ອິດສະຫຼະທີ່ແທ້ຈິງ ຈະເກີດຂຶ້ນໃນເວລາທີ່ບຸກຄົນໆນັ້ນຮັບຮູ້ວ່າ ຕົນເອງເປັນຜູ້ນຳພາຊີວິດຂອງຕົນເອງ. ທ່ານອາດຈະ ບໍ່ຮູ້ດອກວ່າ ທ່ານເກີດມາເປັນຜູ້ນຳ. ລອງພິຈາລະນາເບິ່ງແມ ທ່ານເປັນພຽງຄົນໆດຽວທີ່ສາມາດຕັດສິນ ໃຈວ່າຊີວິດ ຈະເດີນໄປທາງໃດ. ລອງພິຈາລະນາຊີວິດຂອງທ່ານເອງເບິ່ງວ່າ, ໃຜຮັບຜິດຊອບ? ມັນແມ່ນຕົວທ່ານເອງນັ້ນແຫຼະ. ຫຼືວ່າ ທ່ານຕ້ອງການ …
NorKhame1.0
-
-
ທ່ານເຄີຍມີຄວາມຄິດບໍ່ວ່າ ຄວາມໝາຍຂອງການມີຊີວິດ ແມ່ນຫຍັງ? ໃນປະສົບການຂອງຂ້າພະເຈົ້າ, ຄວາມໝາຍ ຂອງການມີຊີວິດ ຄືການໄດ້ຢູ່ເພື່ອຮັບໃຊ້ ຫຼື ໃຫ້ບໍລິການແກ່ຕົນເອງ, ຄົນໃກ້ຕົວ ແລະ ສັງຄົມ. ຄົນຈະໄດ້ຮັບຄ່າຕອບແທນ ຈາກການໃຫ້ບໍລິການເພື່ອໃຊ້ຈ່າຍໃນການດຳລົງຊີວິດ ແຕ່ຄວາມໝາຍຂອງການມີຊີວິດຄື …
-
ໃນຂະນະທີ່ຫຼາຍໆຄົນໄດ້ເວົ້າວ່າ ຄຸນລັກສະນະຂອງການເປັນຜູ້ນຳເປັນ ລັກສະນະພິເສດສະເພາະຕົວມີມາແຕ່ເກີດ. ແຕ່ໃນຄວາມເປັນຈິງແລ້ວ ຜູ້ນຳຫຼາຍໆຄົນ ໄດ້ພັດທະນາຕົນເອງເປັນ ເວລາ ຫຼາຍສິບປີ ແລະ ຜ່ານປະສົບການ ຫຼາຍໆຢ່າງ ບໍ່ແມ່ນແຕ່ວ່າຖືກສ້າງມາຕັ້ງແຕ່ເກີດ. ແນ່ນອນ ສະພາບຂອງຄອບຄົວ ອາດມີອິດທິພົນໃນການ …
-
ຫຼາຍຄົນກາຍເປັນນັກຝັນກາງເວັນ ເນື່ອງຈາກວ່າຕ້ອງການໄດ້ສິ່ງທີ່ໃຝ່ຝັນ ແຕ່ການປະຕິບັດພັດບໍ່ສະໜອງ ກັບສິ່ງທີ່ມຸ່ງຫວັງ. ອາດເປັນຍ້ອນວ່າພວກເພິ່ນ ບໍ່ຢາກຜິດຫວັງ ກໍ່ເລີຍເຮັດແຕ່ສິ່ງທີ່ທຳມະດາໆ ເຊິ່ງມັນເຮັດໃຫ້ບໍ່ສາມາດ ເດີນຫາສິ່ງທີ່ຕ້ອງການ. ເພື່ອເຮັດໃຫ້ຕົນເອງອອກຈາກສິ່ງທີ່ມັກເຮັດເປັນປະຈຳ ແລະ ເລີ່ມເຮັດສິ່ງໃໝ່ໆ, ຕ້ອງໄດ້ຕັ້ງເປົ້າໝາຍ. ໃນນີ້ ການສ້າງເປົ້າໝາຍມັນແມ່ນຂະບວນການຕັ້ງເປົ້າ …
-
ນາຍຫຼາຍຄົນຜ່ານມາແລ້ວຢາກໃຫ້ໄປໄວໆ, ບາງຄົນຜ່ານມາບໍ່ຢາກໃຫ້ຈາກ ແຕ່ເວລາຈາກແລ້ວບໍ່ມີໃຜລືມ ຄຸນງາມຄວາມດີ. ນີ້ຄືບາງຄຸນລັກສະນະຂອງເຈົ້ານາຍທີ່ຫຼາຍຄົນບໍ່ມີວັນລືມຄວາມດີ. ຂ້າພະເຈົ້າຈື່ໄດ້ນາຍທຸກໆຄົນ. ບາງຄົນນິດໄສດີໜ້ອຍ ແລະ ບາງຄົນນິດໄສດີຫຼາຍ. ແຕ່ມີຄົນໆດຽວເຊິ່ງອາດຈະ ເວົ້າໄດ້ວ່າເປັນເຈົ້ານາຍທີ່ດີທີ່ສຸດ, ແລະ ໜ້າຈົດຈຳທີ່ສຸດ. “ເຈົ້ານາຍທີ່ດີ ຈະນຳພາເພາະວ່າລູກນ້ອງຂອງເພິ່ນຕ້ອງການໃຫ້ນຳພາ. …
-
ໃນອາທິດຜ່ານມາ, ປະທານາທິບໍດີ ຈີນ, ທ່ານ ສີ ຈິ້ນຜິງ, ໄດ້ຂຶ້ນປາໄສຕໍ່ກອງປະຊຸມໃຫຍ່ພັກ. ເບິ່ງຢ່າງໜຶ່ງກໍ່ເປັນການສ້າງບົດບາດຂອງຈີນໃນເວທີການເມືອງໂລກ. ນັກວິໄຈການເມືອງຫຼາຍຄົນຖືວ່າ “ ບົດປາໄສ ເປັນການປະກາດການກ້າວເຂົ້າມາເປັນຜູ້ນຳໂລກຢ່າງຈິງຈັງ. ” ທົ່ວໂລກຕ່າງກັນຈັບຕາເບິ່ງການປາໄສ ທີ່ຍາວເຖິງ …
-
ຄຳສັ່ງສອນໂບຮານທີ່ວ່າ: ໄມ້ລຳດຽວລ້ອມຮົ້ວບໍ່ໄຂວ່, ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ. ເປັນການບອກໃຫ້ ຄົນຮ່ວມເຮັດຮ່ວມສ້າງສາ. ແນວໃດກໍ່ຕາມ, ເຖິງວ່າຈະມີຄົນຫຼາຍຄົນຊຳໃດໃນກຸ່ມກ້ອນ ແຕ່ຫາກບໍ່ຄິດພັດທະນາ, ບໍ່ມີຄວາມສາມາດ ແລະ ຂາດສິນທຳແລ້ວ, ຄົນເຫຼົ່ານັ້ນກໍ່ຈະບໍ່ສ້າງຜົນປະໂຫຍດຫຍັງໃຫ້ແກ່ສັງຄົມ. ກົງກັນຂ້າມແຮງຈະນຳຜົນເສຍອັນມະຫາສານມາສູ່ສັງຄົມຢ່າງບໍ່ຕ້ອງສົງໃສ. ໃນປະຫວັດສາດກູ້ຊາດຫຼາຍສະໄໝ, ເຮົາມັກຈະໄດ້ຍິນວິລະຊົນ, …
-
ໃນຊີວິດມະນຸດຄົນເຮົາ, ຄວາມຮັກເປັນສິ່ງສຳຄັນຫຼາຍ. ຄ້າຍໆກັບວ່າເປັນຈິດວິນຍານອັນໜຶ່ງທີ່ຄົນເຮົາຕ່າງຊອກຫາ. ຫາກເມື່ອເວົ້າເຖິງຮັກລະຫວ່າງບ່າວ-ສາວ, ສາຍພົວພັນທາງກາຍເປັນສິ່ງທີ່ຫຼີກລ່ຽງໄດ້ຍາກ. ສະເພາະຄູບາ, ຈົວ ແລະ ແມ່ຊີ ທີ່ນອນໃນກຸ່ມຮັກສາການປະຕິບັດທາງສາດສະໜາ, ການມີຮັກແບບຄົນທົ່ວໆໄປຖືເປັນການສ້າງບາບຮ້າຍແຮງທີ່ສຸດ. ບໍ່ມີວັດໃດຢາກໃຫ້ເກີດບັນຫາດັ່ງກ່າວຂຶ້ນກັບສະຖານທີ່ທຳຂອງຕົນເອງ. ເພາະຈະເຮັດໃຫ້ສັງຄົມເຊື່ອມສັດທາ. ເຈົ້າອາວາດ ແລະ …
-
ຮອດຍາມວັນພັກປະຈຳອາທິດ, ໜ້າຈະເປັນເວລາຊື້ເຄື່ອງເຂົ້າເຮືອນຊານ, ຫຼື ໃຊ້ເວລາໄປກິນເຂົ້ານອກບ້ານ, ປິ່ນປົວ, ເຮັດທຸລະກິດ ແລະ ຊື້ອຸປະກອນຕ່າງໆ ທີ່ສາມາດນຳເຂົ້າມາໄດ້ ໂດຍບໍ່ຕ້ອງເສຍພາສີນຳເຂົ້າ. ໜອງຄາຍ, ອຸດອນ, ຂອນແກ່ນ ຫຼື ກຸງເທບ …
-
“ສິ້ນ” ກາຍເປັນປັດໃຈຈຳເປັນ ແລະ ການສະແດງອອກຂອງແມ່ຍິງລາວ. ຖ້າຈະເວົ້າໃນວົງກວ້າງ, ສິ້ນເປັນສິ່ງສຳຄັນ ສຳລັບເອກອ້າງວັດທະນະທຳລາວ. ດັ່ງນັ້ນ, ແມ່ຍິງຈຶ່ງກາຍເປັນກຸ່ມຄົນທີ່ສຳຄັນໃນການສະແດງ ແລະ ປົກປັກຮັກສາວັດທະນະທຳ. ທີ່ສຳນັກງານ ແລະ ການເຮັດວຽກຫຼາຍໆຫ້ອງການບໍ່ວ່າຈະເປັນພາກລັດ ແລະ …