Home ພາວະຜູ້ນຳຜູ້ນຳໂລກ?

ຜູ້ນຳໂລກ?

ກ້າວສຳຄັນຂອງຈີນ ແລະ ບົດບາດໃໝ່ໃນເວທີສາກົນ 🇨🇳🌍

by NorKhame
0 comments

ໃນອາທິດຜ່ານມາ, ປະທານາທິບໍດີ ຈີນ, ທ່ານ ສີ ຈິ້ນຜິງ, ໄດ້ຂຶ້ນປາໄສຕໍ່ກອງປະຊຸມໃຫຍ່ພັກ. ເບິ່ງຢ່າງໜຶ່ງກໍ່ເປັນການສ້າງບົດບາດຂອງຈີນໃນເວທີການເມືອງໂລກ. ນັກວິໄຈການເມືອງຫຼາຍຄົນຖືວ່າ “ ບົດປາໄສ ເປັນການປະກາດການກ້າວເຂົ້າມາເປັນຜູ້ນຳໂລກຢ່າງຈິງຈັງ. ”

ທົ່ວໂລກຕ່າງກັນຈັບຕາເບິ່ງການປາໄສ ທີ່ຍາວເຖິງ 3 ຊົ່ວໂມງເຄິ່ງ. ຄ້າຍໆກັບວ່າ: ເປັນຍຸກທີ່ຈີນຈະສ້າງຄວາມເຂັ້ມແຂງ ເຊິ່ງຄັ້ງໜຶ່ງເຄີຍມີມາໃນສະໄໝບູຮານ. ສິ່ງທີ່ເວົ້າອອກມາ ມັນຫຼາຍກວ່າຄຳເວົ້າ, ຫາກແມ່ນແນວທາງການເມືອງຂອງຈີນ ເຊິ່ງຈະໄດ້ມີການຈັດຕັ້ງປະຕິບັດໃຫ້ເກີດຜົນໃນຕໍ່ໜ້າ. ບົດສູນທອນພົດ, ຕິດພັນກັບວຽກງານການເມືອງມີຫຼາຍອັນ ທັງການພັດທະນາພາຍໃນ ແລະ ການສ້າງສາຍພົວພັນກັບບັນດາປະເທດໃນໂລກ. ຂາດບໍ່ໄດ້ແມ່ນທາງດ້ານການທະຫານ, ນະໂຍບາຍຕ່າງປະເທດ ແລະ ບັນຫາໄຕ້ຫວັນ. ຂໍ້ຄວາມສຳຄັນໃນບົດຄວາມຄືການນຳບົດບາດຈີນສູ່ສາກົນ ໂດຍຈະຕ້ອງໄດ້ປັບປຸງວຽກງານການນຳຂອງພັກຄອມມູນິດຈີນ. ມີການຄາດເດົາວ່າ: ການມີບົດບາດຂອງຈີນ, ຈະເປັນການບັນທອນອຳນາດຂອງປະເທດມະຫາອຳນາດໃນປະຈຸບັນ. ຈະບໍ່ມີປະເທດໃດຜູກຂາດອີກຕໍ່ໄປ. ນັ້ນໝາຍວ່າ ບັນຫາສຳຄັນຂອງໂລກ, ເປັນຕົ້ນ ສະພາບອາກາດປ່ຽນແປງ, ເສດຖະກິດ, ສັນຕິພາບ ຈະຖືກຕັດສິນຈາກຫຼາຍໆປະເທດມະຫາອຳນາດ.

“ພວກເຮົາໃຫ້ເປັນຄືດັ່ງກ້ອນຫີນ…ແລະ ຄວ້າທຸກໆໄຊຊະນະ ຕໍ່ກັບຄົນທີ່ມັກຊອກຄວາມເພີດເພີນໃຈ, ແຕ່ບໍ່ເຮັດຫຍັງ ແລະ ເສີຍຊາຕໍ່ກັບການພັດທະນາ. ສິ່ງດັ່ງກ່າວຈະບໍ່ເປັນທີ່ຖືກຍອມຮັບອີກຕໍ່ໄປ.”

ມີຫຼາຍຂໍ້ຄວາມສຳຄັນທີ່ເນັ້ນໃສ່ຊີວິດການເປັນຢູ່ຂອງປະຊາຊົນຈີນໃຫ້ດີຂຶ້ນ, ປະເທດຊາດເຂັ້ມແຂງ ແລະ ຮ່ວມນຳພາຈີນສູ່ເວທີການເມືອງເພື່ອປະກອບສ່ວນເຂົ້າໃນວຽກງານອັນສຳຄັນທົ່ວໂລກ. ບົດຄວາມໄດ້ກາຍເປັນແນວທາງ ຫຼື ຄວາມຝັນຂອງປະເທດຈີນອີກຫຼາຍ 10 ປີຂ້າງໜ້າທີ່ປະຊາຊົນຕ້ອງໄດ້ອອກແຮງ ແລະ ກຽມຕົວປະກອບສ່ວນ. ອັນສຳຄັນ, ເພື່ອໃຫ້ວຽກງານບັນລຸ, ທ່ານ ສີ ຈິ້ນຜິງ ໄດ້ຮຽກຮ້ອງໃຫ້ການນຳພັກມີການນຳພາທີ່ເຂັ້ມແຂງ ແລະ ບໍ່ລົດລະການມີສ່ວນຮ່ວມແກ້ໄຂທຸກສິ່ງທ້າທາຍ.

ໃນສູນທອນພົດ ຍົກໃຫ້ເຫັນວ່າ “ ປະເທດຈີນ ແລະ ປະຊາຊົນຈີນ ໄດ້ຜ່ານຜ່າຫຼາຍໆປະກົດການທີ່ສັບສົນ. ປະຊາຊົນຈີນເປັນບຸກຄົນດີ, ມີຫົວຄິດປະດິດສ້າງ ແລະ ກ້າຫານ ເຊິ່ງບໍ່ເຄີຍຢຸດຢ່ອນການຜັກດັນຄວາມກ້າວໜ້າ ” ນອກນັ້ນ, ຍັງໄດ້ສັນລະເສີນພັກຄອມມູນິດຈີນ ເປັນພັກທີ່ເລີດລ້ຳ “ ທຸກໆການຕໍ່ສູ້ ແມ່ນສູ້ເພື່ອໄຊຊະນະ. ” ຕໍ່ກັບການສໍ້ໂກງ, ປະທານາທິບໍດີຈີນ ຈະໄດ້ດຳເນີນຮູບການລົບລ້າງ ແລະ ຕໍ່ຕ້ານການສໍ້ໂກງຢ່າງຈິງຈັງ. ໄດ້ມີຄຳເດັດຂາດວ່າ “ ພວກເຮົາໃຫ້ເປັນຄືດັ່ງກ້ອນຫີນ … ແລະ ຄວ້າທຸກໆໄຊຊະນະ ຕໍ່ກັບຄົນທີ່ມັກຊອກຄວາມເພີດເພີນໃຈ, ແຕ່ບໍ່ເຮັດຫຍັງ ແລະ ເສີຍຊາຕໍ່ກັບການພັດທະນາ. ສິ່ງດັ່ງກ່າວຈະບໍ່ເປັນທີ່ຖືກຍອມຮັບອີກຕໍ່ໄປ. ພວກເຮົາຕ້ອງກຳຈັດທຸກໆເຊື້ອໂລກທີ່ເຮັດໃຫ້ສຸຂະພາບພັກອ່ອນແອລົງອອກໃຫ້ໝົດ ”

ຈາກບົດສູນທອນພົດດັ່ງກ່າວ, ໄດ້ສະແດງຄວາມອາດສາມາດຂອງການນຳຈີນ ວ່າມີຄວາມພ້ອມທີ່ຈະນຳພາປະເທດສູ່ຄວາມສີວິໄລ, ໂດຍເກາະຕິດກັບການພັດທະນາຂອງໂລກ. ການນຳພາຂອງພັກການເມືອງມີຄວາມສຳຄັນໃນທຸກໆຂົງເຂດວຽກງານ. ແຕ່ລະປະເທດຈະມີພັກການເມືອງທີ່ກຳອຳນາດໃນການສ້າງນະໂຍບາຍ ໂດຍມີອົງກອນລັດຜັກດັນ ພ້ອມທັງມີປະຊາຊົນໃຫ້ການຮ່ວມມື. ການນຳຈີນຊຸດນີ້ ເປັນທີ່ຈັບຕາແຕ່ຕອນມີການປ່ຽນແປງ. ໂດຍໄດ້ມີການປາບປາມຫຼາຍໆປະກົດການຫຍໍ້ທໍ້ພາຍໃນພັກ. ເປັນຕົ້ນການສໍ້ໂກງຂອງພະນັກງານລັດ ທີ່ປະຕິບັດຜິດລະບຽບ. ຕັ້ງແຕ່ຂຶ້ນກຳອຳນາດ, ມີພະນັກງານ 1,000,000 ຄົນຖືກປະຕິບັດລະບຽບ, ຂໍ້ຫາສໍ້ໂກງ. ການເຄັ່ງຄັດໃນລະບຽບແນວນັ້ນ, ອາດຈະສ້າງຄວາມບໍ່ພໍໃຈໃນບາງກຸ່ມ, ແຕ່ຈະເປັນການສ້າງຄວາມເຊື່ອຖືໃນມະຫາຊົນໃນວົງກວ້າງ. ສິ່ງຄາດຫວັງຫຼາຍທີ່ສຸດຂອງມະຫາຊົນຈາກພັກການເມືອງ ກໍ່ຄືຄວາມປອດໃສໃນການບໍລິຫານບ້ານເມືອງ ເພື່ອຜົນປະໂຫຍດສ່ວນລວມ.

ສຳລັບ ສ ປ ປ ລາວ, ເກືອບຈະເວົ້າໄດ້ວ່າທຸກໆນະໂຍບາຍຂອງ ສ ປ ຈີນ ຈະມີຜົນແກ່ວຽກງານສ້າງນະໂຍບາຍ ແລະ ການພັດທະນາສັງຄົມໃນທຸກໆຂົງເຂດ. ເນື່ອງຈາກເປັນປະເທດໜຶ່ງທີ່ຮ່ວມຊາຍແດນ. ທຸກໆນະໂຍບາຍ ແລະ ການເໜັງຕີງວຽກງານການເມືອງຂອງຈີນ ບໍ່ວ່າຈະເປັນເສດຖະກິດ ຫຼື ຄວາມໝັ້ນຄົງຂອງຈີນ ກໍ່ຈະກະທົບໃສ່ກັບລາວເຮົາ. ໃນປີ 2017, ສ ປ ຈີນ, ໄດ້ກາຍເປັນປະເທດທີ່ລົງທຶນອັນດັບໜຶ່ງໃນ ສ ປ ປ ລາວ. ລົດໄຟສາຍດ່ວນ ເປັນໜຶ່ງນະໂຍບາຍການເຊື່ອມຕໍ່ຈີນກັບໂລກພາຍນອກ. ຕົວຢ່າງດັ່ງກ່າວເປັນຜົນຂອງວຽກງານການເມືອງ ຕິດພັນກັບການພັດທະນາເສດຖະກິດແລະສັງຄົມ ຈາກ ສ ປ ຈີນ. ຜົນຂອງການລົງທຶນ, ເມື່ອສຳເລັດ, ຄາດວ່າ ຈະສ້າງໃຫ້ມີການຂົນສົ່ງສິນຄ້າ ແລະ ເຮັດໃຫ້ການເຊື່ອມຕໍ່ລາວ ໃນບັນດາປະເທດພາກພື້ນໄດ້ດີຂຶ້ນ.

ໃນລາວ ບໍ່ສະເພາະແຕ່ພາກລັດ, ບຸກຄົນ ກໍ່ຕ້ອງໄດ້ມີການຮັບມືເພື່ອເຮັດໃຫ້ໄດ້ຜົນປະໂຫຍດຈາກການພັດທະນາໃຫ້ຫຼາຍທີ່ສຸດ. ຄວາມສາມາດບຸກຄະລາກອນ ທີ່ຈະຮັບຮູ້ເຕັກນິກການຜະລິດ, ການນຳໃຊ້ຮູບແບບການສື່ສານ ແລະ ມີໄຫວພິບເຂົ້າໃຈແນວທາງການຫັນປ່ຽນເພື່ອການພັດທະນາໄດ້ດີຂຶ້ນ. ຄາດວ່າຈະມີຫຼາຍໂຄງການພັດທະນາ ແລະ ການລົງທຶນຈາກຈີນ. ເພື່ອໃຫ້ຄົນລາວໄດ້ຜົນປະໂຫຍດດັ່ງກ່າວ, ຄົນລາວເຮົາບໍ່ຄວນຢຸດການພັດທະນາຄວາມສາມາດຂອງຕົນເອງ ແລະ ຮ່ວມກັນຍາດແຍ່ງແນວດີໆມາສູ່ປະເທດຊາດອັນແສນຮັກຂອງພວກເຮົາ.

ທ່ານຄິດວ່າການພັດທະນາຂອງຈີນ ຈະສົ່ງຜົນກະທົບຕໍ່ເສດຖະກິດ ແລະ ສັງຄົມລາວໃນດ້ານໃດແດ່? ມາແລກປ່ຽນກັນ! 👇

You may also like

Leave a Comment

Are you sure want to unlock this post?
Unlock left : 0
Are you sure want to cancel subscription?