ການສຶກສາມີຄວາມສຳຄັນ ແຕ່ການສຶກສາລະດັບໃດຈະເຮັດໃຫ້ຄົນປະສົບຜົນສຳເລັດນັ້ນ ເປັນສິ່ງທີ່ ຍັງບໍ່ທັນມີຄຳຕອບ. ແຕ່ມີນັກວິທະຍາສາດ, ນັກຄອມພິວເຕີ, ນັກຂຽນ ທີ່ບໍ່ໄດ້ ຮຽນ ຈົບການສຶກສາລະດັບສູງຂັ້ນປະລິນຍາ ແຕ່ມີຄວາມສາມາດໃນການ ດຳເນີນທຸລະກິດ ຫຼື ປະກອບອາຊີບ ຈົນເປັນທີ່ຮັບຮູ້ຂອງສັງຄົມໃນວົງກວ້າງ.
ເຊັ່ນ: ສະຕີບ ຈອບ, ບິລ ເກດ, ມາກ ຊຸກເກີເບີກ. ບັນດາທ່ານດັ່ງກ່າວ ບໍ່ໄດ້ຮຽນຈົບ ຫຼັກສູດ ບໍລິຫານ ເຊັ່ນ: MBA ໃດໆ ແລະ ເບິ່ງຄືວ່າພວກເພິ່ນບໍ່ຕ້ອງການໃບປະກາດ ຈາກສະຖາບັນການສຶກສາມະຫາວິທະຍາໄລ ມາຮັບຮອງ ຄວາມສຳເລັດທີ່ຂົນຂວາຍມາ. ຄົນປະເພດດັ່ງກ່າວນັ້ນ ມີສ່ວນນ້ອຍກໍ່ຕາມ ແຕ່ສິ່ງໃດທີ່ເຂົາເຈົ້າຮຽນຈາກພາຍນອກເປັນສິ່ງທີ່ໜ້າສົນໃຈ.
ຄວາມເປັນຈິງອັນໜຶ່ງກໍ່ມີຢູ່ວ່າ, ການສ້າງຕັ້ງທຸລະກິດ ແມ່ນເວທີແຫ່ງການຮຽນຮູ້ໃນຊີວິດຕົວຈິງ ທີ່ໂຮງຮຽນບໍ່ສາມາດສອນໄດ້ທັງໝົດ.
“ການພັດທະນາທີ່ເສີມສ້າງໃຫ້ມີການຮ່ວມມືໃນຂະບວນການລວມ ຈຶ່ງເປັນສິ່ງທີ່ແຕກຕ່າງຫຼາຍຈາກການຮຽນໃນຫ້ອງ.”
ໃບປະກາດບໍ່ໄດ້ເປັນທຸກສິ່ງທີ່ທ່ານເປັນ ຫຼື ມີ ການເຂົ້າໄປສູ່ໂຮງຮຽນຫຼັກສູດການບໍລິຫານທຸລະກິດ ຈະມີການແຂ່ງຂັນສູງຫຼາຍລະຫວ່າງນັກຮຽນ ເພື່ອໃຫ້ກາຍເປັນທີ່ໜຶ່ງຂອງຫ້ອງ ຫຼື ໃຫ້ໄດ້ຄະແນນດີໆ. ແຕ່ການພັດທະນາ ຕົນເອງພຽງແຕ່ຢ່າງດຽວ ມັກຈະເປັນສິ່ງທີ່ບໍ່ເໝາະສົມສຳລັບຫ້ອງການເຮັດວຽກຮ່ວມໝູ່. ການເຮັດວຽກໃນບໍລິສັດ ສິ່ງສຳຄັນຫຼາຍກວ່າບຸກຄົນແມ່ນຄວາມກ້າວໜ້າຂອງກຸ່ມ. ການພັດ ທະນາຄວາມສາມາດຂອງຄົນໃດໜຶ່ງ ຈະມີຜົນລວມຕໍ່ກັບການພັດທະນາອົງການໂດຍລວມ. ການພັດທະນາທີ່ເສີມ ສ້າງໃຫ້ມີການຮ່ວມ ມືໃນຂະບວນການລວມ ຈຶ່ງເປັນສິ່ງທີ່ແຕກຕ່າງ ຫຼາຍຈາກການຮຽນໃນຫ້ອງ.
ການຮຽນຮູ້ວັດທະນະທຳໃໝ່ ຢ່າພະຍາຍາມຍຶດໝັ້ນແຕ່ໃນສິ່ງທີ່ທ່ານຮຽນໃນໂຮງຮຽນ. ທ່ານຕ້ອງໄດ້ເຮັດວຽກ ຫຼາຍໂຄງການເພື່ອ ສ້າງຄວາມໜ້າເຊື່ອຖື ໃຫ້ແກ່ຄະນະບໍລິຫານງານລະດັບສູງໄວ້ວາງໃຈ ແລະ ລວມທັງໝົດທຸກຄົນໃນທີມການນຳ. ທ່ານຕ້ອງປັບຕົວເຂົ້າກັບວັດທະນະທຳອົງກອນ ແລະ ຮຽນຮູ້ທີ່ຈະເຮັດວຽກຮ່ວມກັບຄົນອື່ນ.
ທ່ານຄິດວ່າປະສົບການເຮັດວຽກໂຕຈິງ ສຳຄັນກວ່າໃບປະກາດສະນິຍະບັດແທ້ຫຼືບໍ່? ມາແບ່ງປັນທັດສະນະນຳກັນ! 👇