Home ປັດຊະຍາຄວາມ​ຮັກ​ໃນ​ຜ້າ​ເຫຼືອງ

ຄວາມ​ຮັກ​ໃນ​ຜ້າ​ເຫຼືອງ

ຄວາມຮັກໃນຜ້າເຫຼືອງ: ການທົດສອບຈິດໃຈ ແລະ ກິເລດບົນເສັ້ນທາງແຫ່ງທຳມະ 🧡🙏

by NorKhame
0 comments

ໃນ​ຊີວິດ​ມະນຸດ​ຄົນ​ເຮົາ, ຄວາມ​ຮັກ​ເປັນສິ່ງ​ສຳຄັນ​ຫຼາຍ. ​ຄ້າຍໆກັບ​ວ່າ​ເປັນ​ຈິດ​ວິນ​ຍານ​ອັນໜຶ່ງທີ່​ຄົນ​ເຮົາ​ຕ່າງ​ຊອກ​ຫາ. ຫາກ​ເມື່ອ​ເວົ້າ​ເຖິງ​ຮັກ​​ລະຫວ່າງ​ບ່າວ-ສາວ, ສາຍ​ພົວພັນ​ທາງ​ກາຍ​ເປັນ​ສິ່ງ​ທີ່​ຫຼີກລ່ຽງ​ໄດ້​ຍາກ.

ສ​ະເພາະ​ຄູບາ, ຈົວ ​ແລະ ​​ແມ່​ຊີ ທີ່​ນອນ​ໃນ​ກຸ່ມ​ຮັກສາການ​ປະຕິບັດ​ທາງ​ສາດສະໜາ, ການ​ມີ​ຮັກ​ແບບ​ຄົນ​ທົ່ວໆ​ໄປ​ຖື​ເປັນ​ການ​ສ້າງ​ບາບ​ຮ້າຍ​ແຮງ​ທີ່​ສຸດ. ບໍ່ມີ​ວັດ​ໃດ​ຢາກ​ໃຫ້​ເກີດ​ບັນຫາ​ດັ່ງກ່າວ​ຂຶ້ນກັບ​ສະຖານ​ທີ່​ທຳ​ຂອງ​ຕົນ​ເອງ. ​ເພາະ​ຈ​ະເຮັດ​ໃຫ້​ສັງຄົມ​​ເຊື່ອມ​ສັດທາ. ​ເຈົ້າອາວາດ ​ແລະ ພະສົງ​ທີ່​ບວດ​ຕ່າງ​ກໍ່ຕ້ອງ​ໄດ້​ເປັນ​ຫູ​ເປັນຕາ​ນຳ​ກັນ​ເພື່ອ​ປົກ​ປ້ອງ​ສະ​ຖາ​ບັນ​ສາດສະໜາ ​ແລະ ຄວາມ​ເຊື່ອ​ທີ່​ດີງາມ.

“ຫາກ​ຢາກ​ຕັດ​ອອກ​ຈາກ​​ກິເລດ, ການ​ຜ່ານ​ຜ່າ​ຄວາມ​ຮັກ​ໃນ​ແຕ່ລະຄັ້ງຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຫັນ​ທຳ​ມະຫຼາຍຂຶ້ນ.”

ການ​ເກີດ​ມີ​ຄວາມ​ຮັກ​ໃນ​ຜ້າ​ເຫຼືອງ ເປັນ​ສິ່ງ​ທີ່​ຫ້າມ​ໄດ້​ຍາກ ​ເພາະ​ພະສົງ​ກໍ່ແມ່ນ​ຄົນ​ທຳ​ມະ​ດາ ທີ່​ມີ​ຄວາມ​ຮູ້ສຶກທາງ​ກາຍ ​ແລະ ຈິດ​ໃຈ​ຄື​ກັນ. ການ​ເກີດ​ມີ​ອາລົມ​ຮັກ ​ແລະ ຄວາມ​ຕ້ອງການ​ທາ​ງ​ເພດ​ເປັນ​ສິ່ງ​ທີ່​ທຳ​ມະ​ຊາດ​ສ້າງ​ຂຶ້ນມາ​ເພື່ອ​ໃຫ້​ມະນຸດ​ດຳລົງ​ເຜົ່າ​ພັນ. ສິ່ງ​ທີ່​ແຕກ​ຕ່າງ​ກໍ່ຄື ຜູ້​ທີ່​ບວດ​ເປັນ​ພະ​ນັ້ນ ມີ​ກົດ​ລະບຽບທາງ​ສົງ​ທີ່​ຫ້າມ​ຢ່າງ​ເດັດຂາດ. ດັ່ງນັ້ນ, ເມື່ອ​ໃດ​ທີ່​ພະສົງ​ເກີດ​ມີ​ຄວາມ​ຮັກ ກໍ່ຕ້ອງ​ໄດ້​ປະ​ເຊີນໜ້າກັບ​ການ​ຕໍ່ສູ້​ພາຍ​ໃນ​ຈິດ​ໃຈ​ຢ່າງ​ໜັກໜ່ວງ.

ສິ່ງ​ນີ້​ເປັນ​ການ​ສ້າງ​ຈິດ​ໃຈ​ຕົນ​ເອງ​ໃຫ້​ແຂ່ງ​ແກ່ນ ​ແລະ ​ໃນ​ທາງ​ພຸດທະ​ສາດສະໜາ ​ເຂົາ​ເຈົ້າຖື​ວ່າ ​ເປັນ​ຊ່ວງ​ທີ່​ຈິດ​ໃຈ​ຍັງ​ຍຶດຕິດ​ກັບ​ຮູບ-ນາມ-ສັງຂານ. ຫາກ​ຢາກ​ຕັດ​ອອກ​ຈາກ​​ກິ​ເລດ, ການ​ຜ່ານ​ຜ່າ​ຄວາມ​ຮັກ​ໃນ​ແຕ່ລະຄັ້ງຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຫັນ​ທຳ​ມະຫຼາຍຂຶ້ນ.

ບັນດາ​ຄູບາ​ມັກ​ຈະ​ມີ​ຄຳ​ແນະນຳ​ໃຫ້​ແກ່​ຈົວ ​ແລະ ຄູບາ​ດັ່ງກ່າວ, ​ເພື່ອ​ໃຫ້​ສາມາດ​ເຫັນ​ຊ່ອງ​ທາງ​ທີ່​ດີ​ທີ່​ສຸດ​ແກ່​ເຂົາ​ເຈົ້າ. ນັບ​ແຕ່​ອາຫານ, ການ​ສວດ​ມົນ, ​ແລະ ການ​ປະຕິບັດ​ທາງ​ທຳ​ທີ່​ເຄັ່ງ​ຄັດ ເພື່ອໃຫ້ເຫັນຕົວກິເລດທີ່ຕິດໃນໃຈ. ​ເມື່ອ​ໃດ​ຫາກ​ຄູບາ ຫຼື ຈົວ​​​ສາມາດເລືອກ​ທາງ​ທີ່​ເໝາະກັບ​ຕົນ​ເອງ​ໄດ້​ແລ້ວ ​ເຂົາ​ເຈົ້າກໍ່ຈະ​ມັກ​ໄດ້​ຮັບ​ການສະໜັບສະໜູນຈາກ​ສະ​ຖາ​ບັນ​ສາດສະໜາສະ​ເໝີ.

ທ່ານຄິດວ່າການຕັດກິເລດ ແລະ ຄວາມຮັກ ຍາກທີ່ສຸດສຳລັບຜູ້ປະຕິບັດທຳແມ່ນຫຍັງ? ມາຮ່ວມແລກປ່ຽນແນວຄິດກັນ! 👇

You may also like

Leave a Comment

Are you sure want to unlock this post?
Unlock left : 0
Are you sure want to cancel subscription?