ສຳລັບຄົນເປັນຜົວ ຫຼື ແຟນ: ທ່ານຈະຍອມໃຫ້ເມຍ ຫຼື ແຟນສາວ ໃຊ້ສັບສົມບັດສ່ວນໜຶ່ງເພື່ອ ປະຄັງຊີວິດເດັກນ້ອຍທີ່ບໍ່ແມ່ນ ໃນຄອບຄົວ, ຕ່າງຊາດ, ສາດສະໜາ, ຕ່າງສີຜິວ? ຄົນເທິງໜ້າໂລກນີ້ມີ 7 ພັນລ້ານຄົນແລ້ວ. ຫຼາຍທິດສະດີ ເວົ້າວ່າ ຄົນເທິງໂລກ ແລະ ສັບພະຍາກອນທີ່ມີ ອາດຈະບໍ່ພຽງພໍທີ່ ຈະລ້ຽງຊີບຄົນໄດ້. ທັງຍັງມີການປ່ຽນແປງຂອງດິນຟ້າອາກາດ ຈົນເຮັດໃຫ້ ການຜະລິດກະສິກໍາມີໜ້ອຍລົງ ແລະ ບໍ່ໄດ້ຕາມຄາດໝາຍ. ອາຫານການກິນ ແລະ ການຄອບຄອງ ຂອງ ວັດຖຸກໍ່ຈະຍິ່ງມີການຍາດແຍ່ງກັນຫຼາຍຂຶ້ນ. ແຕ່ສິ່ງດັ່ງກ່າວ ກໍ່ບໍ່ໄດ້ສ້າງຄວາມກັງວົນໃຫ້ກັບ ທ່ານ ນາງ ອານຍາເລີຍ. ໃນປະຈຸບັນນີ້ ເດັກນ້ອຍທີ່ລາວອຸປະຖຳນັ້ນ ໄດ້ແຂງແຮງເປັນປົກກະຕິ.
“ສິ່ງທ່ານຍິງ ແລະ ທຸກໆຄົນສາມາດຮັກສາໃຫ້ຕົນເອງງາມໄດ້ຕະຫຼອດການນັ້ນ ຄວນເນັ້ນການຮັກສາຄວາມເມດຕາກະລຸນາ, ຄວາມເຜື່ອແຜ່ແກ່ເພື່ອນມະນຸດ ຫຼື ຄົນອ້ອມຂ້າງ.”
ຄວາມງາມດ້ານຮ່າງກາຍ ກ່ຽວກັບນາງຟ້າ ໃນເລື່ອງເລົ່າບໍ່ວ່າຈະເປັນການເລົ່າດ້ວຍປາກເປົ່າ, ການຂຽນ ຫຼື ການແກະສະຫຼັກຕາມສະຖານທີ່ຕ່າງໆ ເປັນສິ່ງທີ່ນັກເລົ່າເລື່ອງຫຼາຍໆຄົນຈະສະທ້ອນ ອອກມາເທິງຮູບພາບ. ພ້ອມດຽວກັນນັ້ນ, ຄວາມງາມດ້ານຈິດໃຈ ກໍ່ເປັນສິ່ງໜຶ່ງທີ່ນາງຟ້າຫຼາຍໆຄົນ ມັກຈະມີເປັນຂອງທຳມະດາ.
ໃນໂລກມະນຸດ ບໍ່ວ່າຈະງາມປານໃດ ແຕ່ຄວາມແກ່ຊະລາ ແລະ ການປ່ຽນແປງຂອງຮ່າງກາຍນັ້ນອາດ ມີມາ. ສິ່ງທ່ານຍິງ ແລະ ທຸກໆຄົນສາມາດຮັກສາໃຫ້ຕົນເອງງາມໄດ້ຕະຫຼອດການນັ້ນ ຄວນເນັ້ນການຮັກສາຄວາມເມດຕາກະລຸນາ, ຄວາມເຜື່ອແຜ່ແກ່ເພື່ອນມະນຸດ ຫຼື ຄົນອ້ອມຂ້າງ. ສຳລັບບາງທ່ານທີ່ອາດບໍ່ມີສັບສິນຫຼາຍພໍທີ່ຈະເຮັດງານບຸນໃຫຍ່ໆໃນເທດສະການຕ່າງໆ, ແຕ່ການນັ່ງສະມາທິ ອະທິຖານ ແລະ ພາວະນາຈັກສິບນາທີໃນແຕ່ລະວັນ ເພື່ອສົ່ງກະແສຈິດໃຫ້ວິນຍານຕົກທຸກໃຫ້ພົ້ນຈາກທຸກແລ້ວ ສິ່ງດັ່ງກ່າວນັ້ນ ກໍ່ຖືເປັນບຸນອັນໃຫຍ່ຫຼວງ.
ໃນວັດທະນະທຳຂອງຄົນລາວເຮົາແລ້ວ, ການຊ່ວຍເຫຼືອກັນໃນຍາມຍາກນັ້ນຖືເປັນປະເພນີ. ພາຍໃນບ້ານບໍ່ວ່າຈະທຸກຈົນຫຼາຍສຳໃດ ຖ້າມີໃຜເຈັບເປັນ ຫຼື ຕ້ອງການການຊ່ວຍເຫຼືອ, ກໍ່ຈະມີການເກັບທ້ອນວັດຖຸຊ່ວຍກັນ. ເມື່ອຫວນເບິ່ງສະໄໝກູ້ຊາດ, ການຊ່ວຍເຫຼືອກັນພາຍໃນກຳລັງກູ້ຊາດ ເປັນສິ່ງທີ່ຫຼາຍໆນັກຮົບໄດ້ເລົ່າສູ່ໆກັນມາ. ພວກເຮົາຄົນລຸ້ນໃໝ່ ທີ່ຈະຕ້ອງໄດ້ມີການເຮັດວຽກຮ່ວມກັນເປັນກຸ່ມກ້ອນ ຍິ່ງຕ້ອງໄດ້ມີຄວາມເມດຕາ ແລະ ເຜື່ອແຜ່ ເພື່ອໃຫ້ຍາດມາໄດ້ໄຊຊະນະທີ່ຍິ່ງໃຫຍ່ກວ່າແຕ່ເກົ່າ. ເພາະສິ່ງນີ້ແຫຼະ ທີ່ຊ່ວຍໃຫ້ເກີດ ມີຄວາມສາມັກຄີ, ສ້າງແຮງບັນດານໃຈ ແລະ ໃຫ້ຂວັນກຳລັງໃຈແກ່ທຸກໆຄົນທີ່ຢູ່ໃນທີມ.
ເລື່ອງລາວຄວາມຊ່ວຍເຫຼືອອັນໃດ ທີ່ທ່ານເຄີຍເຫັນ ຫຼື ເຄີຍພົບພໍ້ ແລ້ວຮູ້ສຶກປະທັບໃຈທີ່ສຸດ? ແຊຣ໌ໃຫ້ເຮົາຟັງແດ່! 👇