Home ສ້າງຮຸ່ນໃໝ່ສາວລາວຍອມນຸ່ງສິ້ນຂາດ

ສາວລາວຍອມນຸ່ງສິ້ນຂາດ

ຄວາມພູມໃຈໃນຜືນຜ້າ ທີ່ມູນຄ່າຫຼາຍກວ່າຄວາມງາມ 👗🧵

by NorKhame
0 comments

“ສິ້ນ” ກາຍ​ເປັນ​ປັດ​ໃຈ​ຈຳ​ເປັນ​ ​ແລະ ການສະ​ແດງ​ອອກຂອງ​ແມ່ຍິງ​ລາວ. ຖ້າ​ຈະ​ເວົ້າ​ໃນ​ວົງ​ກວ້າງ, ສິ້ນ​ເປັນ​ສິ່ງ​ສຳຄັນ ສຳລັບ​​​ເອກອ້າງວັດທະນະທຳ​ລາວ. ດັ່ງນັ້ນ, ​ແມ່ຍິງ​ຈຶ່ງກາຍເປັນ​ກຸ່ມ​ຄົນ​ທີ່​ສຳຄັນ​ໃນ​ການສະ​ແດງ ​ແລະ ປົກ​ປັກ​ຮັກສາ​ວັດທະນະທຳ. ທີ່​ສຳນັກງານ ​ແລະ ການ​ເຮັດ​ວຽກຫຼາຍໆຫ້ອງການ​ບໍ່ວ່າ​ຈະ​ເປັນ​ພາກ​ລັດ ​ແລະ ທຸລະ​ກິດ, ການ​ນຸ່ງ​ສິ້ນ​ເປັນ​ຂໍ້ບັງຄັບ​ໃຫ້​ແກ່​ແມ່ຍິງ​ລາວ. ລັກ​ສະ​ນະ​ດັ່ງ​ກ່າວ​ໄດ້​ມີ​ການ​ປະຕິບັດ​ມາ​ຫຼາຍໆຮ້ອຍ​ປີ. ຍ້ອນ​ສິ້ນມີ​ຄວາມໝາຍສຳລັບ​ແມ່ຍິງ ​ແລະ ຄວາມໝາຍອື່ນໆອີກ.

““ສິ້ນ” ກາຍເປັນປັດໃຈຈຳເປັນ ແລະ ການສະແດງອອກຂອງແມ່ຍິງລາວ. ຖ້າຈະເວົ້າໃນວົງກວ້າງ, ສິ້ນເປັນສິ່ງສຳຄັນ ສຳລັບເອກອ້າງວັດທະນະທຳລາວ.”

ສິ້ນມີ​ມົນ​ຂັງ ​ແລະ ມີ​ຕຳນານ. ​ ​ໃນ​ສະ​​ໄໝສົງຄາມ​ກູ້​ຊາດ ລູກຜູ້​ຊາຍ​ທີ່​ເປັນ​ທະຫານ ມັກຈະພົກຜ້າສິ້ນຂອງແມ່ຕິດໂຕໄປນຳ ເພື່ອເປັນເຄື່ອງລາງປ້ອງກັນໄພ. ສິ້ນບໍ່ພຽງແຕ່ເປັນເຄື່ອງນຸ່ງຫົ່ມ, ແຕ່ຍັງເປັນສັນຍະລັກຂອງຄວາມຮັກ, ຄວາມຜູກພັນ, ແລະ ຄວາມເຄົາລົບນັບຖືຕໍ່ຜູ້ເປັນແມ່.

ສິ້ນເປັນມໍລະດົກຕົກທອດ ສິ້ນຜືນໜຶ່ງອາດມີອາຍຸຫຼາຍສິບປີ, ຖືກສົ່ງຕໍ່ຈາກແມ່ສູ່ລູກສາວ, ຈາກລູກສາວສູ່ຫຼານສາວ. ມັນບັນຈຸເລື່ອງລາວ, ຄວາມຊົງຈຳ, ແລະ ຝີມືການຕ່ຳແຜ່ນຂອງບັນພະບູລຸດ. ແມ່ຍິງລາວຫຼາຍຄົນ ພູມໃຈທີ່ຈະນຸ່ງສິ້ນເກົ່າແກ່ທີ່ຕົກທອດມາ ເຖິງແມ່ນວ່າມັນຈະຂາດ ຫຼື ເກົ່າໄປຕາມການເວລາ. ບາງຄົນນຳເອົາລາຍເກົ່າມາຜະລິດໃໝ່. ບາງຄົນຍອມຕາບສິ້ນເກົ່າແກ່ເພື່ອນຸ່ງອອກງານຍັງມີ.

ສິ້ນສະແດງວັດທະນະທຳຊົນເຜົ່າ ຫຼາຍໆວັດທະນະທຳ ຂອງຊົນຊາດລາວລຸ່ມໄດ້ມີການຕ່ຳສິ້ນໃນເຂດບ້ານຂອງຕົນເອງ. ເນື່ອງຈາກວັດທະນະທຳການນຸ່ງເຄື່ອງຂອງຫຼາຍໆຊົນເຜົ່າມີສີສັນສະເພາະຕົວ ຈຶ່ງເຮັດໃຫ້ ແຕ່ລະເຂດມີການສະແດງອອກຜ່ານການຜະລິດສິ້ນອອກມາໄດ້ແບບມີສິນລະປະ. ສິ້ນສະແດງລັກສະນະຂອງຊົນເຜົ່າ ແຕ່ບໍ່ໄດ້ຈຳກັດການຊົມໃຊ້ໃນແຕ່ລະກຸ່ມ. ແມ່ຍິງຫຼາຍຊົນຊາດສາມາດປະຍຸກ ແລະ ມັກຊອກສິ່ງແປກໃໝ່ມານຸ່ງເພື່ອອວດຄວາມງາມຂອງສິ້ນ ໃນແຕ່ລະວັນ.

“ສິ້ນ” ຜືນໂປດທີ່ມັກນຸ່ງເປັນປະຈຳບໍ່? ມັນມີເລື່ອງລາວ ຫຼື ຄວາມໝາຍພິເສດສຳລັບທ່ານແນວໃດແດ່? ມາແຊຣ໌ກັນເດີ້! 👇

You may also like

Leave a Comment

Are you sure want to unlock this post?
Unlock left : 0
Are you sure want to cancel subscription?