ຫຼາຍຄົນກາຍເປັນນັກຝັນກາງເວັນ ເນື່ອງຈາກວ່າຕ້ອງການໄດ້ສິ່ງທີ່ໃຝ່ຝັນ ແຕ່ການປະຕິບັດພັດບໍ່ສະໜອງ ກັບສິ່ງທີ່ມຸ່ງຫວັງ. ອາດເປັນຍ້ອນວ່າພວກເພິ່ນ ບໍ່ຢາກຜິດຫວັງ ກໍ່ເລີຍເຮັດແຕ່ສິ່ງທີ່ທຳມະດາໆ ເຊິ່ງມັນເຮັດໃຫ້ບໍ່ສາມາດ ເດີນຫາສິ່ງທີ່ຕ້ອງການ.
ເພື່ອເຮັດໃຫ້ຕົນເອງອອກຈາກສິ່ງທີ່ມັກເຮັດເປັນປະຈຳ ແລະ ເລີ່ມເຮັດສິ່ງໃໝ່ໆ, ຕ້ອງໄດ້ຕັ້ງເປົ້າໝາຍ. ໃນນີ້ ການສ້າງເປົ້າໝາຍມັນແມ່ນຂະບວນການຕັ້ງເປົ້າ ໂດຍມີການລະບຸຈຸດທີ່ຕ້ອງໄດ້ໃສ່ໃຈ ໃນການປະຕິບັດກິດຈະກຳທີ່ຕ້ອງການໃຫ້ເກີດຂຶ້ນ. ການຕັ້ງເປົ້າ ແລະ ບັນລຸເປົ້າໝາຍເປັນລະດັບ ຈະເປັນການສ້າງຄວາມກ້າວໜ້າ ຫາເປົ້າໝາຍ ໃຫຍ່ໆ. ດັ່ງນັ້ນຕ້ອງໄດ້ໝັ່ນກວດສອບຄວາມຄືບໜ້າ ແລະ ສັງລວມເບິ່ງວ່າມັນກ້າວໄປຫາເປົ້າໝາຍໃຫຍ່ທີ່ໄດ້ວາງໄວ້ຫຼືບໍ່.
“ການຕັ້ງເປົ້າ ແລະ ບັນລຸເປົ້າໝາຍເປັນລະດັບ ຈະເປັນການສ້າງຄວາມກ້າວໜ້າ ຫາເປົ້າໝາຍ ໃຫຍ່ໆ. ດັ່ງນັ້ນຕ້ອງໄດ້ໝັ່ນກວດສອບຄວາມຄືບໜ້າ ແລະ ສັງລວມເບິ່ງວ່າມັນກ້າວໄປຫາເປົ້າໝາຍໃຫຍ່ທີ່ໄດ້ວາງໄວ້ຫຼືບໍ່.”
ວິທີການຕັ້ງເປົ້າໝາຍມັນກໍ່ຄືກັນກັບການສ້າງແຜນທີ່ທີ່ລະອຽດໃນການກ້າວເຂົ້າສູ່ຄວາມສຳເລັດຂອງທ່ານ. ມັນກໍ່ ບໍ່ຕ່າງຫຍັງກັບການເດີນທາງໄປແຫ່ງໃດໜຶ່ງເປັນໄລຍະໄກໆຮ່ວມກັບເພື່ອນຂອງທ່ານ. ສ່ວນໃຫຍ່ແລ້ວ ທ່ານຮູ້ວ່າ ບັ້ນທ້າຍມັນແມ່ນຈຸດໃດ, ແຕ່ເນື່ອງຈາກວ່າທາງມັນໄກ ດັ່ງນັ້ນການຢຸດພັກຕະຫຼອດຫົນທາງໃນ ຍາມຈຳເປັນນັ້ນເປັນ ສິ່ງສຳຄັນ. ກ່ອນການເດີນທາງ ທ່ານອາດຈະວາງແຜນຢຸດໃນຈຸດໃດໜຶ່ງເພື່ອກິນອາຫານ, ເຕີມນ້ຳມັນ ເປັນຕົ້ນ. ການປະສົບຜົນສຳເລັດໃນສິ່ງນ້ອຍໆ ມັນຈະເປັນການສ້າງເປົ້າໝາຍ ແລະ ຄວາມອຸສາຫະໃນການໄດ້ມາ ເປົ້າໝາຍໃຫຍ່.
ສິ່ງທີ່ທ່ານພິຈາລະນາໃນການສ້າງແຜນທີ່ ເພື່ອເດີນໄປເຖິງຈຸດໝາຍຕ້ອງການນັ້ນ ທ່ານຄວນຕັ້ງເປົ້າໝາຍ ດັ່ງນີ້:
- ຕັ້ງເປົ້າໄລຍະຍາວ ເລີ່ມຕົ້ນຕັ້ງເປົ້າໝາຍລວມ, ເຊິ່ງເປັນຈຸດປະສົງໃນໄລຍະຍາວ ທີ່ຈະຕ້ອງໃຊ້ເວລາເປັນປີໆເພື່ອໃຫ້ໄດ້ມັນມາ. ໃຫ້ທ່ານ ຕັ້ງເປົ້າໝາຍລວມ ໃຫ້ເປັນສິ່ງທີ່ຕ້ອງໄດ້ເຮັດກ່ອນອື່ນໝົດ ເພາະວ່າມັນຈະສ້າງອິດທິພົນ ໃນການ ຄັດເລືອກເປົ້າໝາຍໄລຍະກາງ ແລະ ສັ້ນ. ເປົ້າໝາຍໄລຍະຍາວ ເປັນເປົ້າໝາຍທີ່ມີຂະໜາດໃຫຍ່. ບາງເທື່ອມັນອາດມີລັກສະນະສະເພາະເຈາະຈົງ ຫຼາຍກວ່າ ເປົ້າໝາຍອື່ນໆ. ເຊັ່ນ: ບາງຄົນອາດຕັ້ງເປົ້າໄວ້ວ່າຢາກເປັນ ຜູ້ບໍລິຫານງານຂັ້ນສູງຂອງບໍລິສັດ Google ຫຼື ເປົ້າໝາຍບາງຄົນໃນໄລຍະຍາວອາດຈະມີລັກສະນະລວມໆເຊັ່ນ: ຢາກເປັນຜູ້ຜະລິດລາຍການ ໂທລະພາບ ຫຼື ສິ່ງທີ່ມີລັກສະນະ ລວມໆທີ່ສຸດແມ່ນ: ການເຮັດວຽກໃນອຸດສາຫະກຳກົນຈັກ ເຊິ່ງບໍ່ໄດ້ບອກວ່າ ມັນແມ່ນກົນຈັກໃດ. ແນວໃດກໍ່ຕາມ ມັນເປັນສິ່ງທີ່ຕ້ອງໄດ້ສ້າງຂຶ້ນມາ ແລະ ຜູ້ກ່ຽວອາດຈະຕ້ອງໄດ້ສ້າງ ຄຳຕອບໃຫ້ແກ່ຕົນເອງ ຕາມທີຫຼັງ. ການສ້າງເປົ້າໝາຍໄລຍະຍາວໃຫ້ມີຄວາມລະອຽດມັນຈະເຮັດໃຫ້ງ່າຍຕໍ່ການດັດປັບເປົ້າໝາຍ. ໃນເມື່ອທ່ານ ກຳນົດ ເປົ້າໝາຍລວມແລ້ວ ທ່ານຈະສາມາດ ກວດສອບເບິ່ງຈຸດສຳຄັນສຳຄັນຕ່າງໆໃນການຈັດຕັ້ງປະຕິບັດ.
- ຕັ້ງເປົ້າໝາຍ ໄລຍະສັ້ນ ເປົ້າໝາຍໃນໄລຍະສັ້ນ ມັນເປັນກິດຈະກຳນ້ອຍໆທີ່ມີເປົ້າໝາຍໃນການກ້າວຫາເປົ້າໝາຍໄລຍະຍາວ ໃນນັ້ນ ມັນຈະ ມີກິດຈະກຳສະເພາະ ພ້ອມທັງກຳນົດເວລາໃນການຈັດຕັ້ງປະຕິບັດ. ແນະນຳວ່າ ເປົ້າໝາຍໄລຍະສັ້ນໆ ເປັນວິທີໃນ ການສ້າງເປົ້າໝາຍ ກາຍເປັນກິດຈະກຳປະຈຳອາທິດ ຫຼືເດືອນ ທີ່ທ່ານຕ້ອງການໃຫ້ມັນເກີດຂຶ້ນມາ. ທ່ານ ຄວນເລີ່ມຖາມຕົນເອງວ່າ, ສິ່ງໃດທີ່ທ່ານຕ້ອງໄດ້ເຮັດໃນອາທິດນີ້ໃຫ້ສຳເລັດ ເພື່ອກ້າວຫາເປົ້າໝາຍ ລວມທີ່ ທ່ານຕ້ອງການໃຫ້ມັນເກີດຂຶ້ນມາ ແລະ ມັນຈະເປັນແຜນແຕ່ລະອາທິດ.
ຕົວຢ່າງ ການຂຽນຂອງຂ້າພະເຈົ້າ ປະຈຳອາທິດກໍ່ຈະມີ ປະລິມານຫົວຂໍ້ທີ່ຕ້ອງໄດ້ຂຽນໃນແຕ່ລະວັນ ແລະ ໃນອາທິດໜຶ່ງ. ມີບາງມື້ຈະພະຍາຍາມຂຽນສອງຫົວຂໍ້ ແລະ ຕັດກິດຈະກຳທີ່ບໍ່ສຳຄັນ ອອກເຊັ່ນ: ການເຂົ້າຮ່ວມງານ ຕ່າງໆ. ໃນນັ້ນ ຍັງໄດ້ວາງແຜນການໃນການສຶກສາ ຫຼາຍໆຫົວຂໍ້ເພື່ອສ້າງຄວາມເຂົ້າໃຈ ແລະ ເຮັດໃຫ້ການຂຽນໄວຂຶ້ນ. ແນ່ນອນແຕ່ລະຄົນຈະມີຄວາມສາມາດຕ່າງກັນ. ດັ່ງນັ້ນ ການຕັ້ງເປົ້າໝາຍໃຫຍ່ເກີນ ຄວາມສາມາດຂອງຕົນເອງ ມັນຈະເຮັດໃຫ້ໝົດກຳລັງໃຈໃນການເຮັດວຽກ ເພາະເຮັດຫຍັງກໍ່ບໍ່ໄດ້ດັ່ງທີ່ຫວັງ. ການປະສົບຜົນສຳເລັດໃນສິ່ງທີ່ວາງແຜນໄວ້ ເປັນສິ່ງພື້ນຖານຂອງການກ້າວໄປ ສູ່ການພັດທະນາເປົ້າໝາຍຫຼັກໆ ແລະ ການເຕີບໂຕ ເປັນບາດກ້າວຢ່າງແນ່ນອນ.
- ເປົ້າໝາຍໄລຍະກາງ ເປົ້າໝາຍໄລຍະກາງເປັນສິ່ງທີ່ມີລັກສະນະກວ້າງກວ່າເປົ້າໝາຍໄລຍະສັ້ນ ເຊິ່ງມັນອາດຈະເປັນປະຈຳເດືອນ ຫຼື ປີ ເພື່ອໃຫ້ປະສົບຜົນສຳເລັດ. ບາງເທື່ອເປົ້າໝາຍໄລຍະກາງອາດຈະເປັນກິດຈະກຳການເຝິກອົບຮົມ ຫຼື ການເຝິກງານໃນສະຖານທີ່ໃດໜຶ່ງ. ເຊັ່ນ: ຖ້າຫາກທ່ານຄິດວ່າຕ້ອງການຄວາມຮູ້ໃໝ່ໆເພື່ອເຮັດໃຫ້ທ່ານເຮັດວຽກເພື່ອເປົ້າໝາຍໃນໄລຍະຍາວ ໄດ້ຮັບຜົນດີ ດັ່ງນັ້ນການວາງແຜນການຮຽນ, ປ່ຽນງານ, ຫຼື ປ່ຽນທີ່ຢູ່ ອາດຈະເປັນສິ່ງທີ່ເຮັດໃນແຜນເວລາທີ່ແນ່ນອນ.
ຄວາມສຳເລັດທີ່ບັນລຸໄດ້ໃນແຕ່ລະໄລຍະ ຈະຊ່ວຍໃຫ້ທ່ານເຫັນໄດ້ວ່າການເດີນທາງຂອງທ່ານໃນແຕ່ລະໄລຍະ ມີທ່າກ້າວຄືແນວໃດ. ແຕ່ລະເປົ້າໝາຍທີ່ເຮັດໄດ້ ອາດເປັນສິ່ງທີ່ເຮັດໃຫ້ທ່ານ ເຮັດໃນສິ່ງທີ່ທ່ານບໍ່ເຄີຍເຮັດ ແລະ ມີຄວາມສຳເລັດກັບສິ່ງນັ້ນໆ ແນ່ນອນມັນເປັນເລື່ອງດີ ເພາະມັນໝາຍວ່າທ່ານມີຄວາມກ້າວໜ້າ, ມີການຮຽນຮູ້ ເພື່ອເຮັດ ແລະ ສ້າງໃຫ້ຕົນເອງກາຍເປັນໃນສິ່ງທີ່ຕົນເອງຢາກເປັນ.
ເປົ້າໝາຍສຳຄັນທີ່ສຸດຂອງທ່ານໃນປີນີ້ແມ່ນຫຍັງ? ມາແບ່ງປັນແຮງບັນດານໃຈກັນເບິ່ງເດີ້! 👇