ໃນງານສົບແຕ່ລະຄັ້ງເປັນການເຕືອນວ່າ ເວລາແຕ່ລະຄົນນັ້ນຈຳກັດ. ມີພົບກໍ່ຕ້ອງມີຈາກ. ການຈາກໄປອາດຈະບໍ່ແມ່ນການສິ້ນສຸດ ແຕ່ເປັນການປ່ຽນມິຕິໄປສູ່ອີກມິຕິໜຶ່ງ. ຄຳພາວະນາໃຫ້ເຖິງສຸຄະຕິ ແລະ ສະຫວັນເປັນຄວາມປາດຖະໜາດີທີ່ສຸດທ້າຍທີ່ມີໃຫ້ກັນແລະກັນໃນວັນແຫ່ງການສູນເສຍ.
ຖ້າຫາກທ່ານມີຄວາມເຊື່ອທາງສາດສະໜາແລ້ວ ພາຍຫຼັງການຕາຍແຕ່ລະຄົນຈະ ໄດ້ໄປສູ່ອີກໂລກໜຶ່ງຕາມກຳຂອງຕົນເອງ. ໃຜກໍ່ຕ່າງຂໍໃຫ້ຄົນຮັກໄປສູ່ບ່ອນສະຫງົບ ຫຼື ສະຫວັນຊັ້ນຟ້າ. ການສູນເສຍຄົນຮັກ ຖ້າຈະເບິ່ງໃນຈຸດດີແລ້ວເປັນການລຳລຶກຄຸນງາມຄວາມດີ ແລະ ປະສົບການດີໆໃນໄລຍະຜ່ານມາເຖິງວ່າຈະບໍ່ມີໃນຕໍ່ໜ້າ.
ສະຖິຕິການເສຍຊີວິດຂອງຄົນລາວນັ້ນບໍ່ແມ່ນແຕ່ການແກ່ເຖົ້າ ຫຼື ການເຈັບປ່ວຍໃນໂລກທີ່ຮັກສາບໍ່ໄດ້. ເປັນຕາໜ້າຕົກໃຈຫຼາຍ ເມື່ອເຫັນການເສຍຊີວິດຂອງຄົນຮັກເຮົານັ້ນເກີດຈາກພະຍາດໄຂ້ເລືອດອອກ, ອຸບັດຕິເຫດຕາມທ້ອງຖະໜົນ ແລະ ການດື່ມສິ່ງມຶນເມົາເປັນສາເຫດທີ່ພົບເຫັນທົ່ວໆໄປ.
ຂ້າພະເຈົ້າເຄີຍນັດພົບກັບຫຼາຍໆຄົນເພື່ອລົມວຽກງານ ແຕ່ວັນພົບປະກັບກາຍເປັນວັນຮັບ ຂ່າວເສຍຊີວິດ. ຄວາມໂສກເສົ້າເສຍໃຈ ບໍ່ໄດ້ເຮັດໃຫ້ໄດ້ຄົນຮັກກັບຄືນມາ ນອກຈາກນັ້ນຍັງເຮັດໃຫ້ຕົນເອງຊຸດໂຊມລົງ. ການເຂົ້າໃຈວິທີເອົາຊະນະກັບການສູນເສຍນັ້ນ ເປັນສິ່ງທີ່ຈຳເປັນ.
“ການມີຊີວິດບໍ່ສຳຄັນວ່າຍາວນານຈັກປີ, ສິ່ງສຳຄັນທີ່ສຸດແມ່ນໄດ້ເຮັດຫຍັງ… ການຝາກຝັງສິ່ງດີໆໄວ້ໃຫ້ແກ່ສັງຄົມ ເປັນສິ່ງທີ່ຄົນລາວທັງໝົດຕ້ອງໄດ້ອອກແຮງ.”
ການເສຍຂອງຜົວ ຫຼື ເມຍ ເປັນສິ່ງທີ່ກໍ່ຄວາມວິຕົກຫຼາຍໃນຄອບຄົວ. ເພາະນັ້ນໝາຍວ່າການລ້ຽງລູກຕາມລຳພັງເປັນສິ່ງທີ່ຕ້ອງໜັກຂຶ້ນ ແລະ ມີຫຼາຍໆຢ່າງທ້າທາຍ ໂດຍສະເພາະດ້ານເສດຖະກິດ. ສຳລັບຄົນເປັນພໍ່ແລະແມ່ທີ່ຕ້ອງມ້ຽນຄາບສົບລູກຂອງຕົນເອງ ເປັນສິ່ງທີ່ພໍ່ແມ່ຫຼາຍໆຄົນຮັບບໍ່ໄດ້ງ່າຍໆ. ເຫັນພໍ່ແມ່ຫຼາຍໆຄົນບໍ່ສາມາດລືມຄວາມຄິດຮອດ ແລະ ປະລະຄວາມໂສກເສົ້າເສຍໃຈ. ເນື່ອງຈາກວ່າຄວາມຫວັງທີ່ຈະໃຫ້ເຂົາເຈົ້າສືບທອດຕະກູນ ແລະ ເບິ່ງໂລກທີ່ສວຍງາມນັ້ນໄດ້ໝົດໄປ.
ຄວາມຜູກພັນຂອງພໍ່ແມ່ນນັ້ນມີຫຼາຍຈົນເຮັດໃຫ້ບິດາມານດາ ຍາກຫຼາຍທີ່ຈະລືມຄວາມໂສກເສົ້າໃນການເສຍລູກເປັນທີ່ຮັກ. ອັນໜຶ່ງທີ່ພໍ່ແມ່ຫວັງກໍ່ຄືການສືບສະກຸນ, ດຳເນີນທຸລະກິດຄອບຄົວ ຫຼື ສ້າງວຽກງານໃໝ່ຂຶ້ນໃນສັງຄົມ ຫຼື ຊ່ວຍເບິ່ງແຍງພໍ່ແມ່ ຈົນກະທັ້ງຮອດມ້ຽນສົບຂອງເພິ່ນ. ເຫັນພໍ່ແມ່ຫຼາຍໆຄົນເສຍລູກໃນວັນເທດສະການ ຫຼື ວັນຮັບໃບປະກາດການສຶກສາທີ່ອາດມີການສະຫຼອງຈົນເກີນຂອບເຂດ.
ການສູນເສຍຊີວິດຂອງຄົນລາວໃນໄວໜຸ່ມເກີດມາຈາກອຸບັດຕິເຫດ ແລະ ໄພສັງຄົມອື່ນໆເຊັ່ນ: ຢາເສບຕິດ ແລະ ພະຍາດທີ່ຮັກສາໄດ້. ສິ່ງນີ້ເປັນສິ່ງທີ່ຄຸກຄາມໄວໜຸ່ມ ບໍ່ໃຫ້ມີການຂະຫຍາຍຕົວດ້ານແນວຄິດ, ການອອກແຮງປະກອບສ່ວນສ້າງສາ ແລະ ທີ່ແນ່ນອນ ຈະມັກຈົບຊີວິດໃນໄວອັນບໍ່ສົມຄວນ. ການສູນເສຍຊີວິດຂອງໄວໜຸ່ມເບິ່ງຄືວ່າຈະບໍ່ມີຜົນກະທົບຫຍັງກັບສັງຄົມ ເມື່ອທຽບກັບຄອບຄົວ. ແຕ່ເມື່ອເບິ່ງການໄກແລ້ວ, ຫາກໄວໜຸ່ມໃນວັນນີ້ບໍ່ແຂງແຮງ ຫຼື ເສຍຊີວິດກ່ອນໄວອັນຄວນ, ແນ່ນອນປະເທດລາວຈະຂາດກຳລັງແຮງງານ ຄົນທີ່ຈະສືບທອດເປັນການນຳໃນຫຼາຍວຽກງານຂອງຊາດ.
ໃນຄວາມເຊື່ອຂອງຊາວພຸດ, ການຕາຍເປັນການປ່ຽນສະພາບຈາກມິຕິໜຶ່ງໄປສູ່ອີກມິຕິໜຶ່ງ. ກະມີຫຼາຍຄວາມເຊື່ອວ່າ: ຊີວິດຫຼັງການຕາຍມີ ສະຫວັນ ແລະ ນະລົກ. ສະຫວັນກໍ່ມີຫຼາຍຊັ້ນ ຈົນມີຮອດຊັ້ນ ນິບພານ. ຫຼື ນະລົກ ກໍ່ມີຫຼາຍຊັ້ນ. ດັ່ງນັ້ນ ການເຮັດດີຫຼືຊົ່ວອາດມີຫຼາຍໆປັດໃຈກໍ່ໃຫ້ເຫັນ. ແຕ່ໃນທີ່ສຸດແລ້ວກໍ່ແມ່ນຕົນເອງທີ່ຕັດສິນໃຈວ່າຈະເລືອກເດີນທາງໃດ. ຫາກການມີຊີວິດໃນໂລກ ເພື່ອເປັນການສ້າງໃຫ້ຕົນເອງໄດ້ໄປຢູ່ໃນພູມພົບທີ່ດີກວ່ານີ້ຫຼັງການເສຍຊີວິດ ກໍ່ຈະເຮັດໃຫ້ຊີວິດຂອງທ່ານເທິງໜ້າໂລກມີຄວາມໝາຍ ແລະ ແນ່ນອນຊີວິດຫຼັງການຕາຍກໍ່ເຊັ່ນດຽວກັນ.
ບໍ່ວ່າຮ່າງກາຍຈະເຂັ້ມແຂງຊຳໃດ, ຫຼື ມີການເອົາໃຈໃສ່ສຸຂະພາບຫຼາຍຊຳໃດ ບໍ່ມີໃຜສາມາດກຳນົດວັນສຸດທ້າຍຂອງຕົນເອງໄດ້. ທີ່ແນ່ນອນທຸກໆຊີວິດຕ້ອງມີການສິ້ນສຸດ. ຂ້າພະເຈົ້າຄິດວ່າ “ ການມີຊີວິດບໍ່ສຳຄັນວ່າຍາວນານຈັກປີ, ສິ່ງສຳຄັນທີ່ສຸດແມ່ນໄດ້ເຮັດຫຍັງ ” ການຝາກຝັງສິ່ງດີໆໄວ້ໃຫ້ແກ່ສັງຄົມ ເປັນສິ່ງທີ່ຄົນລາວທັງໝົດຕ້ອງໄດ້ອອກແຮງ.
ຂໍຝາກເພງນີ້ໃຫ້ທ່ານໄດ້ຟັງຜ່ອນອາລົມ. ເປັນເພງທີ່ພໍ່ແຕ່ງໃຫ້ລູກທີ່ເສຍຊີວິດຕັ້ງແຕ່ຕອນ 4 ປີ ແລະ ເພງນີ້ກະນຳເຂົ້າປະກອບໃນໜັງທີ່ເວົ້າເລື່ອງຢາເສບຕິດ ທີ່ຂ້າຊີວິດໄວໜຸ່ມໃນສະຫະລັດ ອາເມລິກາ ແລະ ກະເປັນບັນຫາສັງຄົມໜຶ່ງຂອງຫຼາຍປະເທດ.
ເນື້ອລວມຂອງເພງແມ່ນເວົ້າວ່າ ລາວຢາກພົບລູກຂອງຕົນເອງໃນສະຫວັນອີກຄັ້ງ, ແຕ່ຄັນເຫັນກັນແລ້ວ ລູກຂອງລາວກະຈະຍັງຈື່ຊື່ພໍ່ຕົນເອງໄດ້ບໍ່? ຈະຍັງມີສາຍສຳພັນຄືເກົ່າບໍ່? ແລະ ລາວກະບັນຍາຍຄວາມທຸກໂສກທີ່ຮູ້ວ່າຕົນເອງຍັງຕ້ອງມີຊີວິດໃນໂລກ ແລະ ຕ້ອງຖ້າຈົນມື້ລາວໄປຂຶ້ນສະຫວັນ ແຕ່ກະບໍ່ແນ່ໃຈວ່າ ລູກຕອນນັ້ນຈະຈື່ໄດ້ບໍ່? ລາວຈະຕ້ອງໄດ້ເຮັດດີເພື່ອວ່າຈະໄດ້ຂຶ້ນສະຫວັນໄປຫາລູກຂອງລາວອີກຄັ້ງ.
ຊື່ເພງ: ນໍ້າຕາເທິງສະຫວັນ (Tears in Heaven)ຮ້ອງ ແລະ ແຕ່ງໂດຍ Eric Clapton ແຕ່ໂຕທີ່ຟັງນີ້ເປັນຂອງ Adrian Winkler “ Tears In Heaven ” ນໍ້າຕາທີ່ສະຫວັນ
Would you know my name ເຈົ້າຈະຍັງຈື່ຊື່ຂ້ອຍໄດ້ບໍ່ If I saw you in heaven? ຖ້າຫາກຂ້ອຍເຫັນເຈົ້າທີ່ສະຫວັນ? Would it be the same ຈະຍັງຄືເກົ່າບໍ່ If I saw you in heaven? ຖ້າຫາກຂ້ອຍເຫັນເຈົ້າທີ່ສະຫັວນ?
I must be strong ຂ້ອຍຕ້ອງເຂັ້ມແຂງ And carry on, ແລະ ດຳລົງຊີວິດໃນໂລກນີ້ຕໍ່ໄປ ‘ Cause I know ເພາະຮູ້ດີວ່າ I don ’ t belong Here in heaven ຂ້ອຍຍັງບໍ່ໄດ້ໄປສະຫວັນເທື່ອ
Would you hold my hand ເຈົ້າຈະຈັບມືກັບຂ້ອຍບໍ່ If I saw you in heaven? ຖ້າຫາກຂ້ອຍເຫັນເຈົ້າທີ່ສະຫວັນ Would you help me stand ເຈົ້າຈະຊ່ວຍຊູໃຫ້ຂ້ອຍຢືນບໍ່ If I saw you in heaven? ຖ້າຫາກຂ້ອຍເຫັນເຈົ້າເທິງສະຫວັນ?
I ’ ll find my way ຂ້ອຍຈະຊອກຫາວິທີທາງ Through night and day, ທັງກາງເວັນ ແລະ ຄືນ ‘ Cause I know ເພາະຂ້ອຍຮູ້ I just can ’ t stay Here in heaven. ວ່າຂ້ອຍອາດບໍ່ໄດ້ໄປສະຫວັນ
Time can bring you down, ເວລາອາດຈະເຮັດໃຫ້ທໍ້ແທ້ Time can bend your knees. ເວລາອາດເຮັດໃຫ້ເຈົ້າອ່ອນແອ Time can break your heart, ເວລາອາດເຮັດໃຫ້ຜິດຫວັງ Have you begging please, begging please. ຂໍຄວາມກະລຸນານຳແດ່
Beyond the door, ເບື້ອງຫຼັງຂອງປະຕູສະຫວັນ There ’ s peace I ’ m sure, ຂ້ອຍເຊື່ອວ່າ ມີຄວາມສະຫງົບງຽບ And I know there ’ ll be no more ແລະ ຂ້ອຍຮູ້ດີວ່າ ຈະບໍ່ມີອີກ Tears in heaven. ນໍ້າຕາໃນສະຫວັນ
Would you know my name ເຈົ້າຈະຍັງຈື່ຊື່ຂ້ອຍໄດ້ບໍ່ If I saw you in heaven? ຖ້າຫາກຂ້ອຍເຫັນເຈົ້າທີ່ສະຫວັນ? Would it be the same ຈະຍັງຄືເກົ່າບໍ່ If I saw you in heaven? ຖ້າຫາກຂ້ອຍເຫັນເຈົ້າທີ່ສະຫັວນ?
I must be strong ຂ້ອຍຕ້ອງເຂັ້ມແຂງ And carry on, ແລະ ດຳລົງຊີວິດໃນໂລກນີ້ຕໍ່ໄປ ‘ Cause I know ເພາະຮູ້ດີວ່າ I don ’ t belong Here in heaven ຂ້ອຍຍັງບໍ່ໄດ້ໄປສະຫວັນເທື່ອ
ຖ້າທ່ານສາມາດບອກຄວາມໃນໃຈກັບຄົນທີ່ຈາກໄປແລ້ວໄດ້ໜຶ່ງປະໂຫຍກ, ທ່ານຢາກຈະບອກເພິ່ນວ່າແນວໃດ? 🤍👇