ຮອດຍາມວັນພັກປະຈຳອາທິດ, ໜ້າຈະເປັນເວລາຊື້ເຄື່ອງເຂົ້າເຮືອນຊານ, ຫຼື ໃຊ້ເວລາໄປກິນເຂົ້ານອກບ້ານ, ປິ່ນປົວ, ເຮັດທຸລະກິດ ແລະ ຊື້ອຸປະກອນຕ່າງໆ ທີ່ສາມາດນຳເຂົ້າມາໄດ້ ໂດຍບໍ່ຕ້ອງເສຍພາສີນຳເຂົ້າ.
ໜອງຄາຍ, ອຸດອນ, ຂອນແກ່ນ ຫຼື ກຸງເທບ ເປັນຈຸດນັດພົບກັນຂອງຄົນລະດັບປານກາງ ຫາ ລໍ້າລວຍໃນລາວ ໃຊ້ເວລາກັນເພື່ອຊື້ເຄື່ອງ ແລະ ເຮັດກິດຈະກຳຍາມຫວ່າງ ຫຼື ປິ່ນປົວຮ່າງກາຍ.
“ຖ້າຫາກ ລາວສາມາດ ຜະລິດສິນຄ້າ ກະສິກຳ ສະອາດ ຫຼື ກະສິກຳອິນຊີຫຼາຍຂຶ້ນ, ບັນດານັກທ່ອງທ່ຽວທີ່ຫວັງຢາກຮັກສາສຸຂະພາບ ກໍ່ຕ້ອງການ ຢາກມາທ່ຽວຊົມລາວ…”
ຂ້າພະເຈົ້າເຖິງວ່າຈະບໍ່ເປັນນັກຊື້ເຄື່ອງ ແຕ່ກໍ່ໄປອຸດອນຂ້ອນຂ້າງດຸ ເພື່ອຊອກຫາອຸປະກອນຕ່າງໆ ມານຳໃຊ້ປະຈຳວັນ, ຫຼື ໃຊ້ບໍລິການ. ປະມານຕົ້ນປີກໍ່ພາແມ່ໄປຮັກສາ. ໝູ່ເພື່ອນກໍ່ພາກັນ ໄປເກີດລູກ ເກືອບວ່າໝົດທຸກໆຄົນ ລວມທັງເຈັບເປັນໜັກ ຫຼື ກວດສຸຂະພາບປະຈຳປີ.
ກຳລັງຊົມໃຊ້ຂອງຄົນລາວ ສ້າງຮັ່ງຄູນມີໃຫ້ແກ່ຜູ້ຜະລິດ ແລະ ຜູ້ໃຫ້ບໍລິການຊາວໄທ. ລາວອາດກາຍເປັນສະຫວັນຂອງນັກຊື້ເຄື່ອງ ແລະ ນັກທ່ອງທ່ຽວໄດ້ ຖ້າຫາກສົ່ງເສີມ ການຜະລິດສິນຄ້າພື້ນບ້ານທີ່ສະແດງອອກ ເປັນລັກສະນະວັດທະນະທຳ. ສິນຄ້າທີ່ໜ້າຈະເປັນທ່າແຮງ ຂອງປະເທດບໍ່ນອກເໜືອຈາກ:
ສິນຄ້າກະສິກຳ ປອດສານພິດ ໃຜແດ່ບໍ່ຢ້ານຄວາມຕາຍ. ຈະກິນຫຍັງເຂົ້າໄປ ຄົນຈະລະມັດລະວັງສານເຈືອປົນ ຫຼື ຕ້ອງການ ໃຫ້ມີການຢັ້ງຢືນຄຸນນະພາບອາຫານ. ຖ້າຫາກ ລາວສາມາດ ຜະລິດສິນຄ້າ ກະສິກຳ ສະອາດ ຫຼື ກະສິກຳອິນຊີຫຼາຍຂຶ້ນ, ບັນດານັກທ່ອງທ່ຽວທີ່ຫວັງຢາກຮັກສາສຸຂະພາບ ກໍ່ຕ້ອງການ ຢາກມາທ່ຽວຊົມລາວ ເພື່ອຊີມລົດຊາດອາຫານລາວໃຫ້ຫຼາກຫຼາຍຂຶ້ນ.
ວັດທະນະທຳ ການນຸ່ງສິ້ນຂອງແມ່ຍິງລາວ ເປັນວັດທະນະທຳທີ່ຫຼາຍໆປະເທດບໍ່ເຄີຍເຫັນ. ຍ້ອນວັດທະນະທຳຕາເວັນຕົກໄດ້ກືນກິນໝົດແລ້ວ. ປະເທດຍີ່ປຸ່ນ ເຖິງຈະເປັນຊາດນິຍົມ ແຕ່ບໍ່ມີໃຜນຸ່ງ ຊຸດກິໂມໂນ ໄປເຮັດວຽກໃນແຕ່ລະວັນ. ການສະແດງອອກທາງວັດທະນະທຳຜ່ານການນຸ່ງຖື ເປັນທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສາມາດພັດທະນາເປັນສິນຄ້າວັດທະນະທຳ ທີ່ສ້າງລາຍຮັບໃຫ້ປະເທດໄດ້.
ເຮັດແນວໃດພວກເຮົາຈຶ່ງຈະຊ່ວຍດຶງດູດນັກທ່ອງທ່ຽວ ແລະ ກະຕຸ້ນເສດຖະກິດພາຍໃນປະເທດໄດ້ຫຼາຍຂຶ້ນ? ມາສະເໜີໄອເດຍກັນເບິ່ງເດີ້! 👇