ໂທລະສັບມືຖື ແລະ Facebook ເປັນຕົວຢ່າງສິນຄ້າ ແລະ ການບໍລິການ ທີ່ເຮັດໃຫ້ຄົນສາມາດເຊື່ອມຕໍ່ກັນໄດ້ງ່າຍຂຶ້ນ. ທັງຍັງເປັນການແລກປ່ຽນຂ່າວສານໃນຍາມທີ່ຕ້ອງການ. ຍັງມີຫຼາຍໆສິນຄ້າ ແລະ ການບໍລິການທີ່ເຮັດໃຫ້ຊີວິດຄົນເຮົາມີຄວາມສະດວກສະບາຍກວ່າແຕ່ເກົ່າ.
ການຜະລິດສິນຄ້າ ຫຼື ການສະໜອງການບໍລິການເປັນການສະແດງເຖິງຫົວຄິດປະດິດສ້າງ ແລະ ຄວາມພາກພຽນພະຍາຍາມຂອງຜູ້ປະກອບການໃນການສ້າງສັນສິ່ງດີໆໃຫ້ແກ່ສັງຄົມ. ການຊົມໃຊ້ຂອງຄົນລາວຕໍ່ກັບສິນຄ້າຕ່າງປະເທດນັ້ນ ຍັງເພິ່ງພາການນຳເຂົ້າເຄື່ອງຈັກທັນສະໄໝ ເຊັ່ນ: ຍານພາຫະນະ, ເຄື່ອງມືການຜະລິດ ແລະ ຊ່ຽວຊານຕ່າງປະເທດທີ່ມີຫົວຄິດປະດິດສ້າງໃນການຜະລິດ ແລະ ການບໍລິການ. ງານວຽງຈັນ ເອັກສະໂປ 2015 ເປັນງານລວມ ຜະລິດຕະພັນເດັ່ນໆໄວ້ຫຼາຍອັນ ທີ່ເຮັດການຜະລິດຂຶ້ນໃນລາວ. ໃນງານຈະມີຫຼາຍໆສິນຄ້າທີ່ສະແດງອອກເຖິງເອກະລັກຂອງຄົນລາວ ແລະ ກໍ່ອາດມີຫຼາຍອັນທີ່ສາມາດເປັນສິນຄ້າສົ່ງອອກໄດ້. ແຕ່ຫາກຜະລິດຕະພັນສ່ວນໃຫຍ່ສາມາດນຳໃຊ້ວັດຖຸດິບຈາກລາວໄດ້ນັ້ນ ກໍ່ໜ້າຈະເປັນການສ້າງລາຍຮັບໃຫ້ແກ່ຊາວກະສິກອນ. ແນ່ນອນຊາວກະສິກອນຈະເປັນຜູ້ໄດ້ຮັບຜົນປະໂຫຍດຢ່າງເຕັມທີ່.
“ການຜະລິດສິນຄ້າ ຫຼື ການສະໜອງການບໍລິການເປັນການສະແດງເຖິງຫົວຄິດປະດິດສ້າງ ແລະ ຄວາມພາກພຽນພະຍາຍາມຂອງຜູ້ປະກອບການໃນການສ້າງສັນສິ່ງດີໆໃຫ້ແກ່ສັງຄົມ.”
ເຂົ້າ ມີບົດກ່າວຄວາມສຳຄັນຂອງເຂົ້າໃນເມື່ອກ່ອນ. ເຖິງວ່າຈະຍັງບໍ່ທັນສ້າງລາຍຮັບຫຼັກ ແຕ່ການຜະລິດເຂົ້າສະອາດ ກຳລັງໄດ້ຮັບການສະໜັບສະໜູນຈາກພາກລັດ ແລະ ການຕັດສິນໃຈສູງຂອງພາກທຸລະກິດ ເພື່ອຜະລິດເຂົ້າມີຄຸນນະພາບສູງ. ການສົ່ງອອກເຂົ້າໜຽວອາດນອນໃນຮູບແບບການປຸງແຕ່ງເປັນສ່ວນປະກອບອາຫານຫຼາຍໆປະເພດກ່ອນມີການສົ່ງອອກ ແລະ ການຜະລິດເຂົ້າຈ້າວ ໜ້າຈະມີປະລິມານຫຼາຍຂຶ້ນ ເພື່ອສະໜອງໃຫ້ແກ່ຕະຫຼາດໂລກທີ່ຕ້ອງການຫຼາຍ.
ສາລີ ປູກຫຼາຍໃນເຂດທາງພາກເໜືອ. ເປັນລາຍຮັບເສີມ ແລະ ຫຼັກຂອງບາງຄອບຄົວທີ່ຍຶດອາຊີບກະສິກຳໃນເຂດຊົນນະບົດ. ສາລີສັດ ແລະ ສາລີຫວານ ມີຄວາມຕ້ອງການສູງໃນຕະຫຼາດປະເທດເພື່ອນບ້ານ. ການສົ່ງອອກຍັງມີຂໍ້ຈຳກັດດ້ານຄຸນນະພາບ ແລະ ການເກັບຮັກສາ.
ກາເຟ ກາເຟລາວເປັນທີ່ຮູ້ຈັກກັນດີໃນຕະຫຼາດໂລກ. ການສົ່ງເສີມການປູກກາເຟຄຸນນະພາບສູງ ຈະຊ່ວຍເພີ່ມມູນຄ່າການສົ່ງອອກ ແລະ ສ້າງລາຍຮັບໃຫ້ແກ່ປະເທດໄດ້ຢ່າງມະຫາສານ.
ນອກຈາກຜະລິດຕະພັນກະສິກຳແລ້ວ, ຍັງມີຜະລິດຕະພັນຫັດຖະກຳ, ໄມ້ແກະສະຫຼັກ, ແລະ ສິນຄ້າອື່ນໆ ທີ່ຜະລິດດ້ວຍຝີມືຄົນລາວ ເຊິ່ງລ້ວນແຕ່ມີຄຸນຄ່າ ແລະ ຄວນໄດ້ຮັບການສະໜັບສະໜູນ.
ການຫັນມາຊົມໃຊ້ສິນຄ້າ “ເຮັດຈາກລາວ” ບໍ່ພຽງແຕ່ເປັນການຊ່ວຍເຫຼືອຜູ້ປະກອບການພາຍໃນປະເທດ, ແຕ່ຍັງເປັນການກະຕຸ້ນເສດຖະກິດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວນຳອີກ.
ທ່ານມັກສະໜັບສະໜູນສິນຄ້າ “Made in Laos” ປະເພດໃດແດ່? ມາແຊຣ໌ສິນຄ້າທ້ອງຖິ່ນທີ່ທ່ານປະທັບໃຈກັນເດີ້! 👇