ນັບແຕ່ລົງຍົນ ເປັນຊ່ວງເວລາທີ່ເມື່ອຍຫຼາຍ ຍ້ອນການເດີນທາງທີ່ໃຊ້ເວລານັບສິບຊົ່ວໂມງ ແຕ່ບໍ່ຢາກພັບສາຍຕາເພາະຢ້ານຈະພາດໂອກາດເຫັນຄວາມງົດງາມ, ມີລະບຽບ ແລະ ຫົນທາງການຮຽນຮູ້ສິ່ງຕ່າງໆຈາກສັງຄົມຄົນຍີ່ປຸ່ນ ທີ່ຖືວ່າຈະເລີນທີ່ສຸດໃນຍຸກປະຈຸບັນ.
ບໍ່ວ່າຈະໄປໃສລະກໍ່ບໍ່ລືມຄວາມເປັນຄົນລາວ ແລະ ກໍ່ມັກໃນວັດທະນະທຳດີໆຫຼາຍໆຢ່າງຂອງຄົນລາວ ແຕ່ກໍ່ຈະເປີດຕົວເອງອອກໃຫ້ກວ້າງ ເພື່ອໃຫ້ເຫັນຄວາມແຕກຕ່າງດີໆທີ່ເຮົາສາມາດນຳໃຊ້ໄດ້. ເວລາໄປຕ່າງແດນແລ້ວລະນຶກຫາ ຄຳວ່າ “ ບ້ານນອກເຂົ້າເມືອງ ” ເພາະມີຫຼາຍໆອັນທີ່ເຮົາບໍ່ຮູ້ຈັກ. ບໍ່ຮູ້ຫົນທາງ, ບໍ່ຮູ້ລະບົບການສັນຈອນ ບໍ່ຮູ້ລາຄາ ແລະ ຫຼາຍໆຢ່າງ. ເທື່ອນີ້ຂ້າພະເຈົ້າ ເປັນບ້ານນອກເຂົ້າ ເມືອງຫຼວງ ຍີ່ປຸ່ນ-ໂຕກຽວ.
“ການຕົງຕໍ່ເວລາເປັນເລື່ອງສຳຄັນ ແລະ ແນ່ນອນການພົບປະທີ່ສຳຄັນ. ສິ່ງເລັກໆນ້ອຍໆນີ້ແຫຼະເບິ່ງຄືວ່າ: ບໍ່ເປັນຫຍັງ ສຳລັບຄົນລາວ ແຕ່ຄົນຍີ່ປຸ່ນແລ້ວເປັນເລື່ອງໃຫຍ່ ເພາະອາດພາດໂອກາດກັບບ້ານໃນຖ້ຽວລົດສຸດທ້າຍ.”
ພາສາເປັນສິ່ງໜຶ່ງທີ່ເຮັດໃຫ້ການເດີນທາງ ມາໃນໄລຍະສັ້ນໆນີ້ ມີສິ່ງທ້າທາຍຫຼາຍຂຶ້ນ. ຂ້າພະເຈົ້າຕ້ອງໄດ້ອາໄສການສັງເກດ ແລະ ຮຽນຮູ້ມາລະຍາດທາງສັງຄົມເພື່ອປັບຕົວ. ການຕົງຕໍ່ເວລາເປັນເລື່ອງສຳຄັນ ແລະ ແນ່ນອນການພົບປະທີ່ສຳຄັນ. ສິ່ງເລັກໆນ້ອຍໆນີ້ແຫຼະເບິ່ງຄືວ່າ: ບໍ່ເປັນຫຍັງ ສຳລັບຄົນລາວ ແຕ່ຄົນຍີ່ປຸ່ນແລ້ວເປັນເລື່ອງໃຫຍ່ ເພາະອາດພາດໂອກາດກັບບ້ານໃນຖ້ຽວລົດສຸດທ້າຍ. ແຕ່ເຂົາເຈົ້າກໍ່ມີການໃຫ້ອະໄພກັນຢູ່ໃນຍາມຈຳເປັນ. ເຊັ່ນ ສະຖານທີ່ທີ່ໄປນັ້ນອາດເປັນສະຖານທີ່ທີ່ບໍ່ຄ່ອຍເປັນທີ່ຮູ້ຈັກ ແລະ ແນ່ນອນຕ້ອງໃຊ້ເວລາ. ແຕ່ກໍ່ເຫັນຫຼາຍໆຄົນສຶກສາແຜນຜັງທີ່ຈະໄປ ແລະ ຕັ້ງໃຈວ່າເຮັດແນວໃດຈະໄປໃຫ້ຕົງໂມງ. ນີ້ເປັນນິດໄສທີ່ປູກຝັງມາແຕ່ນ້ອຍໆ.
ເທິງໂຕະອາຫານ ຖ້າຫາກອາຫານຈານເດັດຂອງທ່ານຖືກເສີບກ່ອນຄົນອື່ນກໍ່ຢ່າຟ້າວກິນກ່ອນ ບໍ່ວ່າທ່ານຈະຫິວຂະໜາດໃດກໍ່ຕາມ, ຖ້າຫາກໄປກັບໝູ່ຄົນອື່ນໆ. ຄວນຖ້າໃຫ້ອາຫານຄົນອື່ນໆເສີບເຊັ່ນດຽວກັນ. ບາງຄັ້ງ ໃນກໍລະນີທາງການ ອາດຈະມີຜູ້ອາວຸໂສປະກອບຄຳເຫັນກ່ອນທີ່ຈະມີການຮັບປະທານ ຫຼື ຕຳຈອກເຫຼົ້າກັນ.
ສຳລັບທ່ານແລ້ວ ວັດທະນະທຳອັນໃດຂອງຄົນຍີ່ປຸ່ນທີ່ທ່ານຢາກໃຫ້ນຳມາປັບໃຊ້ໃນບ້ານເຮົາຫຼາຍທີ່ສຸດ? 👇
ເທິງໂຕະເຮັດວຽກ ວັດທະນະທຳການເຮັດວຽກກໍ່ມີຄວາມເປັນລະບຽບ ແລະ ຈິງຈັງ ເຊິ່ງເປັນສິ່ງທີ່ເຮົາຄວນນຳມາປັບໃຊ້ ເພື່ອພັດທະນາປະສິດທິພາບການເຮັດວຽກຂອງຕົນເອງ.