Home ກາຍໃຈສູ່ຈຸດສຸດຍອດ

ສູ່ຈຸດສຸດຍອດ

ປ່ຽນຄວາມລົ້ມເຫຼວ ໃຫ້ເປັນພະລັງກ້າວສູ່ຄວາມສຳເລັດ! 📈🔥

by NorKhame
0 comments

ແນ່ນອນ ການລົ້ມລະລາຍ ເປັນສິ່ງທີ່ນັກທຸລະກິດ ບໍ່ຢາກພົບພໍ້. ໃຜໆກໍ່ຕ່າງທີ່ຢາກຈະໄດ້ກຳໄລ ກັບ ສິ່ງທີ່ຕົນເອງສ້າງຂຶ້ນມາ. ການສ້າງທຸລະກິດໃຫ້ມີກຳໄລທາງດ້ານການເງິນ ຫຼື ສ້າງຜົນກຳໄລໃຫ້ແກ່ສັງຄົມໄດ້ຢ່າງມີປະສິດທິພາບ.

ຫຼາຍໆຄົນພະຍາຍາມຫຼີກລ່ຽງການລົ້ມລະລາຍ ແຕ່ມີຫຼາຍໆຄົນໄດ້ພົບ ກັບການລົ້ມລະລາຍ ເປັນ ຊ່ວງໄລຍະເວລາໃດໜຶ່ງ ຫຼື ບາງຄົນອາດຈະເປັນເວລາຫຼາຍໆປີ ກ່ອນຈະມີກຳໄລ ແລະ ກາຍເປັນຕຳນານຂອງວົງການໄປເລີຍ. ໃນເວລາລົ້ມລະລາຍ ມັນເປັນຈຸດຫັນປ່ຽນຂອງນັກທຸລະກິດທີ່ປະສົບຜົນສຳເລັດຫຼາຍໆຄົນ. ມີຫຼາຍຄົນ ຫັນປ່ຽນຫາສິ່ງໃໝ່ໆທີ່ຍິ່ງໃຫຍ່ກວ່າເກົ່າ ໂດຍມີການຄົ້ນຄິດຕຶກຕອງ, ການຄົ້ນຄິດພິຈາລະນາ ແລະ ພະຍາຍາມຕໍ່ໄປ.

“ໃນເວລາລົ້ມ ສິ່ງສຳຄັນຕ້ອງໄດ້ພິຈາລະນາກໍ່ຄືວ່າ: ຈະເຮັດແນວໃດ ກັບເຫດການ ດັ່ງກ່າວ ແລະ ຮຽນຮູ້ຫຍັງແດ່ຈາກການລົ້ມລະລາຍນັ້ນ. ນັກທຸລະກິດ ປະສົບຜົນສຳເລັດ ມັກຈະເວົ້າວ່າ “ ການລົ້ມລະລາຍ ເປັນພຽງການເລີ່ມຕົ້ນ ທີ່ມີຄວາມສະຫຼາດຫຼາຍຂຶ້ນກວ່າເກົ່າ ”.”

ໃນເວລາລົ້ມ ສິ່ງສຳຄັນຕ້ອງໄດ້ພິຈາລະນາກໍ່ຄືວ່າ: ຈະເຮັດແນວໃດ ກັບເຫດການ ດັ່ງກ່າວ ແລະ ຮຽນຮູ້ຫຍັງແດ່ຈາກການລົ້ມລະລາຍນັ້ນ. ນັກທຸລະກິດ ປະສົບຜົນສຳເລັດ ມັກຈະເວົ້າວ່າ “ ການລົ້ມລະລາຍ ເປັນພຽງການເລີ່ມຕົ້ນ ທີ່ມີຄວາມສະຫຼາດຫຼາຍຂຶ້ນກວ່າເກົ່າ ” . ໃນນີ້ຈະຍົກ ເອົາຫຼາຍໆທ່ານທີ່ລົ້ມລະລາຍ ແຕ່ກໍ່ໄດ້ກາຍມາເປັນມະຫາເສດຖີ ແລະ ເປັນຜູ້ທີ່ມີຊື່ສຽງໃນໂລກ.

  1. ທ່ານ ວໍ ດີສນີ ກັບ ບໍລິສັດຜະລິດໜັງກາຕູນ ທີ່ໃຫຍ່ທີ່ສຸດໃນໂລກ ວໍ ດີສນີ ເປັນຄົນມີຊື່ສຽງໂດ່ງດັງໃນການເຮັດໜັງກາຕູນ. ທ່ານຮູ້ບໍ່ວ່າ ໃນໄລຍະເບື້ອງຕົ້ນ ໃນເວລາທີ່ລາວເຮັດວຽກ ໃຫ້ໜັງສືພິມສະບັບໜຶ່ງ ແຕ່ລາວໄດ້ຖືກໄລ່ອອກ ເນື່ອງຈາກວ່າ ເຈົ້ານາຍບອກວ່າລາວ ເປັນຄົນທີ່ບໍ່ມີຫົວຄິດປະດິດສ້າງ ທີ່ດີ. ຫຼັງຈາກນັ້ນລາວກໍ່ໄດ້ສ້າງຕັ້ງ ບໍລິສັດ ແຕ່ກໍ່ໄດ້ລົ້ມລະລາຍ ເຊິ່ງເຮັດໃຫ້ລາວຕ້ອງໄດ້ກິນອາຫານໃນຖັງຂີ້ເຫຍື້ອ. ເຊິ່ງໃນປະຈຸບັນ ໃຜກໍ່ຮູ້ວ່າ ບໍລິສັດ ດີສນີ (Disney) ເປັນບໍລິສັດທີ່ຍິ່ງໃຫຍ່ໃນໂລກ ດ້ານການບັນເທີງ.
  2. ທ່ານ ເຮັນຣີ ຝອດ ບໍລິສັດລົດ ຝອດ ມໍເຕີ້ ເປັນບໍລິສັດຜະລິດລົດທີ່ໃຫຍ່ ທີ່ສ້າງຄວາມອັດສະຈັນ ໃຫ້ແກ່ຍຸກການຜະລິດລົດຍົນໃນສະຫະລັດ. ກ່ອນທີ່ຈະມີຄວາມຍິ່ງໃຫຍ່ນັ້ນ ທ່ານ ເຮັນຣີ ໄດ້ລົ້ມລະລາຍມາແລ້ວຫຼາຍເທື່ອ ຈົນເຮັດໃຫ້ລາວບໍ່ມີເງິນພໍທີ່ຈະ ຊື້ເຂົ້າກິນ ຈົນໃນທີ່ສຸດ ລາວ ກໍ່ໄດ້ພົບກັບວິທີການຜະລິດທີ່ມີປະສິດທິຜົນ ເຊິ່ງຊ່ວຍໃຫ້ບໍລິສັດກາຍເປັນບໍລິສັດທີ່ຍິ່ງໃຫຍ່ ໃນວົງການລົດຍົນ.
  3. ທ່ານນາງ ອໍປຣາ ວິນຝຣີຍ ປະຈຸບັນ ອໍປຣາ ກາຍເປັນມະຫາເສດຖີຍິງ ແລະ ມີຊື່ສຽງທີ່ສຸດໃນສະຫະລັດອາເມລິກາ, ໃນເວລາທີ່ນາງເລີ່ມຕົ້ນ ເຮັດວຽກ ນາງໄດ້ຖືກໄລ່ອອກຈາກການເປັນນັກຂ່າວ ເນື່ອງຈາກວ່າ ຫົວໜ້າລາຍງານວ່າ ນາງບໍ່ເໝາະສົມໃນການ ອອກໂທລະທັດ. ແຕ່ດ້ວຍຄວາມເຊື່ອໝັ້ນ ໃນຄວາມສາມາດຂອງຕົນເອງ ນາງໄດ້ຫັນປ່ຽນຕົວເອງ ມາເປັນຜູ້ຜະລິດລາຍການ ແລະ ກໍ່ກາຍເປັນໜຶ່ງໃນລາຍການໂທລະທັດທີ່ດັງທີ່ສຸດໃນສະຫະລັດ.
  4. ທ່ານ ສຕີບ ຈ໋ອບ ແລະ ບໍລິສັດ ແອັບເປິ້ນ ສະຕີບ ຈ໋ອບ ເປັນນັກທຸລະກິດທີ່ສ້າງສັນ ແລະ ມີພອນສະຫວັນ ຫຼາຍທີ່ສຸດໃນຍຸກປະຈຸບັນ. ຫຼາຍໆຄົນຮູ້ວ່າລາວປະສົບຜົນສຳເລັດອັນສູງສົ່ງກັບ ບໍລິສັດ ແອັບເປິ້ນ. ແຕ່ຮູ້ບໍ່ວ່າ ລາວເຄີຍຖືກໄລ່ອອກ ຈາກບໍລິສັດ ແອັບເປິ້ນ ທີ່ລາວສ້າງຂຶ້ນມາເອງ ເນື່ອງຈາກຄະນະບໍລິຫານງານບໍ່ເຫັນດີນຳ. ຈາກນັ້ນ, ລາວກໍ່ໄດ້ໄປສ້າງ ບໍລິສັດ ເນັກສະເຕັບ ແລະ ບໍລິສັດ ເນັກສະເຕັບ ກໍ່ໄດ້ຖືກຊື້ໂດຍ ບໍລິສັດ ແອັບເປິ້ນ. ນັ້ນກໍ່ໝາຍຄວາມວ່າ ລາວໄດ້ກັບມາເຮັດວຽກໃຫ້ ແອັບເປິ້ນ ອີກ ແລະ ກໍ່ສະແດງໃຫ້ເຫັນເຖິງ ຄວາມເປັນອັດສະລິຍະ ໃນການສ້າງບໍລິສັດໃຫ້ມີໜ້າຕາ ແລະ ນຳພາຍີ່ຫໍ້ສິນຄ້າ ຫຼາຍໆອັນຂອງບໍລິສັດສູ່ ຄວາມສຳເລັດອັນສູງສົ່ງ.
  5. ທ່ານ ມີລຕັນ ເຮີສະເລ ສ້າງບໍລິສັດເຂົ້າໜົມອົມ ທີ່ເຄີຍລົ້ມລະລາຍມາສາມຄັ້ງ ກ່ອນຈະກາຍ ເປັນບໍລິສັດ ເຮີສະເລ – ຕຳນານແຫ່ງອຸດສາຫະກຳເຂົ້າໜົມອົມ ຫຼາຍໆຄົນຮູ້ຈັກບໍລິສັດ ເຮີສະເລ ໂຊກໍແລັດ, ແຕ່ໃນເວລາທີ່ ທ່ານ ເຮີສະເລ ສ້າງບໍລິສັດ ລາວເປັນ ຄົນທີ່ບໍ່ມີໃຜຮູ້ຈັກ. ພາຍຫຼັງຖືກໄລ່ອອກຈາກການເປັນພະນັກງານ ທີ່ໂຮງພິມໜັງສື, ທ່ານ ເຮີສະເລ ໄດ້ເລີ່ມ ສ້າງບໍລິສັດເຂົ້າໜົມອົມ ໄດ້ ສາມບໍລິສັດ ແລະ ລາວໄດ້ນັ່ງເບິ່ງການລົ້ມລະລາຍ ຂອງຕົນເອງເຖິງສາມຄັ້ງ.

ໃນຄັ້ງທີ່ສີ່, ທ່ານ ເຮີສະເລ ໄດ້ສ້າງ ບໍລິສັດ ຄີມ ຄາຣາເມວ ແລນແຄສເຕີ້ ແລະ ໄດ້ເລີ່ມມີຜົນສຳເລັດ. ການເຊື່ອໝັ້ນໃນວິໄສທັດຂອງນົມ ໂຊກໍແລັດຂອງລາວ, ໃນທີ່ສຸດ ລາວກໍ່ພົບກັບຄວາມສຳເລັດ ໂດຍການ ສ້າງບໍລິສັດ ເຮີສະເລ, ແລະ ລາວກໍ່ກາຍເປັນໜຶ່ງໃນນັກທຸລະກິດ ທີ່ຫຼາຍໆຄົນຈົດຈຳ.

ທ່ານເຄີຍພົບບັນຫາ ຫຼື ຄວາມລົ້ມເຫຼວໃນການເຮັດວຽກແລ້ວຜ່ານມັນມາໄດ້ແນວໃດ? ມາແຊຣ໌ກັນເດີ້! 👇

You may also like

Leave a Comment

Are you sure want to unlock this post?
Unlock left : 0
Are you sure want to cancel subscription?