Home NorKhame1.0ເຂົ້າລາວ ຄືໜຶ່ງເອກະລັກຂອງຊາດ

ເຂົ້າລາວ ຄືໜຶ່ງເອກະລັກຂອງຊາດ

ຈາກທົ່ງນາສີທອງ ສູ່ມໍລະດົກທາງວັດທະນະທຳ 🌾🍚

by NorKhame
0 comments

ຕາມ​ຖະໜົນຫົນທາງ​ທົ່ວ​ທຸກ​ແຂວງ ​ແລະ ​ໃນ​ບາງ​ເຂດ​ຂອງ​ນະຄອນຫຼວງວຽງຈັນ ກໍ່ມັກ​ຈະ​ພົບ​ເຫັນ ທົ່ງ​ນາປູກ​ເຂົ້າ. ຖ້າ​ຈະ​ທຽບຄວາມ​ງາມ​ແລ້ວ ກໍ່ບໍ່ຕ່າງ​ຫຍັງ​ກັບ​ສວນ​ດອກ​ໄມ້ ທີ່​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ແຕ່​ກ້າ​ເຂົ້າ ຈົນ​ຮອດ​ກາຍ​ເປັນ​ຮວງ​ທີ່​ຫອມ​ຫວນ ພ້ອມ​ເກັບ​ກ່ຽວ. ຈື່​ໄດ້​ໃນ​ຍາມ​ຍັງ​ນ້ອຍ, ທົ່ງ​ນາ ມັກ​ຈະ​ເປັນ​ບ່ອນ​ທີ່​ເດັກນ້ອຍ​ຫຼາຍກຸ່ມ ໃຊ້​​ເວລາ​ຫວ່າງ ​ໃນ​ການ​ຫາ​ກະປູ, ປາ​ນ້ອຍ ​ແລະ ​ເປັນ​ບ່ອນ​ຍ່າງຫຼິ້ນ. ​ເຂົ້າ ມີ​ຄວາມໝາຍ​ໃຫ້​ແກ່ ສ ປ ປ ລາວ ນອກຈາກເຂົ້າ​ຈະເປັນ​ອາຫານ ​ແລະ ວັດທະນະທຳ​ສ້າງ​ຊື່ສຽງ​ໃຫ້​ແກ່​ລາວ ​ເຂົ້າຍັງ​ເປັນ​ສິນຄ້າຫຼັກໃຫ້​ແກ່​ຊາວນາ​ລາວ.

“ເຂົ້າມີຄວາມໝາຍໃຫ້ແກ່ ສ ປ ປ ລາວ ນອກຈາກເຂົ້າຈະເປັນອາຫານ ແລະ ວັດທະນະທຳສ້າງຊື່ສຽງໃຫ້ແກ່ລາວ ເຂົ້າຍັງເປັນສິນຄ້າຫຼັກໃຫ້ແກ່ຊາວນາລາວ.”

​ເຂົ້າ​ເປັນ​ອາຫານ ສານອາຫານຫຼັກຂອງຄົນລາວກໍ່ຄືເຂົ້າ. ບໍ່ວ່າຈະເຂົ້າໜຽວ ຫຼື ເຂົ້າຈ້າວ. ປະຊາຊົນລາວກິນເຂົ້າເປັນອາຫານຫຼັກ ປະມານສອງຮ້ອຍກິໂລ ຕໍ່ຄົນຕໍ່ປີ. ເຂົ້າໜຽວຈໍ້າແຈ່ວ ຫຼື ປາແດກ ເປັນອາຫານທີ່ຄົນລາວທຸກຄົນຄຸ້ນເຄີຍ ແລະ ຂາດບໍ່ໄດ້ໃນຊີວິດປະຈຳວັນ.

ເຂົ້າເປັນວັດທະນະທຳ ການປູກເຂົ້າໄດ້ຕິດພັນກັບປະເພນີ ແລະ ວັດທະນະທຳຂອງຄົນລາວມາແຕ່ດົນນານ. ບຸນບັ້ງໄຟ ເປັນການຂໍຝົນຈາກພະຍາແຖນ ເພື່ອ​ເຮັດ​ໃຫ້​ຊາວນາ​ສາມາດ​ເລີ່ມການ​ຜະລິດ​ເຂົ້າ. ບຸນ​ຊ່ວງ​ເຮືອ ​ເປັນການຂອບ​ໃຈ​ເທວະ​ດາ​ຟ້າ​ແຖນ​, ພະຍາ​ນາກ ​ແລະ ​ເບື້ອງບົນ ທີ່​ປະທານ​ປັດ​ໃຈ​ໃນ​ການ​ຜະລິດ ​ແລະ ສ້າງຄວາມ​ມ່ວນ​ຊື່ນ​ໃນ​ການສະ​ເຫຼີມສະຫຼອງ ລະດູ​ການ​ເກັບ​ກ່ຽວທີ່​ຫາກໍ່ສຳ​ເລັດ. ຍັງ​ມີຫຼາຍໆປະ​ເພນີ ​ເຊັ່ນ ບຸນ​ເຂົ້າປະດັບ​ດິນ ​ແລະ ​ເທດສະການ​ອື່ນໆຕິດ​ພັນ​ກັບ​ເຂົ້າລາວ. ກິດຈະກຳ​ດັ່ງກ່າວ ​ເປັນ​ການສະ​ແດງ​ຄວາມ​ສາມັກຄີ, ຮີດຄອງ ​ແລະ ລະດົມ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າມາ​ໃນ​ລາວ ​ເປັນ​ການ​ສ້າງ​ລາຍ​ຮັບ​ໃນ​ແກ່​ທຸລະ​ກິດ​ການທ່ອງ​ທ່ຽວລາວ. ຍັງ​ມີຫຼາຍໆບົດ​ກອນ ​ແລະ ສຽງເພງແຕ່ງກ່ຽວກັບເຂົ້າ. ສຽງເພງໜຶ່ງທີ່ຈົດຈຳກໍ່ຄື: ເຢັນສະບາຍຊາວນາ. ທີ່ຮ້ອງໂດຍ ນັກສິນລະປິນດັງລາວ, ທ່ານ ບົວເງິນ ຊາພູວົງ. ເນື້ອເພງໄດ້ບັນຍາຍເຖິງຄວາມມ່ວນຊື່ນ ແລະ ຄວາມພາກພູມໃຈຂອງຊາວນາໃນເວລາເກັບກ່ຽວ.

ເມື່ອເວົ້າເຖິງ “ເຂົ້າລາວ” ບໍ່ວ່າຈະເປັນເຂົ້າໜຽວ ຫຼື ເຂົ້າຈ້າວ, ທ່ານຄິດຮອດອາຫານເມນູໃດກ່ອນໝູ່? ມາແບ່ງປັນກັນ! 👇

You may also like

Leave a Comment

Are you sure want to unlock this post?
Unlock left : 0
Are you sure want to cancel subscription?