ອີກຄັ້ງທີ່ລາວບໍ່ໄດ້ຫຼຽນຈາກໂອລຳປິກ. ບໍ່ແມ່ນເລື່ອງດີ ແຕ່ບໍ່ແມ່ນເລື່ອງແປກ. ປີນີ້ ມີຫຼາຍປະເທດ ເລີ່ມໄດ້ຫຼຽນເປັນຄັ້ງທຳອິດ. ສິ່ງນີ້ໜ້າຈະເປັນປິດສະໜາ ຝາກໄວ້ນຳຄົນລາວທຸກໆລ້ານເພື່ອຮ່ວມກັນຄິດເຮັດໃຫ້ເພງຊາດລາວດັງ ແລະ ທຸງຊາດປິວສະບັດທີ່ໂອລຳປິກ.
ທີ່ ເມືອງ ຣິໂອ, ປະເທດບຣາຊິວ ໃນປີ 2016 ໄດ້ຈັດງານໂອລຳປິກ ເຖິງວ່າປະຊາຊົນພາຍໃນເມືອງຫຼາຍ ພາກສ່ວນບໍ່ສະໜັບສະໜູນການເປັນເຈົ້າພາບ. ປະເທດຕ້ອງຕົກກັບໄພການເງິນ ແລະ ມີຫຼາຍໂຄງການສ້າງອາຄານ ບໍ່ທັນສຳເລັດ. ຮ້າຍແຮງກວ່ານັ້ນ ເຈົ້າພາບຍັງໄດ້ສຸມກຳລັງ ຮັກສາຄວາມປອດໄພໃຫ້ກັບສັບສິນ ແລະ ຊີວິດນັກກິລາແຕ່ຕົ້ນຈົນຈົບງານ ພາຍຫຼັງມີຄວາມກັງວົນວ່າ ອາດມີການກໍ່ການຮ້າຍຈາກກຸ່ມຄົນບໍ່ດີເຊິ່ງ ເຄີຍເກີດຂຶ້ນໃນການແຂ່ງຂັນໂອລຳປິກ.
“ຫຼຽນຄຳໂອລຳປິກບໍ່ໄດ້ມີໄວ້ສຳລັບຄົນມີເງິນ ແລະ ເປັນສິ່ງໜຶ່ງທີ່ເງິນຊື້ບໍ່ໄດ້ແຕ່ຕ້ອງໄດ້ຍາດແຍ່ງເອົາດ້ວຍການເຝິກຝົນ ແລະ ເສຍສະຫຼະປັດໃຈ.”
ຫຼາຍຄົນກະຈັບຕາປະເທດໃຫຍ່ໆວ່າຈະເປັນກຸ່ມທີ່ໄດ້ຫຼຽນຫຼາຍອີກແນ່ນອນ. ເນື່ອງຈາກຄວາມພ້ອມດ້ານເສດຖະກິດ ແລະ ເງິນທຶນມະຫາສານທີ່ລົງທຶນໃສ່ການກິລາ. ສ່ວນປະເທດນ້ອຍໆນັ້ນຍາກທີ່ສຸດ. ເພາະການສ້າງນັກກິລາແຕ່ລະຄົນໃຊ້ເວລາ ແລະ ງົບປະມານຫຼາຍກວ່າການສ້າງປະລິນຍາເອກ ບາງສາຂາຊໍ້າອີກ. ຈາໄມກາ ແລະ ບາຮາມາດ, ແມ່ນໄດ້ຫຼຽນຈາກການແລ່ນໄລຍະສັ້ນເປັນຫຼັກ. ປະເທດທີ່ມີງົບປະມານໜ້ອຍໄດ້ສົ່ງເສີມກິລາທີ່ຕົນເອງມີທ່າແຮງ ແລ້ວສຸມງົບປະມານເພື່ອສ້າງນັກກິລາຕາງໜ້າຊາດເພື່ອຊິງຫຼຽນ. ເມື່ອກິລາທີ່ສົ່ງເສີມປະສົບຜົນສຳເລັດ ກໍ່ຈະສົ່ງເສີມພາບພົດໂດຍລວມໃນການຫຼິ້ນກິລາ ແລະ ຮັກສາສຸຂະພາບ. ທັງຍັງກະຕຸ້ນ ໃຫ້ຄົນມັກຫຼິ້ນກິລາຫຼາຍປະເພດເຊິ່ງອາດມີການພັດທະນາທັກສະເກັ່ງຂຶ້ນ.
ຂ້າພະເຈົ້າອາດທຽບວ່າການໄດ້ຫຼຽນໂອລຳປິກ ເປັນເຄື່ອງແພງຊະນິດໜຶ່ງທີ່ຄົນຮັ່ງມີມັກຊື້ມາອວດກັນ. ຫຼຽນຄຳໂອລຳປິກບໍ່ໄດ້ມີໄວ້ສຳລັບຄົນມີເງິນ ແລະ ເປັນສິ່ງໜຶ່ງທີ່ເງິນຊື້ບໍ່ໄດ້ແຕ່ຕ້ອງໄດ້ຍາດແຍ່ງເອົາດ້ວຍການເຝິກຝົນ ແລະ ເສຍສະຫຼະປັດໃຈ. ນັກກິລາທີ່ມີວິໄນ, ຄວາມສາມາດ ແລະ ອຸປະກອນ ຈະມີໂອກາດຊະນະສູງ. ປະເທດລາວເຮົາຍັງມີຫຼາຍອັນຕ້ອງແກ້ໄຂ ເປັນຕົ້ນແມ່ນການສ້າງສາພື້ນຖານໂຄງລ່າງ, ລະບົບສາທາລະນະສຸກ, ແລະ ການສຶກສາ. ປະຈຸບັນກິລາຫຼາຍປະເພດກໍ່ກຳລັງເດີນໜ້າເປັນຂະບວນ. ເຊື່ອວ່າໂອລຳປິກຄັ້ງໜ້າລາວເຮົາຄົງມີຄວາມຫວັງ.
ທ່ານຄິດວ່າກິລາປະເພດໃດທີ່ນັກກິລາລາວເຮົາມີທ່າແຮງ ແລະ ມີໂອກາດຄວ້າຫຼຽນໂອລິມປິກໃນອະນາຄົດ? ມາເຊຍນຳກັນ! 👇