Home NorKhame1.0ຄືນກ່ອນ ນອນຫຼັບດີບໍ່?

ຄືນກ່ອນ ນອນຫຼັບດີບໍ່?

: ຄືນກ່ອນ ນອນຫຼັບດີບໍ່? ວິທີແກ້ບັນຫານອນບໍ່ຫຼັບສຳລັບຄົນຍຸກໃໝ່ 😴🌙

by NorKhame
0 comments

ການນອນຫຼັບດີໃນຕອນເດິກ ຊ່ວຍເຮັດໃຫ້ຮ່າງກາຍໄດ້ຮັບການພັກຜ່ອນເຕັມທີ່. ເຊິ່ງຈະເພີ່ມ ພະລັງໃນວັນຕໍ່ໄປ. ຖ້ານອນບໍ່ຫຼັບນັບເປັນຫຼາຍ ວັນ ຫຼື ອາທິດຕິດຕໍ່ກັນ ຈະເຮັດໃຫ້ຮ່າງ ກາຍອ່ອນເພຍ ແລະ ພະຍາດຈະແຊກແຊງງ່າຍ. ທ່ານຄວນໃສ່ໃຈກັບເຕັກນິກການນອນຫຼັບ.

ຂ້າພະເຈົ້າກໍ່ເປັນໜຶ່ງທີ່ມີປະສົບການນອນບໍ່ຫຼັບເຊັ່ນດຽວກັນ. ເຊັ່ນໃນເວລາມີວຽກຫຼາຍໆ ທີ່ຕ້ອງໄດ້ເຮັດໃຫ້ ທັນກັບເວລາ. ຫຼື ເວລາຜິດ ຖຽງກັບແຟນແລ້ວ ເປັນມື້ທີ່ນອນຫຼັບຍາກທີ່ສຸດ. ຕອນໄປຮຽນທີ່ປະເທດ ອົດສະຕຣາລີ ຈົນໄດ້ເຂົ້າໄປຫາ ນັກຈິດຕະສາດ ເພື່ອຊ່ວຍຫຼຸດ ຜ່ອນຄວາມຕຶງຄຽດທີ່ມາຈາກການຮຽນໜັກ ແລະ ໃຫ້ນອນໄດ້ສະດວກຂຶ້ນ. ເພິ່ນໄດ້ແນະນຳວິທີງ່າຍໆວ່າ:

ນອນເປັນເວລາ ເຝິກແອບນິດໄສການນອນໃຫ້ກົງກັບເວລາ ບໍ່ວ່າຈະເປັນວັນພັກປະຈຳທິດກໍ່ຕາມ. ການຕັ້ງໂມງເຂົ້ານອນຈະເຮັດໃຫ້ທ່ານ ຮູ້ສຶກຫິວນອນ ໃນເວລາຮອດໂມງນອນ. ຕອນທຳອິດເຖິງບໍ່ຢາກນອນກໍ່ຕາມ ແຕ່ຖ້າຮອດໂມງນອນແລ້ວ ຕ້ອງໄດ້ເຂົ້າຫາບ່ອນນອນໂລດ.

ເຝິກຫຼຸດຜ່ອນຄວາມຕຶງຄຽດຮ່າງກາຍ ແລະໃຈໃນຍາມນອນ ການອອກກຳລັງກາຍໜັກໆອາດເຮັດໃຫ້ເລືອດໄຫຼວຽນຫຼາຍຂຶ້ນ ຈົນເຮັດໃຫ້ນອນບໍ່ຫຼັບ. ແລະ ການກັງວົນກັບເຫດການ ທີ່ເກີດຂຶ້ນໃນວັນ ນັ້ນໆ ຫຼື ຄວາມຢ້ານຂອງວັນຕໍ່ໄປ ອາດເຮັດໃຫ້ທ່ານນອນບໍ່ໄດ້. ສຳລັບຈິດໃຈແລ້ວ ໃຫ້ເຝິກນັ່ງສະມາທິ ຫຼື ສ້າງການສົນທະນາແບບກັນເອງ ກັບຄົນໃນຄອບຄົວ ຫຼື ຖ້າຫາກຕ້ອງອ່ານປຶ້ມກໍ່ບໍ່ຄວນອ່ານເລື່ອງຕຶງຄຽດ. ເຊັ່ນ: ການຂ້າຄາດຕະກຳໝູ່.

ບໍ່ຄວນນອນກາງເວັນດົນເກີນຄວນ ນັກວິໄຈພົບວ່າ ການນອນເວັນປະມານ 10 ຫາ 20 ນາທີ່ຈະຊ່ວຍໃຫ້ເຮັດວຽກໃນຕອນສວຍດີຂຶ້ນ. ແຕ່ການນອນກາງເວັນເປັນ ຊົ່ວໂມງ ຫຼືຫຼາຍກວ່ານັ້ນ ຈະເຮັດໃຫ້ນອນຕອນຄ່ຳຍາກຂຶ້ນ.

“ການນອນຫຼັບດີໃນຕອນເດິກ ຊ່ວຍເຮັດໃຫ້ຮ່າງກາຍໄດ້ຮັບການພັກຜ່ອນເຕັມທີ່ ເຊິ່ງຈະເພີ່ມພະລັງໃນວັນຕໍ່ໄປ. ຖ້ານອນບໍ່ຫຼັບນັບເປັນຫຼາຍວັນ ຫຼື ອາທິດຕິດຕໍ່ກັນ ຈະເຮັດໃຫ້ຮ່າງກາຍອ່ອນເພຍ ແລະ ພະຍາດຈະແຊກແຊງງ່າຍ.”

ອອກກຳລັງກາຍເປັນປະຈຳ ການອອກກຳລັງກາຍຫຼັງໂມງເຮັດວຽກເປັນການຜ່ອນຄາຍ ແລະ ຫັນເຫຄວາມຕຶງຄຽດການເຮັດວຽກ ໄປສູ່ແນວໃໝ່ ເຊິ່ງຈະຊ່ວຍຫຼຸດ ຜ່ອນ ແລະ ຖ່າຍເທສານພິດອອກຈາກຮ່າງກາຍ ທັງຍັງຈະເຮັດໃຫ້ ກິນເຂົ້າແຊບ ແລະ ນອນຫຼັບດີຂຶ້ນ.

ສ້າງຫ້ອງນອນໃຫ້ມີບັນຍາກາດການນອນ ບໍ່ຄວນສາກມືຖື ຫຼື ຄອມພິວເຕີ້ ໄວ້ໃນຫ້ອງນອນ ເພາະແສງຈະເຮັດໃຫ້ທ່ານຕື່ນຂຶ້ນໄດ້. ຫ້ອງນອນ ຕ້ອງມີກິ່ນ ແລະ ສະອາດ ຫຼີກລ່ຽງ ປຶ້ມ ຫຼື ເອກະສານທີ່ໜາທຶບ ຄືຫ້ອງການ ເພາະຈະເຮັດໃຫ້ມີຄວາມຮູ້ສຶກວ່າເຮັດວຽກຢູ່ ຈົນນອນບໍ່ຫຼັບ. ການຈັດສັນຕຽງກໍ່ຄືກັນ. ຄົນລາວມັກ ບໍ່ໃຫ້ນອນກ້ອງຂື່ບ້ານ ຫຼືນອນ ປິ່ນໜ້າໄປທາງທີ່ບໍ່ມີແສງສີລົບກວນ. ອຸປະກອນການນອນກໍ່ເຊັ່ນດຽວກັນ ຄວນສະອາດ ແລະ ໝັ່ນອະນາໄມ ເພາະບໍ່ດັ່ງນັ້ນ ທ່ານອາດຈະເປັນໂລກຈາມ ຈົນນອນບໍ່ຫຼັບກໍ່ໄດ້.

ຫຼີກລ່ຽງສິ່ງມຶນເມົາ, ຢາສູບ ແລະ ການກິນເກີນຂະໜາດໃນຍາມຄ່ຳ ງານສັງສັນມັກມີຕອນແລງ, ຖ້າບໍ່ສູບຢາ ເວລາເຂົ້າງານກໍ່ຈະມີຄົນສູບຢາ ແລະ ຕອນແລງມັກມີນັດອາຫານຄ່ຳ ສະນັ້ນຈະກິນເຕັມທີ່. ສິ່ງນີ້ ຍາກຫຼາຍ ແຕ່ການດື່ມຂອງມຶນເມົາຫຼາຍເກີນຂະໜາດແທນທີ່ຈະເຮັດໃຫ້ນອນຫຼັບ ແຕ່ສານພິດທີ່ກິນເຂົ້າໄປຈະດູດ ສັບນ້ຳໃນຮ່າງກາຍ ຈົນເຮັດໃຫ້ຂາດນ້ຳ ແລະ ຢາກຕື່ນຂຶ້ນມາກິນນ້ຳ ຈົນເຮັດໃຫ້ຫາມນອນໃນຕອນເດິກ. ການກິນອາຫານຫຼາຍກໍ່ຄືກັນ ຈະເຮັດ ໃຫ້ກະເພາະ ຍ່ອຍຍາກຂຶ້ນ ຈະເຮັດໃຫ້ທ້ອງອືດ ຄວນກິນອາຫານ ສອງຊົ່ວໂມງເປັນຢ່າງຕ່ຳກ່ອນໂມງນອນ. ຖ້າຫິວແມ່ນກິນອາຫານຫວ່າງ ເຊັ່ນໝາກໄມ້ແທນ.

ບໍ່ຄວນເຮັດວຽກ ກ່ອນໂມງນອນ ໜຶ່ງຊົ່ວໂມງ ການເຮັດວຽກຈົນຮອດໂມງນອນ ຈະເຮັດໃຫ້ນອນບໍ່ຫຼັບ ແລະ ເວລາເຂົ້ານອນ ຈະຍັງມີຄວາມຮູ້ສຶກຢາກເຮັດວຽກຢູ່. ສຳລັບຊີວິດນັກຮຽນ ແລ້ວເຮັດຍາກຫຼາຍ ເພາະມີຫຼາຍອັນອ່ານ ແລະ ບົດວິໄຈນ້ອຍສົ່ງອາຈານ. ຈັ່ງໃດກໍ່ຕາມ ເພື່ອເຮັດໃຫ້ການນອນເປັນຜົນ ກ່ອນນອນໜຶ່ງ ຊົ່ວໂມງ ຕ້ອງຢຸດການຄົ້ນຄິດໜັກໆ.

ຖ້າຫາກເຮັດແນວໃດກໍ່ນອນບໍ່ຫຼັບແທ້ໆແລ້ວນັບເປັນຊົ່ວໂມງ ທ່ານກໍ່ຄວນຕື່ນມາເຮັດແນວອື່ນ. “ ທ່ານກໍ່ຕ້ອງໄດ້ຕື່ນມາເຮັດ ແນວອື່ນເບົາໆ ຈົນກວ່າຈະຮູ້ສຶກຢາກນອນອີກ. ຫວັງວ່າທ່ານຈະນອນຫຼັບດີຂຶ້ນພາຍຫຼັງການໃຊ້ເຕັກນິກເຫຼົ່ານີ້ ຫຼືທ່ານມີວິທີອື່ນແດ່ບໍ່? ນຳມາເລົ່າສູ່ຟັງ ແດ່.

ທ່ານມີເຕັກນິກຊ່ວຍໃຫ້ນອນຫຼັບງ່າຍຂຶ້ນແນວໃດແດ່? ແບ່ງປັນວິທີຂອງທ່ານໃຫ້ເຮົາຟັງແດ່! 👇

You may also like

Leave a Comment

Are you sure want to unlock this post?
Unlock left : 0
Are you sure want to cancel subscription?