Home ຍຸກດິຈິຕອນຄົນຈົນ, ແຕ່ບໍ່ຈົນຫົນທາງ

ຄົນຈົນ, ແຕ່ບໍ່ຈົນຫົນທາງ

ຄົນຈົນ ແຕ່ບໍ່ຈົນຫົນທາງ: ປ່ຽນຄວາມມັກໃຫ້ເປັນແຮງຜັກດັນໃນການຮຽນຮູ້! 🎶📖

by NorKhame
0 comments

ມັກສຸພາສິດສອງປະໂຫຍກທີ່ວ່າ “ ເລືອກເກີດບໍ່ໄດ້, ແຕ່ເລືອກທາງເດີນໄດ້ ” ແລະ “ ເຮັດໃນ ສິ່ງທີ່ຮັກ, ແລ້ວຈະຮັກໃນສິ່ງທີ່ເຮັດ ” . ສອງຢ່າງນີ້ເຮັດໃຫ້ຂ້າພະເຈົ້າໄດ້ຮຽນພາສາ ແລະ ສາມາດນຳໃຊ້ພາສາຕ່າງປະເທດລະດັບໃດໜຶ່ງ.

ເຖິງຈະບໍ່ຄ່ອຍມີເງິນຈ້າງຮຽນພາສາອັງກິດພິເສດຄືຄົນອື່ນ, ຕົນເອງກໍ່ໄດ້ຊອກຫາວິທີ ໃນການເຂົ້າໃຈພາສາອັງກິດ ແລະ ຊອກສິ່ງທີ່ເຮັດໃຫ້ຕົນເອງມີຄວາມສຸກທີ່ສຸດໃນການຮຽນ. ສຽງເພງພາສາອັງກິດ ເປັນແຮງບັນດານໃຈ ອັນໜຶ່ງ ໃຫ້ຕົນເອງໄດ້ຮຽນພາສາ. ເພາະຢາກຮູ້ວ່າ ເພງທີ່ເຮົາມັກນັ້ນມີຄວາມໝາຍແນວໃດ ແລະ ເຂົາເຈົ້າເວົ້າຫຍັງ? ໄດ້ໃຊ້ສຽງເພງ ໃຫ້ຕົນເອງມີການ ພັດທະນາພາສາມາຕະຫຼອດ. ຈົນຮອດສ້າງໃຫ້ເຂົ້າໃຈ ການສົນທະນາ ໃນຂົງເຂດ ວຽກງານທີ່ຕົນເອງສົນໃຈ.

“ເຖິງຈະບໍ່ຄ່ອຍມີເງິນຈ້າງຮຽນພາສາອັງກິດພິເສດຄືຄົນອື່ນ, ຕົນເອງກໍ່ໄດ້ຊອກຫາວິທີ ໃນການເຂົ້າໃຈພາສາອັງກິດ ແລະ ຊອກສິ່ງທີ່ເຮັດໃຫ້ຕົນເອງມີຄວາມສຸກທີ່ສຸດໃນການຮຽນ.”

ສິ່ງທີ່ຈະເວົ້າຕໍ່ໄປນີ້, ກະອາດບໍ່ແມ່ນເຕັກນິກທີ່ດີທີ່ສຸດ ໃນການຮຽນພາສາຕ່າງປະເທດ ແຕ່ການພະຍາຍາມປະສານງານດ້ານການ ອອກແບບ ຫຼັກສູດສິດສອນ, ການເຝິກອາຈານ, ການຈັດສັນງົບປະມານ. ແຕ່ຄວາມຢາກໄດ້ຂອງນັກຮຽນ ແລະ ການຜັກດັນຂອງຄອບ ຄົວທີ່ເປັນພໍ່ແມ່ແມ່ນນັ້ນສຳຄັນຫຼາຍ.

ຕອນນີ້ກໍ່ຮຽນພາສາເພີ່ມເຕີມອີກແລະ ເພງທີ່ຝາກໄວ້ໃນມື້ນີ້ ເປັນເພງພາສາ ສະເປນ (Spanish) ເປັນເພງທີ່ ແຕ່ງຂຶ້ນ ຈາກນັກແຕ່ງເພງ ຄົນ ປູແອໂຕຣິກັ້ນ ແລະ ຮ້ອງໂດຍ ນາງ ຄຣິສຕິນາ ອາກີເລຣາ ຊື່ເພງວ່າ: “ ແຕ່ … ຂ້ອຍຍັງຈື່ເຈົ້າໄດ້ ” (Pero Me Acuerdo De Ti). ເຊິ່ງແນ່ນອນກໍ່ບໍ່ເຂົ້າໃຈຕອນທຳອິດວ່າແມ່ນຫຍັງ? ບາດຕໍ່ມາເວລາມາແປແລ້ວ ເປັນເພງທີ່ເສົ້າຫຼາຍ. ນາງ ບັນຍາຍຄວາມເຈັບປວດທຸກໆຄັ້ງທີ່ລາວຫວນກັບ ຄິດເລື່ອງກັບແຟນເກົ່າ ເຖິງວ່າຈະແຕ່ງງານກັບຄົນໃນຝັນກໍ່ຕາມ. ແຕ່ບາດແຜທີ່ເຄີຍມີນັ້ນ ປົວແປງບໍ່ໄດ້. ເຮັດໃຫ້ລາວເສົ້າທຸກໆຄັ້ງ.

ທີ່ເລືອກເພງນີ້ ກໍ່ຢາກສະແດງໃຫ້ເຫັນວ່າ: ຂ້າພະເຈົ້າບໍ່ສາມາດ ກະຕຸ້ນໃຫ້ທາງລັດຖະບານ ສ້າງຫຼັກສູດການສອນທີ່ດີທີ່ສຸດໄດ້ ແຕ່ຂ້າພະເຈົ້າຂໍໃຊ້ຄວາມມັກສ່ວນຕົວເປັນແຮງຜັກດັນ ໃນການຮຽນຮູ້ ເພື່ອສ້າງຫົນທາງໃໝ່ໆໃຫ້ກັບຕົນເອງສະເໝີ.

ທ່ານມີວິທີຮຽນພາສາຕ່າງປະເທດດ້ວຍຕົນເອງແບບໃດແດ່? ມາແບ່ງປັນເຄັດລັບນຳກັນ! 👇

You may also like

Leave a Comment

Are you sure want to unlock this post?
Unlock left : 0
Are you sure want to cancel subscription?