ໃນແຕ່ລະວັນ ແມ່ຍິງຈະໃສ່ໃຈໃນຮູບຮ່າງ ແລະ ການແຕ່ງຕົວຂອງຕົນເອງ ນັບແຕ່ປາຍຜົມ ຈົນຮອດປາຍເລັບ. ໃນຕົວຈິງແລ້ວ ເຂົາເຈົ້າຫຼາຍຄົນບໍ່ມີເວລາຈະແຕ່ງຕົວໃຫ້ງາມໄດ້ຕະຫຼອດ ເພາະອາດຢາກເຮັດສິ່ງອື່ນໆຫຼາຍກວ່າ.
ຄວາມງາມເປັນສິ່ງໜຶ່ງທີ່ແມ່ຍິງເອົາໃຈໃສ່ຈົນເຮັດໃຫ້ຫຼາຍຄົນກັງວົນຊອກຫາວິທີເສີມຄວາມງາມຫຼາຍແບບ ແລະ ເສຍເງິນບໍ່ວ່າຫຼິ້ນ. ນອກ ຈາກຄວາມງາມແລ້ວ, ແມ່ຍິງຍັງປະເຊີນໜ້າກັບຫຼາຍບັນຫາ ຈົນເຮັດໃຫ້ຫຼາຍຄົນມັກເວົ້າວ່າ: ບໍ່ຢາກເປັນແມ່ຍິງອີກຖ້າຫາກເລືອກເກີດໄດ້. ສິ່ງທີ່ຂ້າພະເຈົ້າມັກເຫັນ, ໄດ້ຍິນ ຫຼື ເພື່ອນຍິງເລົ່າບັນຫາໃຫ້ຟັງ ມັກຈະເປັນບັນຫາກ່ຽວກັບ:
ທໍາຮ້າຍຈິດໃຈ ແລະ ຮ່າງກາຍ ບໍ່ແມ່ນແຕ່ແມ່ຍິງລາວ. ຫຼາຍປະເທດ ຍັງມີການທຳຮ້າຍຮ່າງກາຍ ຈາກຜົວ ຫຼື ແຟນ. ໃນບາງປະເທດທີ່ເພດຍິງຍັງບໍ່ທັນໄດ້ຮັບການສົ່ງເສີມ, ທາງອົງການຈັດຕັ້ງສົງເຄາະຈະສ້າງສູນພັກຊົ່ວຄາວໃຫ້ແກ່ແມ່ຍິງທີ່ຖືກທຳຮ້າຍຈາກຄອບຄົວ. ແມ່ຍິງຫຼາຍຄົນອາຍທີ່ຈະແຈ້ງໃຫ້ຕຳຫຼວດ ຫຼື ສັງຄົມຮັບຮູ້ກ່ຽວກັບການຖືກທຳຮ້າຍ ແລະ ຍອມທົນທຸກທໍລະມານ ເພາະບໍ່ມີທາງເລືອກ ເນື່ອງຈາກການເງິນ ຫຼື ຄວາມຮັບຜິດຊອບໃນການລ້ຽງລູກ.
“ໃນຫຼາຍໆຄອບຄົວທີ່ມີເງິນຈຳກັດ ເຂົາເຈົ້າຈະເລືອກໃຫ້ລູກຊາຍໄດ້ຮຽນ ເພາະເຊື່ອວ່າຜູ້ຊາຍຈະສືບສະກຸນໄດ້ດີກວ່າ. ສ່ວນຜູ້ຍິງນັ້ນ ກໍ່ຈະເຮັດວຽກບ້ານ… ສິ່ງນີ້ຈຳກັດການພັດທະນາ ແລະ ສ້າງໂອກາດໃຫ້ທຸກຄົນໄດ້ຮັບການສຶກສາ.”
ການຄ້າມະນຸດ ແລະ ແຮງງານ ເປັນທີ່ໜ້າຕົກໃຈທີ່ເຫັນວ່າໃນປະຈຸບັນ ແມ່ຍິງຍັງຕົກເປັນເຫຍື່ອຂອງການຄ້າມະນຸດ ເພື່ອສະໜອງຄວາມຕ້ອງການທາງເພດໃນທົ່ວໂລກ. ອາດຈະມາຈາກການຕົວະຍົວະຫຼອກລວງ. ແນ່ນອນແມ່ຍິງມີຄວາມສ່ຽງຫຼາຍທີ່ສຸດໃນສັງຄົມ ເຊິ່ງຕ້ອງໄດ້ມີການປົກປ້ອງເປັນຢ່າງດີ. ຈາກອົງການການຄ້າມະນຸດລາຍງານວ່າ: 98% ສູນຫາຍ ຫຼື ຕົກເປັນຜູ້ເຄາະຮ້າຍຈາກການຄ້າມະນຸດແມ່ນເດັກຍິງ.
ອາດບໍ່ໄດ້ເຂົ້າຮຽນ ສັງຄົມລາວກໍ່ເຊັ່ນດຽວກັນ. ການມີລູກຍິງແລ້ວດີເພາະຈະໄດ້ຊ່ວຍແມ່ ແລະ ເຮັດວຽກບ້ານ. ໃນຫຼາຍໆຄອບຄົວທີ່ມີເງິນຈຳກັດ ເຂົາເຈົ້າຈະເລືອກໃຫ້ລູກຊາຍໄດ້ຮຽນ ເພາະເຊື່ອວ່າຜູ້ຊາຍຈະສືບສະກຸນໄດ້ດີກວ່າ. ສ່ວນຜູ້ຍິງນັ້ນ ກໍ່ຈະເຮັດວຽກບ້ານ, ລ້ຽງລູກຄົນອື່ນໆຊ່ວຍແມ່, ເຮັດສວນ ແລະ ຮັບໃຊ້ຜົວ ແລະ ແນ່ນອນເປັນເມຍທີ່ດີ. ສິ່ງນີ້ຈຳກັດການພັດທະນາ ແລະ ສ້າງໂອກາດໃຫ້ທຸກຄົນໄດ້ຮັບການສຶກສາ. ສິ່ງທີ່ດີຢ່າງໜຶ່ງ ບັນຫາດັ່ງກ່າວໄດ້ເປັນທີ່ສົນໃຈ ແລະ ໄດ້ຮັບການແກ້ໄຂ.
ໄດ້ເງິນໜ້ອຍກວ່າ ມີການໂຈມຕີກັນຫຼາຍກ່ຽວກັບການຈ່າຍເງິນໃຫ້ເພດຍິງ ທີ່ມັກຈະໄດ້ຄ່າຕົວຕ່ຳກວ່າເພດຊາຍ. ເຊັ່ນເງິນລາງວັນຊະນະເລີດຕ່າງໆຈາກການແຂ່ງຂັນຈາກກິລາຫຼາຍໆປະເພດ ຍັງບໍ່ເທົ່າທຽມກັບເພດຊາຍ. ແນ່ນອນໃນສັງຄົມລາວອາດເຫັນໜ້ອຍ ແຕ່ແມ່ຍິງຫຼາຍຄົນກໍ່ຍັງບໍ່ມີອຳນາດໃນການຕັດສິນໃຈທາງດ້ານງົບປະມານ ແລະ ການເງິນພໍປານໃດ ເຊິ່ງຂຶ້ນກັບຜູ້ຊາຍ.
ຄວາມຫຍຸ້ງຍາກອື່ນໆ ນອກຈາກສິ່ງທີ່ກ່າວມານັ້ນ ຍັງມີຫຼາຍອັນທີ່ແມ່ຍິງຈະຕ້ອງໄດ້ປະເຊີນ ເຊັ່ນການເກີດລູກ ເຊິ່ງເປັນຄວາມສ່ຽງອັນໜຶ່ງທີ່ຍິ່ງໃຫຍ່ທີ່ສຸດຂອງແມ່ຍິງ. ຫຼາຍໆປະເທດແມ່ຍິງຕ້ອງເສຍຊີວິດໃນເວລາອອກລູກ. ນອກນັ້ນຍັງມີຫຼາຍອັນທີ່ເປັນເລື່ອງນ້ອຍໆແຕ່ໜ້າເບື່ອເຊັ່ນ: ການຕໍ່ຄິວເຂົ້າຫ້ອງນໍ້າຕາມງານຄອນເສີດ, ງານບຸນ ເຊິ່ງແມ່ຍິງຕ້ອງໃຊ້ເວລາຕໍ່ຄິວດົນຫຼາຍ ເມື່ອທຽບກັບຜູ້ຊາຍ.
ໃນສະພາບຕົວຈິງ, ແມ່ຍິງ ແລະ ຊາຍ ກໍ່ມີສິດເທົ່າທຽມກັນ. ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຄອບຄົວ ຈະເຮັດໃຫ້ສັງຄົມເຮົາມີຄວາມສະເໝີພາບ ແລະ ແມ່ຍິງກໍ່ຈະໄດ້ຮັບການປົກປ້ອງ ແລະ ພັດທະນາໄປພ້ອມໆກັນ.
ທ່ານຄິດວ່າສັງຄົມປະຈຸບັນ ຄວນເພີ່ມການສະໜັບສະໜູນແມ່ຍິງໃນດ້ານໃດຫຼາຍທີ່ສຸດ? ແຊຣ໌ຄວາມຄິດເຫັນນຳກັນແດ່! 👇