ຂອບໃຈສະເໝີທີ່ ທຸກໆຄັ້ງມີຄົນຂໍຄຳປຶກສາ ຫຼື ແນວຄວາມຄິດ ເພາະຂ້າພະເຈົ້າຖືວ່າເຂົາເຈົ້າ ໃຫ້ການໄວ້ວາງໃຈ. ສິ່ງໜຶ່ງທີ່ຫຼາຍໆຄົນມັກມາປຶກສາແມ່ນກ່ຽວກັບບັນຫາສ່ວນຕົວ, ຊີວິດທົ່ວໄປ ຫຼື ຄວາມຮັກ. ແນວໃດກໍ່ຕາມຮູບແບບການປຶກສາ ດັ່ງກ່າວ ຈະບໍ່ເກັບຄ່າບໍລິການ ຖືວ່າເປັນການ ສະແດງທັດສະນະສ່ວນຕົວທີ່ບໍ່ມີຄວາມເປັນມືອາຊີບເມື່ອທຽບໃສ່ກັບຄວາມຮູ້ວິຊາການອື່ນໆທີ່ຮຽນມາ.
ຂ້າພະເຈົ້າ ມັກຈະແນະນຳກັບຫຼາຍໆເພື່ອນມິດ ທີ່ລັກເຂົ້າມາຂໍຄຳປຶກສາລັກສະນະແນວນີ້ເຕັມທີ່. ເມື່ອຮັບຮູ້ເລື່ອງເຂົາເຈົ້າແລ້ວ ຈັ່ງແມ່ນໜ້າຕົກໃຈ. ຫຼາຍຄົນ ບໍ່ສາມາດສັງເກດເຫັນເລີຍວ່າເຂົາເຈົ້າແອບແຝງຄວາມເສົ້າໃຈໄວ້ທາງໃນ ແລະ ມີແຕ່ສຽງຫົວອັນເສແสร້ງໃນສັງຄົມເພາະຢ້ານຄົນຮູ້ວ່າ ຕົນເອງມີບັນຫາກັບຊີວິດ ຫຼື ກັບແຟນ. ຕາມການສັງເກດຂອງຂ້າເຈົ້າແລ້ວເຫັນວ່າ ຄົນກຸ່ມດັ່ງກ່າວ ທີ່ພົບເຫັນຫຼາຍຄົນແມ່ນສ້າງບັນຫາໃຫ້ກັບຕົນເອງ ເຊິ່ງບາງຄັ້ງບໍ່ແມ່ນມາຈາກຄົນອື່ນ. ແລ້ວເຂົາເຈົ້າກໍ່ຫາທາງອອກບໍ່ໄດ້ ຈົນມັກຄິດສັ້ນເພື່ອສ້າງບັນຫາໃໝ່ໃຫ້ກັບຕົນເອງຕື່ມອີກ. ຂ້າພະເຈົ້າມັກເວົ້າກັບເຂົາເຈົ້າສະເໝີວ່າ ເຈົ້າຢາກພົ້ນຈາກສິ່ງທີ່ກຳລັງເຜີຍອອກມາບໍ່?
ມີຫຼາຍຄົນຕອບວ່າຢາກພົ້ນ. ແຕ່ເຂົາເຈົ້າກໍ່ຍັງເຮັດໃນສິ່ງເດີມໆ. ດັ່ງນັ້ນ, ຖ້າຫາກທ່ານຢາກແກ້ໄຂບັນຫາທີ່ທ່ານກຳລັງມີຢູ່ ເຊິ່ງອາດກ່ຽວພັນກັບຄວາມຮູ້ສຶກຊັງ, ຄຽດ, ຫວງ, ຢ້ານ ແລະ ອື່ນໆນັ້ນ, ທ່ານຕ້ອງປ່ຽນແປງພຶດຕິກຳດັ່ງນີ້:
ຮຽນຮູ້ຮັກໃນສິ່ງທີ່ຄວນຮັກ ແລະ ຊັງໃນສິ່ງທີ່ຄວນຊັງ ຈະມີປະໂຫຍດຫຍັງຖ້າຫາກຊີວິດຂອງທ່ານທຸກໆວັນໝົກໝຸ້ນຢູ່ແຕ່ກັບຄວາມຊັງ. ຄວາມຊັງນີ້ໜ້າສົນໃຈ, ບາງຄົນຊັງຄົນຮັກຂອງຕົນເອງ, ຊັງເພື່ອນບ້ານ, ຊັງເພື່ອນຮ່ວມງານ, ຊັງວຽກ, ຊັງຫຼາຍໆຢ່າງ. ຖ້າທ່ານມີຊີວິດເພື່ອຊັງສິ່ງອື່ນໆ ຊີວິດຂອງທ່ານກໍ່ຈະເຕັມແຕ່ຄວາມຊັງ. ມັນຈະເຮັດໃຫ້ທ່ານເປັນສຸກໄດ້ແນວໃດ? ຈົ່ງຮຽນຮູ້ຮັກ. ຮັກແຟນ, ຮັກຄອບຄົວ, ຮັກເພື່ອນຮ່ວມງານ, ຮັກໝູ່, ຮັກສິ່ງແວດລ້ອມ ແລະ ຮັກຕົນເອງ. ສິ່ງທີ່ຄວນຊັງຄືຄວາມຄິດທີ່ບໍ່ດີຂອງຕົນເອງ ແລະ ການກະທຳທີ່ຜິດພາດ.
“ການໃຫ້ອະໄພ ບໍ່ແມ່ນການລືມ ແຕ່ເປັນການຍອມຮັບ ແລະ ປ່ອຍວາງອະດີດເພື່ອສ້າງອະນາຄົດໃໝ່. ຈົ່ງໃຫ້ອະໄພຕົນເອງທີ່ເຄີຍເຮັດຜິດ ແລະ ໃຫ້ອະໄພຄົນອື່ນເຊັ່ນດຽວກັນ.”
ໃຫ້ອະໄພແກ່ຕົນເອງ ແລະ ຜູ້ອື່ນ ຖ້າຫາກທ່ານມີບັນຫາ ກັບຄົນຮັກ, ເພື່ອນ, ຄອບຄົວ ຫຼື ໃຜກໍ່ຕາມ. ຈົ່ງຮຽນຮູ້ທີ່ຈະໃຫ້ອະໄພ. ຖ້າທ່ານຍັງຈົດຈຳຄວາມຜິດພາດ ແລະ ມັກຈະນຳມາເວົ້າເພື່ອທັບຖົມຄົນອື່ນ, ທ່ານກໍ່ຈະບໍ່ມີວັນເປັນສຸກ ເພາະທ່ານກຳລັງສ້າງບາດແຜທາງຈິດໃຈໃຫ້ແກ່ຕົນເອງ ແລະ ຜູ້ອື່ນ. ການໃຫ້ອະໄພ ບໍ່ແມ່ນການລືມ ແຕ່ເປັນການຍອມຮັບ ແລະ ປ່ອຍວາງອະດີດເພື່ອສ້າງອະນາຄົດໃໝ່. ຈົ່ງໃຫ້ອະໄພຕົນເອງທີ່ເຄີຍເຮັດຜິດ ແລະ ໃຫ້ອະໄພຄົນອື່ນເຊັ່ນດຽວກັນ.
ຖ້າຫາກທ່ານມີພຶດຕິກຳມັກຕຳນິຄົນອື່ນ, ເວົ້າພື້ນຄົນອື່ນ ແລະ ມັກສ້າງຄວາມແຕກແຍກ, ຊີວິດຂອງເຂົາເຈົ້າຈະມີແຕ່ຄົນປ້ອຍດ່າ ແລະ ໃນທີ່ສຸດກໍ່ເຕັມໄປດ້ວຍຄວາມອັບປະໂຫຍດໃນສັງຄົມ ແລ້ວຄວາມສຸກຈະຫາໄດ້ແນວໃດ. ຖ້າທ່ານໃຊ້ຊີວິດທຳລາຍຄວາມສຸກຄົນອື່ນ ມື້ໜຶ່ງທ່ານກໍ່ຈະຕົກໃນສະຖານະການແນວນັ້ນ.
ຈົ່ງໃຊ້ຊີວິດຂອງທ່ານດ້ວຍກົດເກນຂອງຄວາມວ່າ “ ຮັກ ” . ຮັກແຟນ, ຮັກລູກ, ຮັກພໍ່ແມ່, ຮັກໝູ່ເພື່ອນ, ແລ້ວຮັກໃຫ້ໝົດໃຈ. ສະໜອງສິ່ງທີ່ເຂົາເຈົ້າຕ້ອງການ, ສະແດງຄວາມອ່ອນໂຍນ ຫຼື ບໍ່ສ້າງສິ່ງອັບປະໂຫຍດ. ໃຫ້ເປີດຈິດວິນຍານຫາຄົນເຫຼົ່ານັ້ນ. ໃຫ້ທ່ານມີແຕ່ຮັກ.
ຮັກແຟນຍັງບໍ່ພໍ, ຍັງຕ້ອງໄດ້ຮັກເພື່ອນບ້ານ, ຮັກເພື່ອນຮ່ວມງານ, ຮັກຄົນແປກໜ້າ, ຮັກອ້າຍ ແລະ ນ້ອງ ແລະ ຮັກໃນຄວາມເປັນມະນຸດນຳກັນ. ຮັກໃນການໃຫ້ຮອຍຍິ້ມກັບຄົນທີ່ພົບ, ເວົ້າສິ່ງທີ່ມ່ວນຫູ, ແລະ ຊ່ວຍເຫຼືອ.
ໃຫ້ເປີດໃຈກວ້າງອອກອີກ, ໃຫ້ທ່ານຮັກຮອດສັດຕູ (ແຕ່ບໍ່ແມ່ນຮ່ວມເຮັດຊົ່ວ). ເຖິງວ່າລາວຈະເຮັດແນວໃດ ກໍ່ຂໍໃຫ້ທ່ານແບ່ງປັນຄວາມຮັກໃຫ້ແກ່ເຂົາເຈົ້າ ເຊັ່ນ ການໃຫ້ອະໄພ.
ຖ້າທ່ານເລີ່ມສ້າງຊີວິດຂອງທ່ານດ້ວຍການ “ ຮັກ ” , ອ້ອມຕົວທ່ານກໍ່ຈະມີແຕ່ຮັກ, ແລະ ຄົນອື່ນໆກໍ່ຈະຮັກທ່ານ. ທ່ານຈະເຫັນຄວາມງົດງາມຂອງຊີວິດຫຼາຍຂຶ້ນ.
ການໃຫ້ອະໄພອາດເປັນເລື່ອງຍາກສຳລັບຫຼາຍຄົນ. ທ່ານມີວິທີປ່ອຍວາງຄວາມຄຽດແຄ້ນໃນໃຈແນວໃດແດ່? ມາແລກປ່ຽນແນວຄິດກັນ! 👇