Home ພິຊິດງານວິທີການ ໂຄສະນາຍີ່ຫໍ້ສິນຄ້າໃໝ່

ວິທີການ ໂຄສະນາຍີ່ຫໍ້ສິນຄ້າໃໝ່

ສ້າງແບຣນໃຫ້ດັງ ມັດໃຈລູກຄ້າໃນຍຸກດິຈິຕອລ! 📱✨

by NorKhame
0 comments

ສຳລັບບໍລິສັດທີ່ກຳລັງຈະ ສ້າງການໂຄສະນາຍີ່ຫໍ້ໃໝ່ ທ່ານຄວນໃສ່ໃຈການສື່ສານຍີ່ຫໍ້ສິນຄ້າ ໃນເວລາ ເປີດຕົວສິນຄ້າ: ສິ່ງສຳຄັນທີ່ສຸດ ທີ່ຈະເຮັດໃຫ້ຍີ່ຫໍ້ປະສົບຜົນສຳເລັດ ໃນຍຸກປະຈຸບັນ ແມ່ນຂຶ້ນກັບການ ເນັ້ນໜັກສິ່ງທີ່ເປັນພື້ນຖານທີ່ສຸດຂອງສິນຄ້າຍີ່ຫໍ້ນັ້ນໆ. ເຊິ່ງຄວນເນັ້ນໃສ່ ເຕັກນິກໂຄສະນາຍີ່ຫໍ້ສິນຄ້າ ໃນສາມຂົງເຂດຄື: ການສ້າງພາບພົດທາງດ້ານເຕັກນິກ, ການສະໜອງຂໍ້ມູນຂອງສິນຄ້າ ແລະ ທີ່ຈະ ບອກສາເຫດຂອງການປະກົດມີຂອງຍີ່ຫໍ້ສິນຄ້າ. ສຳລັບ ການເລີ່ມຕົ້ນໂຄສະນາຍີ່ຫໍ້ ຫຼື ເປີດຕົວສິນຄ້າໃໝ່ ສິ່ງສຳຄັນທີ່ຕ້ອງໄດ້ເຮັດ ໃນການສ້າງແຜນ ໂຄສະນາກໍ່ຄື: ຕ້ອງໄດ້ມີການຄົ້ນຄ້ວາ, ເຮັດໃຫ້ມັນງ່າຍດາຍ ແລະ ປະຕິບັດສີ່ຫຼັກການ ດັ່ງນີ້:

  1. ບອກສັງຄົມໃຫ້ຮູ້ວ່າ ຍີ່ຫໍ້ສິນຄ້າ ຊ່ວຍເຮັດໃຫ້ຊີວິດຄົນຊົມໃຊ້ດີຂຶ້ນແນວໃດ ໃຫ້ທ່ານໃຊ້ເວລາໜ້ອຍໜຶ່ງໃນການຄົ້ນຄິດ ແລະ ບອກໃຫ້ລູກຄ້າຮູ້ວ່າ ສິນຄ້າດັ່ງກ່າວຈະຊ່ວຍແກ້ໄຂ ບັນຫາໃດໜຶ່ງແກ່ລູກຄ້າ, ແລະ ມັນຈະຊ່ວຍເຮັດໃຫ້ຊີວິດພວກເຂົາເຈົ້າດີຂຶ້ນແນວໃດ. ທ່ານບໍ່ຄວນມົວ ເມົາແຕ່ໂຄສະນາວ່າ ສິນຄ້າຂອງທ່ານດີເລີດປານໃດ. ການໂຄສະນາແບບນັ້ນມັນຈະບໍ່ຊ່ວຍສ້າງຄວາມ ສົນໃຈໃຫ້ແກ່ລູກຄ້າ, ແຕ່ຖ້າຫາກທ່ານສາມາດຊີ້ໃຫ້ເຫັນວ່າ ສິນຄ້າຂອງທ່ານສາມາດແກ້ໄຂບັນຫາທີ່ ລູກຄ້າກຳລັງປະເຊີນຢູ່ ດ້ວຍການໃຊ້ພາສາ ຫຼື ຂໍ້ຄວາມທີ່ງ່າຍດາຍ ແລະ ກົງໄປກົງມາ ຈະເຮັດໃຫ້ ສິນຄ້າເປັນທີ່ຍອມຮັບໄດ້ງ່າຍ.
  2. ສະໜອງຂໍ້ມູນທີ່ສຳຄັນ ແລະ ຊັດເຈນ ທ່ານຄວນສ້າງຄວາມຊັດເຈນ ກ່ຽວກັບສິນຄ້າ ແລະ ໃຫ້ລູກຄ້າຮູ້ວ່າແມ່ນໃຜທີ່ຄວນຊື້ສິນຄ້ານັ້ນ. ແທນທີ່ ຈະຕັ້ງເປົ້າໝາຍໃສ່ລູກຄ້າທຸກໆກຸ່ມຄົນ, ທ່ານຄວນຈຳກັດເປົ້າໝາຍການໂຄສະນາໃຫ້ແຄບລົງ. ແລ້ວ ພະຍາຍາມເຂົ້າຫາລູກຄ້າກຸ່ມດັ່ງກ່າວໃຫ້ໄດ້ຫຼາຍທີ່ສຸດ. ຍິ່ງທ່ານມີຄວາມຊັດເຈນຫຼາຍຊຳໃດ ມັນຍິ່ງ ຈະເປັນການງ່າຍ ໃນການຊອກຫາລູກຄ້າຂອງທ່ານ ແລະ ຈະມີໂອກາດເຂົ້າເຖິງລູກຄ້າເປົ້າໝາຍ ດັ່ງກ່າວ ໄດ້ຢ່າງມີປະສິດທິຜົນ.
  3. ນຳໃຊ້ສື່ໂຄສະນາທາງອອນລາຍ ເມື່ອໃດທີ່ທ່ານກຳລັງເປີດຕົວສິນຄ້າໃໝ່ ສິ່ງສຳຄັນກໍ່ຄື ການສະໜອງຂໍ້ມູນສິນຄ້າ ທີ່ມີປະໂຫຍດ ແລະ ໃຫ້ຄົນຫຼາຍໆຄົນ ມາເປັນສະມາຊິກ ຫຼືເຂົ້າເບິ່ງໄດ້ຮັບຊາບ. ສິ່ງນີ້ມັນກໍ່ໝາຍເຖິງ ການສ້າງ ໃຫ້ລູກຄ້າໄດ້ຄົ້ນຄິດ ເຊິ່ງມັນເປັນການສ້າງບາດກ້າວ ເຂົ້າຫາການຊື້ຈາກກຸ່ມຄົນທີ່ທ່ານຕັ້ງເປົ້າ ໄວ້. ການສ້າງຂໍ້ມູນສິນຄ້າຜ່ານທາງ ສື່ອອນລາຍ ເປັນການສ້າງວິທີທີ່ຈະເຮັດໃຫ້ຄົນຮຽນຮູ້ປະສົບການຈາກ ການຊື້ສິນຄ້າຫຼືການບໍລິການຈາກທ່ານ. ທ່ານບໍ່ຄວນລະເລີຍເປັນການສ້າງພາບພົດທີ່ໜ້າປະທັບໃຈໃຫ້ແກ່ລູກຄ້າ.
  4. ສ້າງຍີ່ຫໍ້ເຮັດໃຫ້ມັນເປັນລັກສະນະເດັ່ນສະເພາະຕົວ ເຄື່ອງມືການໂຄສະນາ ແລະ ການສື່ສານທາງອອນລາຍ ໄດ້ເປີດໂອກາດໃຫ້ຜູ້ຊົມໃຊ້ ສາມາດ ເຂົ້າຫາຂໍ້ມູນ ຂ່າວສານ ທີ່ເຮັດໃຫ້ຜູ້ຊື້ ສາມາດເຂົ້າໃກ້ຊິດກັບຍີ່ຫໍ້ຫຼາຍຂຶ້ນ ແລະ ມັນເປັນການ ສະແດງທາງເລືອກໃໝ່ໆ. ສະນັ້ນການຜັກດັນຍີ່ຫໍ້ອອກສູ່ທາງສື່ອອນລາຍ ຈຶ່ງເປັນຫົນທາງເຮັດ ໃຫ້ ເຂົ້າໃກ້ຜູ້ຊົມໃຊ້ຫຼາຍຂຶ້ນ ທັງຍັງເປັນການເຂົ້າຫາຜູ້ຄົນຕົວຈິງໄດ້ດີຂຶ້ນ. ນະໂຍບາຍການນຳ ໃຊ້ສື່ໂຄສະນາທາງອອນລາຍ ນັ້ນມັນຄວນເລີ່ມຈາກຂັ້ນຕອນການສ້າງສິນຄ້າ.

“ທ່ານບໍ່ຄວນມົວເມົາແຕ່ໂຄສະນາວ່າ ສິນຄ້າຂອງທ່ານດີເລີດປານໃດ… ແຕ່ຖ້າຫາກທ່ານສາມາດຊີ້ໃຫ້ເຫັນວ່າ ສິນຄ້າຂອງທ່ານສາມາດແກ້ໄຂບັນຫາທີ່ລູກຄ້າກຳລັງປະເຊີນຢູ່ ດ້ວຍການໃຊ້ພາສາ ຫຼື ຂໍ້ຄວາມທີ່ງ່າຍດາຍ ແລະ ກົງໄປກົງມາ ຈະເຮັດໃຫ້ສິນຄ້າເປັນທີ່ຍອມຮັບໄດ້ງ່າຍ.”

ສຳລັບທ່ານແລ້ວ, ໂຄສະນາແບບໃດທີ່ມັກດຶງດູດຄວາມສົນໃຈຂອງທ່ານຈົນຕັດສິນໃຈຊື້ສິນຄ້າ? ມາແບ່ງປັນກັນໄດ້ເດີ້! 👇

You may also like

Leave a Comment

Are you sure want to unlock this post?
Unlock left : 0
Are you sure want to cancel subscription?