ອີກຄັ້ງທີ່ລາວບໍ່ໄດ້ຫຼຽນຈາກໂອລຳປິກ. ບໍ່ແມ່ນເລື່ອງດີ ແຕ່ບໍ່ແມ່ນເລື່ອງແປກ. ປີນີ້ ມີຫຼາຍປະເທດ ເລີ່ມໄດ້ຫຼຽນເປັນຄັ້ງທຳອິດ. ສິ່ງນີ້ໜ້າຈະເປັນປິດສະໜາ ຝາກໄວ້ນຳຄົນລາວທຸກໆລ້ານເພື່ອຮ່ວມກັນຄິດເຮັດໃຫ້ເພງຊາດລາວດັງ ແລະ ທຸງຊາດປິວສະບັດທີ່ໂອລຳປິກ.
ວິໄສທັດ
-
-
ຈະຫາຄະນະບໍລິຫານງານທີ່ມີຄວາມສາມາດໄດ້ຈາກໃສ ຜູ້ປະກອບການຫຼາຍຄົນ ມັກຕົກໃນສະຖານະການທີ່ວ່າ: ທຸກໆຢ່າງເຮັດເອງໝົດ, ບໍ່ວ່າຈະເປັນວຽກນ້ອຍ ຫາສິ່ງ ສຳຄັນທີ່ສຸດ ແມ່ນຫຍັງກໍ່ເຮັດເອງໝົດ ແລະ ກໍ່ເປັນທັງຜູ້ຖືຫຸ້ນພຽງຜູ້ດຽວ. ກໍ່ແມ່ນຕົນເອງທີ່ເປັນສະມາຊິກ ຄະນະບໍລິຫານງານພຽງຜູ້ດຽວ ແລະຕົນເອງກໍ່ເປັນທັງຜູ້ບໍລິຫານງານທັງໝົດ.
-
ຜູ້ປະກອບການຕ້ອງໄດ້ລະມັດລະວັງໃນການຄັດເລືອກຄະນະບໍລິຫານງານ, ເພາະວ່າ ຄະນະດັ່ງກ່າວ ຈະເປັນພາກ ສ່ວນໜຶ່ງຂອງການໃຫ້ທິດທາງທັງໝົດຂອງບໍລິສັດ. ກຸ່ມຄົນດັ່ງກ່າວປະກອບ ດ້ວຍຜູ້ໃຫ້ຄຳແນະນຳ ຫຼື ອຳນວຍການ. ການເຮັດວຽກຂອງກຸ່ມດັ່ງກ່າວ ຖືໄດ້ວ່າເປັນການ ຕັດສິນ ຄວາມໝັ້ນຄົງຂອງບໍລິສັດໃນໄລຍະເລີ່ມຕົ້ນ ແລະ ການຂະຫຍາຍຕົວໄລຍະຍາວ.
-
ການເຮັດທຸລະກິດ ຫຼື ກິດຈະກຳໃດໜຶ່ງໃຫ້ສຳເລັດຜົນ, ໝູ່ຜູ້ໃກ້ຊິດມີອິດທິພົນຫຼາຍຕໍ່ກັບຄວາມສຳເລັດ. ການຄັດສັນພະນັກງານເຂົ້າ ບໍລິສັດ ເປັນຫົນທາງໃນການຄັດເລືອກ ແລະ ສ້າງບຸກຄະລາກອນ ທີ່ມີຄວາມ ສາມາດ ເພື່ອສ້າງຄວາມສຳເລັດໃຫ້ແກ່ບໍລິສັດ.
-
ໃນແຕ່ລະວັນ ແມ່ຍິງຈະໃສ່ໃຈໃນຮູບຮ່າງ ແລະ ການແຕ່ງຕົວຂອງຕົນເອງ ນັບແຕ່ປາຍຜົມ ຈົນຮອດປາຍເລັບ. ໃນຕົວຈິງແລ້ວ ເຂົາເຈົ້າຫຼາຍຄົນບໍ່ມີເວລາຈະແຕ່ງຕົວໃຫ້ງາມໄດ້ຕະຫຼອດ ເພາະອາດຢາກເຮັດສິ່ງອື່ນໆຫຼາຍກວ່າ.
-
ຄົນສູງອາຍຸໃນບາງປະເທດໃຊ້ເວລາຊ່ວງສຸດທ້າຍ ໃນການທ່ອງທ່ຽວ, ພັກຜ່ອນ ແລະ ເບິ່ງແຍງຫຼານ. ແຕ່ຍັງມີຄົນແກ່ທີ່ຫຼາຍໆມຸມໂລກ ເຮັດວຽກຄືກັບໄວໜຸ່ມ. ຫຼາຍໆຄົນເຮັດເພື່ອລ້ຽງຊີບ, ແຕ່ກໍ່ມີຫຼາຍຄົນເຮັດເພາະບໍ່ຢາກຢູ່ບ້ານລ້າໆ.
-
ທຸກໆປີຈະມີການສະຫຼອງ ວັນແມ່ຍິງໃນວັນທີ 8 ເດືອນ ມີນາ. ຈະເວົ້າໄປແລ້ວບໍ່ແມ່ນເປັນການປະກາດໄຊຊະນະຕໍ່ກັບສິ່ງທີ່ເລີ່ມມີການຕໍ່ສູ້ເລື່ອງບົດບາດຍິງ-ຊາຍ. ເປັນວັນໜຶ່ງຂອງແມ່ຍິງທີ່ສະແດງໃຫ້ສັງຄົມເຫັນຫຼາຍໆສິດທີ່ທາງແມ່ຍິງພະຍາຍາມໃຫ້ໄດ້ມາ.
-
ຫາກຊີວິດຄົນເຮົາໝູນວຽນໄປເລື້ອຍໆ, ພວກເຮົາຕ້ອງເມື່ອຍລ້າ. ບໍ່ມີຈຸດຈົບແລະເລີ່ມຕົ້ນ. ຊ່ວງປີໃໝ່ ເປັນໂອກາດໄດ້ທົບທວນ ແລະ ປ່ອຍວາງອະດີດ ທີ່ບໍ່ດີໄວ້ຂ້າງຫຼັງ. ປິ່ນຫຼັງໃຫ້ຄວາມສຳເລັດເກົ່າໆເພື່ອເລີ່ມຕົ້ນໃສ່ສິ່ງໃໝ່ແລະດີໆໃນອີກ 365 ວັນຂ້າງໜ້າ.