ບັນຫາສັງຄົມເກີດຈາກສິ່ງເລັກໆນ້ອຍທີ່ເຮົາອາດເບິ່ງບໍ່ເຫັນ. ສາຍສຳພັນຄູ່ບ່າວສາວ ຫຼື ຄອບຄົວຫຼັງແຕ່ງງານ ເປັນຈຸດຊະນວນໃນການສ້າງມະນຸດໃຫ້ມີພຶດຕິກຳທີ່ແຕກຕ່າງ.
ໝາກຜົນຂອງສາຍພົວພັນຄອບຄົວຈະສົ່ງຜົນໃຫ້ເດັກກາຍເປັນຄົນດີຂອງສັງຄົມ ຫຼື ຄົນສ້າງບັນຫາໃຫ້ແກ່ສັງຄົມ. ກະມີຫຼາຍໆຄູ່ທີ່ມີບັນຫາແຕ່ກໍ່ສາມາດກັບມາຄືນດີ ແລະ ຮ່ວມກັນສ້າງສາ. ເຊິ່ງກະອາດບໍ່ເປັນຄືກັບຫຼາຍໆກໍລະນີ. ການຢ່າຮ້າງ ຫຼັງການແຕ່ງການເປັນສິ່ງທີ່ບໍ່ຄາດຝັນຂອງ ເພື່ອນມິດກໍ່ຄືພີ່ນ້ອງ. ທີ່ສຳຄັນກົດໝາຍຮັບຮອງ ແລະ ການບັງຄັບໃຫ້ມີການຮັບຜິດຊອບການ ລ້ຽງດູເດັກຫາກບໍ່ທັນເຂັ້ມງວດ, ກໍ່ຈະເຮັດໃຫ້ຝ່າຍທີ່ຮັບລ້ຽງດູເດັກ ຮັບພາລະຢ່າງ ໜັກໜ່ວງ. ນັບແຕ່ຄ່າຮຽນແຕ່ນ້ອຍຮອດ 18 ປີ. ການລ້ຽງດູເບິ່ງແຍງຂອງຝ່າຍໃດໜຶ່ງມີຄວາມສ່ຽງດ້ານ ງົບປະມານການລ້ຽງດູ, ເວລາໃນການເອົາໃຈໃສ່ໃກ້ຊິດ, ແລະ ການໃຫ້ຄວາມອົບອຸ່ນ.
ທ່ານອາດບໍ່ຄິດວ່າມັນຈະເກີດຂຶ້ນໄດ້ຈາກການປະພຶດ ຂອງຄົນເຮົາໃນ ຈຸດໃດໜຶ່ງຂອງຊີວິດ ສ່ວນຕົວ. ຄອບຄົວແລ້ວເປັນສະຖານທີ່ທີ່ສຳຄັນຫຼາຍ. ເວລາລູກມີບັນຫາ ແລ້ວມັກຈະໂຍນໃສ່ ສັງຄົມ, ການສິດສອນບໍ່ດີຂອງໂຮງຮຽນ ແລະ ການຕິດໝູ່ບໍ່ດີ.
“ການສິດສອນໃນຍາມທີ່ເຂົາເຈົ້າຍັງຢູ່ໃນອ້ອມກອດຂອງເຮົານັ້ນເປັນໂອກາດດຽວທີ່ສາມາດ ສອນໃຫ້ເຂົາເຈົ້າເປັນຄົນດີ. ການສຶກສາສາມັນ ເປັນສິ່ງຈຳເປັນ… ແຕ່ຫາກລູກໆມີຈິດສຳນຶກດີ, ຄິດດີ, ໃຝ່ດີແລ້ວ ຈະເຮັດໃຫ້ເຂົາເຈົ້າຂົນຂວາຍຫາໂອກາດການສຶກສາພາຍຫຼັງ.”
ໃນສັງຄົມປະຈຸບັນ ມີຫຼາຍໆສິ່ງສ້າງໃຫ້ຄົນຕິດໃຈ ເຊັ່ນ: ເກມ ທີ່ເຮັດໃຫ້ເດັກນ້ອຍຕ້ອງລືມກິນ ລືມຮຽນ; ສິ່ງບັນເທີງ ທີ່ເຮັດໃຫ້ຄົນຕິດພັນກັບການມ່ວນຊື່ນກັບສິ່ງມຶນເມົາ ແລະ ເພື່ອນມິດທີ່ບໍ່ສ້າງສັນ. ການດູແລສອດສ່ອງຂອງຄູບາອາຈານ ແລະ ຄອບຄົວໃນຍຸກນີ້ຍິ່ງຕ້ອງໄດ້ເອົາໃຈໃສ່ເບິ່ງແຍງ.
ບໍ່ສາມາດຄາດເດົາໄດ້ວ່າຈະມີສິ່ງໃດເກີດຂຶ້ນກັບລູກອັນເປັນທີ່ຮັກ ແຕ່ຫຼາຍໆຄົນກໍ່ຢາກໃຫ້ກາຍເປັນຄົນດີ. ຄວາມໃກ້ຊິດນັບແຕ່ກຳເນີດ, ລູກນ້ອຍຈະມີຄວາມຕ້ອງການໃກ້ຊິດກັບພໍ່ແມ່ຫຼາຍທີ່ ສຸດ. ເວລາທີ່ທ່ານຈະສາມາດໄດ້ຢູ່ໃກ້ຊິດກັບເຂົາເຈົ້ານັ້ນຮອດປະມານ 13-15 ປີ. ຖ້າຫາກທ່ານບໍ່ສາມາດສ້າງຄວາມເຂົ້າໃຈລັກສະນະສະເພາະຂອງລູກໆແຕ່ລະຄົນແລ້ວ, ຍາກທີ່ທ່ານຈະບອກສອນເຂົາເຈົ້າ.
ການສິດສອນໃນຍາມທີ່ເຂົາເຈົ້າຍັງຢູ່ໃນອ້ອມກອດຂອງເຮົານັ້ນເປັນໂອກາດດຽວທີ່ສາມາດ ສອນໃຫ້ເຂົາເຈົ້າເປັນຄົນດີ. ການສຶກສາສາມັນ ເປັນສິ່ງຈຳເປັນ. ເພາະພໍ່ແມ່ຫຼາຍໆຄົນບໍ່ສາມາດມາສອນລູກຮຽນຂຽນໄດ້. ແຕ່ຫາກລູກໆມີຈິດສຳນຶກດີ, ຄິດດີ, ໃຝ່ດີແລ້ວ ຈະເຮັດໃຫ້ເຂົາເຈົ້າຂົນຂວາຍຫາໂອກາດການສຶກສາພາຍຫຼັງ.
ພາຍຫຼັງແຕ່ງ, ແມ່ຍິງຈະບໍ່ຢາກສູນເສຍຜູ້ຊາຍທີ່ສຸດ. ເພາະຖ້າມີລູກແລ້ວ ນັ້ນກໍ່ໝາຍເຖິງການທີ່ຕົນເອງຕ້ອງໄດ້ແບກຫາບທັງໝົດ ແລະ ກໍ່ຍາກຫຼາຍທີ່ຈະຫາຜົວຄົນໃໝ່ມາລ້ຽງດູ. ການອົດທົນກັບຄວາມທຸກ ຫຼື ຈະຍອມລ້ຽງລູກຄົນດຽວຈຶ່ງເປັນການຕັດສິນທີ່ເດັດຂາດທັງສອງຢ່າງ ເພາະຈະຕ້ອງໄດ້ທົນກັບຫຼາຍສະພາບທີ່ຈະຕາມມາ.
ໃນອາທິດນີ້ ຈະຝາກເພງຊື່: Piece by Piece ຮ້ອງໂດຍ ນາງ ແຄວລີ້ ຄຼາກສັນ ເຊິ່ງມີເນື້ອກ່ຽວກັບປະສົບການທີ່ຖືກຜົວປະ ແລະ ຕ້ອງລ້ຽງລູກສາວຄົນດຽວ. ແລະ ລາວກະພາວະນາວ່າເມື່ອໃຫຍ່ຂຶ້ນຈະໄດ້ເຈິກຳຜູ້ຊາຍທີ່ດີໆຈັກຄົນ.
ທ່ານມີວິທີສ້າງຄວາມເຂົ້າໃຈ ແລະ ໃກ້ຊິດກັບລູກແນວໃດແດ່? ແຊຣ໌ວິທີການລ້ຽງລູກໃນແບບຂອງທ່ານໃຫ້ເຮົາຟັງແດ່! 👇