ຄວາມສາມາດລູກຫຼານຂຶ້ນກັບຄູສອນເປັນສ່ວນໜຶ່ງ, ອີກສ່ວນໜຶ່ງແມ່ນຄວາມສາມາດໃນການຮໍ່າຮຽນຂອງຕົວນັກຮຽນເອງ. ການພັດທະນາຄວາມສາມາດໃນການສຶກສາເອງເປັນສິ່ງທີ່ພໍ່ແມ່ຈະຕ້ອງໄດ້ເອົາໃຈໃສ່ຜັກດັນ.
ຄວາມຢາກຮຽນແລະຊອກຮູ້ເຮັດໃຫ້ຄົນສະຫຼາດໃນວັນນີ້, ສະຫຼາດຂຶ້ນ. ຄົນຈົບການສຶກສາສູງໆ, ຫາກຢຸດການຮຽນແລ້ວກໍ່ຍາກໃນການທີ່ຈະເຂົ້າໃຈບັນຫາສັງຄົມ ແລະ ເຕັກນິກການນຳໃຊ້ເຂົ້າໃນການເຮັດວຽກແບບໃໝ່. ຄວາມສາມາດໃນການຮຽນຕໍ່ຫຼັງຈົບການສຶກສາ, ຈະເປັນປະຕູເບິກທາງໃຫ້ແກ່ການເຂົ້າໃຈບັນຫາ, ການຄົ້ນຄ້ວາສິ່ງທີ່ເໝາະສຳລັບຕົນເອງ ແລະ ທັງຍັງຈະໄດ້ມີການປັບຕົວກັບຕົວຈິງ.
ກ້າວເຂົ້າມາສັດຕະວັດທີ່ 21, ໂຄງສ້າງເສດຖະກິດໄດ້ມີການປ່ຽນແປງ. ຮູບແບບການນຳໃຊ້ເຕັກນິກການຊື້ຂາຍ, ການຜະລິດ, ການຕະຫຼາດ, ການຂົນສົ່ງ, ການບໍລິຫານ ແລະ ວິຖີຊີວິດການເປັນຢູ່ໄດ້ຕິດພັນກັບເຄື່ອງມືທັນສະໄໝ. ເພື່ອຮັບມືກັບການປ່ຽນແປງດັ່ງກ່າວ ແລະ ໃຫ້ປະສົບຜົນສຳເລັດ, ນັກຮຽນ ຫຼື ຄົນເຮັດວຽກ ຈຳເປັນຕ້ອງໄດ້ພັດທະນາ ແລະ ຍົກລະດັບຄວາມຮູ້ ຄວາມສາມາດຂຶ້ນເລື້ອຍໆ. ທັກສະທີ່ຕະຫຼາດແຮງງານຕ້ອງການມີດັ່ງນີ້:
ຄວາມສາມາດໃນການຄົ້ນຄິດ: ຄວາມຮູ້ ແລະ ຄວາມສາມາດໃນການປະສົມປະສານຫຼາກຫຼາຍສິ່ງທ້າທາຍ ແລະ ສາມາດນຳໃຊ້ຂໍ້ມູນແກ້ໄຂບັນຫາ. ເປັນຕົ້ນແມ່ນຄວາມສາມາດ ໃນການຄົ້ນຄິດແບບຕຶກຕອງເຫດຜົນ, ຮູ້ຈັກວິໄຈ ແລະ ປະເມີນສະຖານະການ, ມີຄວາມຄິດ ແລະ ຮູ້ຈັກວິທີໜູນໃຊ້ຂໍ້ມູນເພື່ອສ້າງການຕອບໂຕ້ທີ່ຊານສະຫຼາດ ແກ່ບັນຫາທີ່ເກີດຂຶ້ນ. ການຄິດສ້າງສັນ ແມ່ນຄວາມສາມາດໃນການມະໂນພາບ ແລະ ນຳໃຊ້ວິວັດທະນາການທີ່ຫຼາກຫຼາຍ ເຂົ້າໃນຮູບແບບໃໝ່ ຂອງການແກ້ໄຂບັນຫາ, ການຕອບຄຳຖາມ ຫຼື ການສະແດງອາລົມ ເປັນທາງຄວາມໝາຍ ດ້ວຍຫຼາກຫຼາຍວິທີສື່ສານ, ການເຊື່ອມຕໍ່ຫຼາກຫຼາຍເຫດການ ແລ້ວນຳກັບມາສ້າງເປັນຄວາມຮູ້ອັນໃໝ່. ການສື່ສານ ແລະ ການປະສານງານລວມເອົາທັງລະດັບອົງການ ແລະ ບຸກຄົນເພື່ອຊອກຫົນທາງແກ້ໄຂ.
“ຄວາມຢາກຮຽນແລະຊອກຮູ້ເຮັດໃຫ້ຄົນສະຫຼາດໃນວັນນີ້, ສະຫຼາດຂຶ້ນ. ຄົນຈົບການສຶກສາສູງໆ, ຫາກຢຸດການຮຽນແລ້ວກໍ່ຍາກໃນການທີ່ຈະເຂົ້າໃຈບັນຫາສັງຄົມ ແລະ ເຕັກນິກການນຳໃຊ້ເຂົ້າໃນການເຮັດວຽກແບບໃໝ່.”
ບຸກຄະລິກກະພາບທີ່ດີເລີດ: ແມ່ນລວມເອົາວິທີຂອງນັກຮຽນວ່າ ຈະສາມາດປ່ຽນແປງໄປຕາມສະພາບແວດລ້ອມທີ່ອາດເກີດມີການປ່ຽນແປງຢ່າງບໍ່ທັນຕັ້ງຕົວ. ເປັນຕົ້ນການປ່ຽນແປງສະຖານະການຕ່າງໆທີ່ມັກເກີດຂຶ້ນ ໃນຂົງເຂດການເງິນ, ສັງຄົມ ແລະ ສະພາບແວດລ້ອມທາງທຳມະຊາດ ແລະ ເຕັກໂນໂລຊີ. ການເປັນຄົນມີຫຼັກການ ໃນການປະຕິບັດ ແລະ ການກ້າຕັດສິນໃຈ. ການເປັນຜູ້ນຳກໍ່ສຳຄັນ, ແມ່ນການສ້າງ ແລະ ສົ່ງຕໍ່ອິດທິພົນແນວຄວາມຄິດ ໃຫ້ແກ່ໝູ່ຄະນະ ແລະ ນຳພາໃຫ້ເກີດມີການປ່ຽນແປງ ດ້ວຍຄວາມຮັບຜິດຊອບສູງ.
ປັດຈຸບັນນີ້ທ່ານກຳລັງຮຽນຮູ້ທັກສະໃໝ່ໆອັນໃດຢູ່ແດ່? ມາແບ່ງປັນຄວາມຮູ້ກັນເດີ້! 👇