Home ສ້າງຮຸ່ນໃໝ່ເມັດເງິນ, ເມັດຄຳ

ເມັດເງິນ, ເມັດຄຳ

ກາເຟລາວ ຄວາມພາກພູມໃຈ ແລະ ອະນາຄົດຂອງຊາດ! ☕🌿

by NorKhame
0 comments

ເຮົາອາດບໍ່ມີຍົນ ຫຼື ເຄື່ອງທັນສະໄໝເປັນສິນຄ້າສົ່ງອອກຄືປະເທດອື່ນ. ສິ່ງທີ່ຄົນລາວຄວນພາກພູມໃຈແມ່ນສິ່ງທີ່ໄດ້ມາຈາກປະຊາຊົນ ເຮັດການປູກກາເຟ. ເຂົາເຈົ້າກຳລັງແຂ່ງຂັນການຜະລິດກາເຟຄຸນນະພາບໃນລະດັບໂລກ. ນີ້ເປັນສິ່ງສ້າງຄວາມເອກອ້າງທະນົງໃຈໃຫ້ຄົນລາວ.

ເມັດກາເຟມີລາຄາແພງຫຼາຍ. ບາງປະເທດຂາຍກາເຟຄຸນນະພາບຊຳກັບຂາຍຄຳ. ກາເຟຈາກປະເທດອິນໂດເນເຊຍ ເປັນໜຶ່ງກາເຟ ທີ່ ແພງ ທີ່ສຸດໃນໂລກ. ເຄິ່ງກິໂລ ມີມູນຄ່າຂາຍ ນັບແຕ່ 800,000 ຫາ 4,000,000 ກີບ. ໃນສອງສາມປີຂ້າງໜ້າ, ເປັນໄປບໍ່ໄດ້ທີ່ຄົນລາວຈະປະດິດເຄື່ອງໄຟຟ້າທັນສະໄໝ, ມືຖື ຫຼື ລົດຍີ່ຫໍ້ດັ່ງ. ສິ່ງທີ່ປະເທດລາວອາດມີນຳໝູ່ຄື “ ກາເຟລາວ ” ທີ່ມີຊື່ສຽງກ້ອງໂລກ.

ສິ່ງທີ່ປະເທດລາວອາດມີນຳໝູ່ຄື “ ກາເຟລາວ ” ທີ່ມີຊື່ສຽງກ້ອງໂລກ… ເຊື່ອໝັ້ນວ່າ ກາເຟລາວ ສາມາດແຂ່ງຂັນ ແລະ ພັດທະນາກາຍເປັນກາເຟທີ່ມີຊື່ສຽງລະດັບໂລກໄດ້ຄືກັນໃນອະນາຄົດ.”

ກາເຟລາວໂດຍລວມແລ້ວກໍ່ມີລົດຊາດດີ ແລະ ເປັນທີ່ຕ້ອງການຂອງຕະຫຼາດຕ່າງປະເທດແລ້ວ ເຊິ່ງຈະເປັນທ່າແຮງດຶງດູດເງິນຕາຕ່າງປະເທດ ເຂົ້າມາພັດທະນາປະເທດລາວໄດ້ຢ່າງມະຫາສານ. ເຊື່ອໝັ້ນວ່າ ກາເຟລາວ ສາມາດແຂ່ງຂັນ ແລະ ພັດທະນາກາຍເປັນກາເຟທີ່ມີຊື່ສຽງລະດັບໂລກໄດ້ຄືກັນໃນອະນາຄົດ. ສິ່ງທີ່ຕ້ອງໄດ້ເອົາໃຈໃສ່ກໍ່ຄື ການປັບປຸງຂັ້ນຕອນການຜະລິດໃຫ້ມີຄຸນນະພາບ ແລະ ການໂຄສະນາ ຄຸນຄ່າຂອງກາເຟລາວອອກສູ່ສາຍຕາສາກົນ.

ຄວາມທຸກຈົນຈະບໍ່ຈາງຫາຍຈາກສັງຄົມຫາກຄົນບໍ່ຮູ້ຈັກເຮັດການຜະລິດເປັນສິນຄ້າ. ປະຊາຊົນລາວມີມູນເຊື້ອດຸໝັ່ນຢູ່ແລ້ວ, ສະນັ້ນການສືບຕໍ່ພັດທະນາ ແລະ ສະໜັບສະໜູນໜໍ່ແໜງທີ່ມີ ຈາກການປູກກາເຟນີ້ ຈະເປັນບາດກ້າວສຳຄັນໃນການສ້າງຄວາມຮັ່ງມີໃຫ້ປະຊາຊົນ ແລະ ສ້າງຊື່ສຽງໃຫ້ຄົນລາວ. ເມື່ອມີຄົນດື່ມກາເຟຫຼາຍຂຶ້ນ ເຂົາເຈົ້າກໍ່ຈະຮູ້ຈັກວັດທະນະທຳຂອງຫຼາຍໆຊົນຊາດທີ່ເຮັດການປູກກາເຟ. ຮູ້ຈັກສະຖານທີ່ຂອງບ່ອນປູກ ແລະ ແນ່ນອນອາດເຮັດໃຫ້ເຂົາເຈົ້າຢາກເຂົ້າມາສຳຜັດລົດຊາດກາເຟໃນປະເທດລາວ ເຊິ່ງນັ້ນຈະເປັນຫົນທາງໃນການດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ.

ທາງພາກໃຕ້ຂອງລາວ ກໍ່ເປັນແຫຼ່ງປູກກາເຟທີ່ມີຊື່ສຽງ ແລະ ຄຸນນະພາບສູງ ທີ່ໄດ້ຮັບການຍອມຮັບແລ້ວໃນຫຼາຍໆປະເທດ. ຈົ່ງພູມໃຈໃນສິນຄ້າຂອງເຮົາ ແລະ ສົ່ງເສີມຜະລິດຕະພັນລາວ.

ນເຄີຍຊີມກາເຟລາວແທ້ໆຈາກພາກໃຕ້ບ້ານເຮົາແລ້ວບໍ່? ຮູ້ສຶກວ່າລົດຊາດເປັນແນວໃດແດ່? ມາເລົ່າສູ່ກັນຟັງ! 👇

You may also like

Leave a Comment

Are you sure want to unlock this post?
Unlock left : 0
Are you sure want to cancel subscription?