Home ສ້າງຮຸ່ນໃໝ່ຂ້ອຍ … ຫຼົງຮັກລາວ

ຂ້ອຍ … ຫຼົງຮັກລາວ

8 ສິ່ງມະຫັດສະຈັນ ທີ່ເຮັດໃຫ້ຄົນໄກບ້ານຄິດຮອດສະເໝີ ❤️🇱🇦

by NorKhame
0 comments

ທ່ານຈັກບໍ່ຄວາມຄິດຮອດບ້ານເກີດນັ້ນ ຈັ່ງແມ່ນຫົດຫູ່. ຂ້າພະເຈົ້າມີຄວາມຮູ້ສຶກດັ່ງກ່າວ ຄັ້ງທຳອິດ ຕອນເດີນທາງໄປສຶກສາທີ່ປະເທດ ໂປແລນ. ຈັ່ງແມ່ນວ້າເຫ່ວ. ເຖິງຈະໄປກັບເພື່ອນທີ່ດີໆ ອີກ ສິບກວ່າຊີວິດ ແຕ່ຄວາມຮູ້ສຶກໂດດດ່ຽວປ່ຽວພອຍ ເຮັດໃຫ້ກັ້ນນ້ຳຕາໄວ້ບໍ່ໄດ້ ວັນທີ່ສອງ ໃນເມື່ອ ຕ້ອງຮູ້ວ່າຈະໄດ້ ມາຢູ່ນີ້ຕັ້ງ 6 ປີ.

ຖ້າຫາກຈະຈັດ 8 ສິ່ງມະຫັດສະຈັນ ຫຼື ສິ່ງທີ່ຂ້າພະເຈົ້າ ຄິດຮອດຫຼາຍ ທີ່ສຸດ ໜ້າຈະແມ່ນອາຫານລາວ ແລະ ຍັງມີສິ່ງອື່ນໆອີກ ທີ່ຈະບໍ່ ມີໃນປະເທດອື່ນ:

ວັດວາອາຮາມທີ່ສວຍງາມ ວັດຊຽງທອງ, ວັດຫໍພະແກ້ວ ແລະ ມີຫຼາຍວັດ ເປັນຈຸດສຸມວິນຍານຂອງປະຊາຊົນໃນທ້ອງຖິ່ນ ຫຼື ທົ່ວທັງປະເທດ. ຈື່ໄດ້ວ່າ: ເວລາຍັງນ້ອຍ ມັກເຂົ້າວັດ ເພື່ອໄປເບິ່ງຮູບພາບ ແລະ ການແກະສະຫຼັກຮູບປັ້ນພະພຸດທະເຈົ້າ ໃນວັດໃກ້ໆບ້ານ. ແຕ່ລະວັດ ມີຮູບລັກສະນະ ແລະ ສິລະປະການແຕ້ມຮູບ ທີ່ເປັນເອກະລັກ. ຖ້າຈະທຽບ ກັບສະຖານທີ່ສັກສິດ ທາງສາສະໜາ ໃນຫຼາຍໆປະເທດແລ້ວ ວັດວາອາຮາມໃນລາວ ມີຄວາມສວຍງາມ ແລະ ອ່ອນຊ້ອຍ ເຊິ່ງເປັນທີ່ເຊີດຊູຕາແກ່ຊາວຕ່າງຊາດ.

“ການຂຽນທີ່ເປັນເອກະລັກນັ້ນ ເປັນສິ່ງທີ່ຫຼາຍໆປະເທດເອກະລາດບໍ່ມີ… ເວລາເຈິຄົນຕ່າງປະເທດ, ຄົນຕ່າງປະເທດມັກຮ້ອງຂໍໃຫ້ ຂຽນຊື່ພວກເພິ່ນເປັນພາສາລາວ. ຫຼາຍຄົນຮູ້ສຶກດີ ແລະ ມັກອັກສອນລາວຫຼາຍ.”

ມໍລະດົກວັນນະຄະດີ ນິທານ, ບົດກອນ, ແລະ ສຸພາສິດທີ່ໄດ້ຍິນ ແລະ ອ່ານນັ້ນ ເປັນສິ່ງທີ່ ລາວຄວນເອກອ້າງ, ເສີມຂະຫຍາຍ ແລະ ປົກປັກຮັກສາ.

ພາສາລາວ ການຂຽນທີ່ເປັນເອກະລັກນັ້ນ ເປັນສິ່ງທີ່ຫຼາຍໆປະເທດເອກະລາດບໍ່ມີ. ເຊັ່ນ: ຫຼາຍໆປະເທດ ຕ້ອງໄດ້ຢືມພາສາອື່ນມາໃຊ້ແທນ ຫຼື ພາສາທ້ອງຖິ່ນ ຖືກລົບລ້າງ. ເວລາເຈິຄົນ ຕ່າງປະເທດ, ຄົນຕ່າງປະເທດມັກຮ້ອງຂໍໃຫ້ ຂຽນຊື່ພວກເພິ່ນເປັນພາສາລາວ. ຫຼາຍຄົນຮູ້ສຶກດີ ແລະ ມັກອັກສອນລາວຫຼາຍ ແລະ ປະທັບໃຈທີ່ເຫັນຊື່ຂອງພວກເພິ່ນ ສະແດງອອກໃນເຄື່ອງໝາຍທີ່ແຕກຕ່າງ.

ຊົນຊາດ ຊົນເຜົ່າ ມີພາສາຫຼາຍພາສາເວົ້າກັນໃນລາວ ແລະ ມີຫຼາຍຮີດຄອງປະຕິບັດກັນມາ. ຂ້າພະເຈົ້າເຫັນແລ້ວ ປະທັບໃຈໃນການປະສົມກົມກືນ ຂອງຄວາມ ແຕກຕ່າງ ທາງດ້ານວັດທະນະທຳ, ຮີດຄອງປະເພນີ ແລະ ສາສະໜາ ເຂົ້າເປັນອັນດຽວກັນ. ທັງໝົດນີ້ເຮັດໃຫ້ກາຍເປັນປະເທດ “ ລາວ ” . ຈາກຫຼາຍໆປະເທດທີ່ໄດ້ເດີນທາງ, ເຫັນວ່າຕາມທ້ອງຖະໜົນ ຄືກັນໝົດ, ເຊິ່ງອາດຂາດສີສັນທາງດ້ານຊົນຊາດຊົນເຜົ່າ.

ສຳລັບທ່ານແລ້ວ, ສິ່ງໃດໃນເມືອງລາວ ທີ່ເປັນເອກະລັກ ແລະ ເຮັດໃຫ້ທ່ານຮູ້ສຶກ “ຫຼົງຮັກ” ປະເທດເຮົາຫຼາຍທີ່ສຸດ? 👇

You may also like

Leave a Comment

Are you sure want to unlock this post?
Unlock left : 0
Are you sure want to cancel subscription?