“ເສນາໝາກຂີ້ກາ” ເປັນໜຶ່ງຄຳສຸພາສິດສອນຄົນລາວມາຫຼາຍຍຸກສະໄໝ. ຄວາມໝາຍຂອງເສນາໝາກຂີ້ກາຄືການຈັດກຸ່ມ ລູກນ້ອງ, ຜູ້ຢູ່ໃຕ້ບັງຄັບບັນຊາ, ຜູ້ເພິ່ງບາລະມີ ຕ່າງພາກັນເຮັດທຸກໆຢ່າງໃຫ້ນາຍພໍໃຈ.
ບັນດາພະນັກງານລູກນ້ອງເຫຼົ່ານັ້ນເປັນຫຍັງຈຶ່ງຍອມເຮັດທຸກໆຢ່າງເພື່ອບູຊານາຍຕົນເອງ? ເຮົາຈະມາຄົ້ນຫານຳກັນ. ຄວາມພໍໃຈເປັນສິ່ງທີ່ຄົນຕ້ອງການ. ພວກເຮົາບໍ່ມັກຄວາມຜິດຫວັງບໍ່ວ່າຈະໃນສະຖານະການແນວໃດກໍ່ຕາມ. ໂດຍສະເພາະການເຮັດວຽກກັບພະນັກງານທີ່ຢູ່ໃຕ້ບັງຄັບບັນຊາ. ນາຍແຕ່ລະຄົນຈະຕັ້ງຄວາມຄາດຫວັງໃນຜົນງານ ແລະ ຕ້ອງການໃຫ້ລູກນ້ອງເຮັດໜ້າທີ່ເຕັມທີ່.
ນາຍບາງຄົນອາດມີຄວາມສັບສົນລະຫວ່າງເປົ້າໝາຍຂອງອົງການ ແລະ ຄວາມຕ້ອງການສ່ວນຕົວ ໃນຕຳແໜ່ງທີ່ເຂົາເຈົ້າດຳລົງ. ຫາກໄຈ້ແຍກບໍ່ອອກ ຈະເກີດມີຄວາມສັບສົນ ແລະ ອາດນຳເອົາຄວາມຄາດຫວັງສ່ວນຕົວອອກມາເປັນຈຸດຢືນ. ຫາກພະນັກງານຜູ້ໃດ ຕອບສະໜອງຄວາມຕ້ອງການດັ່ງກ່າວໄດ້, ເຂົາເຈົ້າກໍ່ຈະໄດ້ຮັບຄວາມພໍໃຈຈາກນາຍ ແລະ ມັກຈະໄດ້ຮັບຄວາມໄວ້ວາງໃຈ ແລະ ຜົນຕອບແທນພິເສດ.
“ການບໍລິຫານແນວນັ້ນ, ຈະເຮັດໃຫ້ທຸກໆຄົນໃນແຕ່ລະຕຳແໜ່ງ, ນອນໃນກົດລະບຽບ, ຮູ້ໜ້າທີ່ ແລະ ສິ່ງທີ່ຕົນເອງຕ້ອງໄດ້ສ້າງຂຶ້ນມາເພື່ອເປັນຜົນງານແກ່ອົງການ, ແລະ ຜັກດັນການເຮັດວຽກຮັບໃຊ້ອົງການ ຫຼາຍກວ່າບຸກຄົນ.”
ໃນອົງການທີ່ເປັນແບບນີ້, ລະບົບການກວດສອບປະສິດທິຜົນການເຮັດວຽກສຳຄັນຫຼາຍ. ຄວນມີໜ່ວຍງານສະເພາະກິດມາກວດສອບ ສະພາບການເຮັດວຽກ, ປະເມີນປະສິດທິຜົນ, ໝາກຜົນຂອງວຽກ ແລະ ສ້າງລະບົບຮັດກຸມເພື່ອໃຫ້ແນ່ໃຈວ່າທຸກໆການຕັດສິນໃຈແມ່ນເພື່ອອົງກອນ. ການບໍລິຫານແນວນັ້ນ, ຈະເຮັດໃຫ້ທຸກໆຄົນໃນແຕ່ລະຕຳແໜ່ງ, ນອນໃນກົດລະບຽບ, ຮູ້ໜ້າທີ່ ແລະ ສິ່ງທີ່ຕົນເອງຕ້ອງໄດ້ສ້າງຂຶ້ນມາເພື່ອເປັນຜົນງານແກ່ອົງການ, ແລະ ຜັກດັນການເຮັດວຽກຮັບໃຊ້ອົງການ ຫຼາຍກວ່າບຸກຄົນ.
ສຳລັບການເຮັດວຽກໃນບໍລິສັດເອກະຊົນ, ຍິ່ງຕ້ອງໄດ້ລະວັງ. ການບໍ່ໃສ່ໃຈຄຳສັ່ງຂອງນາຍໝາຍວ່າທ່ານອາດຖືກໄລ່ອອກທັນທີ. ແນວນັ້ນກໍ່ເປັນການດີ ເພາະອາດໝາຍວ່າທ່ານບໍ່ຍອມເຮັດໃນສິ່ງທີ່ຕົນເອງບໍ່ສາມາດປະຕິບັດໄດ້, ອາດນອກເໜືອກົດລະບຽບທີ່ຕົນເອງຍອມຈະປະຕິບັດ. ພົບວ່າ ມີຍິງຫຼາຍຄົນຍອມ ເປັນທີ່ເພິ່ງທາງກາຍແກ່ນາຍ ເພື່ອໄດ້ເຮັດວຽກ. ຍອມເອົາກາຍເພື່ອສ້າງຄວາມນິຍົມ ຊົມຊອບ. ນັ້ນເປັນສິ່ງທີ່ບໍ່ອາດຍອມຮັບໄດ້ໃນສັງຄົມ.
ຖ້າຫາກທ່ານເປັນນາຍ, ຈົ່ງລະວັງພະນັກງານປະເພດນີ້ ເພາະເຂົາເຈົ້າອາດຈະບໍ່ໄດ້ຊ່ວຍສ້າງຜົນປະໂຫຍດຫຍັງໃຫ້ແກ່ບໍລິສັດເລີຍ, ນອກຈາກການເອົາອົກເອົາໃຈນາຍ ເພື່ອຜົນປະໂຫຍດສ່ວນຕົວ.
ເຄີຍພົບເຫັນພະນັກງານແບບ “ເສນາໝາກຂີ້ກາ” ບໍ່? ທ່ານມີວິທີຮັບມືແນວໃດໃນບ່ອນເຮັດວຽກ? 👇