Home ວິໄສທັດເລືອກຄົນ ເຂົ້າໃນຄະນະນຳບໍລິສັດ

ເລືອກຄົນ ເຂົ້າໃນຄະນະນຳບໍລິສັດ

ເລືອກຄົນເຂົ້າຄະນະນຳ: ສູດລັບການສ້າງທີມບໍລິຫານໃຫ້ອົງກອນເຕີບໂຕ 🏢✨

by NorKhame
0 comments

ຜູ້ປະກອບການຕ້ອງໄດ້ລະມັດລະວັງໃນການຄັດເລືອກຄະນະບໍລິຫານງານ, ເພາະວ່າ ຄະນະດັ່ງກ່າວ ຈະເປັນພາກ ສ່ວນໜຶ່ງຂອງການໃຫ້ທິດທາງທັງໝົດຂອງບໍລິສັດ. ກຸ່ມຄົນດັ່ງກ່າວປະກອບ ດ້ວຍຜູ້ໃຫ້ຄຳແນະນຳ ຫຼື ອຳນວຍການ. ການເຮັດວຽກຂອງກຸ່ມດັ່ງກ່າວ ຖືໄດ້ວ່າເປັນການ ຕັດສິນ ຄວາມໝັ້ນຄົງຂອງບໍລິສັດໃນໄລຍະເລີ່ມຕົ້ນ ແລະ ການຂະຫຍາຍຕົວໄລຍະຍາວ.

ໃນປະສົບການຂອງການເຮັດວຽກທັງໃນພາກລັດ ແລະ ທຸລະກິດມາເປັນເວລາສິບປີ ຂ້າພະເຈົ້າ ເຫັນວ່າ ການມີສ່ວນຮ່ວມ ຢ່າງຈິງຈັງ ແລະ ມີປະສິດທິພາບຂອງ ຄະນະບໍລິຫານງານ ມີຄວາມສຳຄັນຫຼາຍເພາະ ບັນດາທ່ານເຫຼົ່ານັ້ນເປັນກຸ່ມ ທີ່ ໃຫ້ທິດຊີ້ນຳ ແລະ ນະໂຍບາຍລວມ ຂອງບໍລິສັດໃຫ້ແກ່ພະນັກງານໄດ້ມີການຈັດຕັ້ງປະຕິບັດ. ທັງຍັງເປັນກຸ່ມທີ່ກຳນົດທິດ ທາງໃນ ຕໍ່ໜ້າຂອງການບໍລິຫານງານ. ດັ່ງນັ້ນ ການຄັດເລືອກກຸ່ມຄົນທີ່ມີ ຄວາມຮູ້ຄວາມ ສາມາດຫຼາກຫຼາຍສາຂາອາຊີບ ເຂົ້າມາບໍລິຫານອົງກອນ ຈຶ່ງຈຳເປັນຕ້ອງໄດ້ພິຈາລະນາຢ່າງ ຖີ່ຖ້ວນ. ສິ່ງທີ່ຄວນພິຈາລະນາ ໃນການຄັດເລືອກເອົາຄະນະກຳມະການ ຫຼື ຄະນະບໍລິຫານງານ ປະກອບມີ:

  1. ເຂົາເຈົ້າມີຄວາມກະຕືລືລົ້ນກັບທຸລະກິດຂອງທ່ານຫຼືບໍ່? ໃນການຄັດເລືອກຄົນເຂົ້າມາ ເຮັດວຽກ ທ່ານຕ້ອງໄດ້ຖາມຕົນເອງວ່າ ຄົນດັ່ງກ່າວ ມີຄວາມສົນໃຈ ແລະ ກະຕືລືລົ້ນ ກ່ຽວກັບທຸລະກິດຂອງທ່ານຫຼາຍປານໃດ. ຄົນດັ່ງກ່າວ ເຕັມໃຈທີ່ຈະໃຫ້ຄຳແນະນຳ ແລະ ຊ່ວຍເຫຼືອທຸລະກິດ ໃນຍາມມີ ບັນຫາບໍ່? ຫຼື ເປັນແຕ່ຄົນທີ່ມີ ຊື່ສຽງ ແຕ່ບໍ່ເຄີຍຢາກມີສ່ວນຮ່ວມຫຍັງ?
  2. ພວກເພິ່ນມີປະສົບການທີ່ແທດເໝາະຫຼືບໍ່? ຜູ້ອຳນວຍການ ຫຼື ຄະນະບໍລິຫານງານ ຈະສາມາດໃຫ້ທິດຊີ້ນຳ ແລະ ນຳພາທີ່ດີໄດ້ ກໍ່ຕໍ່ເມື່ອ ເພິ່ນໄດ້ມີປະສົບການ ໃນທຸລະກິດ ດັ່ງກ່າວມາກ່ອນແລ້ວ. ມັນຈະເປັນປະໂຫຍດຢ່າງຍິ່ງ ຖ້າຫາກ ບຸກຄົນທີ່ທ່ານຈະເລືອກນັ້ນ ເປັນຜູ້ທີ່ມີ ປະສົບການເຮັດວຽກ ໃນສະພາບແວດລ້ອມ ຂອງທຸລະກິດ ທີ່ທ່ານກຳລັງເຮັດຢູ່. ພວກເພິ່ນຈະ ເປັນຄົນທີ່ຊ່ວຍທ່ານ ໃນການຫຼີກລ່ຽງ ຂໍ້ຜິດພາດທີ່ພວກ ເພິ່ນໄດ້ພົບພໍ້ມາ ໃນເວລາທີ່ພວກເພິ່ນໄດ້ບໍລິຫານມາກ່ອນ.
  3. ພວກເພິ່ນສາມາດຫາທຶນຊ່ວຍທ່ານໄດ້ບໍ່? ນີ້ເປັນສິ່ງທີ່ສຳຄັນທີ່ສຸດ ອັນໜຶ່ງສຳລັບບໍລິສັດ ທີ່ກຳລັງເປີດຂຶ້ນໃໝ່. ການມີຄະນະບໍລິຫານງານ ເພື່ອ ຊ່ວຍຂະຫຍາຍ ການຮ່ວມທຶນ ກັບພາກສ່ວນອື່ນໆ ໂດຍສະເພາະ ແມ່ນການນຳໃຊ້ເຄືອຂ່າຍ ທີ່ພວກເພິ່ນມີ ຊ່ວຍໃນການເຂົ້າຫາ ແຫຼ່ງທຶນ ສຳລັບທຸລະກິດຂອງທ່ານ ທີ່ມີປະສິດທິຜົນ. ທັງຍັງເປັນຄົນ ທີ່ຊ່ວຍວາງຍຸດທະວິທີໃນການຜັກດັນ ໃຫ້ມີການຮ່ວມທຶນຈາກຫຼາຍໆພາກສ່ວນ.

    “ການເຮັດວຽກຂອງກຸ່ມດັ່ງກ່າວ ຖືໄດ້ວ່າເປັນການ ຕັດສິນ ຄວາມໝັ້ນຄົງຂອງບໍລິສັດໃນໄລຍະເລີ່ມຕົ້ນ ແລະ ການຂະຫຍາຍຕົວໄລຍະຍາວ.”

  4. ພວກເພິ່ນຊ່ວຍເຕີມເຕັມຄວາມຮູ້ທີ່ທ່ານຂາດບໍ່? ຄະນະບໍລິຫານງານຄວນມີປະສົບການຫຼາກຫຼາຍ. ຈຳເປັນຕ້ອງໄດ້ຮູ້ລັກສະນະພິເສດ ແລະ ຄວາມຮູ້ພິເສດ ຂອງແຕ່ລະຄົນ ທີ່ທ່ານຄິດວ່າໜ້າຈະນຳເຂົ້າມາໃນຄະນະບໍລິຫານງານ. ທ່ານ ຕ້ອງໃຫ້ມີຄວາມ ດຸ່ນດ່ຽງລະຫວ່າງເພດຍິງ ແລະ ຊາຍ; ຄົນທີ່ເຄີຍມີປະສົບການ ໃນທຸລະກິດ ຂະໜາດນ້ອຍ ແລະ ໃຫຍ່ ຫຼື ຄົນທີ່ ມີຄວາມສາມາດວິຊາການສາຂາຕ່າງໆ ເຊັ່ນ: ການຕະຫຼາດ, ການຂາຍ, ການພັດທະນາທຸລະກິດ ແລະ ການດຳເນີນງານ. ມັນຈະເຮັດໃຫ້ການສົນທະນາ ກ້າວໄປສູ່ແນວ ຄວາມຄິດທີ່ຫຼາກຫຼາຍ ແລະ ມີການເບິ່ງຫຼາຍໆບັນຫາ ໃນຫຼາຍໆມຸມມອງ ໃນເວລາທີ່ມີການພົບປະຂອງຄະນະບໍລິຫານງານ ເພື່ອພິຈາລະນາບັນຫາໃດໜຶ່ງ.
  5. ພວກເພິ່ນມີເວລາ ແລະ ຄວາມຮັບຜິດຊອບຫຼືບໍ່? ໃນການຄັດເລືອກຄະນະກຳມະການບໍລິຫານງານ ຫຼາຍຄົນມັກຈະເລືອກຄົນທີ່ມີຊື່ສຽງເຂົ້າມາ ໃນບໍລິສັດ, ແຕ່ທ່ານຕ້ອງ ແນ່ໃຈວ່າ ພວກເພິ່ນຈະມີເວລາ ອ່ານເອກະສານ ຫຼື ບົດລາຍງານ ທີ່ທ່ານສົ່ງໃຫ້ບໍ່. ໂດຍສະເພາະເວລາທີ່ທ່ານ ຕ້ອງການການຕັດສິນໃຈ, ທ່ານຕ້ອງໝັ້ນໃຈວ່າ ເພິ່ນໄດ້ເຂົ້າຮ່ວມປະຊຸມ, ມີຄວາມສົນໃຈໃນຫົວຂໍ້ການລາຍງານ ແລະ ປະກອບຄຳເຫັນຢ່າງສ້າງສັນ. ຄວາມຮັບຜິດຊອບໃນການເປັນຄະນະບໍລິຫານງານ ເປັນໜ້າທີ່ທີ່ສຳຄັນ ເຊິ່ງຈຳເປັນຕ້ອງໃຊ້ ເວລາໃນການຄົ້ນຄິດຫຼາຍກວ່າ ການເຂົ້າຮ່ວມປະຊຸມ 2-3 ຊົ່ວໂມງໃນແຕ່ລະເດືອນ.

ຄຸນສົມບັດຂໍ້ໃດສຳຄັນທີ່ສຸດໃນການເລືອກຄົນມາເປັນ “ຄະນະຜູ້ບໍລິຫານ”? ມາແຊຣ໌ທັດສະນະນຳກັນ! 👇

You may also like

Leave a Comment

Are you sure want to unlock this post?
Unlock left : 0
Are you sure want to cancel subscription?