ການເຮັດທຸລະກິດມັນແມ່ນການເດີນທາງເຂົ້າໄປສູ່ແຫ່ງມະຫັດສະຈັນ ຫຼື ມັນອາດຈະເປັນການຜະຈົນໄພ ໃນດິນແດນທີ່ບໍ່ເຄີຍໄປມາກ່ອນ ທີ່ມີຫຼາຍສີສັນໃຫ້ເບິ່ງໃຫ້ຊົມ. ການເຮັດທຸລະກິດ ບໍ່ວ່າຈະຂະໜາດໃດ ເຈົ້າຂອງ ກິດຈະການ ມັກຈະຕ້ອງໄດ້ຄົ້ນຄິດຕຶກຕອງສະເໝີ. ມີຫຼາຍໆຄັ້ງ ຂ້າພະເຈົ້າກໍ່ມີຄວາມບໍ່ແນ່ໃຈວ່າ ສິ່ງທີ່ກຳລັງເຮັດນີ້ ເປັນສິ່ງທີ່ ຖືກແທ້ບໍ່ ຫຼື ເມື່ອເບິ່ງຜົນຂອງການປະຕິບັດກົນລະຍຸດການໂຄສະນາ ໃດໜຶ່ງແລະມັກຈະ ຮູ້ສຶກວ່າມັນບໍ່ເປັນຄືດັ່ງຄິດ. ມັນມີຄວາມສັບສົນ ແລະ ຮູ້ສຶກບໍ່ເປັນສຸກ. ເຊັ່ນດຽວກັນກັບໃນເວລາທີ່ຕັດສິນໃຈໄປໃນບາງເລື່ອງແລ້ວ ຄົນມັກເກີດ ມີຄວາມລັງເລໃຈ. ມັນເປັນເລື່ອງທຳມະດາທີ່ທ່ານຮູ້ສຶກແນວນັ້ນ. ໃນວົງການທຸລະກິດ ຈະມີສິ່ງກະຕຸ້ນ ໃຫ້ມີການຕັດສິນໃຈໃນແຕ່ລະວັນຫຼາກຫຼາຍຮູບແບບ. ໃນບາງຄັ້ງ ມັນອາດບໍ່ແມ່ນສິ່ງທີ່ຕ້ອງໄດ້ເຮັດ ແຕ່ກໍ່ ຕ້ອງເຮັດເພື່ອຄວາມຢູ່ລອດຂອງອົງການ.
ບໍ່ວ່າສະຖານະການໃນການດຳເນີນທຸລະກິດຂອງທ່ານ ຈະມີຄວາມສັບສົນຫຼາຍປານໃດກໍ່ຕາມ ທ່ານຍັງຕ້ອງ ການຄວາມເຊື່ອໝັ້ນໃນສິ່ງທີ່ທ່ານກຳລັງເຮັດຢູ່ ເພາະມັນເປັນສິ່ງດຽວທີ່ຈະດຶງທ່ານໃຫ້ກ້າວໄປສູ່ຄວາມສຳເລັດ ໃນຍາມທີ່ທ່ານກຳລັງຄິດທໍ້ຖອຍ. ທ່ານອາດພິຈາລະນາ ແນວທາງຂ້າງລຸ່ມນີ້ ເພື່ອຮັກສາຄວາມເຊື່ອໝັ້ນ.
- ທຸລະກິດມີຂຶ້ນ ແລະ ມີລົງ ໃນບາງຊ່ວງຂອງການດຳເນີນທຸລະກິດ, ທ່ານຈະເຫັນວ່າມີຫຼາຍໆຢ່າງມີຄວາມກ້າວໜ້າ, ໃນຂະນະທີ່ຫຼາຍໆ ເດືອນ ທ່ານພັດເຫັນວ່າທຸລະກິດພວມກ້າວເຂົ້າສູ່ຄວາມຫຍຸ້ງຍາກ. ມັນເປັນເລື່ອງທຳມະດາຂອງທຸລະກິດ ທີ່ຈະຕ້ອງມີການຂຶ້ນ ແລະ ລົງໃນແຕ່ລະໄລຍະ. ການທີ່ທ່ານເຂົ້າໃຈສະພາບການດັ່ງກ່າວ ຈະຊ່ວຍໃຫ້ ທ່ານຮັບມືກັບທຸລະກິດ ທີ່ກຳລັງລົງນັ້ນ ໄດ້ເປັນຢ່າງດີ ໂດຍບໍ່ຕ້ອງເສຍຂວັນກຳລັງໃຈ. ສິ່ງສຳຄັນ ຖ້າຫາກຍອດຂາຍຫາກຫຼຸດລົງ, ໃຫ້ທ່ານເຊື່ອໝັ້ນໄວ້ວ່າ ມັນບໍ່ໄດ້ເປັນແນວນັ້ນຕະຫຼອດໄປ. ທ່ານຈະຊອກ ເຫັນຊ່ອງທາງໃນການແກ້ໄຂບັນຫາການຂາຍນັ້ນ ໄດ້ໃນເວລາຕໍ່ມາ.
- ເປັນຫຍັງທ່ານຈຶ່ງເລີ່ມເຮັດທຸລະກິດນັ້ນ? ເພື່ອເປັນການດຶງດູດຄວາມເຊື່ອໝັ້ນໃນຕົວທ່ານເອງ ແລະ ທຸລະກິດ, ທ່ານຕ້ອງລະນຶກສະເໝີວ່າ ເປັນຫຍັງ ທ່ານຈຶ່ງຕັດສິນໃຈລົງມືດຳເນີນທຸລະກິດນັ້ນ ໃນຕອນເລີ່ມຕົ້ນ. ຫຼາຍຄົນມີເຫດຜົນໃນການລົງມືເຮັດ ເຊັ່ນ: ການຢາກເປັນນາຍຕົນເອງ, ຢາກຫາເງິນໃຫ້ໄດ້ຫຼາຍໆ, ຢາກມີເວລາໃຫ້ກັບຄອບຄົວ ຫຼື ຢາກສ້າງສິ່ງປະດິດ ໃໝ່ໆເພື່ອແກ້ໄຂບັນຫາສັງຄົມ. ການຊອກຫາເຫດຜົນທີ່ແທ້ຈິງ ທີ່ຢູ່ເບື້ອງຫຼັງໃນຕອນເລີ່ມຕົ້ນນັ້ນ ຈະເຮັດ ໃຫ້ທ່ານມີກຳລັງໃຈ ແລະ ມີຄວາມເຊື່ອໝັ້ນຫຼາຍຂຶ້ນ.
- ຄວາມເຊື່ອໝັ້ນສ້າງສິ່ງໃໝ່ໆ ຖ້າຫາກທ່ານເຊື່ອໝັ້ນວ່າທ່ານຈະສາມາດບັນລຸບາງສິ່ງບາງຢ່າງ, ທ່ານກໍ່ມັກຈະໄດ້ໃນສິ່ງນັ້ນ. ເຖິງວ່າມັນຈະບໍ່ ເປັນໄປດັ່ງໃຈ 100 ເປີເຊັນກໍ່ຕາມ. ແຕ່ກໍ່ມີຫຼາຍໆຄັ້ງທີ່ມັນມີຄວາມໃກ້ຄຽງກັບສິ່ງທີ່ຕັ້ງເປົ້າໄວ້.
ຄວາມເຊື່ອມີພະລັງຜັກດັນໃຫ້ຄົນພະຍາຍາມສ້າງສິ່ງໃໝ່ໆຂຶ້ນມາຕະຫຼອດການດຳລົງຊີວິດໃດໜຶ່ງ. ຖ້າໃຜມີຄວາມ ເຊື່ອແລ້ວ ກໍ່ມັກຈະເຮັດມັນຂຶ້ນມາໂດຍບໍ່ຕ້ອງມີໃຜອະນຸຍາດ ແລະ ກໍ່ບໍ່ຕ້ອງຖ້າໃຫ້ຕົນເອງກາຍເປັນ ຊ່ຽວຊານໃນກໍລະນີທີ່ຕ້ອງການເຮັດສິ່ງໃດໜຶ່ງຂຶ້ນມາ.
- ບໍ່ມີທາງລັດສູ່ຫົນທາງແຫ່ງຄວາມສຳເລັດ ສັງເກດເບິ່ງວ່າ ໄມ້ກົ່ງກໍ່ຍັງມີທິດມຸ້ງໄປທາງໜ້າ ຖ້າຫາກບໍ່ມີທາງສາຍກົງແລ້ວກໍ່ໝາຍວ່າທຸກຄົນຕ້ອງໄດ້ ເດີນທາງ ອ້ອມເພື່ອເຂົ້າສູ່ເປົ້າໝາຍ.
ການຄົ້ນຫາເປົ້າໝາຍໃນຊີວິດຊ່ວຍໃຫ້ຄົນສືບຕໍ່ມີຄວາມສັດທາໃນຕົວເອງ. ເຊິ່ງມັນຊ່ວຍເປັນແສງນຳທາງ. ໃນເວລາ ທີ່ມີສິ່ງລົບກວນ ຄວາມສັດທາກໍ່ຈະເຕືອນໃຫ້ຮູ້ວ່າສິ່ງໃດສຳຄັນ. ໃນເວລາທີ່ຢູ່ໃນສະຖານະການ ທີ່ບໍ່ແນ່ນອນດັ່ງທີ່ ຄາດຫວັງ, ຄົນເຫຼົ່ານັ້ນຈະລະລຶກເຖິງຄວາມສຳຄັນຂອງເປົ້າໝາຍການດຳເນີນທຸລະກິດ.
ເມື່ອຮູ້ສຶກທໍ້ແທ້ຈາກການເຮັດວຽກ ຫຼື ເຮັດທຸລະກິດ, ທ່ານມີວິທີສ້າງຄວາມເຊື່ອໝັ້ນໃຫ້ຕົນເອງກັບຄືນມາແນວໃດແດ່? 👇